ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ໃຫ້ສັດຕະຍາບັນ ສົນທິສັນຍາສາກົນ 3 ສະບັບ


 ດຣ. ທອງລຸນ ສີສຸລິດ (ສອງຈາກຂວາ) ມອບສຳເນົາເອກກະສານ ສົນທິສັນຍາສາກົນທັງ 3 ທີ່ລາວໄດ້ໃຫ້ສັດຕະຍາບັນໄປແລ້ວນັ້ນ ໃຫ້ແກ່ເຈົ້າໜ້າທີ່ສະຫະປະຊາຊາດ.
ດຣ. ທອງລຸນ ສີສຸລິດ (ສອງຈາກຂວາ) ມອບສຳເນົາເອກກະສານ ສົນທິສັນຍາສາກົນທັງ 3 ທີ່ລາວໄດ້ໃຫ້ສັດຕະຍາບັນໄປແລ້ວນັ້ນ ໃຫ້ແກ່ເຈົ້າໜ້າທີ່ສະຫະປະຊາຊາດ.
ສປປ ລາວ ໄດ້ເອົາບາດກ້າວທີ່ສຳຄັນ ໄປສູ່ການປົກຄອງດ້ວຍ
ຕົວບົດກົດໝາຍ ໂດຍໃຫ້ສັດຕະຍາບັນຕໍ່ສົນທິສັນຍາສາກົນ 3
ສະບັບ ຂອງອົງການສະຫະປະຊາຊາດ.

ການໃຫ້ສັດຕະຍາບັນ ຕໍ່ສົນທິສັນຍາທັງ 3 ຊຶ່ງປະກອບດ້ວຍ
ສົນທິສັນຍາສາກົນ ວ່າດ້ວຍການຕ້ານການທໍລະມານ ຂໍ້ຕົກ
ລົງຫຼາຍຝ່າຍ ວ່າດ້ວຍການສ້າງຕັ້ງຄັງສະຕິປັນຍາສາກົນ ສຳ
ລັບບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ
ແລະອະນຸສັນຍາ ວ່າດ້ວຍການເຂົ້າເຖິງແຫຼ່ງຊັບພະຍາກອນ
ພັນທຸກຳແລະການແບ່ງປັນຜົນປະໂຫຍດຢ່າງສະເໝີພາບແລະ
ເປັນທຳຈາກການນຳໃຊ້ສິ່ງດັ່ງກ່າວຂອງສົນທິສັນຍາວ່າດ້ວຍ
ຊີວະນາໆພັນ ມີຂຶ້ນໃນລະຫວ່າງກອງປະຊຸມ ສະມັດຊາໃຫຍ່
ອົງການສະຫະປະຊາຊາດ ສະໄໝທີ 67 ຢູ່ນະຄອນນິວຢອກ
ໃນວັນທີ 26 ກັນຍາຜ່ານມານີ້.

ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດ ເປັນຫົວໜ້າຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ມາຮອດປັດຈຸບັນນີ້ ສປປ ລາວ ໄດ້ເຂົ້າເປັນພາຄີຂອງສົນທິສັນຍາສາກົນແລ້ວຫຼາຍກວ່າ 100 ສະບັບຮວມທັງສົນທິສັນຍາວ່າດ້ວຍສິດທິມະນຸດ 7 ສະບັບຂອງຈຳນວນທັງໝົດ 9 ສະບັບ.

ອີງຕາມຖະແຫຼງຂ່າວຂອງກະຊວງການຕ່າງປະເທດ ສປປ ລາວແລ້ວ ການເຄື່ອນໄຫວທີ່ ວ່ານີ້ ແມ່ນໄດ້ສະທ້ອນໃຫ້ເຫັນເຖິງການໃຫ້ຄວາມສຳຄັນສູງຂອງລາວ ຕໍ່ສົນທິສັນຍາສາ ກົນ ແລະລາວກໍໄດ້ປະຕິບັດພັນທະຂອງຕົນ ຢ່າງຄົບຖ້ວນ ພາຍໃຕ້ສົນທິສັນຍາສາກົນທີ່ ລາວເປັນພາຄີ.

ການເຂົ້າຮ່ວມ ໃນສົນທິສັນຍາທັງ 3 ນີ້ ແມ່ນເປັນພາກສ່ວນນຶ່ງ ໃນການຈັດຕັ້ງປະຕິບັດ ແຜນແມ່ບົດສ້າງລັດທີ່ປົກຄອງດ້ວຍຕົວບົດກົດໝາຍຂອງ ສປປ ລາວແຕ່ນີ້ຮອດປີ 2020 ທີ່ລັດຖະບານລາວໄດ້ຮັບຮອງເອົາໃນວັນທີ 11 ກັນຍາປີ 2009.
XS
SM
MD
LG