ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ເກີດແຜ່ນດິນໄຫວບໍ່ແຮງ ໃນພາກເໜືອຂອງລາວ


ເກີດແຜ່ນດິນໄຫວບໍ່ແຮງ ໃນພາກເໜືອຂອງລາວ
ເກີດແຜ່ນດິນໄຫວບໍ່ແຮງ ໃນພາກເໜືອຂອງລາວ

ແຜນທີ່ລາວ
ແຜນທີ່ລາວ

ໄດ້ເກີດແຜ່ນດິນໄຫວຂະໜາດບໍ່ແຮງປານໃດໃນພາກຕາເວັນຕົກສຽງເໜືອຂອງລາວ ​ແຕ່​
ກໍໄດ້ສົ່ງແຮງສັ່ນສະເທືອນໄປເຖິງຫຼາຍໆຈັງຫວັດໃນເຂດພາກເໜືອຂອງໄທ.

ຍັງບໍ່ທັນມີລາຍງານ ກ່ຽວກັບຄວາມເສຍຫາຍຫຼືການບາດເຈັບລົ້ມຕາຍຈາກແຜ່ນດິນໄຫວ
ໃນເທື່ອນີ້ ຊຶ່ງໄດ້ເກີດຂຶ້ນກ່ອນ​ເວລາ 11 ໂມງກາງຄືນ​ເລັກ​ນ້ອຍ ຕາມເວລາທ້ອງຖິ່ນໃນມື້
ວັນພຸດວານນີ້ແລະມີຄວາມແຮງ 4.6. ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດກ່າວ
ວ່າ ແຜ່ນດິນໄຫວໃນຄັ້ງນີ້ມີຈຸດສູນກາງ 141 ກິໂລແມັດຫ່າງຈາກນະຄອນຫຼວງວຽງຈັນໄປ
ທາງທິດຕາເວັນຕົກສຽງເໜືອ ໃນແຂວງໄຊຍະບູລີ.

ເຂດດັ່ງກ່າວນີ້ ມີບໍລິເວນຕິດກັບແມ່ນໍ້າຂອງແລະໃກ້ໆກັບເຂື່ອນໄຟຟ້ານໍ້າຕົກຫຼາຍໆແຫ່ງ
ແຕ່ແນວໃດກໍຕາມໜັງສືພິມໄທ ໄດ້ອ້າງຄໍາເວົ້າຂອງພວກເຈົ້າໜ້າທີ່ໆກ່າວວ່າ ບໍ່ໄດ້ສັງເກດ
ເຫັນມີຄວາມເສຍຫາຍຕໍ່ເຂື່ອນເຫຼົ່ານີ້ ແຕ່ປະການໃດ.

ໜັງສືພິມ The Nation ຂອງໄທລາຍງານວ່າ ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ໂຮງໝໍຢູ່ຈັງຫວັດ
ເລີຍສັ່ນສະເທືອນເປັນເວລາປະມານ 5 ວິນາທີ ຊຶ່ງເຮັດໃຫ້ພວກຄົນເຈັບແລະພວກແພດໝໍ
ພາກັນແລ່ນອອກຈາກໂຮງໝໍ ໄປຢູ່ຂ້າງນອກ.

XS
SM
MD
LG