ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະມົນຕີລາວ ຍອມຮັບວ່າ ຍັງມີການຮົ່ວໄຫລ ຂອງງົບປະມານ ຢ່າງຫຼວງຫຼາຍ ໃນໂຄງການລົງທຶນ ຂອງລັດຖະບານ ລາວ


ລົດຈົກຂົນດິນຂຶ້ນລົດຖອກດິນ ໃນໂຄງການນຶ່ງຢູ່ປະເທດ ລາວ.
ລົດຈົກຂົນດິນຂຶ້ນລົດຖອກດິນ ໃນໂຄງການນຶ່ງຢູ່ປະເທດ ລາວ.

ລັດຖະມົນຕີລາວ ຍອມຮັບວ່າ ຍັງມີການຮົ່ວໄຫລຂອງງົບປະມານຢ່າງຫຼວງຫຼາຍໃນໂຄງການລົງ ທຶນຂອງລັດຖະບານລາວ ໂດຍມີສາເຫດມາຈາກການທຸຈະລິດຂອງບັນດາພະນັກງານຂອງລັດເປັນສຳຄັນ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ ຖະແຫລງຍອມຮັບວ່າ ຍັງມີການຮົ່ວໄຫລຂອງງົບປະມານລາຍຈ່າຍໃນບັນດາໂຄງ ການພັດທະນາ ທີ່ລົງທຶນໂດຍລັດຖະບານ ເກີດຂຶ້ນຢ່າງກວ້າງຂວາງໂດຍໃນໄລຍະ 5 ເດືອນຕົ້ນປີ 2020 ນີ້ທີ່ໄດ້ທຳການກວດກາໃນ 672 ໂຄງການ ທີ່ມີມູນຄ່າການລົງທຶນຮວມເຖິງ 43,538 ຕື້ກີບນັ້ນ ກໍພົບວ່າ ມີຫຼາຍໂຄງການທີ່ໄດ້ປະເມີນລາຍຈ່າຍສູງເກີນຈິງ ແລະໄດ້ປັບລົດມູນຄ່າໂຄງການລົງ ຊຶ່ງເຮັດໃຫ້ລັດຖະບານສາມາດປະຢັດລາຍຈ່າຍໄດ້ເຖິງ 1,213.28 ຕື້ກີບກັບ 15,491 ໂດລາ ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:

“ການຈັດຕັ້ງປະຕິບັດຕົວຈິງໃນ 5 ເດືອນຜ່ານມານີ້ ໂດຍລວມແລ້ວ ລັດຖະບານກໍໄດ້ມີການສົມທົບກັບອົງການກວດກາລັດຖະບານ ໂດຍມີການກວດກາ ຢັ້ງຢືນມູນຄ່າ ປະລິມານວຽກ ແລະກວດກາໃນຈຳນວນ 672 ໂຄງການໃນມູູນຄ່າ 43,538 ຕື້ນັ້ນ ກະພົບເຫັນຕອນນີ້ເງິນທີ່ສາມາດປະຢັດໄດ້ 1,213.28 ຕື້ກີບ ແລະ 15,491 ໂດລາສະຫະລັດ.”

ທາງດ້ານ ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ປະຊາຊົນລາວບັນດາເຜົ່າ ມີທ່າອຽງທີ່ຈະເສື່ອມສັດທາຕໍ່ການນຳພາຂອງພັກເພີ້ມຂຶ້ນນັບມື້ ໂດຍມີສາເຫດສຳຄັນຈາກການຈັດຕັ້ງປະຕິບັດວຽກງານທີ່ບໍ່ມີປະສິດທິພາບຂອງບຸຄະລາກອນພັກ ຊຶ່ງຮວມເຖິງການທຸຈະລິດທີ່ມີທ່າອຽງເກີດຂຶ້ນຢ່າງກວ້າງຂວາງທັງໃນຂັ້ນສູນກາງ ແລະທ້ອງຖິ່ນ ຈຶ່ງໄດ້ກາຍເປັນອຸປະ ສັກທີ່ມີຕໍ່ການສ້າງຄວາມເຂັ້ມແຂງຂອງພັກ-ລັດຖະບານລາວໂດຍກົງ.

ທ່ານບຸນທອງ ໄດ້ຍົກຕົວຢ່າງກ່ຽວກັບການກວດກາບັນດາໂຄງການລົງທຶນຂອງລັດຖະບານ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມກົດໝາຍນັ້ນ ແບ່ງເປັນ 103 ໂຄງການທີ່ບໍ່ໄດ້ຈັດການປະມູນ ແລະ 106 ໂຄງການທີ່ຈັດການປະມູນແຕ່ບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ລັດຖະບານສູູນເສຍງົບປະມານໄປ 5,331 ກວ່າຕື້ກີບ ທັງຍັງໄດ້ກວດພົບການທຸຈະລິດໃນໂຄງການພັດທະນາຂອງລັດຖະບານທີ່ເປັນການຮ່ວມມືລະຫວ່າງພະນັກງານລັດກັບນັກທຸລະກິດ ຈຳນວນ 1,285 ຄົນ ເຮັດໃຫ້ລັດຖະບານເສຍຫາຍໄປຫຼາຍກວ່າ 999 ຕື້ກີບ ແລະກວ່າ 67 ລ້ານໂດລາ ສະເພາະໃນຮອບ 1 ປີທີ່ຜ່ານມາ.

ໂດຍໃນຈຳນວນຜູ້ກກະທຳການທຸຈະລິດດັ່ງກ່າວ ແບ່ງເປັນພະນັກງານລັດ 970 ຄົນກັບນັກທຸລະ ກິດ 315 ຄົນ ທີ່ຮ່ວມມືກັນທຸຈະລິດໃນໂຄງການພັດທະນາຕ່າງໆຂອງລັດຖະບານລາວ ຈຳນວນ 105 ໂຄງການ ຊຶ່ງກໍມີທັງການໃຊ້ອຳນາດໜ້າທີ່ເພື່ອສະແຫວງຫາຜົນປະໂຫຍດ ການຮັບສິນບົນ ການຍັກຍອກແລະສໍ້ໂກງເອົາຊັບສິນຂອງລັດ ການປອມແປງເອກະສານສຳຄັນຂອງລັດ ການປອມແປງມາດຕະຖານກໍ່ສ້າງແລະເທັກນິກຕ່າງໆ ຊຶ່ງສ່ວນໃຫຍ່ເປັນໂຄງການພັດທະນາທີ່ລັດຖະບ ານລາວ ກູ້ຢືມເງິນແລະໄດ້ຮັບການຊ່ອຍເຫຼືອລ້າຈາກຕ່າງປະເທດເປັນດ້ານຫລັກນັ້ນ ຍັງເຮັດໃຫ້ລັດຖະບານລາວຖືກນານາຊາດກົດດັນເພື່ອໃຫ້ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງຮີບດ່ວນອີກດ້ວຍ.

ນອກຈາກນີ້ ກໍຍັງກວດພົບໂຄງການນອກແຜນການຂອງລັດຖະບານເຖິງ 285 ໂຄງການທີ່ມີມູນຄ່າເສຍຫາຍຫລາຍກວ່າ 4,483 ຕື້ກີບ ທີ່ບໍ່ໍ່ເປັນໄປຕາມລະບຽບດ້ານງົບປະມານ ແລະບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດ ທັງມີການລັກລອບຂົນສົ່ງໄມ້ໄປຕ່າງປະເທດກວ່າ 4 ລ້ານແມັດກ້ອນ ຊຶ່ງເຮັດໃຫ້ອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ລາຍງານວ່າ ລັດຖະບານລາວ ມີຄວາມໂປ່ງໃສໃນການບໍລິຫານາງານທີ່ລະດັບ 29 ຈາກ 100 ຄະແນນເຕັມໃນປີ 2019 ທີ່ຜ່ານມາ ຊຶ່ງເທົ່າກັບປີ 2018 ໝາຍຄວາມວ່າ ມີນັກທຸລະກິດຊາວຕ່າງຊາດທີ່ລົງທຶນໃນລາວພຽງແຕ່ 29 ຄົນໃນ 100 ຄົນ ທີ່ເຫັນວ່າ ການບໍລິຫານງານໃນວົງການພັກແລະລັດຖະບານລາວ ໄດ້ດຳເນີນໄປຢ່າງໂປ່ງໃສ ຫຼືບໍ່ມີການທຸຈະລິດ ກໍຄືການແກ້ໄຂບັນຫາແລະການປາບປາມການທຸຈະລິດໃນລາວ ຍັງມີປະສິດທິພາາບຕ່ຳ ຈຶ່ງເຮັດໃຫ້ເກີດການເສຍຫາຍດ້ານງົບປະມານໄປຢ່າງຫຼວງຫຼາຍດັ່ງກ່າວ.

XS
SM
MD
LG