ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ປະຊຸມ​ສຸດ​ຍອດ ​ເອ​ເຊຍ-ຢູ​ໂຣບ ຄັ້ງທີ 9 ໄຂຂຶ້ນ ທີ່ວຽງຈັນ


ທ່ານ ຈູມມະລີ ໄຊຍະສອນ ປະທານ​ປະ​ເທດ​ລາວ ກ່າວເປີດພິທີ ​ໄຂກອງ​ປະຊຸມ​ສຸດ​ຍອດ​ ເອເຊຍ-ຢູໂຣບ ຫລື ASEM ຄັ້ງທີ 9 ຢ່າງເປັນທາງການ ໃນວັນຈັນ ທີ 5 ພະຈິກ 2012. ທີ່ນະຄອນຫລວງວຽງຈັນ.
ທ່ານ ຈູມມະລີ ໄຊຍະສອນ ປະທານ​ປະ​ເທດ​ລາວ ກ່າວເປີດພິທີ ​ໄຂກອງ​ປະຊຸມ​ສຸດ​ຍອດ​ ເອເຊຍ-ຢູໂຣບ ຫລື ASEM ຄັ້ງທີ 9 ຢ່າງເປັນທາງການ ໃນວັນຈັນ ທີ 5 ພະຈິກ 2012. ທີ່ນະຄອນຫລວງວຽງຈັນ.
ປະທານ​ປະ​ເທດ​ລາວ ​ເຊື່ອ​ໝັ້ນ​ວ່າ ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ
-ຢູ​ໂຣບຄັ້ງທີ 9 ຈະ​ບັນລຸ​ຜົນ​ສໍາ​ເລັດ​ເປັນຢ່າງ​ດີ​ ໃນ​ທຸກໆ​ດ້ານ​
ກັບ​ທັງ​ຍັງ​ຈະ​ເປັນ​ການ​ຮ່ວມ​ມື​ກັນ​ໃນການພັດທະນາ​ຢ່າງ​ຍືນ​ຍົງ ອີກ​ດ້ວຍ.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທາ​ນປະ​ເທດ​ລາວ ​ໄດ້​ສະ​ແດງ
ຄວາມ​ເຊື່ອ​ໝັ້ນ​ໃນໂອກາດ​ເປັນ​ປະທານ​ໃນ​ພິທີ​ເປີດ​ກອງ​ປະຊຸມ​
ສຸດ​ຍອດ​ເອ​ເຊຍ-ຢູ​ໂຣບ ASEM ຄັ້ງທີ 9 ຊຶ່ງ​ລັດຖະບານລາວ
​ເປັນ​ເຈົ້າພາບ​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 5 ພະຈິກ​ນີ້ ​
ຢູ່​ນະຄອນ​ວຽງ​ຈັນວ່າ ​ກອງ​ປະຊຸມຄັ້ງ​ນີ້​ຈະ​ໄດ້​ຮັບ​ຜົນ​ສໍາເລັດ​
ເປັນ​ຢ່າງ​ດີ​ໃນ​ທຸກໆ​ດ້ານ ກັບ​ທັງ​ຍັງ​ຈະ​ເປັນ​ໝາກຜົນ​ທີ່​ນໍາໄປ
​ສູ່ການ​ຮ່ວມ​ມື​ກັນ​ເພື່ອ​ການ​ພັດທະນາ​ຢ່າງ​ຍືນ​ຍົງ​ລະຫວ່າງ
ເອ​ເຊຍກັບ​ຢູ​ໂຣບ ທັງ​ໃນ​ປັດຈຸບັນ ​ແລະ​ອະ​ນາ​ຄົດ​ອີກດ້ວຍ ດັ່ງ
​ທີ່​ທ່ານ​ໄດ້​ໃຫ້ການ​ຢືນ​ຢັນ​ວ່າ:

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ປຶກສາ​ຫາ​ລືລະດັບ​ສູງ​ໃນ​ກອງ​ປະຊຸມ ASEM 9 ຄັ້ງນີ້​ຈະ​ປະສົບ​ຜົນ​ສໍາເລັດ​ຢ່າງ​ຈົບງາມ ​ແລະ​ບັນລຸ​ເປົ້າໝາຍ​ໃນ​ການ​ສົ່ງ​ເສີມ​ສັນຕິພາບ​ ການ​ຮ່ວມ​ມື ການ​ພັດທະນາ ​ໂດຍ​ປິ່ນ​ອ້ອມ​ຄໍາ​ຂວັນ​ຂອງ​ກອງ​ປະຊຸມ​ສຸດຍອດ​ຄັ້ງ​ນີ້ວ່າ ​ເພື່ອນ​ມິດ ​ເພື່ອ​ສັນຕິພາບ ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ອຸດົມສົມບູນ​ພູນ​ສຸກ. ​ໃນ​ໂອກາດ​ອັນ​ເປັນ​ເລີກ​ງາມ​ຍາມ​ດີ​ນີ້ ຂ້າພະ​ເຈົ້າຂໍ​ປະກາດ​ເປີດ​ກອງ​ປະຊຸມ ASEM ຄັ້ງ​ທີ 9 ຢ່າງ​ເປັນ​ທາງ​ການ​ ນັບ​ແຕ່​ເວລານີ້​ເປັນ​ຕົ້ນ​ໄປ.”

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ASEM ຄັ້ງທີ 9 ທີ່ວຽງຈັນ
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ASEM ຄັ້ງທີ 9 ທີ່ວຽງຈັນ

​ເຂົ້າຮ່ວມ​ກອງ​ປະຊຸມ ASEM ຄັ້ງ​ນີ້​ກໍ​ປະກອບ​ດ້ວຍ​ຜູ້​ນໍາ​ທີ່​ເປັນປະມຸກ​ລັດ​ຈາກ 10 ປະ​ເທດ ຜູ້​ນໍາ​ລັດຖະບານ​ຈາກ 22 ປະ​ເທດ ຮອງ​ນາຍົກລັດຖະມົນຕີຈາກ 1 ປະ​ເທດ ລັດຖະມົນຕີ​ຈາກ 14 ປະ​ເທດ ​ເອກອັກຄະ​ລັດຖະທູດ​ຈາກ 2 ປະ​ເທດ ​ພ້ອມ​ດ້ວຍ​ເລຂາທິການ​ກຸ່ມ​ອາ​ຊ່ຽນ ປະທານຄະນະ​ມົນຕີ​ສະຫະພາບ​ຢູ​ໂຣບ​ ແລະ​ປະທານ​ຄະນະ​ກໍາມາ​ທິການ​ສະຫະພາບ​ຢູ​ໂຣບ ​ຊຶ່ງ​ກໍ​ໝາຍ​ຄວາ​ມວ່າ​ ມີ​ຄະນະ​ຜູ້​ແທນ 52 ຄະນະ​ຈາກ 49 ປະ​ເທດ ກັບ 3 ອົງການລະຫວ່າງ​ປະ​ເທດ​ຈາກ​ສອງ​ທະວີບ ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ພາຍ​ໃຕ້​ຫຼັກການໃຫຍ່​ທີ່​ວ່າ “​ເພື່ອນ​ມິດ​ເພື່ອ​ສັນຕິພາບ ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ສົມບູນ​ພູນ​ສຸກ” ນັ້ນ​ເອງ.

​ອິງ​ຕາມ​ເອກ​ກະສາ​ນ​ເຜີຍ​ແຜ່​ຂອງ​ທາງ​ການ​ລາວ ​ໃນ​ຖານະ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້ ກໍ​ໄດ້​ລະບຸ​ວ່າ​ສາລະ​ສໍາຄັນ ທີ່​ບັນດາ​ເຈົ້າໜ້າ​ທີ່​ອາວຸ​ໂສ​ເອ​ເຊຍ-ຢູ​ໂຣບ​ໄດ້ ​ໃຫ້​ຄວາມ​ສໍາ ຄັນເປັນ​ພິ​ເສດ​ ກໍ​ຄື​ປະ​ເດັນ​ການ​ເຈລະຈາ​ທີ່​ວ່າ​ດ້ວຍ​ບັນຫາ​ວິ​ກິດການເສດຖະກິດ​ແລະ​ການ​ເງິນ​ສາກົນ ບັນຫາ​ຄຸ​ກ​ຄາມ​ຕ່າງໆ ​ທີ່​ທ້າທາຍ​ຕໍ່​ຄວາມ​ໝັ້ນຄົງ​ທັງ​ໃນ​ລະດັບ​ພູມີພາກ​ແລະ​ລະດັບ​ໂລກ ​ແນວທາງ​ຂອງ​ການຮ່ວມ​ມື​ໃນ​ອະນາຄົດ​ລະຫວ່າງ​ເອ​ເຊຍ​ກັບ​ຢູ​ໂຣບ ການ​ຮ່ວມ​ມື​ທາງ​ດ້ານ​ສັງ​ຄົມ​ວັດ​ທະ​ນາ​ທໍາ ​ແລະ​ເອກ​ກະສາ​ນສໍາຄັນ​ອີກ 2 ສະບັບ ທີ່ບັນດາ​ຜູ້​ນໍາເອ​ເຊຍ-ຢູ​ໂຣບ ຈະ​ໄດ້ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ກໍ​ຄື​ຖະ​ແຫຼ​ງການ​ວຽງ​ຈັນ​ວ່າ​ດ້ວຍ​ການ​ຮັດ​ແໜ້ນ ການ​ເປັນ​ຄູ່​ຮ່ວມ​ມື​ເພື່ອ​ສັນຕິພາບ ​ແລະ​ການ​ພັດທະນາ ກັບ​ຄໍາ​ຖະ​ແຫຼ​ງຂອງ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​ເອ​ເຊຍ-ຢູ​ໂຣບ ຄັ້ງ​ທີ 9 ພ້ອມ​ກັນ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ມີ​ມະຕິ​ຢ່າງ​ເປັນ​ເອກ​ກະສັນ ​ໃນ​ການ​ຮັບຮອງ​ເອົາ​ສະມາຊິກ​ໃໝ່​ອີກ 3 ປະ​ເທດ ກໍ​ຄື​ບັງ​ກະລາ​ແດັສ ນໍ​ເວ ​ແລະ​ສະ​ວິດ​ເຊີແລນ​ດ໌ ຕາມ​ລໍາດັບ.

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກ່າວຄໍາປາໄສ ໃນພິທີເປີດກອງ​ປະຊຸມ ASEM ຄັ້ງ​ທີ 9
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກ່າວຄໍາປາໄສ ໃນພິທີເປີດກອງ​ປະຊຸມ ASEM ຄັ້ງ​ທີ 9

ກອງ​ປະຊຸມ ASEM ຄັ້ງ​ທີ 9 ທີ່​ລັດຖະບານ​ລາວ​ເປັນ​ເຈົ້າພາບ
​ດັ່ງ​ກ່າວນີ້ ຈະດໍາເນີນ​ໄປ​ຈົນ​ເຖິງ​ວັນ​ທີ່ 6 ພະຈິກ ​ໂດຍ​ພິທີ​ປິດ
​ກອງ​ປະຊຸມ​ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ໃນ​ຕອນ​ແລງ​ຂອງມື້​ດັ່ງກ່າວ.

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​
ພາຍ​ໃນ​ລາວ​ກໍ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ດໍາ​ເນີນ​ມາດ​ຕະການ
​ຕ່າງໆ ເພື່ອ​ຮອງ​ຮັບ​ກອງ​ປະຊຸມ ASEM ຄັ້ງ​ທີ 9 ​ໄດ້​ຕຽມ​ພ້ອມ​
ໃນ​ທຸກ​ດ້ານ​ແລ້ວ ​ແລະ​ກໍ​ເຊື່ອ​ໝັ້ນ​ວ່າ​ ຈະ​ສາມາດ​ຮັບປະກັນ
ຄວາມ​ປອດ​ໄພ ​ແລະ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ ໃຫ້​ແກ່
ກອງ​ປະຊຸມ ​ໄດ້​ 100 ​% ​ເຕັມ.

ທັງ​ນີ້​ ​ທາງ​ການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ລາວ ​ໄດ້​ດໍາ​ເນີນ​ມາດ​ຕະການ
​ກວດກາ ​ການ​ເດີນທາງ​ເຂົ້າ-ອອກປະ​ເທດ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ການເດີນທາງ​ເຂົ້າ​ໄປ​ໃນ​ເຂດ​ນະຄອນ​ວຽງ​ຈັນ​ຂອງ​ທັງ​ຄົນ​ລາວ ​ແລະ​ຊາວ​ຕ່າງ​ຊາດ​ຢ່າງເຂັ້ມ​ງວດ ​ແລະ​ພ້ອມ​ກັນ​ນັ້ນ​ ກໍ​ໄດ້​ຈັດ​ໃຫ້​ມີ​ການວາງ ​ເວນຍາມ​ທຸກ​ບ້ານ​ຕະຫຼອດ 24 ຊົ່ວ​ໂມງ​ ໃນ​ທົ່ວ​ເຂດ​ນະຄອນ​ວຽງ​ຈັນ​ອີກ​ດ້ວຍ ຊຶ່ງ​ກໍ​ຖື​ວ່າ ​ເປັນ​ມາດ​ຕະການ​ທີ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ລາວ​ ໄດ້​ປະຕິບັດ​ຢ່າງ​ມີ​ປະສິດທິພາບ​ມາ​ໃນ​ທຸກໆ​ຄັ້ງ​ ທີ່​ມີ​ການຈັດ​ງານ​ລະດັບ​ຊາດ ​ແລະ​ໃນ​ລະດັບ​ນານາ​ຊາດ​ຢູ່​ແລ້ວ.

ທັງ​ນີ້​ກໍ​ເປັນ​ໄປ​ຕາມ​ຄໍາ​ສັ່ງ​ຂອງທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ທີ່ໄດ້​ມີ​ຄໍາ​ສັ່ງ​ໃຫ້
ໜ່ວຍ​ງານ​ຕ່າງໆ​ ຂອງ​ລັດຖະບານ ​ແລະ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ໃນ​ທົ່ວ​ປະ​ເທດ​ ຕ້ອງ​
ຮ່ວມ​ມື​ກັນ​ເຂົ້າ​ໃນ​ການ​ກວດ​ລ້າງ​ປາກົດການ​ຫຍໍ້​ທໍ້ ​ແລະ​ບັນຫາ​ໄພ​ສັງຄົມ​ໃນ​ທຸກຮູບ​ແບບ ຢ່າງ​ເຂັ້ມ​ງວດ ນັບ​ແຕ່​ເດືອນ​ມີນາ​ເປັນ​ຕົ້ນ​ມາ​ແລ້ວ ທັງ​ນີ້​ກໍ​ເພື່ອຮັບປະກັນ​ໃຫ້​ໄດ້ວ່າ​ ຈະ​ບໍ່​ມີ​ປາກົດ
ການ​ຫຍໍ້​ທໍ້ ​ແລະບັນຫາ​ໄພ​ສັງຄົມ​ເກີດຂຶ້ນ ​ໃນ​ໂອກາດ​ທີ່​ລັດຖະບານ​ລາວ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ASEM ຄັ້ງ​ນີ້ຢ່າງ​ເດັດຂາດ.
XS
SM
MD
LG