ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີກຸ່ມຄົນບໍ່ດີ ໃນຕ່າງປະເທດ ເຄື່ອນໄຫວ ກໍ່ກວນ ການຈັດກອງປະຊຸມສຸດຍອດ ອາຊຽນ


ປກສ ໄດ້ຖ່າຍທອດການຖະແຫລງຂ່າວ ການຮັບສາລະພາບຜິດ ຂອງ ທ້າວສົມພອນ ພິມມະສອນ ອາຍຸ 29 ປີ ນາງຫລອດຄຳ ທຳມະວົງ ອາຍຸ 30 ປີ ແລະ ທ້າວສຸການ ໃນທັດ ອາຍຸ 32 ປີ ທີ່ໄດ້ຮ່ວມກັນ ກະທຳຄວາມຜິດ ດ້ວຍການໃຊ້ສື່ສັງຄົມ Online (Facebook).
ປກສ ໄດ້ຖ່າຍທອດການຖະແຫລງຂ່າວ ການຮັບສາລະພາບຜິດ ຂອງ ທ້າວສົມພອນ ພິມມະສອນ ອາຍຸ 29 ປີ ນາງຫລອດຄຳ ທຳມະວົງ ອາຍຸ 30 ປີ ແລະ ທ້າວສຸການ ໃນທັດ ອາຍຸ 32 ປີ ທີ່ໄດ້ຮ່ວມກັນ ກະທຳຄວາມຜິດ ດ້ວຍການໃຊ້ສື່ສັງຄົມ Online (Facebook).

ຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ຍອມຮັບວ່າ ມີກຸ່ມຄົນບໍ່ດີ ໃນຕ່າງປະເທດ ທີ່ກຳລັງພະຍາຍາມເຄື່ອນໄຫວ ເພື່ອກໍ່ກວນ ການຈັດ ກອງປະຊຸມສຸດຍອດ ອາຊຽນ ຢູ່ລາວ ໃນປີ 2016 ນີ້.

ສືບເນື່ອງຈາກການທີ່ສະຖານີໂທລະພາບ ຂອງກະຊວງປ້ອງກັນຄວາມສະຫງົບ ພາຍໃນ (ປກສ) ໄດ້ຖ່າຍທອດການຖະແຫລງຂ່າວ ການຮັບສາລະພາບຜິດ ຂອງ ທ້າວ ສົມພອນ ພິມມະສອນ ອາຍຸ 29 ປີ ນາງຫລອດຄຳ ທຳມະວົງ ອາຍຸ 30 ປີ ແລະ ທ້າວສຸການ ໃຈທັດ ອາຍຸ 32 ປີ ທີ່ໄດ້ຮ່ວມກັນກະທຳ ຄວາມຜິດ ດ້ວຍການໃຊ້ສື່ສັງຄົມ Online (Facebook) ໄປໃນທາງ ທີ່ເປັນການບິດເບືອນ ຂໍ້ມູນຂ່າວສານ ເພື່ອບ່ອນທຳລາຍ ອຳນາດການນຳ ຂອງ ພັກປະຊາຊົນ ປະຕິວັດລາວ ໃນວັນທີ 25 ພຶດສະພາ ທີ່ຜ່ານມານັ້ນ ພັນເອກ ຄຳແກ້ວ ມະໂນລາ ຫົວໜ້າກົມຕຳຫຼວດ ສືບສວນ ສອບສວນ ກໍໄດ້ຖະແຫລງ ຍອມຮັບວ່າ ການກະທຳຜິດດັ່ງກ່າວ ເກີດຈາກການຍຸຍົງ ໂດຍກຸ່ມຄົນບໍ່ດີ ໃນຕ່າງປະເທດ ທີ່ຕ້ອງການສ້າງ ສະຖານະການ ເພື່ອກໍ່ກວນກອງປະຊຸມ ສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ທີ່ລັດຖະບານ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມ ໃນເດືອນກັນຍາ 2016 ນີ້ ຢູ່ນະຄອນຫຼວງວຽງຈັນ ດັ່ງທີ່ທ່ານໄດ້ຢືນຢັນວ່າ:

“ຜ່ານການສືບສວນ-ສອບສວນ ທັງ 3 ໄດ້ຮັບສາລະພາບວ່າ ກຸ່ມດັ່ງກ່າວໄດ້ໃຫ້ ການຊີ້ນຳ ໃຫ້ພວກຕົນເຕົ້າໂຮມແຮງງານລາວ ທີ່ອອກແຮງງານຢູ່ຕ່າງປະເທດ ນຳກັນຫັ້ນ ສ້າງເປັນກຸ່ມ Facebook ໃສ່ຊື່ວ່າ ຄົນລາວລຸ້ນໃໝ່ ຕ້ອງການ ປະຊາທິປະໄຕ ພາຍຫລັງ ໄດ້ສ້າງຕັ້ງເປັນກຸ່ມ Facebook ແລ້ວ ພວກຕົນ ກໍໄດ້ຮັບ ການຊີ້ນຳ ຈາກຜູ້ຄົນບໍ່ຫວັງດີ ຢູ່ປະເທດທີສາມນັ້ນ ໃຫ້ສ້າງທຸກ ເງື່ອນໄຂ ສ້າງທຸກ ສະຖານະການ ເພື່ອປັ່ນ ປ່ວນເຮັດໃຫ້ປະເທດລາວ ບໍ່ມີຄວາມສະຫງົບ ເພາະວ່າ ໃນທ້າຍປີ 2016 ນີ້ ສປປ ລາວ ເຮົາຈະເປັນເຈົ້າພາບໃນການຈັດກອງປະຊຸມ ສຸດຍອດຜູ້ນຳອາຊຽນ.”

ບັນດາຜູ້ນຳປະເທດ ສະມາຊິກອາຊຽນ ທີ່ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ຢູ່ທີ່ນະຄອນຫຼວງ ກົວລາລຳເປີຣ ຂອງມາເລເຊຍ ລະຫວ່າງ ວັນທີ 18-22 ພະຈິກ 2015.
ບັນດາຜູ້ນຳປະເທດ ສະມາຊິກອາຊຽນ ທີ່ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ຢູ່ທີ່ນະຄອນຫຼວງ ກົວລາລຳເປີຣ ຂອງມາເລເຊຍ ລະຫວ່າງ ວັນທີ 18-22 ພະຈິກ 2015.

ແຕ່ຢ່າງໃດກໍຕາມ ທາງການລາວ ກໍຢືນຢັນວ່າ ພາຍໃຕ້ການນຳພາ ຂອງພັກ ປະຊາຊົນປະຕິວັດລາວ ໃນລະຍະກວ່າ 40 ປີ ມານີ້ ໄດ້ເຮັດໃຫ້ລາວ ມີສະຖຽນ ລະພາບທາງການເມືອງ ແລະ ປະເທດຊາດກໍມີຄວາມໝັ້ນ ຄົງຫຼາຍທີ່ສຸດ ໃນ ປະຫວັດສາດລາວ ອີກດ້ວຍ.

ທັງນີ້ໂດຍໃນໂອກາດ ກອງປະຊຸມໃຫຍ່ຄັ້ງທີ 4 ຄະນະພັກ ກະຊວງປ້ອງກັນ ປະເທດໄດ້ມີມະຕິໃຫ້ເພີ້ມທະວີການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ ນາຍແລະພົນທະຫານ ເພື່ອເຮັດໃຫ້ເຂົາເຈົ້າ ກຳແນັ້ນແນວທາງນະໂຍບາຍ ຂອງພັກແລະກົດໝາຍຂອງລັດ ມີສະຕິລະວັງຕົວ ແລະ ກຽມພ້ອມທຸກໆດ້ານ ເຂົ້າໃນການ ຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງແຫ່ງຊາດ ໃຫ້ໄດ້ ຢ່າງແຂງແຮງດ້ວຍ ການສ້າງກຳລັງທະຫານ ໃຫ້ມີ ຄວາມຮູ້ ຄວາມຊຳນານ ດ້ານວິຊາການສະເພາະ ແລະປັບປຸງກໍ່ສ້າງພັກໃຫ້ມີ ຄວາມ ປອດໄສ ໜັກແໜ້ນ ເຂັ້ມແຂງ ມີແບບແຜນ ວິທີການນຳ ທີ່ເປັນວິທະຍາສາດ ແລະ ແທດເໝາະ ກັບສະພາບຕົວຈິງ ຊຶ່ງຮວມ ເຖິງການປາບປາມ ກຸ່ມຄົນບໍ່ດີດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງພາຍໃນ ພັກປະຊາຊົນປະຕິວັດລາວ ໃຫ້ການຢືນຢັນ ວ່າສູນກາງພັກ ມີຄຳສັ່ງໃຫ້ທຸກພາກສ່ວນ ເພີ້ມມາດຕະການເຂັ້ມງວດ ເຂົ້າໃນ ການຮັກສາຄວາມສະງົບຮຽບຮ້ອຍ ພາຍໃນປະເທດ ແລະ ໃຫ້ຕິດຕາມທຸກໆ ການເຄື່ອນໄຫວ ໃນສັງຄົມຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ໄດ້ ທັງ 100 ເປີເຊັນ ວ່າຈະບໍ່ມີໄພຄຸກຄາມ ຕໍ່ຄວາມໝັ້ນຄົງ ແລະສະຖຽນລະພາບ ທາງການເມືອງ ເກີດຂຶ້ນໃນລາວ ນັ້ນເອງ.

ນອກຈາກນີ້ ກໍມີລາຍງານວ່າ ກະຊວງປ້ອງກັນຄວາມສະຫງົບພາຍໃນ ໄດ້ມີ ຄຳສັ່ງໄປເຖິງພາກສ່ວນທີ່ຮັບຜິດຊອບ ການປ້ອງກັນຄວາມສະຫງົບຮຽບຮ້ອຍ ລະດັບທ້ອງຖິ່ນທັງ ຂັ້ນແຂວງ ຂັ້ນເມືອງ ແລະ ຂັ້ນບ້ານ ໃນທົ່ວປະເທດ ເພື່ອ ໃຫ້ເພີ້ມມາດຕະການເຂັ້ມງວດ ເຂົ້າໃນການກວດກາທຸກການເຄື່ອນໄຫວ ໃນ ສັງຄົມໃຫ້ຫຼາຍຂຶ້ນເປັນພິເສດ ໃນລະຍະນີ້ ແລະ ໃຫ້ດຳເນີນມາດຕະການ ດັ່ງກ່າວນີ້ຕໍ່ເນື່ອງໄປຈົນເຖິງທ້າຍປີ 2016 ທີ່ລັດຖະບານ ລາວ ຈະຕ້ອງເປັນ ເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນດັ່ງກ່າວ.

ເພາະສະນັ້ນ ເພື່ອຮັບປະກັນວ່າ ຈະສາມາດຮັກສາຄວາມສະຫງົບໃຫ້ໄດ້ທັງ 100 ເປີເຊັນ ໃນໂອກາດດັ່ງກ່າວ ສູນກາງພັກ ກໍຍັງໄດ້ສັ່ງການໃຫ້ບັນດາກອງຫຼອນ ໃນ ທຸກໆບ້ານ ຈະ ຕ້ອງເພີ້ມມາດຕະການກວດກາໃນທົ່ວສັງຄົມ ຕະຫຼອດ 24 ຊົ່ວໂມງ ໃນທົ່ວປະເທດ ອີກດ້ວຍ.

XS
SM
MD
LG