ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ​ ຈະ​ດຳ​ເນີນ​ມາດ​ຕະການ ​ທຸກ​ວິທີ​ທາງ ​ເພື່ອ​​ສະກັດ​ກັ້ນ ​ແລະ​ປາບ​ປາມ​ການ​ຄ້າ​ມະນຸດ


ສານ​ປະຊາຊົນ​ລາວ​ໄດ້​ດຳ​ເນີນ​ຄະດີ​ ກ່ຽວ​ກັບ​ການ​ຄ້າ​ມະນຸດ​ຈຳນວນ 90 ກໍລະນີ ມີ​ຜູ້​ຕ້ອງ​ຫາ 129 ຄົນ ຊຶ່ງ​ໃນ​ນີ້​ເປັນຜູ້ ຕ້ອງຫາ ເພດຍິງເຖິງ 89 ຄົນ.
ສານ​ປະຊາຊົນ​ລາວ​ໄດ້​ດຳ​ເນີນ​ຄະດີ​ ກ່ຽວ​ກັບ​ການ​ຄ້າ​ມະນຸດ​ຈຳນວນ 90 ກໍລະນີ ມີ​ຜູ້​ຕ້ອງ​ຫາ 129 ຄົນ ຊຶ່ງ​ໃນ​ນີ້​ເປັນຜູ້ ຕ້ອງຫາ ເພດຍິງເຖິງ 89 ຄົນ.

ນາຍົກ​ລັດຖະມົນຕີ​ລາວ ຢືນຢັນ​ວ່າ ລັດຖະບານ​ໄດ້​ດຳ​ເນີນ
​ມາດ​ຕະການ ​ໃນ​ທຸກ​ວິທີ​ທາງ ​ເພື່ອ​ການ​ສະກັດ​ກັ້ນ ​ແລະ​
ປາບ​ປາມ​ການ​ຄ້າ​ມະນຸດ​ຂ້າ​ມຊາດ ​ໂດຍ​ໄດ້​ຮ່ວມ​ມື​ກັບ
​ເພື່ອນ​ບ້ານ ​ແລະ​ສາ​ກົນ​ຢ່າງໃກ້ຊິດ.

ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ​ໄດ້​ຖະ​ແຫລ​ງ​
ໃນ​ໂອ​ກາດ​ວັນ​ສາກົນ​ຕ້ານ​ການ​ຄ້າ​ມະ​ນຸດ ທີ່​ມີ​ການຈັດ​ງານ​ໂຮມ
​ຊຸມນຸມ ​ໃນ​ວັນ​ທີ 12 ທັນວາ ຂອງ​ທຸກ​ປີ​ ວ່າ ນັບ​ຈາກ​ປີ 2004 ​ເປັນຕົ້ນມາ ລັດຖະບານ
ລາວໄດ້​ເອົາ​ໃຈໃສ່ ​ແລະ​ຖື​ສຳຄັນ​ວຽກ​ງານ​ສະກັດ​ກັ້ນ ​ແລະ​ຕ້ານ​ການ​ຄ້າ​ມະນຸດ​ຮ່ວມ​
ກັບປະ​ເທດ​ເພື່ອນ​ມິດ ອົງການ​ຈັດຕັ້ງສາ​ກົນ ອົງການ​ຈັດຕັ້ງທີ່​ບໍ່​ສັງກັດ​ລັດຖະບານ ​ແລະ
ອົງການ​ຈັດຕັ້ງທາງ​ສັງຄົມ ​ໂດຍ​ມີ​ການ​ດຳ​ເນີນ​ໂຄງການ ​ແລະ​ກິດຈະກຳ​ຕ່າງໆ ​ເພື່ອ
ຕອບ ​ໂຕ້​ການ​ຄ້າ​ມະນຸດ ຢ່າງ​ຕັ້ງໜ້າ.

ໂດຍ​ສະ​ເພາະ​ແມ່ນ​ລັດຖະບານ​ລາວ ​ໄດ້​ມີ​ການ​ສ້າງຕັ້ງກົນ​ໄກ ​ຕ້ານ​ການ​ຄ້າ​ມະນຸດ
​ຢູ່​ຂັ້ນສູນ​ກາງ ​ແລະ​ທ້ອງຖິ່ນ ​ແລະ​ໄດ້​ສ້າງຕັ້ງຄະນະ​ຊີ້​ນຳ ລະດັບ​ຊາດ​ຕ້ານ​ການ​ຄ້າ​
ມະນຸດ ທີ່​ມີ​ແຜນ​ງານ​ແຫ່ງ​ຊາດ ​ກ່ຽ​ວກັບ​ການ​ສະກັດ​ກັ້ນ ​ແລະ​ຕ້ານ​ການ​ຄ້າ​ມະນຸດ
​ເປັນ​ການສະ​ເພາະ ທັງ​ຍັງ​ມີ​ກົດໝາຍ ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ຄະດີ ຕໍ່​ຜູ້​ກະທຳ
​ຄວາມ​ຜິດ ​ແລະ​ໃຫ້ການ​ຊ່ວຍ​ເຫຼືອຜູ້​ຖືກ​ເຄາະ​ຮ້າຍ ຢ່າງ​ມີ​ປະສິດທິພາບ ທີ່​ສູງ​ຂຶ້ນນັບ​ມື້​
ອີກດ້ວຍ ດັ່ງ​ທີ່​ທ່ານ​ທອງ​ສິງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່ ດຳ​ເນີນ​ຄະດີ​ຢ່າງເຂັ້ມງວດ ຕໍ່​ຜູ້​ກະທຳ​ຜິດ ພ້ອມ​ກັນນັ້ນ
ພວກ​ເຮົາ​ຍັງ​ໄດ້​ເອົາ​ໃຈ​ໃສ່ດຳ​ເນີນ ການ​ສຶກສາ​ອົບຮົມ ມາ​ຕະການ​ທາງ​ດ້ານ​
ກົດໝາຍ ​ແລະ​ມາ​ດຕະການ​ໃນ​ດ້ານ​ການ​ຄຸ້ມ​ຄອງ​ຄວາມ​ສະຫງົບ ຄວາມ​ເປັນ​
ລະບຽບ​ຮຽບຮ້ອຍ ​ໃນ​ສັງຄົມ ​ເພື່ອ​ສະກັດ​ກັ້ນ ​ແລະ​ຕ້ານ​ການ​ຄ້າ​ມະນຸດ​ໃຫ້​ມີ​
ປະສິດທິ​ຜົນ.”

​ໂດຍ​ໃນຊ່ວງ​ແຜນການ​ປີ 2013-2014 ທີ່​ຜ່ານ​ມາ ສານ​ປະຊາຊົນ​ລາວ​ໄດ້​ດຳ​ເນີນ​ຄະດີ​
ກ່ຽວ​ກັບ​ການ​ຄ້າ​ມະນຸດ​ຈຳນວນ 90 ກໍລະນີ ມີ​ຜູ້​ຕ້ອງ​ຫາ 129 ຄົນ ຊຶ່ງ​ໃນ​ນີ້​ເປັນຜູ້ ຕ້ອງຫາ ເພດຍິງເຖິງ 89 ຄົນ ແລະມີຜູ້ຖືກເຄາະຮ້າຍ 242 ຄົນ ຊຶ່ງເປັນຜູ້ຖືກເຄາະຮ້າຍ ເພດຍິງ ເຖິງ 151 ຄົນ ແລະ 109 ຄົນ ໃນນີ້ຍັງມີ ອາຍຸຕ່ຳກວ່າ 18 ປີ.

ພວກຜຸ້ຍິງລາວຈຳນວນໜຶ່ງ ທຳງານເປັນສາວເສີບ ແລະ ສາວບໍໍລິການ ຕາມຮ້ານບັນເທິງຕ່າງໆ ຢູ່ໃນປະເທດໄທ.
ພວກຜຸ້ຍິງລາວຈຳນວນໜຶ່ງ ທຳງານເປັນສາວເສີບ ແລະ ສາວບໍໍລິການ ຕາມຮ້ານບັນເທິງຕ່າງໆ ຢູ່ໃນປະເທດໄທ.

ພ້ອມກັນນີ້ ກໍມີລາຍງານວ່າ ມີແຮງງານລາວ 236 ຄົນ ທີ່
ໄດ້ຮັບການຊ່ວຍເຫຼືອ ແລະຖືກສົ່ງຕົວກັບຈາກໄທ ໂດຍ
ໃນນີ້ ກໍເປັນເພດຍິງ ເຖິງ 225 ຄົນ ທີ່ໄດ້ຮັບການຊ່ວຍເຫຼືອ
ຈາກຊ້ອງໂສເພນີໃນໄທ.

ທາງດ້ານສຳນັກບໍລິຫານແຮງງານຕ່າງດ້າວໃນໄທ ລາຍງານ
ວ່າ ມີແຮງງານລາວ 173,000 ກວ່າຄົນ ທີ່ໄດ້ແຈ້ງຈົດທະບຽນ ຂໍອະນຸຍາດທຳງານຢູ່ໃນໄທ ຢ່າງຖືກຕ້ອງຕາມກົດໝາຍໃນ
ຊ່ວງ 4 ເດືອນທີ່ຜ່ານມາ ຊຶ່ງເມື່ອລວມກັບແຮງງານລາວທີ່ໄດ້
ຮັບອະນຸຍາດໃຫ້ ທຳງານຢ່າງຖືກຕ້ອງຢູ້ໃນໄທກ່ອນໜ້ານີ້ ກໍ
ຈະໄດ້ວ່າມີແຮງງານລາວ 256,000 ກວ່າຄົນທີ່ທຳງານຢູ່ໃນໄທ
ໃນປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ຖ້າຫາກອິງຕາມສະຖິຕິຫຼ້າສຸດ ຂອງສຳນັກບໍລິຫານແຮງງານຕ່າງດ້າວ
ໃນໄທນັ້ນ ກໍປາກົດວ່າ ໃນຈຳນວນແຮງງານລາວ 256,000 ກວ່າຄົນດັ່ງກ່າວນີ້ ກໍແບ່ງ
ອອກເປັນແຮງງານລາວ ທີ່ໄດ້ຜ່ານການພິສູດສັນຊາດ ແລະໄດ້ຮັບອະນຸຍາດໃຫ້ທຳງານ
ຢູ່ໃນໄທ ຕໍ່ໄປຈຳນວນ 40,500 ຄົນ ແລະອີກ 41,700 ກວ່າຄົນເປັນແຮງງານລາວ ທີ່
ສິ້ນສຸດສັນຍາຈ້າງໃນໄທ ນັບຕັ້ງແຕ່ທ້າຍເດືອນສິງຫາ ທີ່ຜ່ານມາແລ້ວ ຊຶ່ງກໍໝາຍຄວາມ
ວ່າ ມີແຮງງານລາວ ທີ່ໄດ້ແຈ້ງຈົດທະບຽນໄວ້ກັບທາງການໄທຈຳນວນ 173,000 ກວ່າຄົນ ເທົ່ານັ້ນ ທີ່ມີສິດຈະໄດ້ຮັບການພິສູດສັນຊາດ ເພື່ອຂໍທຳງານໃນໄທໄດ້ຕໍ່ໄປ.

​ໂດຍ​ກ່ອນໜ້າ​ນີ້ ທ່ານ​ພົນ​ເອກ​ປຣະຍຸດ ຈັນ​ໂອຊາ ຫົວໜ້າ​ຄະນະ​ຮັກສາ​ຄວາມ​ສະຫງົບ​
ຮຽບຮ້ອຍ​ແຫ່ງ​ຊາດ ​ແລະ​ນາຍົກລັດຖະມົນຕີ​ໄທ ທີ່​ຍຶດອຳນາດ​ທາງ​ການ​ເມືອງ ຈາກ​
ລັດຖະບານ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ນັບ​ຈາກ​ວັນ​ທີ 22 ພຶດສະພາ 2014 ​ເປັນ
ຕົ້ນມານັ້ນ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ການ​ແກ້​ໄຂ​ບັນຫາ​ແຮ​ງງານ​ຕ່າງ​ດ້າວ ທີ່​ລັກລອບ​
ທຳ​ງານ ​ໂດຍ​ຜິດ​ກົດໝາຍ​ຢູ່​ໃນ​ໄທ ​ໃນ​ປັດຈຸບັນ​ນີ້ ຖື​ເປັນ​ບັນຫາ​ສຳຄັນ ທີ່​ລັດຖະບານ​ໄທ
​ຈຳ​ດຳ​ເນີນ​ມາດ​ຕະການ​ແກ້​ໄຂ​ໃຫ້​ສຳ​ເລັດ​ພາຍ​ໃນ 1 ປີ ​ໂດຍ​ລັດຖະບານ​ໄທ ​ໄດ້​ສ້າງຕັ້ງ
ຄະນະ​ກຳມະການ​ຂຶ້ນມາ​ຮັບຜິດ​ຊອບ​ ໃນ​ການ​ບໍລິຫານ​ແຮງ​ງານ​ຕ່າງ​ດ້າວ​ໃນ​ໄທ ​ເປັນ​
ການສະ​ເພາະ.

ທັງ​ນີ້​ໂດຍ​ມາດ​ຕະການ​ທຳ​ອິດ​ຈະ​ຕ້ອງ​ດຳ​ເນີນ​ການ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ຄື​ການ​ພິສູດ​
ສັນຊາດ​ຂອງ​ແຮງ​ງານ​ລາວ ມຽນມາ ​ແລະ ກຳປູູ​ເຈຍ​ໃນ​ໄທ​ທຸກ​ຄົນ ​ແລະ​ຈະ​ດຳ​ເນີນ​ຄະດີ​
ກັບ​ແຮງ​ງານ​ທີ່​ລັກລອບ​ທຳ​ງານ​ໃນ​ໄທ​ທຸກ​ຄົນ ທັງ​ຍັງ​ຈະ​ສົ່ງ​ຕົວ​ກັບ​ຄືນ​ພູມິ​ລຳ​ເນົາ​ໃນ​ທັນທີ ຫຼັງຈາກ​ຄະດີ​ຄວາມສິ້ນສຸດ​ອີກ​ດ້ວຍ.

XS
SM
MD
LG