ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີນັກທ່ອງທ່ຽວ ກ່ວາ 3 ລ້ານຄົນ ໄປທ່ຽວລາວ ໃນປີ 2012


ກອງປະຊຸມລະດັບລັດຖະມົນຕີດ້ານການທ່ອງທ່ຽວຂອງອາຊ່ຽນ ຄັ້ງທີ 32 ທີ່ຈັດຂຶ້ນໃນວັນທີ 20-21 ມັງກອນນີ້ ຢູ່ນະຄອນຫລວງວຽງຈັນ.
ກອງປະຊຸມລະດັບລັດຖະມົນຕີດ້ານການທ່ອງທ່ຽວຂອງອາຊ່ຽນ ຄັ້ງທີ 32 ທີ່ຈັດຂຶ້ນໃນວັນທີ 20-21 ມັງກອນນີ້ ຢູ່ນະຄອນຫລວງວຽງຈັນ.
ນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 3.1 ລ້ານຄົນທີ່ເດີນທາງ
ເຂົ້າໄປທ່ອງທ່ຽວ ໃນລາວໃນປີ 2012 ເຮັດໃຫ້ພາກບໍລິການ ຂອງລາວມີລາຍຮັບເກີນກວ່າ 450 ລ້ານໂດລ່າ ແລະຍັງຄາດວ່າ
ຈະເພີ່ມສູງຂຶ້ນໃນປີ 2013 ນີ້.

ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດ
ທະນະທໍາ ແລະການທ່ອງທ່ຽວໄດ້ຖະແຫຼງຢືນຢັນໃນໂອກາດທີ່
ລັດຖະບານລາວເປັນເຈົ້າພາບຈັດກອງປະຊຸມລະດັບລັດຖະມົນ
ຕີດ້ານການທ່ອງທ່ຽວຂອງອາຊ່ຽນຄັ້ງທີ 32 ທີ່ມີຂຶ້ນຢ່າງເປັນທາງ
ການໃນວັນທີ 20-21 ມັງກອນນີ້ ຢູ່ນະຄອນວຽງຈັນວ່າ ການເປັນ ເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ ຈະມີສ່ວນຢ່າງສໍາຄັນໃນການ
ເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າໄປທ່ອງທ່ຽວ ໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ທ່ານ ບໍ່ແສງຄໍາ ໄດ້ກ່າວວ່າ:

ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະການທ່ອງທ່ຽວ
ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະການທ່ອງທ່ຽວ

ຜົນປະໂຫຍດທີ່ໄທເຮົາຈະໄດ້ຮັບຈາກກອງປະຊຸມ
ໃນເທື່ອນີ້ ກ່ອນອື່ນໝົດກໍ ແມ່ນພວກເຮົາກໍຈະໄດ້ໂຄ
ສະນາຄວາມເຕີບໃຫຍ່ຂອງວຽກງານການທ່ອງທ່ຽວ ຂອງພວກເຮົາແລ້ວອັນທີ່ສອງກະຈະເຮັດໃຫ້ພວກ
ເຮົາມີໂອກາດໄດ້ຮ່ວມກັບບັນ ດາປະເທດອາຊ່ຽນ ການຮ່ວມມືອັນນັ້ນກໍຈະເປັນການກະຕຸກຊຸກຍູ້ໃຫ້
ວຽກງານ ທ່ອງທ່ຽວພາຍໃນປະເທດຂອງພວກເຮົາ ນີ້ຈະມີເງື່ອນໄຂຂະຫຍາຍຕົວຫຼາຍຂຶ້ນ ຕື່ມອີກ.”


ສໍາລັບໃນປີ 2012 ທີ່ຜ່ານມາ ກໍປາກົດວ່າມີນັກທ່ອງທ່ຽວຊາວ
ຕ່າງຊາດຫຼາຍກວ່າ 3.1 ລ້ານຄົນທີ່ໄດ້ພາກັນເດີນທາງເຂົ້າໄປທ່ອງທ່ຽວໃນລາວ ຊຶ່ງບໍ່ພຽງ
ແຕ່ຈະຖືເປັນຈໍານວນທີ່ເກີນລະດັບຄາດໝາຍທີ່ວາງໄວ້ທີ່ 2.9 ລ້ານຄົນເທົ່ານັ້ນ ຫາກແຕ່ ກໍຍັງຄິດເປັນອັດຕາການເພີ່ມຂຶ້ນເຖິງ 14% ເມື່ອທຽບໃສ່ປີ 2011 ກັບ ທັງຍັງເຊື່ອວ່າ ນັກ ທ່ອງທ່ຽວຊາວຕ່າງຊາດຈະເດີນທາງເຂົ້າໄປໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດປີ
2013 ນີ້ອີກດ້ວຍ.

ທາງດ້ານທ່ານຈະເລີນ ວາຣິນທະສັກ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະວັດທະນະທໍາ ແລະທ່ອງທ່ຽວ ກໍໄດ້ຢືນຢັນວ່ານັກທ່ອງທ່ຽວຊາວຕ່າງຊາດໄດ້ພາກັນ ເດີນທາງເຂົ້າໄປທ່ອງທ່ຽວໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັບຈາກປີ 1993 ເປັນຕົ້ນມາ ເຖິງແມ່ນວ່ານັກທ່ອງທ່ຽວຈາກສະຫະພາບຢູໂຣບຈະຫລຸດລົງ ເພາະບັນຫາວິກິດການທາງ
ການເງິນທີ່ເກີດຂຶ້ນໃນເວລານີ້ກໍຕາມ ຫາກແຕ່ສໍາລັບນັກທ່ອງທ່ຽວຈາກເອເຊຍ ດ້ວຍກັນ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກໄທ ມາເລເຊຍ ຫວຽດນາມ ແລະສິງກະໂປນັ້ນ ກໍ
ຍັງຄົງເດີນທາງເຂົ້າໄປທ່ອງທ່ຽວໃນລາວຫຼາຍຂຶ້ນນັບມື້ ແລະໂດຍ ໃນປີ 2012 ທີ່ຜ່ານມາ ກໍປາກົດວ່າພາກບໍລິການໃນລາວ ມີລາຍຮັບຈາກການທ່ອງທ່ຽວຫຼາຍກວ່າ 450 ລ້ານໂດ
ລ່າ ແລະຖ້າຫາກ ຄິດໄລ່ຈາກປີ 1993 ເຖິງປີ 2012 ທີ່ຜ່ານມາ ນັ້ນ ກໍຈະ ເວົ້າໄດ້ວ່ານັກ
ທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທາງເຂົ້າໄປທ່ອງທ່ຽວໃນລາວນັ້ນ ໄດ້ເພີ່ມຂຶ້ນ ໃນອັດຕາ
ສະເລ່ຍສູງ ກວ່າ 20% ຕໍ່ປີ.

ຊາວບ້ານແລະນັກທ່ອງທ່ຽວ ຫລິ້ນມ່ວນຊື່ນກັນ ຢູ່ແຄມນໍ້າຊອງ ເມືອງວັງວຽງ ແຫລ່ງທ່ອງທ່ຽວແຫ່ງນຶ່ງ ຂອງລາວ.
ຊາວບ້ານແລະນັກທ່ອງທ່ຽວ ຫລິ້ນມ່ວນຊື່ນກັນ ຢູ່ແຄມນໍ້າຊອງ ເມືອງວັງວຽງ ແຫລ່ງທ່ອງທ່ຽວແຫ່ງນຶ່ງ ຂອງລາວ.


ທັງນີ້ໂດຍເຂດທີ່ມີການຂະຫຍາຍຕົວເພີ່ມຂຶ້ນຫຼາຍທີ່ສຸດນັ້ນ
ກໍແມ່ນນະຄອນວຽງຈັນ. ໃນ ແຜນການປີ 2011-2012 ທີ່
ຜ່ານມາ ກໍປາກົດວ່າມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ
1.7 ລ້ານຄົນ ໄດ້ພາກັນເດີນທາງເຂົ້າມາທ່ອງທ່ຽວໃນເຂດ
ນະຄອນວຽງຈັນ ແລະຖ້າຫາກ ທຽບໃສ່ແຜນການປີ 2012-
2011 ທີ່ຜ່ານມາກໍຈະເວົ້າໄດ້ວ່າ ພາກການທ່ອງທ່ຽວໃນເຂດ
ນະຄອນວຽງຈັນໄດ້ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ
ເຖິງ 30%.

ການຂະຫຍາຍຕົວໃນລະດັບດັ່ງກ່າວ ກໍຍັງເຮັດໃຫ້ເຊື່ອວ່າໃນຕະຫຼອດແຜນການປີ 2012 -2013 ນີ້ຈະມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນເຂດນະຄອນ
ວຽງຈັນຫຼາຍກວ່າ 2 ລ້ານຄົນ ຫຼືເພີ່ມຂຶ້ນເຖິງ 40% ຊຶ່ງກໍຈະເຮັດໃຫ້ທຸລະກິດພາກບໍລິ
ການແລະທ່ອງທ່ຽວໃນເຂດນະຄອນວຽງຈັນ ມີເງິນຕາຕ່າງປະເທດໄຫຼເຂົ້າສູ່ລະບົບທຸລະ
ກິດ ຄິດເປັນມູນຄ່າລວມເຖິງ 200 ລ້ານໂດລາ ຊຶ່ງກໍຈະເປັນຜົນເຮັດໃຫ້ ມີນັກທ່ອງທ່ຽວ
ຊາວຕ່າງຊາດເດີນທາງເຂົ້າໄປທ່ອງທ່ຽວໃນລາວຫຼາຍກວ່າ 3.3 ລ້ານຄົນ ແລະພາກບໍລິ
ການໃນລາວ ກໍຈະມີລາຍຮັບເກີນກວ່າ 480 ລ້ານໂດລາໃນຕະຫຼອດປີ 2013 ອີກດ້ວຍ.
XS
SM
MD
LG