ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຢໍ້າເຖິງ ການພັດທະນາ ທີ່ແຕກໂຕນກັນ ຕໍ່ອາຊຽນ


ທ່ານທອງສິງ ທໍາມະວົງ (ຂວາ) ນາຍົກລັດຖະມົນຕີລາວ ແລະທ່ານ ຮຸນ
ເຊນ (ຊ້າຍ) ນາຍົກລັດຖະມົນຕີກໍາປູເຈຍ ຢ່າງກວດກອງທະຫານກຽດ
ຕິຍົດ ໃນໂອກາດທີ່ທ່ານທອງສິງໄປເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາ
ປະເທດອາຊຽນ ຄັ້ງທີ 20 ເມື່ອວັນທີ 3-4 ເມສາ 2012.
ທ່ານທອງສິງ ທໍາມະວົງ (ຂວາ) ນາຍົກລັດຖະມົນຕີລາວ ແລະທ່ານ ຮຸນ ເຊນ (ຊ້າຍ) ນາຍົກລັດຖະມົນຕີກໍາປູເຈຍ ຢ່າງກວດກອງທະຫານກຽດ ຕິຍົດ ໃນໂອກາດທີ່ທ່ານທອງສິງໄປເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາ ປະເທດອາຊຽນ ຄັ້ງທີ 20 ເມື່ອວັນທີ 3-4 ເມສາ 2012.

ນາຍົກລັດຖະມົນຕີລາວເນັ້ນຢໍ້າເຖິງ ບັນຫາຄວາມແຕກໂຕນກັນຂອງລະດັບການພັດທະນາ ທາງເສດຖະກິດ ໃນປະເທດສະມາຊິກ ຕໍ່ກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 20 ຢູ່ກໍາ ປູເຈຍ.

ທາງການກະຊວງການຕ່າງ
ປະເທດຂອງລາວລາຍງານວ່າ
ໃນໂອກາດການເຂົ້າຮ່ວມກອງ
ປະຊຸມສຸດຍອດຜູ້ນໍາລັດຖະ
ບານອາຊຽນຄັ້ງທີ 20 ໃນວັນ
ທີ 3-4 ເມສາ ທີ່ຜ່ານມາ ຢູ່ປະ
ເທດກໍາປູເຈຍນັ້ນ ທ່ານທອງສິງ
ທໍາມະວົງ ນາຍົກລັດຖະມົນຕີ
ລາວ ໄດ້ເນັ້ນຢໍ້າ ຕໍ່ກອງປະຊຸມ
ເພື່ອຂໍໃຫ້ຄວາມສໍາຄັນເປັນພິ
ເສດຕໍ່ການແກ້ບັນຫາຄວາມ
ແຕກໂຕນກັນຂອງລະດັບການ
ພັດທະນາທາງເສດຖະກິດ ໃນ
ປະເທດສະມາຊິກອາຊຽນດ້ວຍກັນໃຫ້ໄດ້ຢ່າງແທ້ຈິງ.

ທັງນີ້ກໍເນື່ອງຈາກວ່າ ຄວາມແຕກໂຕນກັນຂອງລະດັບການພັດທະນາທາງເສດຖະກິດນັ້ນ
ຖືເປັນປັດໃຈສໍາຄັນທີ່ເປັນອຸບປະສັກຕໍ່ການພັດທະນາອາຊຽນ ໄປສູ່ປະຊາຄົມນາໆຊາດ
ອັນນຶ່ງອັນດຽວກັນ ທີ່ໄດ້ວາງເປົ້າໝາຍຮ່ວມກັນໄວ້ໃນປີ 2015 ຫາກແຕ່ວ່າ ໃນປັດຈຸບັນ
ນີ້ ລະດັບຂອງການພັດທະນາທາງເສດຖະກິດ ກັບຍັງຄົງແຕກໂຕນກັນຢ່າງຫລວງຫລາຍ
ລະຫວ່າງສະມາຊິກເກົ່າກັບສະຊິກໃໝ່ ໃນອາຊຽນຈຶ່ງເຮັດໃຫ້ມີຄວາມຈໍາເປັນຢ່າງຍິ່ງທີ່ຈະ
ຕ້ອງແກ້ໄຂບັນຫາດັ່ງກ່າວນີ້ ຢ່າງດ່ວນທີ່ສຸດ.

ຄະນະຜູ້ແທນເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 20 ໃນວັນທີ 3-4 ເມສາທີ່ຜ່ານມາ ຢູ່ກໍາປູເຈຍ
ຄະນະຜູ້ແທນເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 20 ໃນວັນທີ 3-4 ເມສາທີ່ຜ່ານມາ ຢູ່ກໍາປູເຈຍ

ອີງຕາມສະຖິຕິຂອງສໍານັກ
ງານເລຂາທິການອາຊຽນ
ໄດ້ລະບຸວ່າ ສິງກະໂປ ເປັນ
ປະເທດທີ່ມີການພັດທະນາ
ທາງເສດຖະກິດສູງສຸດໃນ
ອາຊຽນ ຊຶ່ງໃນປັດຈຸບັນນີ້
ກໍປາກົດວ່າຍອດຜະລິດຕະ
ພັນລວມພາຍໃນສິງກະໂປ
ສາມາດໄລ່ເປັນລາຍຮັບສະ
ເລ່ຍຂອງປະຊາຊົນ ໄດ້ເຖິງ 50 ພັນໂດລາຕໍ່ຄົນຕໍ່ປີ ຊຶ່ງຖືເປັນລາຍໄດ້ທີ່ສະເລ່ຍ ທີ່ສູງ
ກວ່າປະຊາຊົນໄທ ລາວ ແລະພະມ້າເຖິງ 10 ເທົ່າ 50 ເທົ່າ ແລະ 100 ເທົ່າຕາມລໍາດັບ.

ທາງດ້ານທ່ານສຸຣິນ ພິດສຸວັນ ເລຂາທິການອາຊຽນ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ອາຊຽນຈະສາມາດຫລຸດຄວາມແຕກໂຕນກັນຂອງລະດັບການພັດທະນາທາງເສດຖະ
ກິດໄດ້ ກໍດ້ວຍການເປີດເສລີທາງການຄ້າ ການລົງທຶນ ແລະການບໍລິການຢ່າງແທ້ຈິງ ຊຶ່ງຈະເປັນຜົນເຮັດໃຫ້ນາໆຊາດ ເຂົ້າມາເສີມຂະຫຍາຍການຮ່ວມມືທາງເສດຖະກິດກັບ
ອາຊຽນ ຫລາຍຂຶ້ນຢ່າງຕໍ່ເນື່ອງ ແລະໃນນີ້ກໍລວມທັງການເສີມຂະຫຍາຍການຮ່ວມມື
ກັບສະຫະລັດອາເມຣິກາອີກດ້ວຍ ດັ່ງທີ່ທ່ານສຸຣິນ ໄດ້ກ່າວວ່າ:

“ທີ່ສໍາຄັນທີ່ສຸດກໍຄື ສະຫະລັດອາເມຣິກາ ສົນໃຈ ແລະໃຫ້ຄວາມສໍາຄັນແກ່ອົງ
ການໃນພູມີພາກ ຢ່າງອາຊຽນ ເພາະເຫັນວ່າ ອາຊຽນນັ້ນ ສາມາດທີ່ຈະມີບົດ
ບາດໃນການທີ່ຈະສ້າງເຄືອຂ່າຍຂອງຄວາມຮ່ວມມື ໃນພູມີພາກອາຊຽນຕາເວັນ
ອອກ ໄມ່ສະເພາະແຕ່ໃນອາຊຽນຕາເວັນອອກສຽງໃຕ້ ເພາະຂະບວນການແລະ
ເຄືອຂ່າຍຂອງເຮົານັ້ນ ຄອບຄຸມທັງໂລກ.”

ທຸງຂອງບັນດາປະເທດສະມາຊິກ ອາຊຽນ
ທຸງຂອງບັນດາປະເທດສະມາຊິກ ອາຊຽນ

ອີງຕາມລາຍງານຂອງສະພາ
ທຸລະກິດສະຫະລັດກັບອາຊຽນ
(US-ASEAN Business
Council) ໄດ້ລະບຸວ່າ ການລົງ
ທຶນຂອງບັນດານັກທຸລະກິດ
ຈາກສະຫະລັດໃນອາຊຽນ ມີ
ມູນຄ່າລວມຫລາຍກວ່າ 170
ລ້ານໂດລາ ໃນປັດຈຸບັນ ຊຶ່ງຖື
ເປັນມູນຄ່າການລົງທຶນລວມ
ທີ່ຫລາຍກວ່າການລົງທຶນຂອງ
ສະຫະລັດ ໃນຈີນເຖິງ 3 ເທົ່າ.
ຍິ່ງໄປກວ່ານັ້ນ ລັດຖະບານສະຫະລັດກໍຍັງໄດ້ວາງເປົ້າໝາຍ ທີ່ຈະເພີ້ມມູນຄ່າການຄ້າກັບ
ອາຊຽນ ຈາກ 2 ແສນ ໂດລາ ໃນປັດຈຸບັນ ຂຶ້ນເປັນອີກ 5 ເທົ່າພາຍໃນ 5 ປີຕໍ່ໜ້າອີກດ້ວຍ.

ສ່ວນທ່ານອ່ອນສີ ບຸດສີວົງສັກ ປະທານສະມາຄົມອຸດສາຫະກໍາຜະລິດເສື້ອຜ້າສໍາເລັດຮູບ
ໃນລາວ ກໍໄດ້ຖະແຫລງຢືນຢັນວ່າ ສະພາວະການຄ້າລະຫວ່າງລາວກັບສະຫະລັດອາເມ
ຣິກາ ໄດ້ຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ນັບຈາກທີ່ສະຫະລັດໄດ້ໃຫ້ສະຖານະການ
ທາງການຄ້າແບບປົກກະຕິ ຫລື NTR ແກ່ລາວ ໃນປີ 2005 ແກ່ປີ 2011 ທີ່ຜ່ານມາ.

ຢ່າງໃດກໍຕາມ ທ່ານອ່ອນສີ ກໍໄດ້ເນັ້ນຢໍ້າວ່າ ການສົ່ງອອກສິນຄ້າຂອງລາວໄປສະຫະລັດ
ຈະມີມູນຄ່າສູງຂຶ້ນກວ່າ ທີ່ເປັນຢູ່ໃນປັດຈຸບັນ ຖ້າຫາກວ່າຜູ້ຜະລິດໃນລາວ ໄດ້ໃຫ້ຄວາມ
ສໍາຄັນກັບການພັດທະນາຄຸນນະພາບຂອງສິນຄ້າ ເພື່ອໃຫ້ສາມາດແຂ່ງຂັນ ໃນຕະຫລາດ
ຂອງສະຫະລັດ ໄດ້ຢ່າງແທ້ຈິງ ໂດຍສິນຄ້າທີ່ລາວສົ່ງໄປສະຫະລັດ ໃນໄລຍະທີ່ຜ່ານມານັ້ນ
ສ່ວນໃຫຍ່ແລ້ວ ກໍຄືເສື້ອຜ້າສໍາເລັດຮູບ ໄມ້ແປຮູບ ແຜ່ນແພ ເບຍ ແລະຢາຮັກສາໂຣກ ຕາມ
ລໍາດັບ.

XS
SM
MD
LG