ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ລາວຈະເສີມຂະຫຍາຍ ການພົວພັນທາງການທູດ ໃຫ້ກວ້າງອອກ ເພື່ອໃຫ້ໄດ້ຮັບການຊ່ວຍເຫຼືອ ເພີ້ມຂຶ້ນ


ຄະນະທູຕານຸທູດຕ່າງປະເທດໄປຢ້ຽມຢາມອົບພະຍົບມົ້ງ ທີ່ກັບຈາກໄທ ທີ່ບ້ານຈັດສັນໃໝ່ ໂພນຄໍາ
ຄະນະທູຕານຸທູດຕ່າງປະເທດໄປຢ້ຽມຢາມອົບພະຍົບມົ້ງ ທີ່ກັບຈາກໄທ ທີ່ບ້ານຈັດສັນໃໝ່ ໂພນຄໍາ

ປະທານປະເທດລາວ ຮຽກຮ້ອງໃຫ້ຄະນະລັດຖະບານລາວຊຸດໃໝ່ ເສີມຂະຫຍາຍການ ພົວພັນທາງການທູດ ກັບຕ່າງປະເທດຢ່າງກວ້າງຂວາງດ້ວຍຄວາມຫວັງວ່າ ຈະໄດ້ຮັບ ການຊ່ວຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນ.

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ແລະເລຂາທິການໃຫຍ່ພັກປະຊາຊົນປະຕິ

ວັດລາວ ໄດ້ໃຫ້ການສະເໜີແນະຕໍ່ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະລັດຖະບານ
ລາວຊຸດໃໝ່ໃນວັນ 15 ສິງຫາທີ່ຜ່ານມານີ້ວ່າ ສິ່ງທີ່ສໍາຄັນປະການນຶ່ງ ທີ່ຄະນະລັດຖະ
ບານລາວຈະຕ້ອງຈັດຕັ້ງປະຕິບັດ ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທໍາ ໃຫ້ໄດ້ພາຍ
ໃນໄລຍະ 5 ປີຕໍ່ໄປນີ້ ກໍຄືການສືບຕໍ່ບຸກບືນການຮ່ວມມືກັບ​ບັນດາປະເທດໃນໂລກໃຫ້
ກວ້າງຂວາງຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.

ຄຽງຄູ່ກັນນັ້ນ ຄະນະລັດຖະບານລາວ ກໍຍັງຈະຕ້ອງເພີ່ມທະວີການຮ່ວມມືກັບປະເທດ
ເພື່ອນມິດຍຸດທະສາດ ໂດຍສະເພາະແມ່ນຫວຽດນາມກັບຈີນ ແລະປະເທດສະມາຊິກ
ໃນກຸ່ມອາຊຽນດ້ວຍກັນ ດັ່ງທີ່ ທ່ານຈູມມະລີ ໄດ້ຖະແຫຼງນັ້ນຢໍ້າວ່າ:

ກ່ອນອື່ນໝົດຕ້ອງສືບຕໍ່ຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ແລະ
ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ ແລະເພີ່ມທະວີມິດຕະພາບ ແລະ
ການຮ່ວມມືກັບ ສປ ຈີນ ບົນຈິດໃຈເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ
ຍາວນານ, ສົ່ງເສີມການພົວພັນຮ່ວມມືອັນດີ, ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວ
ໃນຂອບເຂດຂອງອາຊຽນ ຕາມຫຼັກການພື້ນຖານຂອງກົດບັດອາຊຽນ ເພື່ອ
ຜົນປະໂຫຍດລວມ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ
.”

ຄະນະຜູ້ແທນກໍາມະການ ທີ່ໄປຮ່ວມກອງປະຊຸມປະທານປະເທດຂອງ ກຸ່ມອາຊຽນ
ຄະນະຜູ້ແທນກໍາມະການ ທີ່ໄປຮ່ວມກອງປະຊຸມປະທານປະເທດຂອງ ກຸ່ມອາຊຽນ

ໃນປັດຈຸບັນ ປະເທດລາວມີ
ຄວາມສໍາພັນທາງການທູດ
ກັບ 133 ປະເທດທົ່ວໂລກ
ຫາກແຕ່ວ່າດ້ວຍຂໍ້ຈໍາກັດ
ດ້ານງົບປະມານຈຶ່ງເຮັດໃຫ້
ລາວມີສະຖານທູດປະຈໍາຢູ່
25 ປະເທດ ແລະມີສະ
ຖານກົງສູນຢູ່ໃນຕ່າງປະ
ເທດພຽງ 6 ແຫ່ງເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ການທີ່ລາວມີຄວາມສໍາພັນທາງການທູດກັບຕ່າງປະເທດເພີ່ມຂຶ້ນຢ່າງ
ຕັ້ງໜ້ານັ້ນ ກໍເຮັດໃຫ້ລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ສໍາລັບໃນແຜນ ພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດປະຈໍາປີ 2010-2011 ທີ່ກໍາ
ລັງຈະສິ້ນສຸດລົງໃນທ້າຍເດືອນກັນຍາປີນີ້, ລັດຖະບານລາວ ກໍຕ້ອງການທີ່ຈະໄດ້ຮັບການ ຊ່ວຍເຫຼືອທາງດ້ານງົບປະມານຈາກຕ່າງປະເທດ ໃນມູນຄ່າລວມບໍ່ໜ້ອຍກວ່າ 5,369 ຕື້ກີບ.

ໃນຕະຫຼອດໄລຍະແຜນການປະຈໍາປີດັ່ງກ່າວ ລັດຖະບານລາວກໍ່ໄດ້ວາງຄາດໝາຍລາຍ
ຮັບລວມໄວ້ ໃນມູນຄ່າ 13,021 ຕື້ກີບ ຫຼືປະມານ 1,600 ລ້ານໂດລາ ຊຶ່ງຈະເປັນລາຍ
ຮັບຈາກການຈັດເກັບພາສີ ແລະຄ່າທໍານຽມຕ່າງໆ ໃນມູນຄ່າລວມ 4,487 ຕື້ກີບ ຫຼືຄິດເປັນ
ສັດສ່ວນເກີນກວ່າ 34% ຂອງງົບປະມານລາຍຮັບທັງໝົດ ສ່ວນທີ່ເຫຼືອ ກໍຄາດໝາມວ່າ ຈະເປັນລາຍຮັບຈາກອາກອນຂາອອກ-ຂາເຂົ້າໃນມູນຄ່າ 3,050 ຕື້ກີບ, ລາຍຮັບຈາກລັດວິ
ສາຫະກິດ 1,109 ຕື້ກີບ, ລາຍຮັບຈາກທີ່ດິນ ແລະຊັບສິນຂອງລັດ 804 ຕື້ກີບ ແລະລາຍ
ຮັບຈາກໂຄງການເຂື່ອນນໍ້າເທິນ 2 ອີກ 80 ຕື້ກີບ.

ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລາວ ລົງນາມຮັບ ເອົາການຊ່ວຍເຫຼືອ 5 ພັນກວ່າລ້ານເຢນ ໃນຕົ້ນເດືອນສິງຫາ, 2011 ທີ່ນະຄອນໂຕກຽວ ກັບທ່ານ ທາເຄກິ ມັດສິໂມໂຕ, ລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ ຊຶ່ງເປັນປະເທດ ນຶ່ງທີ່ມີສາຍສໍາພັນ ທາງການທູດກັບລາວດີເປັນຢ່າງຍິ່ງ
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລາວ ລົງນາມຮັບ ເອົາການຊ່ວຍເຫຼືອ 5 ພັນກວ່າລ້ານເຢນ ໃນຕົ້ນເດືອນສິງຫາ, 2011 ທີ່ນະຄອນໂຕກຽວ ກັບທ່ານ ທາເຄກິ ມັດສິໂມໂຕ, ລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ ຊຶ່ງເປັນປະເທດ ນຶ່ງທີ່ມີສາຍສໍາພັນ ທາງການທູດກັບລາວດີເປັນຢ່າງຍິ່ງ

ແຕ່ເນື່ອງຈາກວ່າ ລັດຖະບານ
ລາວໄດ້ຕັ້ງງົບປະມານລາຍ
ຈ່າຍໃນຕະຫຼອດໄລຍະແຜນ
ການປະຈໍາປີ 2010-2011
ນີ້ໄວ້ ໃນມູນຄ່າລວມທັງໝົດ
ເຖິງ 15,160 ຕື້ກີບ ຫຼືປະມານ
1,800 ລ້ານໂດລ້າ ຈຶ່ງເຮັດໃຫ້
ຈໍາເປັນທີ່ຈະຕ້ອງຊອກຫາແຫ່ງ
ລາຍຮັບໃຫ້ໄດ້ຢ່າງພຽງພໍກັບ
ເປົ້າໝາຍ ທີ່ວາງເອົາໄວ້ດັ່ງ
ກ່າວ.

ທັງນີ້ ລັດຖະບານລາວກໍໄດ້
ວາງແຜນການ ທີ່ຈະຂໍກູ້ຢືມ
ຈາກຕ່າງປະເທດບໍ່ໜ້ອຍກວ່າ 1,878 ຕື້ກີບ ແລະ​ອອກ​ພັນທະ
ບັດ​ລັດຖະບານ​ເພື່ອ​ລະດົມ​ທຶນພາຍໃນ​ໃຫ້​ໄດ້​ໃນ​ມູນ​ຄ່າ 261 ຕື້ກີບ ຊຶ່ງກໍ່ໝາຍຄວາມ
ວ່າ ໃນຕະຫຼອດໄລຍະແຜນການປະຈໍາປີ 2010-2011 ນີ້ ລັດຖະບານລາວກໍຈະຕ້ອງເພິ່ງ
ພາການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງ ປະເທດຄິດເປັນມູນຄ່າລວມທັງໝົດ 5,369 ຕື້
ກີບ ຫຼືຫຼາຍກວ່າ 662 ລ້ານໂດລາ ນັ້ນເອງ.

ຖ້າຫາກວ່າສາມາດປະຕິບັດໄດ້ຈິງຕາມແຜນການທີ່ວາງເອົາໄວ້ດັ່ງກ່າວນີ້ກໍຈະເຮັດໃຫ້
ລັດຖະບານລາວຂາດດູນທາງດ້ານງົບປະມານໃນອັດຕາບໍ່ເກີນ 3.49% ຂອງມູນຄ່າ
ຜະລິດຕະພັນລວມພາຍໃນ ຫລື GDP ຊຶ່ງຄາດໝາຍວ່າ ຈະມີມູນຄ່າລວມທັງໝົດ
62,600 ຕື້ກີບ ຫຼືຫຼາຍກວ່າ 7,728 ລ້ານໂດລາ ແລະກໍ່ຈະສາມາດສະເລຍເປັນລາຍຮັບ
ຂອງປະຊາກອນລາວໄດ້ເກີນກວ່າ 1,200 ໂດລາຕໍ່ຄົນ ຕໍ່ປີ.

XS
SM
MD
LG