ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດລາວ ຈະເພີ້ມມາດຕະການ ຮັກສາຄວາມປອດໄພ ແກ່ນັກທຸລະກິດຈີນ


ບັນດານັກທຸລະກິດຈີນ ທີ່ລົງທຶນໃນລາວ ຖືກລອບຍິງລົດ ໃນລະຫວ່າງການເດີນທາງ ຢູ່ໃນລາວ.
ບັນດານັກທຸລະກິດຈີນ ທີ່ລົງທຶນໃນລາວ ຖືກລອບຍິງລົດ ໃນລະຫວ່າງການເດີນທາງ ຢູ່ໃນລາວ.

ປະທານປະເທດລາວ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ້ມມາດຕະການ ໃຫ້ຄວາມປອດໄພ ແກ່ບັນດານັກທຸລະກິດຈີນ ທີ່ລົງທຶນໃນລາວ ຫລັງຈາກທີ່ນັກທຸລະກິດຈີນ ຖືກລອບຍິງ ມາແລ້ວ 3 ຄັ້ງ ໃນ 3 ເດືອນຕົ້ນປີນີ້.

ທ່ານບຸນຍັງ ວໍລະຈິດ ປະທານປະເທດລາວ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເພີ້ມມາດຕະ ການ ເຂົ້າໃນການຮັກສາຄວາມປອດໄພ ໃຫ້ກັບບັນດານັກທຸລະກິດຈີນ ທີ່ລົງທຶນໃນລາວ ເປັນກໍລະນີພິເສດໃນໂອກາດທີ່ທ່ານ ເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ ຢ່າງເປັນທາງການ ຕາມການເຊີນຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃນຕົ້ນ ເດືອນພຶດສະພາ 2016 ນີ້.

ໂດຍການໃຫ້ຄຳໝັ້ນສັນຍາດັ່ງກ່າວນີ້ ກໍຍັງເປັນການຕອບສະໜອງ ຕາມການຮຽກຮ້ອງ ຂອງປະທານປະເທດຈີນອີກດ້ວຍ ເນື່ອງຈາກວ່າ ໃນລະຍະ 3 ເດືອນຕົ້ນປີນີ້ ໄດ້ເກີດເຫດ ການລອບຍິງລົດຍົນ ຂອງນັກທຸລະກິດຈີນ ແລະລົດໂດຍສານຈາກຈີນແລ້ວ 3 ຄັ້ງ ຊຶ່ງ ກໍເຮັດໃຫ້ມີຜູ້ເສຍຊີວິດໄປ 3 ຄົນ ແລະບາດເຈັບອີກ 10 ຄົນ ໂດຍທີ່ທາງການລາວ ຍັງບໍ່ ສາມາດຈັບກຸມກຸ່ມຄົນ ທີ່ກະທຳການດັ່ງກ່າວໄດ້ເລີຍ.

ມີເຫດການລອບຍິງ 3 ຄັ້ງຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປ 3 ຄົນ ແລະບາດເຈັບອີກ 10 ຄົນ ສ່ວນໃນຮູບພາບນີ້ ລົດເມນຳທ່ຽວຂອງຈີນ ຖືກລອບຍິງ ໃນລະຫວ່າງ ການເດີນທາງຢູ່ໃນລາວ.
ມີເຫດການລອບຍິງ 3 ຄັ້ງຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປ 3 ຄົນ ແລະບາດເຈັບອີກ 10 ຄົນ ສ່ວນໃນຮູບພາບນີ້ ລົດເມນຳທ່ຽວຂອງຈີນ ຖືກລອບຍິງ ໃນລະຫວ່າງ ການເດີນທາງຢູ່ໃນລາວ.

ທັງນີ້ ໂດຍບັນດາບໍລິສັດຈາກຈີນ ນັບເປັນກຸ່ມລົງທຶນໂດຍກົງໃນລາວ ເປັນອັນດັບ 1 ໃນປັດຈຸບັນ ທີ່ມີການລົງທຶນຈາກ 53 ປະເທດໃນລາວດ້ວຍມູນຄ່າ ການລົງທຶນລວມ ຫຼາຍກວ່າ 25,000 ລ້ານໂດລາ ໂດຍຄະນະກຳມາທິການຮ່ວມມື ດ້ານເສດຖະກິດ ການ ຄ້າ ແລະເທັກນິກ ລາວ-ຈີນ ໃຫ້ການອະທິບາຍວ່າ ສາເຫດທີ່ສຳຄັນ ທີ່ເຮັດໃຫ້ການລົງ ທຶນຂອງຈີນ ໃນລາວເພີ້ມຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າ ທັງສອງຝ່າຍໄດ້ຕົກລົງ ເສີມຂະ ຫຍາຍ ການຮ່ວມມືທາງເສດຖະກິດ ລະຫວ່າງກັນຢ່າງຮອບດ້ານ ແລະໄດ້ຮ່ວມກັນສ້າງ ແຜນແມ່ບົດ ການຮ່ວມມືທາງເສດຖະກິດ ແລະເທັກນິກ ເພື່ອຈັດຕັ້ງປະຕິບັດຮ່ວມກັນ ໃນຊ່ວງປີ 2016-2020.

ໂດຍການລົງທຶນຂອງບັນດາບໍລິສັດເອກະຊົນຈີນໃນລາວ ທັງໃນສ່ວນທີ່ເປັນການລົງທຶນ ຂອງຈີນທັງ 100 ເປີເຊັນ ແລະຮ່ວມທຶນກັບເອກະຊົນລາວນັ້ນ ກໍມີຢູ່ເຖິງ 761 ໂຄງການ ໂດຍມີມູນຄ່າການລົງທຶນຮ່ວມກັນ ເກີນກວ່າ 7,000 ລ້ານໂດລາ ໃນປັດຈຸບັນ ແລະການ ລົງທຶນຂອງບັນດາບໍລິສັດ ຈາກຈີນຢູ່ໃນລາວ ກໍໄດ້ເນັ້ນໜັກໃນພາກພະລັງງານ ແລະ ການຂຸດຄົ້ນແຮ່ທາດເປັນດ້ານຫຼັກ.

ແຕ່ຢ່າງໃດກໍຕາມ ການລົງທຶນຂອງຕ່າງຊາດໃນລາວ ຍັງຕ້ອງປະເຊີນບັນຫາ ທີ່ເປັນ ອຸປະສັກ ຕໍ່ການຂະຫຍາຍການລົງທຶນໃນຫຼາຍດ້ານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

“ສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນການລົງທຶນຢູ່ລາວນີ້ ຍັງຢູ່ໃນລະ ດັບຕ່ຳ ຖ້າທຽບໃສ່ບັນດາປະເທດໃຫຍ່ໂຕ ໃນບັນຫາທີ່ເປັນຕົ້ນຕໍ ທີ່ໄດ້ສະແດງຈາກ ນັກທຸລະກິດ ອັນທີ່ໜຶ່ງກະແມ່ນບັນຫາໃນການເລີ້ມຕົ້ນທຸລະກິດ ມີຄວາມຫຍຸ້ງຍາກ ໃນການຊອກຫາທຶນ ຫຼືຄວາມຫຍຸ້ງຍາກ ໃນການອະນຸຍາດ ກໍ່ສ້າງໂຮງງານ ການຈັດ ຫາແຮງງານທີ່ມີຝີມື ແລະການຕອບສະໜອງພະລັງງານໄຟຟ້າ ໃນເຂດອຸດສາຫະກຳ.”

ສ່ວນທາງດ້ານການຄ້ານັ້ນ ກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ ການຄ້າ ລະຫວ່າງຈີນ ກັບລາວ ໃນຕະຫຼອດປີ 2015 ຖືເປັນປີທຳອິດທີ່ມີມູນຄ່າລົດລົງໃນຮອບ 5 ປີ ທີ່ຜ່ານມາ ກໍຄືໃນປີ 2011 ການຄ້າລະຫວ່າງລາວກັບຈີນ ມີມູນຄ່າ 1,300 ລ້ານໂດລາ ແລະເພີ້ມຂຶ້ນເປັນ 1,700 ລ້ານໂດລາໃນປີ 2012 ສ່ວນໃນປີ 2013 ກໍມີມູນຄ່າການຄ້າ ເຖິງ 2,700 ລ້ານໂດລາ ແລະເພີ້ມຂຶ້ນເປັນເກີນກວ່າ 3,600 ລ້ານໂດລາ ໃນປີ 2014 ແລ້ວກໍລົດລົງມາເປັນ 2,780 ລ້ານໂດລາ ໃນປີ 2015 ຊຶ່ງລົດລົງເຖິງ 23 ເປີເຊັນ ທຽບ ໃສ່ປີ 2014 ໂດຍມີສາເຫດທີ່ສຳຄັນ ມາຈາກການຕົກຕ່ຳລົງຂອງລາຄາແຮ່ທາດ ແລະ ຢາງພາລາ.

ທັງນີ້ ລັດຖະບານລາວ ໄດ້ວາງຄາດໝາຍການຄ້າຕ່າງປະເທດໃນແຜນການປີ 2015- 2016 ໄວ້ທີ່ມູນຄ່າລວມ 9,000 ລ້ານໂດລາ ໂດຍເປັນການສົ່ງສິນຄ້າອອກ ໃນມູນຄ່າ 3,000 ກວ່າລ້ານ ແລະນຳເຂົ້າສິນຄ້າຈາກຕ່າງປະເທດເກີນກວ່າ 5,000 ລ້ານໂດລາ ຊຶ່ງຈະເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດ ຄິດເປັນມູນຄ່າ ລວມບໍ່ເກີນ 2,000 ລ້ານໂດລາ ໃນຕະຫຼອດແຜນການປີ 2015-2016 ດັ່ງກ່າວ.

XS
SM
MD
LG