ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນລາວ ຈະໃຊ້ສິດ ເລືອກຕັ້ງເອົາ ສະມາຊິກສະພາ ແຫ່ງຊາດລາວ ຊຸດທີ 8


ຄະນະກຳມະການເລືອກຕັ້ງລະດັບຊາດ ປະກອບດ້ວຍສະມາຊິກ 17 ທ່ານ ພາຍໃຕ້ການເປັນປະທານ ຂອງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ.
ຄະນະກຳມະການເລືອກຕັ້ງລະດັບຊາດ ປະກອບດ້ວຍສະມາຊິກ 17 ທ່ານ ພາຍໃຕ້ການເປັນປະທານ ຂອງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ.

ປະຊາຊົນລາວ ຈະໃຊ້ສິດເລືອກຕັ້ງເອົາສະມາຊິກສະພາແຫ່ງ
ຊາດລາວ ຊຸດທີ 8 ຈຳນວນ 149 ຄົນ ກັບອີກ 360 ຄົນ ເພື່ອ
ເປັນສະມາຊິກສະພາ ປະຊາຊົນຂັ້ນແຂວງ ຈາກນຳນວນຜູ້
ສະໝັກ ທັງໝົດ 719 ຄົນ.

ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ປະກາດລາຍຊື່ ບັນດາຜູ້ສະໝັກ ທີ່ຜ່ານ
ການຮັບຮອງຈາກພັກປະຊາຊົນ ປະຕິວັດລາວ ຈຳນວນທັງໝົດ 211 ຄົນ ເພື່ອໃຫ້
ປະຊາຊົນລາວ ເລືອກເອົາ 149 ຄົນ ຈາກ 18 ເຂດເລືອກຕັ້ງ ທົ່ວປະເທດ ໃນວັນທີ
20 ມີນາ 2016 ທີ່ເປັນມື້ດຽວກັນກັບ ການເລືອກຕັ້ງເອົາສະມາຊິກ ສະພາປະຊາຊົນ ຂັ້ນແຂວງ ຈຳນວນ 360 ຄົນ ຈາກຜູ້ສະໝັກ 508 ຄົນ ໃນນະຄອນວຽງຈັນ ກັບ 17
ແຂວງ ດັ່ງທ່ານກຸແກ້ວ ອັກຄະມົນຕີ ປະທານຄະນະກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດຊຸດທີ 7 ໄດ້ຖະແຫລງ ຢືນຢັນວ່າ:

“ຄະນະກຳມະການເລືອກຕັ້ງ ລະດັບຊາດ ປະກາດແຈ້ງການກ່ຽວກັບ ລາຍຊື່ຜູ້ທີ່ ສະໝັກຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ 8 ຢູ່ເຂດເລືອກຕັ້ງຕ່າງໆ
ໃນຂອບເຂດທົ່ວປະເທດ ຊຶ່ງປະກອບມີດັ່ງນີ້ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ
ຈຳນວນຜູ້ສະໝັກຮັບເລືອກຕັ້ງ 24 ທ່ານ ເລືອກເອົາ 17 ທ່ານ.”

ບັນດາສະມາຊິກສະພາ ແຫ່ງຊາດລາວ ລົງຢ້ຽມຢາມ ປະຊາຊົນ ຢູ່ຂັ້ນພື້ນຖານ.
ບັນດາສະມາຊິກສະພາ ແຫ່ງຊາດລາວ ລົງຢ້ຽມຢາມ ປະຊາຊົນ ຢູ່ຂັ້ນພື້ນຖານ.

​ໂດຍເຂດທີ່ເລືອກສະມາຊິກສະພາແຫ່ງຊາດໄດ້ເຖິງ 19 ຄົນ
ແລະສະມາຊິກສະພາປະຊາຊົນຂັ້ນແຂວງໄດ້ເຖິງ 35 ຄົນ ກໍຄື
ແຂວງສະຫວັນນະເຂດ ຕິດຕາມດ້ວຍເຂດນະຄອນຫຼວງວຽງຈັນ
ທີ່ ເລືອກສະມາຊິກສະພາແຫ່ງຊາດໄດ້ 17 ຄົນ ແລະສະມາຊິກ
ສະພາປະຊາຊົນ 18 ຄົນ ສ່ວນເຂດທີ່ເລືອກສະມາຊິກສະພາ
ແຫ່ງຊາດໄດ້ພຽງແຕ່ 5 ຄົນ ເທົ່ານັ້ນ ປະກອບດ້ວຍແຂວງຜົ້ງ
ສາລີ ຫຼວງນ້ຳທາ ບໍ່ແກ້ວ ເຊກອງ ອັດຕະປື ແລະ ໄຊສົມບູນ.

ສຳລັບສະມາຊິກສະພາແຫ່ງຊາດຊຸດທີ 7 ທີ່ໄດ້ສະມັກ ໃນ
ການເລືອກຕັ້ງຄັ້ງນີ້ ດ້ວຍມີ 48 ຄົນ ໂດຍໃນນີ້ ລວມເຖິງ
ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ຊຸດທີ 7 ພ້ອມດ້ວຍຮອງປະທານ
ສະພາ ທັງ 2 ທ່ານ ຄື ທ່ານໄຊສົມພອນ ພົມວິຫານ ແລະ ທ່ານສົມພັນ ແພງຄຳມີ ນອກ
ນັ້ນ ກໍມີ ທ່ານບຸນປອນ ບຸດຕະນະວົງ ຮອງ ນາຍົກລັດຖະມົນຕີ ພົນໂທແສງນວນ
ໄຊຍະລາດ ລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ ແລະ ທ່ານເອກສະຫວ່າງ
ວົງວິຈິດ ລັດຖະມົນຕີ ວ່າການກະຊວງສາທາລະນະສຸກ.

ຮອງປະທານສະພາ ແຫ່ງຊາດລາວ ທ່ານ ໄຊສົມພອນ ພົມວິຫານ.
ຮອງປະທານສະພາ ແຫ່ງຊາດລາວ ທ່ານ ໄຊສົມພອນ ພົມວິຫານ.

ທັງນີ້ ໂດຍອີງຕາມກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກ
ສະພາແຫ່ງຊາດ ໄດ້ກຳນົດໄວ້ວ່າ ໃນຈຳນວນປະຊາກອນລາວ
ທຸກໆ 50,000 ຄົນ ໃຫ້ມີສະມາຊິກສະພາແຫ່ງຊາດ ໄດ້ 1 ຄົນ
ຫາກແຕ່ວ່າ ໃນແຕ່ລະແຂວງ ຈະຕ້ອງມີສະມາຊິກສະພາແຫ່ງ
ຊາດ ບໍ່ນ້ອຍກວ່າ 5 ຄົນ ແລະຫຼາຍສຸດບໍ່ໃຫ້ເກີນ 19 ຄົນ ສ່ວນ
ຈຳນວນສະມາຊິກສະພາປະຊາຊົນ ຂັ້ນແຂວງນັ້ນ ກໍໃຊ້ສັດສ່ວນ
ດຽວກັນນີ້ ຫາກແຕ່ວ່າ ສະພາປະຊາຊົນຂັ້ນແຂວງ ຈະຕ້ອງມີ
ຈຳນວນ ສະມາຊິກບໍ່ນ້ອຍກວ່າ 12 ຄົນ ໃນແຕ່ລະແຂວງ.

ທ່ານຈູມມາລີ ໄຊຍະສອນ ປະທານປະເທດລາວ ໄດ້ອອກລັດຖະດຳລັດເລກທີ 224/
ປປທ ເມື່ອວັນທີ 30 ທັນວາ 2015 ເພື່ອກຳນົດ ໃຫ້ວັນທີ 20 ມີນາ 2016 ເປັນວັນ
ເລືອກຕັ້ງ ສະມາຊິກສະພາແຫ່ງຊາດລາວ ຊຸດທີ 8 ແລະສະມາຊິກສະພາ ປະຊາຊົນ
ຂັນແຂວງ ໃນທົ່ວປະເທດ ໂດຍພ້ອມກັນນີ້ ປະທານປະເທດລາວ ກໍຍັງໄດ້ອອກລັດ
ຖະດຳລັດ ເລກທີ 225/ປປທ ເມື່ອວັນທີ 30 ທັນວາ 2015 ເພື່ອປະກາດແຕ່ງຕັ້ງ ຄະນະ
ກຳມະການເລືອກຕັ້ງລະດັບຊາດ ເພື່ອຮັບຜິດຊອບຈັດການເລືອກຕັ້ງດັ່ງກ່າວດ້ວຍ.

ຄະນະກຳມະການເລືອກຕັ້ງລະດັບຊາດ ປະກອບດ້ວຍສະມາຊິກ 17 ທ່ານ ພາຍໃຕ້
ການເປັນປະທານ ຂອງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິ
ວັດລາວ ພ້ອມກັນນີ້ ກໍມີຄະນະກຳມະການ ທີ່ຮັບຜິດຊອບໃນແຕ່ລະດ້ານອີກດ້ວຍ.

ກ່ອນໜ້ານີ້ ທ່ານຈູມມາລີ ໄດ້ອອກລັດຖະທຳລັດ ເພື່ອປະກາດບັງຄັບໃຊ້ ລັດຖະທຳ ມະນູນແຫ່ງ ສປປ ລາວ ສະບັບ ປັບປຸງ ປີ 2015 ເລກທີ 214/ປປທ ໃນວັນທີ 15 ທັນວາ
2015 ໂດຍອີງຕາມລັດຖະທຳມະນູນ ສະບັບ ປັບປຸງປີ 2003 ໝວດທີ 6 ມາດຕາ 67
ແລະມະຕິກອງປະຊຸມ ສະພາແຫ່ງຊາດ ສະບັບເລກທີ 012/ສພຊ ລົງວັນທີ 8 ທັນວາ
2015 ວ່າດ້ວຍການຮັບຮອງເອົາລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງ ປີ
2015 ຊຶ່ງເປັນຜົນໃຫ້ລັດຖະທຳມະນູນ ສະບັບນີ້ ມີຜົນບັງຄັບໃຊ້ນັບຕັ້ງແຕ່ ວັນທີ 15
ທັນວາ 2015 ເປັນຕົ້ນໄປ.

ໂດຍລັດຖະທຳມະນູນ ສະບັບປັບປຸງໃໝ່ນີ້ປະກອບມີ 14 ໝວດ 119 ມາດຕາ ແລະ
ໃນນີ້ມີ 3 ໝວດ 21 ມາດຕາໃໝ່ທີ່ເພີ້ມຂຶ້ນຈາກເດີມ ກໍຄື ໝວດທີ່ວ່າດ້ວຍ ສະພາ
ປະຊາຊົນທ້ອງຖິ່ນ ອົງການກວດສອບແຫ່ງລັດ ແລະ ຄະນະກຳມະການເລືອກຕັ້ງ
ລະດັບຊາດ ພ້ອມທັງຍັງໄດ້ປັບປຸງຄຳນຳ ກັບບົດບັນຍັດໃນໝວດ ທີ່ວ່າດ້ວຍສະພາ
ແຫ່ງຊາດ ປະທານປະເທດ ກັບລັດຖະບານ ການປົກຄອງທ້ອງຖິ່ນ ສານປະຊາຊົນ
ແລະອົງການໄອຍະການປະຊາຊົນຕາມລຳດັບ.

XS
SM
MD
LG