ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ເຈົ້າໜ້າ​ທີ່​ຕໍາຫຼວດລາວ ​ຍອມຮັບວ່າ​ ຄະດີ​ອາ​ຊະ​ຍາ​ກໍາ​ເພີ່ມຫຼາຍຂຶ້ນ ​ໃນ​ເຂດ​ນະຄອນຫລວງ ວຽງ​ຈັນ


ພິທີຈູດເຜົາ ຢາເສບຕິດທີ່ຈັບໄດ້ ທີ່ຈັດຂຶ້ນໃນເດືອນມິຖຸນາ 2012 ຢູ່ນະຄອນຫລວງວຽງຈັນ.
ພິທີຈູດເຜົາ ຢາເສບຕິດທີ່ຈັບໄດ້ ທີ່ຈັດຂຶ້ນໃນເດືອນມິຖຸນາ 2012 ຢູ່ນະຄອນຫລວງວຽງຈັນ.

ເຈົ້າໜ້າ​ທີ່​ຕໍາຫຼວດລາວ​ຍອມຮັບວ່າ ​ຄະດີ​ອາ​ຊະ​ຍາ​ກໍາ​ເພີ່ມຫຼາຍຂຶ້ນ ​ໃນ​ເຂດ​ນະຄອນວຽງ​ຈັນ ​ໂດຍ​ຜູ້​ກະທໍາ​ຜິດ​ສ່ວນ​ໃຫຍ່​ກໍ​ແມ່ນ​ເຍົາວະ​ຊົນ​ລາວ ​ທີ່​ມີ​ອາຍຸ​ຕໍ່າ​ກວ່າ 18 ປີ.

​ເຈົ້າໜ້າ​ທີ່​ປະ​ຈໍາ​ກອງບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ເຂດ​ຂະ​ຄອນວຽງ​ຈັນ
​ໃຫ້ການ​ຢືນຢັນ​ວ່າ ບັນຫາ​ອາດຊະຍາ​ກໍາ​ທີ່​ເກີດ​ຂຶ້ນ​ໃນ​ເຂດ​ນະຄອນ​ວຽງ​ຈັນ ມີ​ລະດັບ
​ຄວາມຮຸນ​ແຮງຫຼາຍຂຶ້ນນັບ​ມື້ ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ໃນ​ໄລຍະ 6 ​ເດືອນ​ຜ່ານມາ​ຂອງ​ປີ​ນີ້
ມີ​ຄະດີ​ອາດຊະຍ​າກໍາ​ເກີດ​ຂຶ້ນ​ແລ້ວ​ເຖິງ 591 ກໍລະນີ ​ແລະ​ເຈົ້າໜ້າ​ທີ່ ລາວ​ກໍ​ສາມາດ​ຕິດ
ຕາມ​ຈັບ​ກຸມ​ຜູ້​ກະທໍາ​ຜິດ​ໄດ້​ທັງ​ໝົດ 541 ​ຄົນ ​ໂດຍ​ໃນ​ນີ້​ກໍ​ລວມ​ເຖິງ​ຜູ້​ກະທໍາຄວາມ​ຜິດ
​ທີ່​ເປັນ​ແມ່ຍິງ​ດ້ວຍ​ຈໍານວນ 76 ຄົນ.

ຍິ່ງ​ໄປ​ກວ່າ​ນັ້ນ ບັນຫາ​ທີ່​ໜ້າ​ເປັນ​ຫ່ວງ​ຢ່າງ​ຍິ່ງ ກໍ​ຄື​ໃນ​ຈໍານວນ​ຜູ້​ກະທໍາ​ຄວາມ​ຜິດທັງໝົດ
​ທີ່​ຖືກ​ຈັບ​ກຸມ​ຕົວ​ໄດ້​ດັ່ງກ່າວ​ນີ້ ສ່ວນ​ໃຫຍ່​ກໍ​ແມ່ນ​ເຍົາວະ​ຊົນ​ທີ່​ມີ​ອາຍຸສະ​ເລ່ຍຕໍ່າ​ກວ່າ 18 ປີ
​ທີ່​ໄດ້​ພາກັນ​ກະທໍາ​ຄວາມ​ຜິດ​ກ່ຽວ​ກັບ​ຢາ​ເສບ​ຕິດ ການ​ປົ້ນ​ຈີ້ ​ແລະລັກ​ຊັບ ລວມ​ເຖິງ​ການ
​ຊ່ອງ​ສຸມ ຫຼືລວມຕົວ​ກັນ​ຕັ້ງ​ເປັນ​ກຸ່ມ​ແກ໊ງ​ເພື່ອ​ກໍ່​ອາດຊະຍາ​ກໍາຕ່າງໆ​ໂດຍ​ບໍ່​ເກງ​ກົວ​ກົດໝາຍ​
ອີກ​ດ້ວຍ. ດັ່ງ​ທີ່​ເຈົ້າໜ້າ​ທີ່​ຄົນ​ດັ່ງກ່າວ​ໄດ້​ໃຫ້ການ ອະທິບາຍ​ເຖິງ​ສະພາບ​ການ​ທີ່​ເປັນ​ຢູ່​ໃນ ​ເວ​ລາ​ນີ້​ວ່າ:

ແກ້ງຊາວໜຸ່ມລາວທີ່ຖືກຈັບໄດ້ຍ້ອນໄດ້ລັກແລະປຸ້ນຈີ້ເອົາຂອງຄົນອື່ນ
ແກ້ງຊາວໜຸ່ມລາວທີ່ຖືກຈັບໄດ້ຍ້ອນໄດ້ລັກແລະປຸ້ນຈີ້ເອົາຂອງຄົນອື່ນ

“ສິ່ງ​ຍໍ້​ທໍ້​ໃນ​ສັງຄົມ​ປັດຈຸບັນ
ຍັງ​ສົ່ງ​ຜົນ​ກະທົບທາງ​ລົບ​ໃຫ້​
ແກ່ເດັກນ້ອຍ​ ແລະ​ໄວ​ໜຸ່ມລາວ
​ເຊັ່ນ​ວ່າ​ຕົກ​ເປັນ​ທາດ​ຂອງ​ຢາ​ເສບ
​ຕິດ ກາຍ​ເປັນ​ນັກ​ເລງ​ອັນທະພານ
ຕິດ​ເຊື້ອ​ໂຣກ​ເອດ​ສ໌ ຖືກ​ຂາຍ​ແຮງ
​ງານ ຂີ້ຄ້ານ​ຮໍ່າຮຽນ ມົ້ວ​ສຸມ​ເພີດ
​ເພີນ​ເກີນ​ຂອບເຂດ ຊຶ່ງ​ຜູ້​ກະທໍາ​
ຜິດ​ສ່ວນ​ໃຫຍ່​ກະ​ແມ່ນ​ພວກ​ໄວ
​ໜຸ່ມທີ່​ມີ​ອາຍຸ​ຕໍ່າ​ກວ່າ 18 ປີ.”

ທາງ​ດ້ານ​ຄະນະ​ກໍາມະການ​ກວດກາ ​ແລະ​ຄວບ​ຄຸມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ ກໍລາຍ​ງານ​ວ່າ
ການ​ລັກລອບ​ຂົນ​ສົ່ງ​ແລະ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ລາວ ​ໄດ້ກາຍ​ເປັນ​ບັນຫາ​ທີ່​ຮຸນ​ແຮງຫຼາຍຂຶ້ນ
ນັບ​ມື້ ​ເນື່ອງຈາກກຸ່ມແກ໊ງຄ້າ​ຢາ​ເສບ​ຕິດ​ໃນ​ລາວ ບໍ່​ພຽງ​ແຕ່​ຈະ​ມີ​ການ​ຂະຫຍາຍ​ພື້ນ​ທີ່​ການ​ຄ້າ​
ຢາ​ເສບ​ຕິດ​ຂອງ​ພວກ​ຕົນ​ຈາກ​ເຂດ​ຕົວ​ເມືອງ ​ໄປ​ຍັງ​ເຂດ​ຊົນນະບົດຂອງ​ລາວ​ເທົ່ານັ້ນ. ຫາກ​ແຕ່
​ກໍ​ຍັງ​ປາກົດ​ວ່າ​ກຸ່ມແກ໊ງຄ້າ​ຢາ​ເສບ​ຕິດ​ໄດ້​ເພີ່ມ​ປະລິມານ​ຢາ​ເສບ​ຕິດ ​ທັງ​ທີ່​ລັກ​ລອບ​ຂົນ​ສົ່ງ​ເພື່ອ
​ຂາຍພາຍ​ໃນ​ລາວ ​ແລະ​ທີ່​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ອີກ​ດ້ວຍ. ຕົວຢ່າງ​ກໍ​ຄື​ກໍລະນີ ທາງ​ການ​ລາວ
ສາມາດ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້ 4 ຄົນ ​ໃນ​ຂະນະ​ທີ່​ກໍາລັງ​ລັກລອບ​ຂົນ​ສົ່ງ​ຢາບ້າ ນໍ້າໜັກ
ລວມກວ່າ 2 ​ໂຕນ ຂ້າມ​ແມ່​ນໍ້າຂອງ​ໄປ​ຕ່າງປະ​ເທດ​ເມື່ອ​ປີຜ່ານມາ.

ສ່ວນ​ທ່ານ Leik Boonwat ຜູ້​ຕ່າງ​ໜ້າ​ຂອງ​ອົງການ​ຄວບ​ຄຸມ​ຢາ​ເສ​ບຕິດ​ແລະອາ​ດຊະ​ຍາ​ກໍາ​
ແຫ່ງ​ອົງການ​ສະຫະ​ປະຊາ​ຊາດ ຫຼື UNODC ປະ​ຈໍາ​ປະ​ເທດ​ລາວ ກໍ​ໄດ້ ລະບຸ​ວ່າ​ທາງ​ການ​
ລາວ​ສາມາດ​ຈັບ​ກຸມ​ແລະ​ຍຶດຢາ​ເສບ​ຕິດ​ໄດ້ຫຼາຍຂຶ້ນຢາງ​ຕໍ່​ເນື່ອງໃນ​ຕະຫຼອດ​ໄລຍະ 3 ປີ​ມາ​ນີ້
​ໂດຍ​ຈະ​ເຫັນ​ໄດ້​ຈາ​ກການ​ຍຶດເຮ​ໂຣອີນ​ໄດ້​ເພີ່ມ​ຂຶ້ນ ຈາກ 17.5 ກິ​ໂລກຣາມ ​ໃນ​ປີ 2008 ​ເປັນ
84.34 ກິ​ໂລກຣາມ ​ໃນ​ປີ 2010 ​ແລະກໍ​ເພີ່ມ​ຂຶ້ນ​ອີກເຖິງ 4 ​ເທົ່າໃນຕະຫຼອດປີ 2011 ທີ່​ຜ່ານ​ມາ.

ຊາວໝຸ່ມລາວທີ່ເປັນແກ້ງຂາຍຢາເສບຕິດ ທີ່ຖືກຈັບໄດ້ໃນໝໍ່ໆມານີ້
ຊາວໝຸ່ມລາວທີ່ເປັນແກ້ງຂາຍຢາເສບຕິດ ທີ່ຖືກຈັບໄດ້ໃນໝໍ່ໆມານີ້

ສ່ວນ​ຢາ​ບ້າ​ນັ້ນ ກໍ​ຖື​ເປັນ​ຢາ​ເສບ
​ຕິດ​ທີ່​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ທີ່​ສຸດ
​ເມື່ອ​ປາກົດ​ວ່າ ​ໃນ​ໄລຍະ 3 ປີ
ຜ່ານມາ​ນີ້ ທາງ​ການ​ລາວ​ສາມາດ
​ຍຶດຢາ​ບ້າ​ໄດ້​ເພີ່ມ​ຂຶ້ນຈາກ 1.23
ລ້ານ​ເມັດ​ໃນ​ປີ 2008 ​ເປັນຫຼາຍ
ກວ່າ 24.5 ລ້ານເມັດ​ໃນ​ປີ 2010
ຫຼື​ເພີ່ມ​ຂຶ້ນຫຼາຍກວ່າ 18 ​ເທົ່າ
​ແລະເກືອບ 30 ລ້ານ​ເມັດ​ໃນ​ປີ 2011.

ທາງ​ດ້ານ​ກະຊວງ​ຍຸຕິ​ທໍາ​ຂອງ​ລາວ ກໍ​ລາຍ​ງານ​ວ່າ​ໃນໄລຍະ 6 ​ເດືອນ​ທໍາ​ອິດ​ຂອງ​ແຜນການ
​ປະ​ຈໍາປີ 2011-2012 ນີ້ ສານ​ປະຊາຊົນ​ລາວ​ໃນ​ທົ່ວ​ປະ​ເທດ​ໄດ້​ມີ​ຄໍາ​ຕັດສິນ​ຄະດີ​ອາດ​ຊະ​
ຍາ​ກໍາ​ຕ່າງໆ​ໄປ​ແລ້ວ​ຈໍານວນ​ທັງໝົດ 9,893 ກໍລະນີ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່າ​ນທອງ​ສິງ ທໍາ​ມະ​ວົງ ນາ​ຍົກ​ລັດຖະມົນຕີ​ລາວ ກໍ​ໄດ້​ມີ​ຄໍາ​ສັ່ງໃຫ້ໜ່ວຍ​
ງານ​ຕ່າງໆ​ຂອງ​ລັດຖະບານ ​ແລະ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ໃນ​ທົ່ວ​ປະ​ເທດ ຈະ​ຕ້ອງ​ຮ່ວມ​ມື
​ກັນ​ເຂົ້າ​ໃນ​ການກວດ​ລ້າງ​ປາກົດການ​ຍໍ່​ທໍ້ ​ແລະ​ບັນຫາໄພ​ສັງຄົມ​ໃນ​ທຸກ​ຮູບ​ແບບຢ່າງ​ເຂ້​ມງວດ
​ນັບ​ແຕ່​ເດືອນ​ມີນາ​ເປັນ​ຕົ້ນ​ມາ​ແລ້ວ ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ສາມາດ​ຮັບປະກັນ​ໃຫ້​ໄດ້ 100% ວ່າ​
ຈະ​ບໍ່​ມີ​ປາກົດການ​ຍໍ່​ທໍ້າ ​ແລະ​ໄພ​ສັງຄົມ​ເກີດຂຶ້ນ​ໃນ​ໂອກາດ​ທີ່​ລັດຖະບານ​ລາວ​ຈະ​ເປັນ​ເຈົ້າພາບ
​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນໍາ​ເອ​ເຊຍ​ກັບ​ຢູ​ໂຣບຄັ້ງ​ທີ່ 9 ທີ່​ຈະ​ມີ​ຂຶ້ນຢ່າງເປັນ​ທາງ​ການ​ລະຫວ່າງ
​ວັນ​ທີ່ 5-6 ພະຈິກ​ປີ​ນີ້ ຢູ່​ນະຄອນ​ວຽງ​ຈັນ.

XS
SM
MD
LG