ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເປີດເຂື່ອນໄຟຟ້ານໍ້າລີກ


ລາວເປີດເຂື່ອນໄຟຟ້ານໍ້າລີກ
ລາວເປີດເຂື່ອນໄຟຟ້ານໍ້າລີກ

ເຂື່ອນໄຟຟ້າ ພະລັງນໍ້າແຫ່ງໃໝ່ ມູນຄ່າຫຼາຍສິບລ້ານ ໂດລາ ຢູ່ລາວ ໄດ້ເລີ້ມແລ່ນ ຢ່າງເປັນທາງການແລ້ວ.

ເຂື່ອນນໍ້າລີກ 1-2 ຊຶ່ງມີມູນຄ່າ 150 ລ້ານໂດລານັ້ນ ໄດ້ສ້າງໂດຍ ບໍລິສັດໄຟຟ້າພະລັງນໍ້າ ລະຫວ່າງ​ປະ​ເທດຂອງຈີນ ແລະບໍລິສັດລັດວິສາຫະກິດ ໄຟຟ້າລາວ ແລະຕັ້ງຫ່າງຈາກ ນະຄອນຫຼວງວຽງຈັນ ປະມານ 150 ຫຼັກກິໂລແມັດ.

ເຂື່ອນນໍ້າລີກ ທີ່ສາມາດ ຜະລິດກະແສໄຟຟ້າໄດ້ 100 ເມກາວັດນັ້ນ ຈະຂາຍໄຟຟ້າທັງໝົດ ທີ່ຕົນຜະລິດໄດ້ ໃຫ້ແກ່ບໍລິສັດ ໄຟຟ້າລາວ ຊຶ່ງມີຮຸ້ນ ສ່ວນຢູ່ໃນບໍລິສັດ 10%. ພາຍໃຕ້ຂໍ້ຕົກລົງ ທີ່ໄດ້ບັນ ລຸກັນລະຫວ່າງ 2 ຝ່າຍ ກຳມະສິດ ຂອງເຂື່ອນໄຟຟ້າແຫ່ງນີ້ ຈະຖືກໂອນ ໃຫ້ແກ່ ລັດຖະບານລາວ ຫຼັງຈາກ 25 ປີ.

ສປປ ລາວ ໄດ້ຕັ້ງເປົ້າໝາຍ ທີ່ຈະສະໜອງໄຟຟ້າ ໃຫ້ປະຊາຊົນ​ ໃນ​ສັດສ່ວນ​ເຖິງ 90% ​ໄດ້​ຊົມ​ໃຊ້ ພາຍໃນປີ 2020.

XS
SM
MD
LG