ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລາວ ເນັ້ນວ່າ ການປັກປັນເຂດແດນ ລາວ-ໄທ ຕ້ອງເລັ່ງໃຫ້​ແລ້ວໂດຍໄວ ໂດຍ ສະເພາະ ແມ່ນເຂດແດນທາງບົກ ທີ່ເຫລືອພຽງ 7 ເປີເຊັນ ເທົ່ານັ້ນ ທີ່ບໍ່​ແລ້ວ​


ແຜນ​ທີ່​ລາວທີ່​ມີ​ຊາຍ​ແດນ​ຕິດ​ກັບໄທ, ກໍ​ປູ​ເຈຍ, ມຽນ​ມາ ແລະ​ຈີນ.
ແຜນ​ທີ່​ລາວທີ່​ມີ​ຊາຍ​ແດນ​ຕິດ​ກັບໄທ, ກໍ​ປູ​ເຈຍ, ມຽນ​ມາ ແລະ​ຈີນ.

ນາຍົກລັດຖະມົນຕີລາວ ເນັ້ນ​ຢ້ຳ​ວ່າ​ ການປັກ​ປັນ​ເຂດ​ແດນລະຫວ່າງລາວກັບໄທ​ຈະຕ້ອງ​ເລັ່ງປະ​ຕິ​ບັດ​ໃຫ້​ສຳ​ເລັດ​ໂດຍ​ໄວ, ໂດຍສະເພາະແມ່ນເຂດແດນ​ທາງ​ບົກ ທີ່ຕົກ​ລົງ​ກັນ​ຍັງບໍ່​ທັນ​ໄດ້ ເຫລືອພຽງແຕ່ 7 ເປີ​ເຊັນເທົ່າ​ນັ້ນ, ຊົງ​ລິດ ໂພນ​ເງິນ ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານ​ພັນຄຳ ​ວິ​ພາ​ວັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້ຖະ​ແຫລງ​ວ່າ ​ການ​ຮ່ວມ​ມື​ລະ​ຫວ່າງ ສປປ ລາວ ກັບໄທ ເຊິ່ງໄດ້ຍົກສະຖານະຂຶ້ນເປັນຮຸ້ນ​ສ່ວນຍຸດທະສາດເພື່ອການຈະ​ເລີນເຕີບໂຕ ແລະການພັດທະນາ ຢ່າງຍືນຍົງ ທັງໄດ້​ວາງ​ແຜນປະ​ຕິ​ບັດການ​ຮ່ວມລະຫວ່າງ​ລາວ-ໄທ ​ໃນ​ໄລຍະ 2022-2026 ອີກ​ດ້ວຍນັ້ນ ຖື​ເປັນສັກ​ກະ​ຫຼາດ​ໃໝ່ຂອງ​ການ​ຮ່ວມ​ມື​ລະຫວ່າງລາວ-ໄທ ຊຶ່ງດ້ານນຶ່ງທີ່ມີຄວາມສໍາຄັນ ຢ່າງຍິ່ງກໍແມ່ນການເສີມສ້າງຄວາມເຂົ້າໃຈອັນດີ ລະ ຫວ່າງປະຊາຊົນສອງປະເທດ ໂດຍສະເພາະແມ່ນ​ຢູ່​ໃນທີ່​ມີເຂດຊາຍແດນຕິດ​ຕໍ່​ກັນ​ນັ້ນ ຍັງຖືວ່າເປັນເຂດບູ​ລິ​ມະ​ສິດໃນການເສີມ​ສ້າງສາຍພົວພັນມິດຕະພາບ ລະຫວ່າງລາວ-ໄທອີກ​ດ້ວຍ. ສະ​ນັ້ນ​ ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງທີ່ທາງການລາວ-ໄທ ຈະຕ້ອງ​ຮ່ວມ​ມືກັນ​ຢ່າງ ໃກ້​ຊິດ​ເພື່ອ​ສະກັດ​ກັ້ນ​ທຸກ​ການ​ເຄື່ອນ​ໄຫວ ​ທີ່​ຈະ​ສົ່ງ​ຜົນກະ​ທົບຕໍ່ຄວາມ​ສະ​ຫງົບ​ຮຽບຮ້ອຍ​ຢູ່​ທີ່ເຂດຕິດ​ຕໍ່​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ນັ້ນ, ຊຶ່ງ​ໃນ​ນີ້​ກໍ​ລວມ​ເຖິງການປັກ​ປັນ​ເຂດ​ແດນທາງ​ບົກ ​ແລະທາງ​ນ້ຳລະ​ຫວ່າງ​ກັນໃຫ້​ສຳ​ເລັດ​ໂດຍ​ໄວ, ດັ່ງ​ທີ່​ທ່ານພັນ​ຄຳ​ໄດ້ຖະ​ແຫລງ ຢືນ​ຢັນ​ໃນ​ໂອກາດ​ເດີນທາງຢ້ຽມຢາມປະ​ເທດ​ໄທ ເມື່ອ​ບໍ່​ດົນ​ມາ​ນີ້ວ່າ:

“ສປປ ລາວ ຕີ​ລາຄາ​ສູງຕໍ່​ການ​ພົວ​ພັນ​ຮ່ວມມື ​ຮັກສາຄວາມ​ສະ​ຫງົບ​ຮຽບ​ຮ້ອຍຢູ່​ຕາມບໍ​ລິ​ເວນ​ຊາຍ​ແດນ ເປັນ​ຕົ້ນ​ແມ່ນສະກັດ​ກັ້ນ-ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ, ການຄ້າມະນຸດ ແລະ ອື່ນໆ ຕະ​ຫລອດ​ເຖິງການ​ລາດ​ຕະ​ເວນ​ຕາມສາຍ​ນ້ຳ​ຕ່າງໆ ​ທີ່​ມັນ​ຕິດພັນ​ກັບ​ຊາຍ​ແດນ​ຂອງພວກ​ເຮົາ. ສປປ ລາວ ໃຫ້​ຄວາມ​ສຳ​ຄັນເປັນພິເສດໃນ​ການຮັບປະກັນເຮັດ​ແນວ​ໃດ ໃຫ້​ຊາຍ​ແດນເຮົາເປັນ​ຊາຍ​ແດນ​ສັນ​ຕິ​ພາບ ແລະ​ດີແທ້ພວກ​ເຮົາພະ​ຍາ​ຍາມປັກ​ຫລັກ ໝາຍ​ຊາຍ​ແດນ​ທາງ​ບົກ​ແລະ​ນໍ້​າ​ໃຫ້​ສໍາ​ເລັດໃຫ້​ມັນ​ໄວ ​ເພື່ອຈະ​ເປັນ​ມໍລະດົກຝາກ​ໄວ້​ໃຫ້​ແກ່​ລູກ​ຫຼານເຮົາ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງໄທ ໃນຄະນະກຳມາທິການຊາຍແດນຮ່ວມ ລະຫວ່າງລາວ-ໄທ ໄດ້ໃຫ້ການຢືນຢັນວ່າ ຄະນະປະຕິບັດງານໄທ-ລາວ ຍັງສືບຕໍ່ຮ່ວມກັນສ້າງແຜນທີ່ແມ່ນ້ຳຂອງສະບັບໃໝ່ ທີ່ມີມາດຕາສ່ວນ 1:25,000 ຮວມທັງຍັງໄດ້ດຳເນີນການສຳຫຼວດວັດແທກດ້ວຍເຄື່ອງຮັບສັນຍານ ດາວທຽມລະບົບ GPS ຢູ່ແຄມຝັ່ງແມ່ນ້ຳຂອງໃນເບື້ອງປະເທດໄທ ໄດ້ແລ້ວ 167 ຈຸດ ຫາກແຕ່ ການດຳເນີນງານກໍຕ້ອງຢຸດສະງັກ ເພາະການລະບາດຂອງໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາ.

ໂດຍຄະນະກຳມາທິການຊາຍແດນຮ່ວມ ລະຫວ່າງລາວ-ໄທ ທີ່ມີລັດຖະມົນຕີວ່າການຕ່າງປະເທດ ຂອງລາວ-ໄທ ເປັນປະທານຮ່ວມກັນນັ້ນ ໄດ້ຕົກລົງກຳນົດເປົ້າໝາຍຈະປັກປັນເຂດແດນທາງບົກ ແລະທາງນ້ຳລະຫວ່າງກັນໃຫ້ສຳເລັດໃນປີ 2021 ຕາມລຳດັບ ຫາກແຕ່ກໍຖືເປັນກຳນົດການ ທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ຍ້ອນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ສຳລັບໃນປີ 2018-2019 ຄະນະເຈົ້າໜ້າທີ່ຮ່ວມລາວ-ໄທ ກໍໄດ້ລົງໄປສຳຫຼວດພື້ນທີ່ ຕົວຈິງຢູ່ບໍລິເວນພູຜານົມ, ບໍລິເວນ 3 ບ້ານ ທີ່ຂັດແຍ້ງກັນແລະບໍລິເວນຕົ້ນກຳເນີດຂອງແມ່ນ້ຳເຫືອງ ໂດຍທາງການຂອງສອງຝ່າຍຍັງໄດ້ມອບໝາຍໃຫ້ຄະນະປະຕິບັດງານຮ່ວມທາງດ້ານກົດໝາຍສືບຕໍ່ປຶກສາຫາລື ເພື່ອຫາຊ່ອງທາງການແກ້ໄຂບັນດາຈຸດຄົງຄ້າງ ໃຫ້ໄດ້ຢ່າງເປັນຮູບປະທຳ ໂດຍນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ທາງການ ລາວ-ໄທ ສາມາດຕົກລົງປັກປັນເຂດແດນລະຫວ່າງກັນໄດ້ແລ້ວ 676 ກິໂລແມັດ ແລະໄດ້ປັກຫຼັກໝາຍຊາຍແດນແລ້ວ 210 ຫຼັກ ຄິດເປັນ 93 ເປີເຊັນຂອງເຂດແດນທາງບົກທັງໝົດ ຈຶ່ງຍັງເຫຼືອປະມານ 50 ກິໂລແມັດ ໃນ 14 ພື້ນທີ່ ທີ່ຈະຕ້ອງຕົກລົງກັນໃຫ້ໄດ້ຢ່າງເປັນຮູບປະທຳ ຊຶ່ງກໍເຊັ່ນດຽວກັນກັບເຂດແດນທາງນ້ຳ ທັງໃນເຂດແມ່ນ້ຳເຫືອງ ແລະແມ່ນ້ຳຂອງນັ້ນ.

ໃນປັດ​ຈຸ​ບັນ​ນີ້ ການປັກປັນເຂດຊາຍແດນລາວກັບປະເທດເພື່ອນບ້ານ ໄດ້ດຳເນີນ ການສຳເລັດແລ້ວ 3 ປະເທດ ກໍຄື ມຽນມາ, ຈີນ ແລະຫວຽດນາມ ຈຶ່ງ ຍັງເຫຼືອ 2 ປະເທດ ກໍຄືໄທ ແລະກຳປູເຈຍ ທີ່ຈະຕ້ອງດຳເນີນ ການສຳຫຼວດ ເພື່ອປັກປັນເຂດແດນຮ່ວມກັນຕໍ່ໄປ ທັງ​ນີ້ ທາງ​ການລາວ ແລະ ກຳປູເຈຍສ​າ​ມາດ​ຕົກ​ລົງ​ປັກ​ປັນ​ເຂດ​ແດນ​ຮ່ວມ​ກັນ ໄດ້ແລ້ວ460 ກິ​ໂລ​ແມັດ ຊຶ່ງ​ຄິດ​ເປັນ 86 ເປີເຊັນຂອງຊາຍ​ແດນ​ທັງ​ໝົດ.

XS
SM
MD
LG