ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂ່າວຄືບໜ້າ ກ່ຽວກັບ ເຮືອບິນ ກອງທັບລາວ ຕົກ ທີ່ແຂວງ ຊຽງຂວາງ (ສະໄລດ໌/ວີດີໂອ)


ພວກກູ້ໄພ ພວມຊອກຄົ້ນຫາ ຢູ່ບ່ອນທີ່ເກີດເຫດ ເຮຶືອບິນຕົກ ໃກ້ໆບ້ານນາດີ ໃນແຂວງຊຽງຂວາງ (17 ພຶດສະພາ 2014)
ພວກກູ້ໄພ ພວມຊອກຄົ້ນຫາ ຢູ່ບ່ອນທີ່ເກີດເຫດ ເຮຶືອບິນຕົກ ໃກ້ໆບ້ານນາດີ ໃນແຂວງຊຽງຂວາງ (17 ພຶດສະພາ 2014)
ເຈົ້າໜ້າທີ່ລາວ ພວມທຳການສືບສວນ ກ່ຽວກັບການທີ່ເຮືອບິນ
ທະຫານ ໄດ້ປະສົບອຸບັດເຫດຕົກ ທີ່ເຮັດໃຫ້ເຈົ້າໜ້າທີ່ອະວຸໂສ
ຂອງລາວສອງຄົນເສຍຊີວິດ ໃນພາກເໜືອຂອງປະເທດນັ້ນ.

ໃນວັນເສົາວານນີ້ ພົນໂທດວງໃຈ ພິຈິດຊຶ່ງເປັນຮອງນາຍົກລັດ
ຖະມົນຕີຂອງລາວ ແລະກຳຕຳແໜ່ງ ລັດຖະມົນຕີປ້ອງກັນປະ
ເທດນຳດ້ວຍ ໄດ້ເສຍຊີວິດ ພ້ອມກັບ ທ່ານສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ.
ເຈົ້າໜ້າທີ່ອະວຸໂສລາວ 4 ທ່ານ ທີ່ເສຍຊີວິດ ຍ້ອນເຮືອບິນຕົກ: ທ່ານດວງໃຈ ພິຈິດ(ຊ້າຍເທິງ) ທ່ານທອງບັນ ແສງອາພອນ(ຂວາເທິງ) ທ່ານສຸກັນ ມະຫາລາດ(ຊ້າຍລຸ່ມ) ທ່ານເຈືອງ ສົມບູນຂັນ(ຂວາລຸ່ມ)
ເຈົ້າໜ້າທີ່ອະວຸໂສລາວ 4 ທ່ານ ທີ່ເສຍຊີວິດ ຍ້ອນເຮືອບິນຕົກ: ທ່ານດວງໃຈ ພິຈິດ(ຊ້າຍເທິງ) ທ່ານທອງບັນ ແສງອາພອນ(ຂວາເທິງ) ທ່ານສຸກັນ ມະຫາລາດ(ຊ້າຍລຸ່ມ) ທ່ານເຈືອງ ສົມບູນຂັນ(ຂວາລຸ່ມ)

ນອກນັ້ນ ລາຍງານຂ່າວຂອງລາວຍັງແຈ້ງວ່າ ທ່ານທອງບັນ
ແສງອາພອນ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
ແລະທ່ານເຈືອງ ສົມບູນຂັນ ຫົວໜ້າຄະນະໂຄສະນາອົບລົມ
ສູນກາງພັກ ກໍຮວມຢູ່ໃນຈຳນວນພວກທີ່ເສຍຊີວິດ.

ລາຍງານວ່າ ໃນຈຳນວນຜູ້ເດີນທາງໄປນຳເຮືອບິນທັງໝົດ
17 ຄົນນັ້ນ ມີ 3 ຄົນລອດຊີວິດມາໄດ້ ໃນອຸບັດເຫດເຮືອບິນ
ຕົກ ທີ່ແຂວງຊຽງຂວາງໃນຄັ້ງນີ້.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນຂອງກອງທັບລຳນີ້ ໄດ້ບິນໄປສົ່ງ
ເຈົ້າໜ້າທີ່ດັ່ງກ່າວ ທີ່ຊຽງຂວາງ ເພື່ອສະຫລອງວັນຄົບຮອບ
ໃນການໄດ້ຮັບໄຊຊະນະ ຂອງກຳລັງຄອມມູນິສ ຕໍ່ທະຫານ
ກອງທັບແຫ່ງລາດຊະອານາຈັກລາວ ເມື່ອເກືອບ 55 ປີກ່ອນ.

Authorities in Laos are investigating a military plane crash that kill two high-ranking officials in the northern part of the country.

On Saturday, Deputy Prime Minister Major-General Douangchay Phichit, who is also the defense minister, died in the crash along with Soukanh Maharath, the mayor of the capital city.

Some of the 17 people on board are reported to have survived the crash in Xiengkhouang province.

Officials say the plane was flying a group to the Plain of Jars for a ceremony commemorating communist forces' victory over the former Royal Lao military nearly 55 years ago.
LAOS PLANE CRASH VO
please wait
Embed

No media source currently available

0:00 0:00:36 0:00
XS
SM
MD
LG