ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຈະເນັ້ນໜັກໃສ່ ການພັດທະນາ 6 ດ້ານ ເພື່ອເຮັດໃຫ້ລາວຫລຸດພົ້ນ ຈາກຄວາມທຸກຈົນໃນປີ 2020


ການດໍາລົງຊີວິດປະຈໍາວັນຂອງເດັກນ້ອຍໃນເຂດຊົນນະບົດແຫ່ງນຶ່ງຂອງລາວ
ການດໍາລົງຊີວິດປະຈໍາວັນຂອງເດັກນ້ອຍໃນເຂດຊົນນະບົດແຫ່ງນຶ່ງຂອງລາວ

ປະທານປະເທດຮຽກຮ້ອງໃຫ້ ຄະນະລັດຖະບານລາວຊຸດໃໝ່ເນັ້ນໜັກການພັດທະນາໃນ 6 ດ້ານສໍາຄັນ ເພື່ອເຮັດໃຫ້ບັນຈຸເປົ້າໝາຍສະຫະສະວັດ ແລະໃຫ້ລາວຫລຸດພົ້ນຈາກສະພາບ ດ້ອຍພັດທະນາໃນປີ 2020.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ແລະເລຂາທິການໃຫຍ່ພັກປະຊາຊົນປະຕິ
ວັດລາວ ໄດ້ໃຫ້ການສະເໜີແນະຕໍ່ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະລັດຖະບານ
ລາວຊຸດໃໝ່ ໃນຊ່ວງກາງເດືອນສິງຫາທີ່ຜ່ານມານີ້ວ່າ ສິ່ງທີ່ສໍາຄັນທີ່ລັດຖະບານລາວຈະ
ຕ້ອງຈັດຕັ້ງປະຕິບັດໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທໍາໃຫ້ໄດ້ ກໍຄືການລົບລ້າງ
ຄວາມຍາກຈົນຂອງປະຊາຊົນລາວບັນດາເຜົ່າ ຕາມເປົ້າໝາຍສະຫັດສະວັດພາຍໃນປີ
2015.

ແລະການເຮັດໃຫ້ປະເທດລາວຫລຸດພົ້ນຈາກສະພາບດ້ອຍພັດທະນາໃນປີ 2020. ການທີ່
ຈະເຮັດໃຫ້ສາມາດບັນລຸເປົ້າໝາຍທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈໍາເປັນຢ່າງ
ຍິ່ງທີ່ຄະນະລັດຖະບານລາວ ຈະຕ້ອງດໍາເນີນການຈັດຕັ້ງປະຕິບັດໃນ 6 ວຽກງານຈຸດສຸມ
ດ້ວຍກັນ ກໍຄື:

1. ການພັດທະນາຊົນນະບົດ ເພື່ອລົບລ້າງບັນຫາຄວາມຍາກຈົນ
2. ການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ
3. ການພັດທະນາສັງຄົມ-ວັດທະນະທໍາ ເພື່ອເສີມສ້າງຄວາມສາມັກຄີແຫ່ງຊາດ
4. ການພັດທະນາເພື່ອຍົກລະດັບປະສິດທິພາບບໍລິຫານງານໃນອົງການຕ່າງໆຂອງ
ລັດຖະບານ
5. ການເສີມສ້າງຄວາມສະຫງົບຮຽບຮ້ອຍພາຍໃນ ແລະປ້ອງກັນຄວາມໝັ້ນຄົງ
ຂອງຊາດ ແລະ
6. ການເສີມຂະຫຍາຍການຮ່ວມມືກັບປະເທດຕ່າງໆ ຢ່າງກວ້າງຂວາງ


ດັ່ງທີ່ທ່ານນາງຈັນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ
ໃນຄະນະລັດຖະບານລາວ ໄດ້ຖະແຫລງຊີ້ແຈງວ່າ:

ກອງປະຊຸມຄັ້ງນີ້ ຄະນະລັດຖະບານຍັງໄດ້ຄົ້ນຄວ້າ ແລະພິຈາລະນາບັນດານິຕິກໍາ
ຈໍານວນນຶ່ງ ເປັນຕົ້ນແມ່ນແຜນພັດທະນາຊົນນະບົດ ລົບລ້າງຄວາມທຸກຍາກ ປີ
2011-2015 ຮ່າງຍຸດທະສາດ ການພັດທະນາພະລັງງານທົດແທນ ດໍາລັດຈັດຕັ້ງ
ປະຕິບັດກົດໝາຍສັນຊາດ ແລະດໍາລັດວ່າດ້ວຍສະຖາບັນການເງິນຈຸນລະພາກ.

ໃນປັດຈຸບັນ ປະເທດລາວມີຄວາມສໍາພັນທາງການທູດກັບ 133 ປະເທດທົ່ວໂລກຫາກ
ແຕ່ວ່າດ້ວຍຂໍ້ຈໍາກັດດ້ານງົບປະມານຈຶ່ງເຮັດໃຫ້ລາວມີສະຖານທູດປະຈໍາຢູ່ 25 ປະເທດ ແລະມີສະຖານກົງສູນຢູ່ໃນຕ່າງປະເທດ ພຽງ 6 ແຫ່ງເທົ່ານັ້ນ.

ແມ່ແລະລູກນ້ອຍໃນເຂດຊົນນະບົດແຫ່ງນຶ່ງຂອງລາວ
ແມ່ແລະລູກນ້ອຍໃນເຂດຊົນນະບົດແຫ່ງນຶ່ງຂອງລາວ

ແຕ່ຢ່າງໃດກໍຕາມ ການທີ່ລາວມີຄວາມ
ສໍາພັນທາງການທູດກັບຕ່າງປະເທດ
ເພີ່ມຂຶ້ນຢ່າງຕັ້ງໜ້ານັ້ນ ກໍເຮັດໃຫ້ລາວ
ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ
ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສໍາລັບໃນແຜນ
ພັດທະນາເສດຖະກິດ ແລະສັງຄົມແຫ່ງ
ຊາດປະຈໍາປີ 2010-2011 ທີ່ກໍາລັງ
ຈະສິ້ນສຸດລົງໃນທ້າຍເດືອນກັນຍາປີນີ້
ລັດຖະບານລາວກໍຕ້ອງການທີ່ຈະໄດ້
ຮັບການຊ່ວຍເຫຼືອທາງດ້ານງົບປະມານ
ຈາກຕ່າງປະເທດ ໃນມູນຄ່າລວມບໍ່ໜ້ອຍ ກວ່າ 5,369 ຕື້ກີບ.

ຍິ່ງໄປກວ່ານັ້ນ ການທີ່ລາວມີການພົວພັນຮ່ວມມື ກັບຕ່າງປະເທດຢ່າງກວ້າງຂວາງຫລາຍ
ຂຶ້ນນັບມື້ ໂດຍສະເພາະແມ່ນການທີ່ລາວຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດຜູ້ນໍາ ອາຊຽນກັບສະຫະພາບຢູໂຣບໃນທ້າຍປີໜ້ານັ້ນ ກໍຍັງຖືເປັນໂອກາດທີ່ລາວຈະດຶງເອົາການ
ຊ່ວຍເຫລືອ ແລະການລົງທຶນຈາກຕ່າງປະເທດໄດ້ຫລາຍຂຶ້ນອີກດ້ວຍ. ສໍາລັບແຜນການ
ພັດທະນາເສດຖະກິດ-ສັງຄົມໃນຊ່ວງປີ 2011-2015 ທີ່ກໍາລັງປະຕິບັດຢູ່ໃນເວລານີ້ ລັດ
ຖະບານລາວກໍໄດ້ວາງເປົ້າໝາຍ ທີ່ຈະລະດົມການລົງທຶນຈາກພາກລັດຖະບານແລະພາກ
ເອກະຊົນໃຫ້ໄດ້ບໍ່ໜ້ອຍກວ່າ 127,000 ຕື້ກີບ ຫລື 15,300 ລ້ານໂດລາ.

ຫລ້າສຸດກໍມີລາຍງານວ່າ ທາງທະນາຄານພັດທະນາແຫ່ງເອເຊຍ ແລະທະນາຄານໂລກ ໄດ້ປະກາດຢືນຢັນທີ່ຈະໃຫ້ການຊ່ວຍເຫລືອແກ່ລັດຖະບານລາວຫລາຍຂຶ້ນໃນໄລຍະ 5 ປີ
ຕໍ່ໄປນີ້ ໂດຍຄາດວ່າ ຈະມີມູນຄ່າລວມກັນບໍ່ໜ້ອຍກວ່າ 1 ພັນລ້ານ. ສ່ວນໄລຍະ 5 ປີທີ່
ຜ່ານມານັ້ນ ທະນາຄານພັດທະນາແຫ່ງເອເຊຍ ແລະທະນາຄານໂລກ ກໍໄດ້ໃຫ້ການຊ່ວຍ
ເຫລືອແກ່ລັດຖະບານລາວຄິດເປັນມູນຄ່າ ລວມກັນເຖິງ 770 ລ້ານໂດລາ.

XS
SM
MD
LG