ການບໍລິການດ້ານສາທາລະນະສຸກໃນລາວ ພ້ອມທີ່ຈະໃຫ້ການເບິ່ງແຍງນັກທ່ອງທ່ຽວຕ່າງປະເທດທີ່ຄາດວ່າ ຈະເດີນທາງມາລາວເຖິງ 2 ລ້ານຄົນໃນປີ 2022 ຊຶ່ງຈະເຮັດໃຫ້ພາກບໍລິການໃນລາວມີລາຍຮັບຫຼາຍກວ່າ 350 ລ້ານໂດລາ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວເປີດເຜີຍວ່າ ເປົ້າໝາຍສຳຄັນຂອງການເປີດດ່ານສາກົນທຸກແຫ່ງທົ່ວປະເທດ ນັບແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ລັດຖະບານລາວໄດ້ມອບໝາຍໃຫ້ທຸກຂະແໜງການທີ່ກ່ຽວຂ້ອງຈະຕ້ອງຮ່ວມມືກັນ ເພື່ອດຶງເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາລາວໃຫ້ໄດ້ເຖິງ 2 ລ້ານຄົນ ໃນປີ 2022, ເຊິ່ງຖ້າຫາກສາມາດຈັດຕັ້ງປະຕິບັດໄດ້ແທ້ຈິງ ກໍຈະເຮັດໃຫ້ຂະແໜງການບໍລິການໃນລາວສາມາດສ້າງລາຍຮັບໄດ້ຫຼາຍກວ່າ 350 ລ້ານໂດລາ ທັງຍັງຄາດວ່າຈະເພີ່ມຂຶ້ນເປັນ 700 ລ້ານໂດລາ ໃນປີ 2023 ແລະເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ລັດຖະບານລາວ ກໍຍັງໄດ້ສັ່ງການ ໃຫ້ດຳເນີນມາດຕະການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໃນນັ້ນລວມມີ ການກຽມພ້ອມດ້ານສາທາລະນະສຸກເພື່ອໃຫ້ບໍລິການ ແລະ ເບິ່ງແຍງນັກທ່ອງທ່ຽວໄດ້ຢ່າງທົ່ວເຖິງໃນທົ່ວປະເທດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານລາວ ໄດ້ໃຫ້ການຢືນຢັນວ່າ:
“ເພື່ອຮັບມືກັບມາດຕະການຜ່ອນຜັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເອົາໃຈໃສ່ການສັກວັກຊີນຄົບໂດສລວມທັງເຂັມກະຕຸ້ນ ຢ່າງທົ່ວເຖິງ ເພື່ອໃຫ້ມີອັດຕາການປົກຄຸມສູງທີ່ສຸດ-ກະກຽມຄວາມພ້ອມຂອງໂຮງໝໍ ແລະສະຖານທີ່ຮັບຮອງ-ປິ່ນປົວຄົນເຈັບໜັກໃຫ້ພຽງພໍຕາມຄວາມຕ້ອງການເພີ້ມທະວີການເຝົ້າລະວັງ ຕາມສະຖານທີ່ ທີ່ສ່ງຕ່າງໆ ພ້ອມທັງເພີ້ມທະວີການບໍລິການ ເກັບກຳຂໍ້ມູນຈາກພາກລັດ ແລະເອກະຊົນທີ່ມີສ່ວນຮ່ວມ.”
ທັງນີ້ ນັກທ່ອງທ່ຽວຊາວຕ່າງຊາດສາມາດຈະເດີນທາງເຂົ້າມາລາວໂດຍຜ່ານດ່ານສາກົນໄດ້ທັງ 24 ແຫ່ງ ພ້ອມດ້ວຍຜົນການກວດໂຄວິດ-19 ເປັນລົບທີ່ບໍ່ເກີນ 48ຊົ່ວໂມງ ກ່ອນເດີນທາງມາເຖິງລາວສ່ວນຜູ້ທີ່ຍັງບໍ່ມີຜົນການກວດກໍສາມາດກວດ ຢູ່ກັບດ່ານໄດ້ເລີຍ ແລະບໍ່ຕ້ອງກັກໂຕ ຖ້າຫາກຜົນກວດເປັນລົບ ແລະສາມາດເດີນທາງໄດ້ໃນທົ່ວປະເທດລາວ ແຕ່ຖ້າຫາກວ່າມີການຕິດໂຄວິດ-19 ໃນລາວ ຊາວຕ່າງຊາດຕ້ອງຮັບຜິດຊອບຄ່າຮັກສາດ້ວຍຕົນເອງ ແລະນັກທ່ອງທ່ຽວຍັງສາມາດນຳພາຫານະເຂົ້າມາໃນລາວໄດ້ອີກດ້ວຍ.
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ ວັດທະນາທຳ ແລະທ່ອງທ່ຽວຄາດຫວັງວ່າ ນັກທ່ອງທ່ຽວຊາວຕ່າງຊາດຈະເດີນທາງມາລາວຫລາຍຂຶ້ນ ໂດຍສະເພາະພາຍຫລັງຈາກສາມາດຄວຄຸມການລະບາດໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ເມື່ອສົມທົບກັບການເປີດການເດີນລົດໄຟລາວຈີນ ນັບຈາກວັນທີ 3 ທັນວາ ປີ 2021 ເປັນຕົ້ນມານັ້ນ ທາງການລາວຍັງຄາດໝາຍດ້ວຍວ່າ ຈະມີຊາວຈີນເດີນທາງມາລາວເກີນກວ່າ 1 ລ້ານຄົນໃນປີ 2022 ແລະຈະເພີ້ມຂຶ້ນ ເກີນກວ່າ 25 ເປີເຊັນ ໃນປີຕໍ່ໄປ ແຕ່ວ່າບັນຫາກໍຄືລັດຖະບານຈີນ ຍັງຄົງບໍ່ອະນຸຍາດໃຫ້ຊາວຈີນເດີນທາງໄປຕ່າງປະເທດໄດ້ເລີຍຈົນເຖິງປັດຈຸບັນນີ້.
ທັງນີ້ລັດຖະບານລາວໄດ້ເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຊາວຕ່າງຊາດໃນວັນທີ 1 ມັງກອນ ປີ 2022 ພາຍໃຕ້ໂຄງການສົ່ງເສີມການທ່ອງທ່ຽວສີຂຽວ ທີ່ແບ່ງເປັນ 2 ປະເພດ ຄືເຂດທ່ອງທ່ຽວສີຂຽວ ແລະເສັ້ນທາງການທ່ອງທ່ຽວສີຂຽວທີ່ແບ່ງການດຳເນີນງານອອກເປັນ 3 ໄລຍະ ຫາກແຕ່ກໍມີຊາວຕ່າງຊາດຈຳນວນໜ້ອຍດຽວທີ່ເດີນທາງມາລາວໃນ 4 ເດືອນ ຕົ້ນປີ 2022 ນີ້.
ຍິ່ງໄປກວ່ານັ້ນການລະບາດໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາກໍຍັງໄດ້ສົ່ງຜົນກະທົບ ເຮັດໃຫ້ພາກບໍລິການ ແລະທ່ອງທ່ຽວໃນລາວສູນເສຍລາຍຮັບເກີນກວ່າ 700 ລ້ານໂດລາສະຫະລັດ ຕໍ່ປີ ແລະຍັງເຮັດໃຫ້ຫົວໜ່ວຍທຸລະກິດ ຈຳນວນຫລາຍ ໄດ້ຂໍເລື່ອນຊຳລະໜີ້ສິນໃຫ້ທະນາຄານ ໃນນີ້ກໍຮວມເຖິງໂຮງແຮມ ບ້ານພັກ 2,920 ແຫ່ງ ບໍລິການທ່ອງທ່ຽວ 1,500 ກວ່າລາຍ ໂດຍສະເພາະແມ່ນນະຄອນວຽງຈັນ ນັ້ນມີໜ່ວຍທຸລະກິດທີ່ຖືກກະທົບຈາກການລະບາດໄວຣັສໂດວິດ-19 ເກີນກວ່າ 90 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດໃນພາກບໍລິການ ຊຶ່ງໄດ້ເຮັດໃຫ້ເກີດການເລີກຈ້າງ ແລະມີການຫວ່າງງານໃນລາວເກີນກວ່າ 1 ລ້ານຄົນໃນປັດຈຸບັນດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ລັດຖະບານລາວໄດ້ປະກາດເປີດດ່ານສາກົນໃນທົ່ວປະເທດ ເພື່ອຮັບເອົານັກທ່ອງທ່ຽ