ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຈູມມະລີ ຢືນຢັນວ່າ ລາວຈະມີສາຍພົວພັນ ມິດຕະພາບແບບພິເສດ ກັບຫວຽດນາມຕະຫຼອດ​ໄປ


ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ກ່າວຄໍາປາໃສເນື່ອງ
ໃນໂອກາດ​ສະ​ເຫຼີມສະຫຼອງສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​
ລະ
ຫວ່າງ​ລາວ​ກັບ​ຫວຽດນາມ​ຄົບຮອບ 35 ປີ
ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ກ່າວຄໍາປາໃສເນື່ອງ ໃນໂອກາດ​ສະ​ເຫຼີມສະຫຼອງສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ ລະ ຫວ່າງ​ລາວ​ກັບ​ຫວຽດນາມ​ຄົບຮອບ 35 ປີ

ປະທານ​ປະ​ເທດ​ຢືນຢັນ​ວ່າ​ ສາ​ຍພົວພັນ​ມິດຕະພາບ​ແບບ​ພິ​ເສດ​ ແລະ​ການຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ລາວ​ກັບ​ຫວຽດນາມ​ຈະ​ຍັງ​ຄົງ​ສືບ​ຕໍ່​ໄປ​ອີກ​ຢ່າງ​ຍາວ​ນານ​ຕະຫຼອດ​ໄປ.


ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ
ປະທານ​ປະ​ເທດ​ລາວ ​ໄດ້
​ຖະ​ແຫຼງຢືນຢັນ​ໃນ​ໂອກາດ
​ການສະ​ເຫຼີມສະຫຼອງສາຍ
​ພົວພັນ​ມິດຕະພາບ​ແບບ​ພິ​
ເສດ​ແລະ​ການ​ຮ່ວມ​ມື​ຮອບ
ດ້ານ​ລະຫວ່າງ​ລາວ​ກັບ​
ຫວຽດນາມ​ຄົບຮອບ 35 ປີ
ທີ່​ໄດ້ຈັດ​ຂຶ້ນຢ່າງ​ເປັນ​ທາງ
​ການ​ຢູ່​ຫໍ​ວັດທະນະ​ທໍາ​ແຫ່ງ
​ຊາດ​ໃນ​ນະຄອນ​ວຽງ​ຈັນ
​ເມື່ອ​ວັນ​ທີ່ 18 ​ເດືອນ​ກໍລະ
ກົດ​ນີ້ວ່າ​ສາຍພົວພັນ​ມິດ
ຕະພາບ​ແບບ​ພິ​ເສດ​ແລະ​ການ​ຮ່ວມ​ມື​ຮອ​ບດ້ານ​ລະຫວ່າ​ງລາວ​ກັບ​ຫວຽດນາມ ​ຈະ​ໄດ້​ຮັບ
​ການເສີມ​ສ້າງ​ໃຫ້​ແຂງ​ແຮງ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຍັ້ງ.

ຍິ່ງ​ໄປກວ່າ​ນັ້ນ ດ້ວຍການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ຮອບດ້ານ​ພາຍ​ໃຕ້​ການ​ນໍາພາ​ຂອງ
​ພັກ​ປະຊາຊົນ​ປະຕິວັດ​ລາວ​ແລະ​ພັກ​ຄອມ​ມີ​ວນີສຫວຽດນາມ ທີ່​ມີ​ເປົ້າໝາຍ​ຈະ​ນໍາພາ​ປະ
​ເທດ​ຊາດ​ໄປ​ສູ່​ສັງຄົມ​ນິຍົມ​ຢ່າງສົມ​ບູນ​ໃຫ້ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ນັບ​ເປັນ​ປັດ​ໄຈ​ສໍາຄັນ​ທີ່​
ຊ່ວຍ​ຊຸກຍູ້​ໃຫ້​ສາຍ​ພົວພັນ​ແບບພິ​ເສດ ແລະ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​
ຈະ​ຍັງ​ຄົງ​ສືບ​ຕໍ​ໄປ​ຢ່າງ​ຍືນ​ຍົງ​ຕະຫຼອດ​ໄປ ​ໂດຍ​ສະ​ເພາະ​ແມ່ນ​ສໍາລັບ​ທາງ​ການ​ລາວ​ແລ້ວ
ຖື​ວ່າ​ເປົ້າໝາຍ​ດັ່ງ​ກ່າວນີ້ ຄື​ພາລະກິດ​ສໍາຄັນ​ທີ່​ສຸດ ດັ່ງ​ທີ່​ທ່ານ​ຈູມ​ມະລີ ​ໄດ້​ຖະ​ແຫຼງຢືນຢັນ ​
ໃນ​ການສະ​ເຫຼີມສະຫຼອງຄັ້ງ​ນີ້​ວ່າ:

ພິທີສະ​ເຫຼີມສະຫຼອງສາຍ ​ພົວພັນ​ມິດຕະພາບ​ແບບ​ພິ​ ເສດ​ແລະ​ການ​ຮ່ວມ​ມື​ຮອບ ດ້ານ​ລະຫວ່າງ​ລາວ​ກັບ​ ຫວຽດນາມ​ຄົບຮອບ 35 ປີ
ພິທີສະ​ເຫຼີມສະຫຼອງສາຍ ​ພົວພັນ​ມິດຕະພາບ​ແບບ​ພິ​ ເສດ​ແລະ​ການ​ຮ່ວມ​ມື​ຮອບ ດ້ານ​ລະຫວ່າງ​ລາວ​ກັບ​ ຫວຽດນາມ​ຄົບຮອບ 35 ປີ

“ມິດຕະພາບ​ອັນ​ຍິງ​ໃຫຍ່
ຄວາມ​ສາມັກຄີ​ພິ​ເສດ ​
ແລະ​ການ​ຮ່ວມ​ມື​ຮອບ
ດ້ານອັນເປັນ​ມູນ​ເຊື້ອ​
ລະຫວ່າງ​ພັກປະຊາຊົນ​
ປະຕິວັດ​ລາວກັບ​ພັກ
ຄອມ​ມີ​ວນີສຫວຽດນາມ
ລະ​ຫວ່າງ ສປປ ລາວ
ກັບ ສສ ຫວຽດນາມ
ລະຫວ່າງ​ປະຊາຊົນ​ລາວ
ປະຊາຊົນ​ຫວຽດນາມ
​ອ້າຍ​ນ້ອງ​ໝັ້ນຍືນ”

ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ດັ່ງກ່າວ​ນີ້ ບໍ່ພຽງ​ແຕ່​ຈະ​ເຮັດ​ໃຫ້​ລາວ​ກັບຫວຽດນາມ​ມີ​ເປົ້າ
ໝາຍ​ທາງ​ການ​ເມືອງ​ຄື​ກັນ​ເທົ່າ​ນັ້ນ. ຫາກ​ແຕ່​ຍັງ​ຖື​ເປັນ​ເງື່ອນ​ໄຂ​ສໍາຄັນ​ທີ່​ເຮັດ​ໃຫ້​ຫວຽດ
ນາມ​ກາຍ​ເປັນ​ກຸ່ມ​ລົງທຶນ ລາຍ​ໃຫຍ່​ທີ່​ສຸດ​ໃນ​ລາວ​ອີກ​ດ້ວຍ ​ໂດຍ​ກະຊວງ​ແຜນການ​ແລະ
ການ​ລົງ​ທຶນຂອງລາວ​ໄດ້​ສະ​ເໜີ​ລາຍ​ງານ​ວ່າ​ນັບ​ແຕປີ 1993 ​ເປັນ​ຕົ້ນ​ມາ ຈົນ​ເຖິງ​ປັດຈຸ​
ບັນ​ນີ້ ມີ​ບໍລິສັດ​ຂອງ​ຫວຽດນາມ​ເຂົ້າມາ​ລົງທຶນ​ຢູ່​ໃນ​ລາວ 432 ​ໂຄງການ ຄິດ​ເປັນ​ມູນ​ຄ່າ​
ການ​ລົງທຶນ​ລວມຫຼາຍກວ່າ 5,100 ລ້ານ​ໂດ​ລາ.

ພິທີວາງສີລາເລີກການກໍ່ສ້າງສູນການຄ້າຫວຽດນາມແຫ່ງນຶ່ງ ໃນນະຄອນວຽງຈັນ
ພິທີວາງສີລາເລີກການກໍ່ສ້າງສູນການຄ້າຫວຽດນາມແຫ່ງນຶ່ງ ໃນນະຄອນວຽງຈັນ

​ການ​ລົງທຶນ​ຂອງ​ບັນດາ​ບໍລິ
ສັດ​ຈາກ​ຫວຽດນາມ​ໃນ​ລາວ​
ດັ່ງກ່າວນີ້ ​ໄດ້​ເນັ້ນ​ການ​ບໍລິ
ການ​ໜັກ​ທັງ​ໃນ​ດ້ານ​ການ
​ຂຸດ​ຄົ້ນ​ບໍ່​ແຮ່ ດ້ານ​ພະລັງງານ
​ໄຟຟ້າ ດ້ານ​ການ​ບໍລິການ​
ແລະ​ດ້ານ​ກະສິກໍາ-ປ່າ​ໄມ້
​ໂດຍ​ສະ​ເພາະ​ແມ່ນ​ໃນ​ດ້ານ
​ພະລັງງານ​ໄຟຟ້າ ກໍປາກົດ
​ວ່າ​ບໍລິສັດ​ຫວຽດນາມ 7
ລາຍ ທີ່​ໄດ້​ລົງທຶນ​ກໍ່ສ້າງ​
ເຂື່ອນ 15 ​ໂຄງການ ຢູ່​ໃນ​ລາວ​ດ້ວຍ​ເປົ້າໝາຍ​ທີ່​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ທີ່​ຜະລິດ​ໄດ້​ກັບ​
ໄປ​ຫວຽດນາມ​ບໍ່​ໜ້ອຍ​ກວ່າ 3,357 ​ເມ​ກາວັດ ນັບ​ຈາ​ກທ້າຍ​ປີ 2015 ​ເປັນ​ຕົ້ນ​ໄປ.

ການ​ລົງທຶນ​ຂອງ​ຫວຽດນາມ​ໃນ​ການ​ກໍ່ສ້າງ​ເຂື່ອນ​ໃນ​ລາວ​ດັ່ງ​ກາວ​ນີ້​ ຖື​ເປັນສ່ວນ​ນຶ່ງ​ຂອງ
​ການ​ລົງທຶນ​ທີ່​ເພີ່ມ​ຂຶ້ນນັບ​ມື້ ຊຶ່ງ​ກໍ​ປາກົດ​ວ່າ​ຫວຽດນາມ​ມີ​ມູນຄ່າ​ລົງທຶນ​ສະ​ສົມ​ໃນ​ລາວ​
ແຊງ​ໜ້າ​ຈີນ ​ແລະ​ໄທ​ຂື້ນ​ມາ​ເປັນອັນ​ດັບ 1 ​ແລ້ວ ​ໃນ​ປັດຈຸບັນ​ນີ້.

​ສໍາລັບ​ເຂດ​ທີ່​ພາກ​ທຸລະ​ກິດ​ຂອງ​ຫວຽດນາມ​ໄດ້​ລົງທຶນຫຼາຍທີ່​ສຸດ​ໃນ​ລາວ​ນັ້ນ ກໍ​ຄື
ເຂດນະຄອນ​ວຽງຈັນ ຊຶ່ງ​ຄິດ​ເປັນ 52% ຂອງ​ມູນ​ຄ່າ​ການ​ລົງທຶນ​ຂອງ​ຫວຽດນາມ​
ໃນ​ລາວ ສ່ວນ​ທີ່​ເຂດ​ແຂວງ​ຊາຍ​ແດນ ​ທີ່​ພາກ​ທຸລະກິດ​ຂອງ​ຫວຽດນາມ​ໄດ້​ເຂົ້າມາ
ລົງທຶນຫຼາຍທີ່​ສຸດ​ກໍ​ແມ່ນ​ແຂວງ​ເຊ​ກອງ ຕິດຕາມ​ດ້ວຍ​ແຂວງ​ຈໍາປາ​ສັກ ​ແລະ​ອັດ​ຕະ
ປື ຕາມ​ລໍາດັບ.

ນອກ​ຈາກ​ນີ້ ການ​ທີ່​ທັງ​ສອງ​ປະ​ເທດ​ໄດ້​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ລະ
ຫວ່າງ​ກັນ​ນັບ​ແຕ່​ປີ 1993 ​ແລະ​ໄດ້​ຕົກລົງ​ໃ​ນສັນຍາ​ວ່າດ້ວຍ​ກາ​ນສົ່ງ​ເສີມ​ ແລະ​ປົກ​
ປ້ອງ​ການ​ລົງທຶນ​ລະຫວ່າງ​ກັນ​ນັບ​ຕັ້ງ​ແຕ່​ປີ 1996 ​ເປັນ​ຕົ້ນ​ມາ.

ໃນ​ປັດຈຸບັນ ທາງ​ການ​ທັງ​ສອງ​ຝ່າຍ​ກໍ​ກໍາລັງ​ຮ່ວມ​ກັນ​ປັບປຸງ​ສັນ​ຍາວ່າ​ດ້ວຍ​ການ​ສົ່ງ​
ເສີມ ​ແລະ​ການ​ປົກ​ປ້ອງ​ການ​ລົງທຶນ​ດັ່ງກ່າວ​ໃຫ້​ທັນ​ສະ​ໄໝອີກດ້ວຍ​ແລ້ວ ກໍ​ຍິ່ງ​ເຮັດ
​ໃຫ້​ຫວຽດນາມ​ເຂົ້າມາ​ລົງທຶນ​ໃນ​ລາວ​ເພີ່ມ​ຂຶ້ນຢ່າງ​ຕັ້ງໜ້າ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກໍລະນີ​ທີ່​ຖື​ວ່າ​ເປັນ​ຜົນ​ປະ​ໂຍດ​ທີ່​ຂັດ​ແຍ້​ງກັນລະຫວ່າງ​ລາວ​ກັບ
​ຫວຽດນາມ​ທີ່​ເກີດ​ຂຶ້ນ​ໃນ​ເວລາ​ນີ້ ກໍ​ຄື​ການ​ທີ່ທາງ​ການ​ຫວຽດນາມ​ໄດ້​ສະ​ແດງ​ການ
​ຄັດຄ້ານ​ຕໍ່​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ຂອງລາວ ​ເນື່ອງຈາກຢ້ານ​ວ່າ​ຈະ​ສົ່ງ​ຜົນ​ກະທົບ
​ຕໍ່​ການ​ກະ​ເສດ​ໃນ​ເຂດ​ສາມຫຼ່ຽມປາກ​ແມ່​ນໍ້າຂອງ​ໃນພາກ​ໃຕ້​ຂອງ​ຫວຽດນາມ. ​ໃນ​
ຂະນະ​ທີ່​ທາງ​ການ​ລາວກໍ​ຖື​ວ່າ​ ໂຄງການເຂື່ອນ​ໄຊ​ຍະ​ບູລີ ​ເປັນ​ສ່ວນ​ນຶ່ງ​ໃນ​ແຜນ
ການ​ພັດທະນາລາວ​ໃຫ້​ເປັນ​ໝໍ້​ໄຟ​ຂອງ​ເອ​ເຊ​ຍນັ້ນ​ເອງ.

XS
SM
MD
LG