ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ.ຍ.ລາວ ຮຽກຮ້ອງ ໃຫ້ຊ່ວຍກັນປະຕິບັດ ແຜນການພັດທະນາ ປີນີ້ ໃຫ້ສໍາເລັດ


ການປະຊຸມຂອງຄະນະລັດຖະບານລາວ ທີ່ຈັດຂຶ້ນໃນເດືອນເມສາ, 2012 ທີ່ຜ່ານມາ
ການປະຊຸມຂອງຄະນະລັດຖະບານລາວ ທີ່ຈັດຂຶ້ນໃນເດືອນເມສາ, 2012 ທີ່ຜ່ານມາ

ນາຍົກລັດຖະມົນຕີລາວຮຽກຮ້ອງໃຫ້ ທຸກພາກສ່ວນຂອງລັດຖະບານ ຈະຕ້ອງປະກອບ ສ່ວນເຂົ້າໃນການປະຕິບັດແຜນການປະຈໍາປີ 2011-2012 ເພື່ອເຮັດໃຫ້ສາມາດບັນລຸ ເປົ້າໝາຍ ທີ່ວາງໄວ້ໄດ້ຢ່າງແທ້ຈິງ.

ທ່ານທອງສິງ ທໍາມະວົງ
ນາຍົກລັດຖະມົນຕີໄດ້ກ່າວ
ເນັ້ນຢໍ້າຕໍ່ກອງປະຊຸມທົບທວນ
ຄືນການປະຕິບັດງານໃນໄລຍະ
6 ເດືອນ ຕົ້ນປີຂອງແຜນການ
ພັດທະນາເສດຖະກິດ-ສັງຄົມ
ປະຈໍາປີ 2011-2012 ທີ່ໄດ້ມີ
ຂຶ້ນຢ່າງເປັນທາງການເມື່ອບໍ່
ນານມານີ້ວ່າ ການທີ່ຈະເຮັດ
ໃຫ້ສາມາດບັນລຸເປົ້າໝາຍຕາມແຜນການທີ່ວາງໄວ້ໄດ້ຢ່າງແທ້ຈິງ ກໍຄືການຊຸກຍູ້ໃຫ້ຍອດ
ຜະລິດຕະພັນລວມພາຍໃນ (GDP) ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາບໍ່ຕໍ່າກວ່າ 8%
ເມື່ອທຽບໃສ່ແຜນການ ປີ 2010-2011 ທີ່ຜ່ານມານັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງ ທີ່ທຸກ
ພາກສ່ວນຂອງລັດຖະບານ ຈະຕ້ອງປະກອບສ່ວນເຂົ້າ ໃນການປະຕິບັດແຜນການ ໃນ
ໄລຍະ 6 ເດືອນທ້າຍປີຢ່າງຈິງຈັງໃນທຸກດ້ານ.

ທັງນີ້ ໂດຍສະເພາະແມ່ນການຊຸກຍູ້ການຜະລິດໃນພາກກະສິກໍາ ໃຫ້ໄດ້ຕາມເປົ້າໝາຍ
ແຜນການທີ່ວາງໄວ້ນັ້ນ ຖືເປັນປັດໃຈສໍາຄັນ ທີ່ຈະຮັບປະກັນຄວາມໝັ້ນຄົງດ້ານສະບຽງ
ອາຫານພາຍໃນປະເທດ ທັງຍັງຈະເປັນພື້ນຖານ ໃຫ້ແກ່ການປະຕິບັດແຜນການປີ
2012-2013 ດັ່ງທີ່ ທ່ານທອງສິງ ໄດ້ກ່າວວ່າ:

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

“ຫົກເດືອນທ້າຍປີນີ້
ພວກເຮົາຈະຕ້ອງໄດ້
ເພີ້ມທະວີຄວາມພະຍາ
ຍາມຫລາຍກວ່າເກົ່າ
ເພື່ອຮັບປະກັນໃຫ້ບັນ
ລຸຄາດໝາຍທີ່ວາງອອກ
ຈະຕ້ອງໄດ້ສຸມໃສ່ຊຸກຍູ້
ການຜະລິດນາປີ ແລະ
ການຜະລິດລະດູຝົນ ທີ່
ຈະມາເຖິງນີ້ ແລະພ້ອມ
ກັນນັ້ນກໍຕ້ອງກວດກາ
ເບິ່ງຄືນ ການປະຕິບັດ
ມາດຕະການໃນການຟື້ນຟູຫລັງນໍ້າຖ້ວມ ໃຫ້ມັນໄວ.”

ສໍາລັບໃນໄລຍະແຜນການປີ 2012-2013 ທີ່ຈະເລີ່ມລົງມືປະຕິບັດແຕ່ເດືອນຕຸລາ 2012
ໄປຈົນເຖິງເດືອນກັນຍາ 2013 ນັ້ນ ລັດຖະບານລາວໄດ້ຄາດໝາຍວ່າ ການຂະຫຍາຍໂຕ ທາງເສດຖະກິດໃນລະດັບ 8% ດັ່ງກ່າວ ຈະເຮັດໃຫ້ມູນຄ່າທາງເສດຖະກິດຂອງລາວ
ເພີ່ມຂຶ້ນເປັນ 80,500 ຕື້ກີບ ຫຼື 1 ໝື່ນລ້ານໂດລາ ໃນທ້າຍປີ 2013 ຊຶ່ງສາມາດໄລ່ສະ ເລ່ຍເປັນລາຍຮັບຂອງປະຊາກອນລາວ ໄດ້ເກີນກວ່າ 1,500 ໂດລາ ຕໍ່ຄົນ ຕໍ່ປີ.

ພ້ອມກັນນີ້ ທ່ານທອງສິງ ຍັງໄດ້ວາງເປົ້າໝາຍ ທີ່ຈະສ້າງລາຍຮັບເຂົ້າງົບປະມານຂອງ
ລັດຖະບານ ໃຫ້ໄດ້ໃນມູນຄ່າ 11,206.7 ຕື້ກີບ ແລະຄວບຄຸມງົບປະມານລາຍຈ່າຍ ໃຫ້
ບໍ່ເກີນ13,074.7 ຕື້ກີບ ທັງຍັງຈະສູ້ຊົນເຮັດໃຫ້ການສົ່ງອອກ ມີມູນຄ່າເຖິງ 2,063 ລ້ານ
ໂດລາ ແລະຄວບຄຸມການນໍາເຂົ້າໃຫ້ບໍ່ເກີນ 2,313 ລ້ານໂດລາ ຊຶ່ງຈະເຮັດໃຫ້ລາວຂາດ
ດຸນການຄ້າຕ່າງປະເທດພຽງ 250 ລ້ານໂດລາ ກັບທັງຍັງຈະເຮັດໃຫ້ທຶນສໍາຮອງເງິນຕາ
ຕ່າງປະເທດ ມີມູນຄ່າທຽບໄດ້ກັບການນໍາເຂົ້າສິນຄ້າຈາກຕ່າງປະເທດເປັນເວລາ 6 ເດືອນ ອີກດ້ວຍ.

ການຊ່ວຍເຫລືອຄົນທຸກຈົນຈໍານວນນຶ່ງ ໃນເຂດຊົນນະບົດຂອງລາວ
ການຊ່ວຍເຫລືອຄົນທຸກຈົນຈໍານວນນຶ່ງ ໃນເຂດຊົນນະບົດຂອງລາວ

ຍິ່ງໄປກວ່ານັ້ນ ລັດຖະບານລາວຍັງ
ໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ການຜະ
ລິດເຂົ້າໃຫ້ໄດ້ເຖິງ 3.8 ລ້ານໂຕນ,
ຊຸກຍູ້ໃຫ້ຜົນຜະລິດໃນພາກອຸດສາຫະ
ກໍາ ແລະຫັດຖະກໍາຂະຫຍາຍໂຕບໍ່ຫຼຸດ
10%, ເຮັດໃຫ້ອັດຕາຄົນທຸກຍາກຫຼຸດ
ລົງເຫຼືອຕໍ່າກວ່າ 20% ຂອງປະຊາກອນ
ທັງໝົດ, ເຮັດໃຫ້ຄົວເຮືອນທຸກຍາກເຫຼືອ
ບໍ່ເຖິງ 14% ຂອງຄົວເຮືອນທັງໝົດ.

ສ່ວນບັນດານັກເສດຖະສາດທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຕ່າງກໍໄດ້ລົງຄວາມເຫັນ
ໄປໃນທິດທາງດຽວກັນວ່າ ການຂະຫຍາຍຕົວທາງເສດຖະກິດຂອງລາວໃນແຜນການປີ
2011-2012 ນີ້ ຈະຂະຫຍາຍຕົວຕໍ່າກວ່າລະດັບຄາດໝາຍ ທີ່ວາງເອົາໄວ້ກ່ອນໜ້ານີ້.
ກໍຄືໃນຂະນະທີ່ລັດຖະບານລາວໄດ້ວາງຄາດໝາຍໄວ້ວ່າ ຍອດຜະລິດພັນລວມພາຍໃນ
(GDP) ໃນແຜນການປີ 2011-2012 ນີ້ຈະມີມູນຄ່າລວມເຖິງ 70,200 ຕຶ້ກີບ ຫລືຄິດ
ເປັນອັດຕາສະເລ່ຍທີ່ເພີ້ມຂຶ້ນ ຈາກແຜນການປີ 2010-2011 ເຖິງ 8.3% ນັ້ນ ຫາກແຕ່
ຈາກການປະຕິບັດຕົວຈິງໃນໄລຍະ 6 ເດືອນ ທໍາອິດຂອງແຜນການ ຊຶ່ງກໍຄືລະຫວ່າງ
ເດືອນຕຸລາ 2011 ຫາເດືອນມີນາ 2012 ທີ່ຜ່ານມານີ້ ກັບປາກົດວ່າ ບໍ່ເປັນໄປຕາມ
ເປົ້າໝາຍ ທີ່ວາງເອົາໄວ້ດັ່ງກ່າວ ເນື່ອງຈາກ GDP ໄດ້ຂະຫຍາຍຕົວເພີ້ມຂຶ້ນພຽງ 8%
ເທົ່ານັ້ນ.

XS
SM
MD
LG