ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວາງແຜນສົ່ງເສີມການ ປູກຕົ້ນໄມ້ໃສ່ເນື້ອທີ່ 3 ໝື່ນ ເຮັກຕ້າ


ເຈົ້າໜ້າທີ່ລາວ ນຳພາປະຊາຊົນປູກຕົ້ນໄມ້
ເຈົ້າໜ້າທີ່ລາວ ນຳພາປະຊາຊົນປູກຕົ້ນໄມ້

ທາງການລາວວາງແຜນການທີ່ຈະສົ່ງເສີມການປູກຕົ້ນໄມ້ໃສ່ເນື້ອທີ່ 30,000 ເຮັກຕ້າ ໃຫ້ໄດ້ໃນຕະຫລອດຊ່ວງລະດູຝົນປີນີ້. ຫາກແຕ່ວ່າການຂາດ ແຄນທາງດ້ານງົບປະມານກໍຍັງຄົງເປັນອຸບປະ ສັກກັບທັງຍັງເຮັດໃຫ້ການຄຸ້ມຄອງປ່າສະຫງວນແຫ່ງຊາດບໍ່ສາມາດປະຕິບັດໄດ້ຢ່າງທົ່ວເຖິງອີກດ້ວຍ.

ທ່ານ ສິລາວັນ ສະຫວັດວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ-ປ່າໄມ້ລາວໄດ້ສະແຫລງຢືນຢັນ ວ່າເປົ້າໝາຍຂອງແຜນການປູກຕົ້ນໄມ້ແຫ່ງຊາດ ໃນຕະຫລອດຊ່ວງລະດູຝົນປີ 2010 ນີ້ກໍຄືການ ສົ່ງເສີມແລະຊຸກຍູ້ໃຫ້ທຸກພາກສ່ວນຮ່ວມກັນປູກຕົ້ນໄມ້ໃຫ້ໄດ້ເທິງເນື້ອທີ່ບໍ່ໜ້ອຍກວ່າ 30,000 ເຮກຕ້າໃນທົ່ວປະເທດ. ໂດຍໃນປັດຈຸບັນນີ້ ທາງການກະຊວງກະສິກຳປ່າໄມ້ໄດ້ຈັດຕຽມເບ້ຍຕົ້ນ ໄມ້ໄວ້ເຖິງ 44.5 ລ້ານຕົ້ນ ເພື່ອແຈກຢາຍໃຫ້ກັບ ທຸກເຂດແຂວງໃນທົ່ວປະເທດ ຊຶ່ງກໍມີທັງເບ້ຍ ພັນຕົ້ນໄມ້ທີ່ຫາຍາກແລະເບ້ຍພັນຕົ້ນໄມ້ທີ່ປູກເພື່ອເສດຖະກິດ ເຊັ່ນໄມ້ດູ່ ໄມ້ຄະຍຸງ ໄມ້ສັກ ໄມ້ວິກ ໄມ້ເກດສະໜາ ແລະໄມ້ຢາງພາລາເປັນຕົ້ນ. ແຕ່ຢ່າງໃດກໍຕາມ ທ່ານສິລາວັນກໍຍອມ ຮັບວ່າການທີ່ຈະດຳເນີນການເພື່ອໃຫ້ສາມາດບັນລຸເປົ້າ ໝາຍທີ່ວາງໄວ້ດັ່ງກ່າວນັ້ນກໍບໍ່ແມ່ນເຣຶ່ອງ ງ່າຍ ທັງນີ້ກໍເພາະວ່າຕ້ອງໃຊ້ງົບປະມານບໍ່ໜ້ອຍສຳຫລັບນຳໃຊ້ເຂົ້າໃນການດຳເນີນງານ ຊຶ່ງກໍຄືໃນ ຂະນະທີ່ການດຳເນີນງານທີ່ເປັນຈິງນັ້ນຈະຕ້ອງໃຊ້ງົບປະມານບໍ່ໜ້ອຍກວ່າ 50 ຕື້ກີບໃນແຕ່ລະປີນັ້ນ ແຕ່ກໍປາກົດວ່າລັດຖະບານລາວບໍ່ສາມາດ ຕອບສະໜອງໄດ້ຢ່າງພຽງພໍ ໂດຍໃນປີຜ່ານມາ ລັດຖະບານລາວກໍສາມາດຕອງສະໜອງງົບປະມານໃຫ້ໄດ້ພຽງ 15ຕື້ກີບ ແລະຍັງລົດລົງເຫລືອ ພຽງແຕ່ 10ຕື້ກີບເທົ່ານັ້ນສຳຫລັບໃນປີນີ້.

ຍິ່ງໄປກວ່ານັ້ນ ເຖິງແມ່ນວ່າໃນໄລຍະນັບຈາກປີ 1980 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ທາງການ ລາວຈະໄດ້ຊຸກຍູ້ແລະສົ່ງເສີມໃຫ້ມີການປູກຕົ້ນ ໄມ້ໄດ້ໃນພື້ນທີ່ກວ້າງກວ່າ 293,000 ເຮກຕ້າໃນ ທົ່ວປະເທດກໍຕາມ ຫາກແຕ່ວ່າສ່ວນໃຫຍ່ກໍເປັນການປູກຕົ້ນໄມ້ຂອງພາກເອກກະຊົນແລະຕ່າງ ຊາດທີ່ໄດ້ຮັບອະນຸຍາດສຳປະທານຈາກທາງການລາວ ໂດຍເກີນກວ່າເຄິ່ງຂອງພື້ນທີ່ດັ່ງກ່າວກໍ ເປັນການປູກຢາງພາລາເປັນຫລັກ ສ່ວນເບ້ຍຕົ້ນ ໄມ້ທີ່ປູກຕາມແຜນການຂອງທາງການລາວໃນແຕ່ ລະປີນັ້ນນອກຈາກຈະບໍ່ເປັນໄປຕາມເປົ້າໝາຍທີ່ວາງເອົາໄວ້ແລ້ວ ກໍຍັງມີອັດຕາການລອດແລະ ເຕີບໃຫຍ່ບໍ່ເຖິງ 70 ເປີເຊັນຂອງເບ້ຍຕົ້ນໄມ້ທີ່ປູກໄດ້ທັງໝົດໃນແຕ່ລະປີອີກດ້ວຍ. ນອກຈາກນີ້ ບັນຫາສຳຄັນອີກປະການນຶ່ງທີ່ທາງການລາວ ບໍ່ສາມາດປ້ອງກັນແລະປາບປາມໄດ້ຢ່າງທົ່ວເຖິງ ເລີຍນັ້ນກໍຄືການລັກລອບຕັດໄມ້ເພື່ອການຄ້າເຖື່ອນ ໂດຍທີ່ໜ້າເປັນຫ່ວງຢ່າງຍິ່ງກໍຄືການທີ່ປາກົດ ວ່າໄດ້ມີການລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດເພີ່ມຫລາຍຂື້ນນັບມື້ ແລະພື້ນທີ່ນຶ່ງທີ່ມີການລັກລອບຕັດໄມ້ຫລາຍທີ່ສຸດນັ້ນກໍຄືວຽງຈັນ ດັ່ງທີ່ເຈົ້າໜ້າທີ່ຝ່າຍປາບປາມການລັກລອບຕັດໄມ້ ເພື່ອການຄ້າໄມ້ເຖື່ອນໃນແຂວງວຽງຈັນ ໄດ້ໃຫ້ການອະທິບາຍເຖິງສະພາບການດັ່ງກ່າວວ່າ.

ກ່ອນໜ້ານີ້ ອົງການເຄືອຂ່າຍເພື່ອການອະນຸລັກຊັບພະຍາກອນທຳມະຊາດໃນເຂດລຸ່ມແມ່ນ້ຳຂອງ ໄດ້ລາຍງານວ່າເຂດທີ່ມີການລັກລອບຕັດໄມ້ ເພື່ອການຄ້າເຖື່ອນໃນລາວຫລາຍທີ່ສຸດກໍຄືເຂດຊາຍ ແດນຂອງລາວທີ່ຕິດຕໍ່ກັບຫວຽດນາມ ຈີນ ໄທ ຊຶ່ງປະມານການວ່າໄດ້ມີການລັກລອບຕັດໄມ້ ແລະ ຂົນສົ່ງໄມ້ອອກຈາກລາວໄປຍັງທັງ 3 ປະເທດດັ່ງກ່າວນີ້ໃນປະລິມານຫລາຍກວ່າ 200,000 ເມດ ກ້ອນໃນແຕ່ລະປີ. ທັງນີ້ໂດຍຈາກການ ສຳຫລວດສະພາບປ່າໄມ້ໃນລາວເມື່ອປີ 1992 ກໍພົບວ່າ ລາວມີອັດຕາຄວາມໜາແໜ້ນຂອງປ່າໄມ້ປົກຫຸ້ມຢູ່ເຖິງ 47 ເປີເຊັນໃນປີ 2002 ແລະ ໃນປັດຈຸບັນນີ້ກໍເຊຶ່ອວ່າສະພາບປ່າໄມ້ຂອງລາວຍັງຄົງເຫລືອຢູ່ພຽງບໍ່ເກີນ 35ເປີເຊັນຂອງພື້ນທີ່ທັງໝົດເທົ່ານັ້ນ

XS
SM
MD
LG