ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປະຊາຊົນລາວ ກວ່າ 20% ໃນທົ່ວປະເທດ ຍັງບໍ່ມີນໍ້າສະອາດໃຊ້


ລະບົບນໍ້າປະປາລາວທີ່ນະຄອນວຽງຈັນ ທີ່ສູບເອົານໍ້າຈາກນໍ້າຂອງຂຶ້ນມາບໍາບັດ ເພື່ອໃຫ້ປະຊາຊົນໄດ້ນໍາໃຊ້
ລະບົບນໍ້າປະປາລາວທີ່ນະຄອນວຽງຈັນ ທີ່ສູບເອົານໍ້າຈາກນໍ້າຂອງຂຶ້ນມາບໍາບັດ ເພື່ອໃຫ້ປະຊາຊົນໄດ້ນໍາໃຊ້

ປະຊາຊົນລາວເກີນກວ່າ 20% ໃນທົ່ວປະເທດຍັງບໍ່ມີນໍ້າສະອາດຊົມໃຊ້ ໃນຊີວິດປະຈໍາວັນ ຈຶ່ງເຮັດໃຫ້ມີຄວາມສ່ຽງສູງ ທີ່ຈະໄດ້ຮັບເຊື້ອໂຣກ ຫລືເປັນພະຍາດຕ່າງໆ ທີ່ມາກັບນໍ້າທີ່ ບໍ່ສະອາດນັ້ນ.

ດຣ. ສະນິວະລັດ ສາລະມະນີ ປະທານອົງການສະພາກາແດງແຫ່ງຊາດລາວ ຖະແຫລງ
ຢືນຢັນວ່າ ສາເຫດສໍາຄັນປະການນຶ່ງ ທີ່ເຮັດໃຫ້ອັດຕາສະເລ່ຍຂອງປະຊາຊົນລາວຍັງສູງ ໃນຂະນະທີ່ອັດຕາການມີອາຍຸຍືນ ກັບຍັງຕໍ່າ ເມື່ອທຽບໃສ່ກັບປະເທດສະມາຊິກເກົ່າໃນ
ກຸ່ມອາຊ່ຽນດ້ວຍກັນ ກໍຄື ການທີ່ຍັງປາກົດວ່າມີປະຊາຊົນລາວເຖິງ 23% ທີ່ຍັງບໍ່ມີນໍ້າ
ສະອາດຊົມໃຊ້ ໃນຊີວິດປະຈໍາວັນ ຈຶ່ງເຮັດໃຫ້ມີຄວາມສ່ຽງ ທີ່ຈະໄດ້ຮັບເຊື້ອໂຣກ ຫລືເປັນ
ພະຍາດຕ່າງໆ ທີ່ມາກັບນໍ້າ ທີ່ບໍ່ສະອາດດັ່ງກ່າວໄດ້ຕະຫລອດເວລາ.

ຈາກການລາຍງານຫລ້າສຸດຂອງກະຊວງສາທາລະນະສຸກ ກໍໄດ້ລະບຸວ່າ ໃນປັດຈຸບັນນີ້ ມີ
ປະຊາຊົນລາວ ເຖິງ 77% ທີ່ໄດ້ຊົມໃຊ້ນໍ້າສະອາດຫາກແຕ່ວ່າ ເນື່ອງຈາກປະຊາຊົນລາວ
ອີກ 23% ທີ່ເຫລືອນັ້ນ ຕ່າງກໍຍັງພາກັນອາໃສຢູ່ຢ່າງກະແຈກກະຈາຍກັນ ໂດຍສະເພາະ
ແມ່ນບັນດາຊົນເຜົ່າຕ່າງໆ ທີ່ອາໃສຢູ່ໃນເຂດພູດອຍ ແລະຊົນນະບົດຫ່່າງໄກນັ້ນ ກໍເຮັດໃຫ້
ຍາກຢ່າງຍິ່ງ ທີ່ລັດຖະບານລາວ ຈະສາມາດດໍາເນີນການພັດທະນາ ເພື່ອຈັດຫາແຫລ່ງນໍ້າ ສະອາດໄດ້ຢ່າງທົ່ວເຖິງໃນໄລຍະໝໍ່ໆນີ້.

ການໃຊ້ນໍ້າທີ່ຂາດເຂີນຂອງຊາວບ້ານຢູ່ຊົນນະບົດຂອງລາວແຫ່ງນຶ່ງ ຊຶ່ງມີນໍ້າປະປາພຽງແຫ່ງດຽວ
ການໃຊ້ນໍ້າທີ່ຂາດເຂີນຂອງຊາວບ້ານຢູ່ຊົນນະບົດຂອງລາວແຫ່ງນຶ່ງ ຊຶ່ງມີນໍ້າປະປາພຽງແຫ່ງດຽວ

ແຕ່ຢ່າງໃດກໍຕາມ ອົງການສະ
ພາກາແດງແຫ່ງຊາດລາວ ກໍ
ຈະເສີມຂະຫຍາຍການຮ່ວມມື
ກັບທຸກພາກສ່ວນທັງທີ່ຢູ່ໃນ
ລາວ ແລະຈາກຕ່າງປະເທດຕໍ່
ໄປ ຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້
ປະຊາຊົນລາວທັງປະເທດໄດ້
ຊົມໃຊ້ນໍ້າສະອາດຢ່າງຄົບຖ້ວນ
ໂດຍຈະດໍາເນີນການຄວບຄູ່ກັນ
ໄປກັບການພັດທະນາ ສຸຂະອະ
ນາໄມ ໃນດ້ານຕ່າງໆອີກດ້ວຍ
ດັ່ງທີ່ ດຣ. ສະນິວັດ ໄດ້ໃຫ້
ການຊີ້ແຈງວ່າ:

ຖ້າເຮົາບໍ່ແກ້ໄຂສຸຂະພາບ
ຊຸມຊົນ ໃຫ້ມີນໍ້າສະອາດ
ມີວິດຖ່າຍ ແລ້ວຮູ້ຈັກຮັກສາ
ອານາໄມຂອງຄອບຄົວຕົນ
ເອງ ມີການສຶກສາທີ່ດີຂຶ້ນ
ເຮັດແນວໃດເຂົາເຈົ້າສິພັດທະນາຕົນເອງໄດ້ ດັ່ງນັ້ນເມື່ອພວກເຮົາເອົາໂຄງ
ການນີ້ເຂົ້າໄປພວກເຮົາກໍໄດ້ສ້າງອາສາສະມັກປະຈໍາບ້ານ ແລ້ວກະໄດ້ຍົກ
ລະດັບໃຫ້ພະນັກງານຢູ່ຂັ້ນເມືອງ ກ່ຽວກັບການຕິດຕາມກວດກາ ແລະຊຸກຍູ້

ກ່ອນໜ້ານີ້ ​ອົງການ Save the Children ໄດ້​ສະ​ເໜີລາຍ​ງານ​ປະ​ຈໍາປີ 2011 ​ວ່າ
ລາວ​ເປັນ​ປະ​ເທດ ທີ່​ມີ​ການຍົກ​ລະດັບ​ຄຸນ​ນະພາ​ບຊີວິດການ​ເປັນ​ຢູ່​ຂອງ​ແມ່ ​ແລະ​ເດັກ​
ໄດ້​ດີ​ຂຶ້ນ​ຢ່າງໜ້າພໍ​ໃຈ ​ໂດຍ​ສະ​ເພາະ​ແມ່ນ​ການຍົກ​ລະດັບ​ຄຸນ​ນະພາ​ບຊີວິດການ​ເປັນ​ຢູ່
​ຂອງ​ແມ່ຍິງທີ່ຕັ້ງ​ຄັນ ຫຼືຖືພາ​ນັ້ນ​ ນັບ​ວ່າໄດ້ຮັບ​ຜົນ​ສໍາ​ເລັດເປັນ​ຢ່າງ​ດີ, ​ເຊິ່ງກໍ​ໄດ້​ເຮັດ​ໃຫ້
ລາວ​ໄດ້​ຮັບ​ການເລື່ອນ​ລະດັບ​ດີ​ຂຶ້ນ​ຈາກ​ອັນ​ດັບທີ 17 ມາ​ເປັນອັນ​ດັບ​ທີ 8 ​ໃນ​ກຸ່ມ 42
ປະ​ເທດ​ດ້ອຍພັດທະນາ​ດ້ວຍກັນ ຈາກ​ທົ່ວ​ໂລກ.

ການສັກຢາແລະຢອດຢາກັນພະ ຍາດທີ່ລາວ ເພື່ອປັບປຸງສຸຂະພາບ ຂອງເດັກນ້ອຍ
ການສັກຢາແລະຢອດຢາກັນພະ ຍາດທີ່ລາວ ເພື່ອປັບປຸງສຸຂະພາບ ຂອງເດັກນ້ອຍ

ທັງ​ນີ້​ ​ປະ​ເທດ​ໃນເ​ອເຊຍ​ດ້ວຍ​ກັນ​ທີ່​ໄດ້​ຖືກ​ຈັດ​ໃຫ້​ຢູ່​ໃນ​ກຸ່ມ​
ປະ​ເທດ​ທີ່​ມີ​ລະດັບ​ການ​ພັດທະນາ ເພື່ອ​ຍົກ​ລະດັບຄຸ​ນ
ນະພາ​ບຊີວິດຄວາມ​ເປັນ​ຢູ່​ຂອງ​ແມ່​ຍິງ​ໄດ້​ຕໍ່າ​ກວ່າ​ລາວ ​
ແລະຕໍ່າ​ທີ່​ສຸດໃນເ​ອເຊຍນັ້ນ​ກໍ​ຄື: ​ເຢ​ເມນ, ຕີ​ມໍ​ຕະ​ເວັນ
​ອອກ ​ແລະບັງ​ກະລາ​ເທດ. ສ່ວນ​ປະ​ເທດ​ທີ່​ມີ​ແມ່ຍິງມີ​
ຄຸນ​ພາ​ບຊີວິດ​ຄວາມ​ເປັນ​ຢູ່ດີ​ທີ່​ສຸດ​ໃນ​ອາຊີ​ນັ້ນ​ກໍ​ຄື: ຢີ່
ປຸ່ນ, ອິສຣະ​ແອລ ​ແລະເກົາຫຼີ​ໃຕ້ຕາມ​ລໍາດັບ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໃນ​ດ້ານ​ຄຸນ​ນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ເດັກນ້ອຍ​ລາວ​ອາຍຸ​ຕໍ່າ​ ກວ່າ 5 ປີ​ນັ້ນ​ພັດ​ໄດ້​ຖືກ​ປັບ​ລົດ​ອັນ​ດັບໃຫ້​ຕໍ່າລົງ​ເລັກໜ້ອຍກໍ​ຄື​ຈາກ​ອັນ​ ດັບ​ທີ 19 ​ໃນ​ປີ 2010 ມາ​ເປັນອັນ​ດັບ​ທີ 22 ຈາກ 44 ປະ​ເທດ​ດ້ອຍ​ພັດທະນາ​ດ້ວຍ​ກັນ ​ແລະໃນ​ອາຊີ​ດ້ວຍ​ກັນກໍ​ປະກົດ​ວ່າ​ ມີ​ພຽງກໍາປູ​ເຈຍ, ຕີ​ມໍ​ຕາ​ເວັນ​ອອກ ​ແລະ ​ເຢ​ເມນ​ເທົ່າ​ນັ້ນ​ທີ່​ມີ​ອັນ​ດັບ​ຕໍ່າ​ກວ່າ​ລາວ.

ທັງ​ນີ້ ​ໂດຍ​ອີງ​ຕາມ​ສະຖິຕິ​ຂອງກະຊວງ​ສາທາ​ລະນະ​ສຸກ​ຂອງ​ລາວ​ນັ້ນ ກໍ​ໄດ້​ລະບຸ​ວ່າ ​ອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ​ທີ່​ອາຍຸ​ຕໍ່າ​ກວ່າ 5 ປີ​ ກໍ​ຍັງສູງ​ເຖິງ 98 ຄົນ​ຕໍ່ 1,000 ຄົນ, ​ແລະອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ໃນ​ຂະນະ​ຖືພາ​ນັ້ນ​ກໍ​ຍັງ​ສູງ​ ເຖິງ 300 ຄົນ​ຕໍ່ 1 ​ແສນ​ຄົນ.

XS
SM
MD
LG