ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແມ່ນຮວມຢູ່ໃນຈຳ
ນວນ 10 ກວ່າຄົນ ທີ່ມີລາຍງານວ່າ ໄດ້ເສຍຊີວິດ ໃນຕອນເຊົ້າ
ວັນເສົາຜ່ານມານີ້ ເວລາເຮືອບິນຂອງກອງທັບອາກາດລາວ ໄດ້
ປະສົບອຸບັດເຫດຕົກ ຢູ່ໃນພາກເໜືອ ຂອງລາວ. ດັ່ງທີ່ Ron
Corben ຜູ້ສື່ຂ່າວວີໂອເອ ລາຍງານມາຈາກບາງກອກ ກໍແມ່ນ
ວ່າ ພວກນັກວິເຄາະມອງເຫັນວ່າ ຈະມີການສັບຊ້ອນຄັ້ງໃຫຍ່ ພາຍໃນພັກຄອມມູນິສ ຫລືພັກປະຊາຊົນປະຕິວັດລາວ ທີ່ປົກຄອງປະເທດຢູ່ໃນເວລານີ້ ຍ້ອນໂສກນາດຕະກຳ ຊຶ່ງໄດ້ເກີດຂຶ້ນພຽງ 7 ເດືອນເທົ່ານັ້ນ ລຸນຫລັງຖ້ຽວບິນພາຍໃນປະເທດຂອງສາຍການບິນລາວ ໄດ້ປະສົບອຸບັດເຫດຕົກ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫລາຍ
ກວ່າ 40 ຄົນນັ້ນ. ໄຊຈະເລີນສຸກ ມີລາຍລະອຽດກ່ຽວກັບເລື່ອງນີ້ ມາສະເໜີທ່ານ.
ໂທລະພາບຂອງລາວ ໄດ້ອອກຂ່າວຮູບພາບ ທີ່ມີຄວັນກຸ້ມຂຶ້ນຈາກຊາກ ຂອງເຮືອບິນ AN-
74 ທີ່ສ້າງໂດຍຢູເຄຣນ ຫລັງຈາກໄດ້ປະສົບອຸບັດເຫດຕົກຢູ່ ໃນປ່າແຫ່ງນຶ່ງ ໃນຕອນໃກ້
ຈະລົງຈອດ ທີ່ແຂວງຊຽງຂວາງ ໃນພາກເໜືອຂອງລາວ ປະມານ 470 ຫລັກກິໂລແມັດ
ຫ່າງຈາກນະຄອນຫລວງວຽງຈັນ.
ຮວມຢູ່ໃນຈຳນວນພວກທີ່ເສຍຊີວິດ 14 ຄົນນັ້ນ ກໍມີລັດຖະມົນຕີປ້ອງກັນປະເທດ ຂອງລາວ ພົນໂທດວງໃຈ ພິຈິດ ພ້ອມທັງກຳຕຳແໜ່ງ ຮອງນາຍົກລັດຖະມົນຕີ ແລະສະມາຊິກກຳມະການກົມການເມືອງສູນກາງ ວົງໃນ ທີ່ມີອິດທິພົນຂອງພັກຄອມມູນິສ ຫລືພັກປະຊາຊົນປະຕິວັດລາວ.
ສ່ວນເຈົ້າໜ້າທີ່ຄົນສຳຄັນອື່ນໆ ທີ່ເສຍຊີວິດໃນຄັ້ງນີ້ ກໍມີຮວມທັງລັດຖະມົນຕີປ້ອງກັນຄວາມສະຫງົບ ແລະເຈົ້າຄອງນະຄອນຫຼວງວຽງຈັນ ຕະຫລອດທັງບັນດາສະມາຊິກໃນຄອບຄົວ ທີ່ພາກັນເດີນທາງໄປຮ່ວມພິທີ ແລະການຕ້ອນຮັບ ຢູ່ທີ່ແຂວງຊຽງຂວາງ.
ໂສກນາດຕະກຳດັ່ງກ່າວນີ້ ຂັ້ນຕົ້ນແມ່ນໄດ້ຮັບການຢືນຢັນ ໂດຍກະຊວງການຕ່າງປະເທດໄທ. ປະເທດໄທແມ່ນມີຄວາມສຳພັນອັນໃກ້ຊິດ ມາເປັນເວລາດົນນານກັບລາວ ທີ່ເປັນເພື່ອນບ້ານ.
ໂສກນາດຕະກຳທີ່ວ່ານີ້ ເກີດຂຶ້ນພຽງ 7 ເດືອນເທົ່ານັ້ນ ຫລັງຈາກຖ້ຽວບິນພາຍໃນປະເທດຂອງສາຍການບິນລາວ ໄດ້ປະສົບອຸບັດເຫດຕົກ ທີ່ແຂວງຈຳປາສັກ ທາງພາກໃຕ້ຂອງລາວ ທີ່ເຮັດໃຫ້ຜູ້ໂດຍສານ ແລະພະນັກງານຂອງເຮືອບິນ 49 ຄົນເສຍຊີວິດ. ລາຍ
ງານຢ່າງເປັນທາງການ ກ່ຽວກັບການປະສົບອຸບັດເຫດຕົກ ຂອງເຮືອບິນອາຍພົ່ນໝາກປິ່ນ ATR-72 ມີກຳນົດທີ່ຈະນຳອອກເຜີຍແຜ່ ໃນໄລຍະສອງສາມເດືອນຂ້າງໜ້ານີ້.
ທ່ານປະນິທານ ວັດທະນະຍາກອນ ນັກລັດຖະສາດທີ່ຈຸລາລົງກອນມະຫາວິທະຍາໄລ ກ່າວວ່າ ອຸບັດເຫດດັ່ງກ່າວນີ້ ແມ່ນໄດ້ສ້າງຄວາມກັງວົນເພີ້ມຕື່ມ ກ່ຽວກັບເລື່ອງຄວາມປອດໄພ ທາງເຮືອບິນ ຢູ່ໃນປະເທດລາວ.
ທ່ານ Wattanayagorn ເວົ້າວ່າ: “ເລື່ອງຄວາມປອດໄພຂອງເຮືອບິນລາວແມ່ນມີບັນຫາມາໄດ້ຫລາຍປີແລ້ວແລະ ນີ້ແມ່ນເປັນການຢືນຢັນໃຫ້ເຫັນອີກບັນຫາອັນນຶ່ງ ທີ່ພວກເຂົາເຈົ້າບໍ່ສາມາດປົວແປງຫລືແກ້ໄຂໄດ້ເທື່ອ. ເຖິງແມ່ນໃນຮອບສອງປີທີ່ຜ່ານມານີ້ ເຂົາເຈົ້າໄດ້ນຳ ເອົາພວກນັກຊ່ຽວຊານຈາກຕ່າງປະເທດ ມາຊ່ວຍອຸດສາຫະກຳການບິນຂອງ ພວກເຂົາເຈົ້າ ພ້ອມທັງພວກພະນັກງານກອງທັບອາກາດນຳດ້ວຍກໍຈິງ ແຕ່ບັນ ຫາກໍຍັງມີຢູ່.”
ພວກນັກວິເຄາະທີ່ມີຫ້ອງການຢູ່ລາວ ກ່າວຕໍ່ວີໂອເອວ່າ ໂສກນາດຕະກຳນີ້ແມ່ນ ຂີດໝາຍ
ຂອງຄວາມເສຍຫາຍຮ້າຍແຮງ ຕໍ່ພັກຄອມມູນິສ ຫລືພັກປະຊາຊົນປະຕິວັດລາວ ທີ່ປົກຄອງ
ປະເທດຢູ່ໃນເວລານີ້. ລັດຖະບານລາວ ໄດ້ຫລິ້ນກົນໂຍນ ສັບປ່ຽນມາເປັນເວລາດົນນານ
ແລ້ວກ່ຽວກັບຄວາມສຳພັນທາງດ້ານການທູດ ແລະ ເສດຖະກິດລະຫວ່າງຈີນກັບຫວຽດນາມ.
ທ່ານ Carl Thayer ນັກວິເຄາະດ້ານປ້ອງກັນປະເທດ ທີ່ມະຫາວິທະຍາໄລລັດ New South Wales ຂອງອອສເຕຣເລຍກ່າວວ່າ ຫລັງຈາກເກີດອຸບັດເຫດນີ້ ແລ້ວຄາດວ່າຈະມີການຊັບຊ້ອນຄັ້ງໃຫຍ່ພາຍໃນລັດຖະບານລາວ. ທ່ານເວົ້າວ່ານາຍ ພົນດວງໃຈ ແມ່ນບຸກຄົນທີ່ມີອິດທິພົນໃນກຳມະການກົມການເມືອງສູນກາງພັກ.
ທ່ານ Thayer ເວົ້າວ່າ: “ນາຍພົນດວງໃຈ ແມ່ນນຶ່ງໃນບັນດາຜູ້ນຳທາງການເມືອງທີ່ສຳຄັນສຸດຢູ່ໃນລາວ. ທະຫານແມ່ນມີບົດບາດ ທີ່ມີອິດທິພົນຫລາຍເປັນພິເສດຢູ່ໃນ
ປະເທດ ທັງໃນດ້ານທາງການ ແລະໂດຍຜ່ານຕາໜ່າງຂອງພວກນາຍພົນທີ່ອອກບຳນານແລ້ວ ທີ່ຢູ່ໃນລະດັບຕຳແໜ່ງຂັ້ນສູງຂອງພັກ. ບຸກຄົນໃດກໍຕາມທີ່ໄດ້ເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ ແມ່ນມາຈາກວົງໃນທີ່ແຄບໆ ດັ່ງນັ້ນມັນຈະເປັນນຶ່ງໃນ ບັນດາພວກວົງໃນຮູ້ດີ ມັນຈະບໍ່ແມ່ນບຸກຄົນແປກໜ້າ ທີ່ຈະປ່ຽນແປງ
ນະໂຍບາຍ ຢ່າງຮຸນແຮງນັ້ນ.”
ແຕ່ ທ່ານ Thayer ເວົ້າວ່າ ໃນຂະນະທີ່ການຊັບຊ້ອນຈະມີຂຶ້ນນັ້ນ ທ່ານບໍ່ໄດ້ ມອງເຫັນ
ວ່າ ຈະເກີດຄວາມບໍ່ທຸ່ນທ່ຽງແຕ່ຢ່າງໃດ ຢູ່ໃນລັດຖະບານຄອມມູນິສ ທີ່ປົກຄອງປະເທດ
ລາວມາແຕ່ປີ 1975 ຫລືທ່ານກ່າວວ່າ ຈະເຮັດໃຫ້ຄວາມສຳພັນໃນການດຳເນີນງານຢ່າງໃກ້ຊິດ ທີ່ເຄີຍມີມາລະຫວ່າງລາວ ແລະເພື່ອນ ບ້ານຫວຽດນາມ ແລະຈີນ ມີທ່າທາງວ່າ
ຈະປ່ຽນແປງໄປແຕ່ປະການໃດເລີຍ.