ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໄດ້ສະແດງການຮຽກຮ້ອງຕໍ່ທຸກໆ ພາກສ່ວນໃນທົ່ວປະເທດລາວ ເມື່ອບໍ່ນານມານີ້ ເພື່ອຂໍໃຫ້ປະກອບສ່ວນເຂົ້າໃນ
ການດໍາເນີນມາດຕະການປ້ອງກັນຜົນກະທົບ ຈາກໄພພິບັດທໍາມະຊາດທີ່ອາດຈະ
ເກີດຂຶ້ນໃນລາວໃນປີ 2012 ນີ້ໃຫ້ໄດ້ຢ່າງເປັນຮູບທໍາ ເນື່ອງຈາກວ່າລາວເປັນປະເທດ
ນຶ່ງໃນໂລກທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດຫຼາຍຂຶ້ນນັບມື້.
ໂດຍສະເພາະແມ່ນໃນປີ 2011 ທີ່ຜ່ານມານັ້ນ ກໍເປັນອີກຄັ້ງນຶ່ງ ທີ່ລາວໄດ້ຮັບຜົນ
ກະທົບບຢ່າງໜັກໜ່ວງ ຈາກໄພນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດຂຶ້ນຈາກພາຍຸໂຊນຮ້ອນໄຮ່
ໝ່າ ແລະພາຍຸນົກເຕັນ ລວມໄປເຖິງປະລິມານນໍ້າຝົນທີ່ຕົກລົງມາຢ່າງຫຼວງຫຼາຍ ກໍໄດ້ເຮັດໃຫ້ພື້ນທີ່ປູກເຂົ້ານາປີຂອງຊາວກະສິກອນລາວ ເສຍຫາຍໄປເປັນເນື້ອທີ່
ລວມກວ້າງກວ່າ 64,400 ເຮັກຕາ ຊຶ່ງຄິດໄລ່ເປັນຜົນຜະລິດເຂົ້າທີ່ເສຍຫາຍໄປເຖິງ 3 ແສນໂຕນ.
ຍິ່ງໄປກວ່ານັ້ນ ເມື່ອ
ປະກອບກັບໄພນໍ້າຖ້ວມ
ຄັ້ງໃຫຍ່ ກໍຍັງເຮັດໃຫ້
ຄອງຊົນລະປະທານ
ໃນພື້ນທີ່ 12 ແຂວງ
ຈາກທັງໝົດ 17 ແຂວງ
ຂອງລາວຕ້ອງເສຍຫາຍ
ໄປຫລາຍກວ່າ 500 ໂຄງ
ການ ແລະການສ້ອມແປງ
ໃຫ້ກັບຄືນມາໃຊ້ໄດ້ຕາມ
ປົກກະຕິກໍຈະຕ້ອງໃຊ້ງົບ
ປະມານຫຼາຍກວ່າ 170 ຕື້ກີບ ໃນຂະນະທີ່ລັດຖະບານລາວ ກໍສາມາດຕອບສະໜອງ
ໃຫ້ໄດ້ພຽງແຕ່ 30 ຕື້ກີບເທົ່ານັ້ນອີກດ້ວຍແລ້ວ ກໍໄດ້ສົ່ງຜົນກະທົບໄປເຖິງການປູກເຂົ້າ
ນາແຊງໃນປີນີ້ຢ່າງຫລີກລ້ຽງບໍ່ໄດ້ອີກດ້ວຍ.
ທັງນີ້ ທາງການລາວໄດ້ປະເມີນວ່າ ໄພນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດຈາກພາຍຸໂຊນຮ້ອນໄຮ່ໝ່າ ແລະພະຍຸນົກເຕັນດັ່ງກ່າວນັ້ນ ໄດ້ເຮັດໃຫ້ເກີດຄວາມເສຍຫາຍໃນລາວ ຄິດເປັນມູນຄ່າເກີນ
ກວ່າ 1,800 ຕື້ກີບ. ນອກຈາກວ່າຄວາມເສຍຫາຍທີ່ເກີດກັບນາເຂົ້າ ແລະຄອງຊົນລະປະ
ທານແລ້ວ ກໍຍັງມີຂົວ 42 ແຫ່ງ ແລະຖະໜົນ 323 ເສັ້ນທາງ ຖືກກະແສນໍ້າພັດທໍາລາຍໄປ.
ສ່ວນໂຮງຮຽນ, ໂຮງໝໍ, ສະຖານທີ່ທ່ອງທ່ຽວ ແລະລະບົບສາຍສົ່ງກະແສໄພຟ້າ ໃນ 1,790
ບ້ານໃນເຂດ 96 ເມືອງຂອງ 12 ແຂວງຈາກທັງໝົດ 17 ແຂວງໃນທົ່ວປະເທດນັ້ນ ກໍເສຍຫາຍ
ຢ່າງໜັກ ເຊິ່ງກໍເຮັດໃຫ້ປະຊາຊົນຫຼາຍກວ່າ 429,900 ຄົນ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກ
ໜ່ວງເຊັ່ນດຽວກັນ.
ເພາະສະນັ້ນ ເພື່ອເປັນການ
ຕຽມພ້ອມ ເພື່ອຮັບມືກັບໄພ
ພິບັດທໍາມະຊາດທີ່ອາດຈະ
ເກີດຂຶ້ນ ແລະເພື່ອບັນເທົາຜົນ
ກະທົບໃຫ້ເບົາບາງລົງ ດ້ວຍ
ການຫລຸດສະພາວະໂລກຮ້ອນ
ໃຫ້ໄດ້ຢ່າງເປັນຮູບທໍາອີກດ້ວຍ
ນັ້ນ ທ່ານທອງສິງ ຈຶ່ງໄດ້ສະ
ແດງການຮຽກຮ້ອງໃນຕອນ
ນຶ່ງວ່າ:
“ໄພພິບັດທໍາມະຊາດ ໄດ້ເກີດຂຶ້ນຢ່າງເນື່ອງນິດ ແລະມີຄວາມຮຸນແຮງຂຶ້ນເລື້ອຍໆ ດັ່ງ
ນັ້ນຈຶ່ງຕ້ອງມີຄວາມສາ ມັກຄີ ຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ໃນການປົກປັກຮັກສາ
ສະພາບແວດລ້ອມ ເປັນຕົ້ນແມ່ນການປົກປັກຮັກສາປ່າໄມ້ ແມ່ນໍ້າລໍາເຊ ຈໍາກັດການ
ປ່ອຍອາຍຄາບອນຂຶ້ນສູ່ອາກາດ ແລະອື່ນໆ ທີ່ເປັນການທໍາລາຍສິ່ງແວດລ້ອມ.”
ທາງດ້ານທ່ານສິງທອງ ປະທຸມມະດີ ຮອງຫົວໜ້າກົມອຸຕຸນິຍົມວິທະຍາ ແລະອຸທົກກະສາດ
ຖະແຫຼງວ່າ ປະລິມານນໍ້າຝົນທີ່ຈະຕົກລົງມາໃນລາວໃນຊ່ວງລະດູຝົນປີ 2012 ນີ້ ຈະມີລະດັບ
ສະເລ່ຍຕັ້ງແຕ່ 900 ມິລິແມັດຂຶ້ນໄປຈົນເຖິງ 3,800 ມິລິແມັດ ໂດຍຊ່ວງທີ່ຈະມີປະລິມານນໍ້າ ຝົນຕົກລົງມາຢ່າງໜັກໜ່ວງທີ່ສຸດ ກໍແມ່ນຈາກເດືອນມິຖຸນາຫາເດືອນກັນຍາ ແລະເຂດທີ່ມີ ຄວາມສ່ຽງສູງທີ່ຈະຕ້ອງປະເຊີນກັບໄພນໍ້າຖ້ວມຢ່າງກະທັນຫັນນັ້ນ ກໍ່ແມ່ນບັນດາແຂວງໃນ
ເຂດພາກໃຕ້ ໂດຍຄາດໝາຍວ່າ ຈະມີພາຍຸໂຊນຮ້ອນ 3 ໜ່ວຍເປັນຢ່າງໜ້ອຍທີ່ຈະພັດເຂົ້າມາ
ໃນແຂວງພາກໃຕ້ຂອງລາວໃນຊ່ວງດັ່ງກ່າວ.
ເພາະສະນັ້ນ ຖ້າຫາກວ່າບໍ່ມີ
ການຕຽມຄວາມພ້ອມທີ່ດີພໍ
ຍ່ອມທີ່ຈະເຮັດໃຫ້ປະຊາຊົນລາວ
ໄດ້ຮັບຜົນກະທົບຢ່າງໜັກໜ່ວງ
ຄືກັບປີກາຍໄດ້ເຊັ່ນດຽວກັນ ກັບ
ທັງຍັງຈະສົ່ງຜົນກະທົບຕໍ່ແຜນ
ການເພີ່ມຜົນຜະລິດດ້ານການ
ກະເສດຂອງລາວຢ່າງຫຼີກລ່ຽງ
ບໍ່ໄດ້ອີກດ້ວຍ.
ທັງນີ້ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຮັບປະກັນຜົນຜະລິດສະບຽງອາຫານ ໃຫ້ພຽງ ພໍກັບຄວາມຕ້ອງການພາຍໃນປະເທດ ແລະເພີ້ມການສົ່ງອອກເປັນສິນຄ້າໄປຕ່າງປະເທດ
ໃຫ້ໄດ້ຫລາຍຂຶ້ນ ໂດຍລວມເຖິງການເພີ້ມຜົນຜະລິດເຂົ້າ ໃຫ້ບັນລຸເຖິງ 4.2 ລ້ານໂຕນ ແລະ ສົ່ງອອກໄປຕ່າງປະເທດໃຫ້ໄດ້ເຖິງ 1 ລ້ານໂຕນ ພາຍໃນປີ 2015 ອີກດ້ວຍ.