ສປປ ລາວ ໄດ້ຮັບຢາວັກຊີນກັນໂຄວິດ-19 ຈາກສອງແຫຼ່ງ ແຫຼ່ງທີ່ສາມພວມຢູ່ໃນລະຫວ່າງການເຈລະຈາ ແລະແຫຼ່ງທີສີ່ຈະໄດ້ຮັບພາຍໃນສາມຫາສີ່ເດືອນ ຕໍ່ໜ້ານີ້.
ເມື່ອໄວໆມານີ້ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກຂອງ ສປປ ລາວ ກ່າວວ່າ ປັດຈຸບັນລາວໄດ້ຮັບຢາວັກຊີນກັນໂຄວິດ-19 ແລ້ວຈາກສອງແຫຼ່ງດ້ວຍກັນຄືແຫຼ່ງທີນຶ່ງແມ່ນຈາກບໍລິສັດຊີໂນຟາມ (Sinopharm) ຊຶ່ງເປັນຢາວັກຊີນກັນໂຄວິດ-19 ຂອງຈີນຈຳນວນ 2,000 ໂດສ. ຢາວັກຊີນນີ້ ອີງຕາມ ດຣ. ບຸນກອງແລ້ວ ເປັນຢາວັກຊີນທີ່ເກັບຮັກສາໄວ້ງ່າຍຄືສາມາດເກັບຮັກສາ ໃນລະຫວ່າງ 2 ຫາ 8 ອົງສາແຊລເຊິສ ຊຶ່ງເໝາະສຳລັບນຳໄປໃຊ້ໃນ ເຂດຊົນນະບົດ ທີ່ຫ່າງໄກສອກຫຼີກຂອງລາວ.
ແຫຼ່ງທີສອງ ທ່ານ ດຣ. ບຸນກອງກ່າວວ່າ ແມ່ນຢາວັກຊີນສປຸດນິກ (Sputnik) ຂອງຣັດເຊຍ ຊຶ່ງລາວໄດ້ຮັບທັງໝົດ ຈຳນວນ 500 ໂດສເມື່ອວັນທີ 2 ມັງກອນນີ້. ຢາວັກຊີນດັ່ງກ່າວຂອງຣັດເຊຍແມ່ນສາມາດເກັບຮັກສາໄວ້ ໃນລະດັບອຸນຫະພູມລະຫວ່າງ -18 ຫາ -20 ອົງສາແຊລເຊິສ.
ດຣ. ບຸນກອງກ່າວວ່າ ນອກນັ້ນ ລາວຍັງຈະໄດ້ຮັບຢາວັກຊີນ ກັນໂຄວິດ-19 ຈາກສະຫະພັນສາກົນກ່ຽວກັບການສັກຢາວັກຊີນ (GAVI) ຂອງສະປະຊາຊາດ ຊຶ່ງລາວແມ່ນນຶ່ງ ໃນຈຳນວນ 92 ປະເທດ ທີ່ຈະໄດ້ຮັບການຊ່ວຍເຫຼືອໃນດ້ານນີ້. ທ່ານ ດຣ. ບຸນກອງເວົ້າວ່າ ຢາວັກຊີນ ທີ່ລາວຈະໄດ້ຮັບທັງໝົດ ແມ່ນສາ ມາດນຳໄປສັກໃຫ້ 1 ລ້ານ 4 ແສນ 4 ໝື່ນຄົນ ແລະຈະໄດ້ຮັບໃນລະຫວ່າງເດືອນ 3 ຫາເດືອນ 4 ຂອງປີ 2021 ນີ້.
ສ່ວນແຫຼ່ງທີສີ່ນັ້ນ ດຣ. ບຸນກອງເວົ້າວ່າ ເວລານີ້ ທາງການລາວພວມເຈລະຈາກັບບໍລິສັດຊີໂນແວັກ (Sinovac) ຊຶ່ງເປັນບໍລິສັດຜະລິດຢາວັກຊີນຂອງຈີນອີກບໍລິສັດນຶ່ງ ແຕ່ຍັງບໍ່ທັນມີການຕົກລົງກັນເທື່ອ. ຢາວັກຊີນທີ່ໄດ້ຮັບທັງໝົດແມ່ນ ເປັນຢາວັກຊີນຊະນິດສອງເຂັມແລະນຳໄປສັກໃຫ້ພວກພະນັກງານແພດໝໍແຖວໜ້າທີ່ມີຄວາມສ່ຽງສູງ ຊຶ່ງໄດ້ມີການລົງມືໄປແລ້ວ.