ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຄົນຮູ້ສຶກ ມີການຄໍຣັບຊັ່ນເພີ້ມຂຶ້ນຢູ່ລາວ ຂະນະທີ່ອົງການຄວາມໂປ່ງໃສສາກົນ ຫຼຸດລະດັບຂອງລາວລົງ


ແຜນທີ່ປະເທດລາວ
ແຜນທີ່ປະເທດລາວ

ຄວາມຮູ້ສຶກກ່ຽວກັບການສໍ້ລາດບັງຫຼວງ ຫຼືຄໍຣັບຊັ່ນຢູ່ລາວ ແມ່ນມີເພີ້ມຂຶ້ນ. ຮອງສາສະ ດາຈານ ອຽນ ແບດ (Ian Baird) ຈາກມະຫາວິທະຍາໄລວິສຄອນຊິນ-ແມດີສັນ ກ່າວວ່າ ທ່ານເອງ ກໍໄດ້ຍິນຫາງສຽງແບບນັ້ນ ໂດຍສະເພາະໃນໄລຍະສິບປີ ທີ່ຜ່ານມານີ້.


“ຕາມຂ້າພະເຈົ້າຄຶດ ຄືໃນປັດຈຸບັນນີ້ໜາ ຮູ້ສຶກວ່າ ການສໍ້ລາດບັງຫຼວງນີ້ໜາ ມັນກໍຢາກຫຼາຍ ຂຶ້ນ ຄືຕອນນັ້ນ ຂ້າພະເຈົ້າຢູ່ເມືອງລາວນີ້ໜາ ກາຮູ້ສຶກວ່າ ຍັງບໍ່ທັນຫຼາຍປານໃດ ແຕ່ວ່າໃນປະ ມານ 10 ປີຜ່ານມານີ້ ກາຮູ້ສຶກວ່າ ມັນກາມີຫຼາຍຂຶ້ນ ກາໄດ້ຍິນປະຊາຊົນຄົນລາວ ມັກຈົ່ມນີ້ໜາ ກ່ຽວກັບບັນຫາໂຕນີ້.”

ດັດຊະນີການຮັບຮູ້ກ່ຽວກັບການສໍ້ລາດບັງຫຼວງ ຫຼື corruption perceptions index ຂອງອົງ ການຄວາມໂປ່ງໃສສາກົນ ຫຼື Transparency International ທີ່ຫາກໍອອກເມື່ອໄວໆມານີ້ ໄດ້ຈັດເອົາລາວ ເຂົ້າໄວ້ໃນອັນດັບທີ 134 ຂອງຈຳນວນທັງໝົດ 179 ປະເທດ ປີນີ້ ຫຼຸດລົງສີ່ລະດັບຈາກປີກາຍ.

ປະເທດທີ່ຕິດອັນດັບດີໆ ສຳລັບເຂດເອເຊຍ ກໍມີ ນິວຊີແລນ ຕິດອັນດັບທີ 1 ສິງກະໂປ ອັນດັບທີ 3 ແລະອອສເຕຣເລຍ ອັນດັບທີ 11.

ສ່ວນປະເທດທີ່ຕິດອັນດັບທີ່ຕ່ຳກວ່າ ໃນເຂດເອເຊຍ ກໍມີກຳປູເຈຍຕິດອັນດັບທີ 160 ອັຟການິສຖານ ອັນດັບທີ 165 ແລະເກົາຫຼີເໜືອ ອັນດັບທີ 170.

XS
SM
MD
LG