ທ່ານສົມບັດ ເຢຍລີເຮີ ເຈົ້າຄອງນະຄອນຫລວງວຽງຈັນ ຖະແຫລງຍອມຮັບວ່າການຍົກ
ຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆຂອງລັດຖະບານລາວໃນ
ເຂດນະຄອນຫລວງວຽງຈັນ ໄປຢູ່ເຂດຈັດສັນໃໝ່ ໃນໄລຍະທີ່ຜ່ານມາຈົນເຖິງປັດຈຸບັນນີ້
ໄດ້ປະສົບກັບບັນຫາຫຍຸ້ງຍາກໃນຫລາຍດ້ານ ເຊັ່ນການຊັກຊ້າໃນການພັດທະນາພື້ນທີ່
ຮອງຮັບ ແລະການບໍ່ໄດ້ຮັບຄວາມຮ່ວມມືຈາກປະຊາຊົນ ເປັນຕົ້ນ.
ໂດຍກ່ຽວກັບບັນຫາການບໍ່ໄດ້ຮັບຄວາມຮ່ວມມືຈາກປະຊາຊົນນັ້ນ ທ່ານສົມບັດກໍຍອມຮັບ
ວ່າເປັນບັນຫາທີ່ປະສົບກັບຄວາມຫຍຸ້ງຍາກຫລາຍທີ່ສຸດ ເນຶ່ອງຈາກປາກົດວ່າມີປະຊາຊົນ
ຈໍານວນນຶ່ງທີ່ບໍ່ໄດ້ຖືກກະທົບຈາກໂຄງການພັດທະນາຂອງລັດຖະບານ ໄດ້ພາກັນເຂົ້າໄປ
ຈັບຈອງແລະອາໃສຢູ່ໃນເຂດຈັດສັນ ໂດຍບໍ່ໄດ້ຮັບອະນຸຍາດ ຍ້ອນຖືກຕົວະຍົວະຈາກກຸ່ມ
ຄົນບໍ່ດີທີ່ໄດ້ບິດເບືອນຂໍ້ມູນ ຈົນເຮັດໃຫ້ເກີດຄວາມເຂົ້າໃຈຜິດໃນກຸ່ມປະຊາຊົນລາວ ດັ່ງ
ທີ່ທ່ານສົມບັດໄດ້ຖະແຫລງຊີ້ແຈງເຖິງກໍລະນີບັນຫາທີ່ເກີດຂຶ້ນຢູ່ເຂດຈັດສັນໃໝ່ ຫລັກ 21 ໃນເຂດເມືອງໄຊທານີ ໃນປັດຈຸບັນນີ້ວ່າ:
“ພວກເຮົານີ້ກະໄດ້ກະກຽມເນື້ອທີ່ 61 ເຮັກຕ້າ ແລະ
32 ເຮັກຕ້າ ຢູ່ເຂດປ່າສະຫງວນດົງພະໄຊໃຫ້ປະຊາ
ຊົນໄປຢູ່ ແຕ່ກໍມີພະນັກງານ ນັກລົບແລະປະຊາຊົນ
ຈໍານວນນຶ່ງທີ່ບໍ່ແມ່ນເປົ້າໝາຍທີ່ຈະຈັດສັນໃຫ້ ໄດ້
ຖືກຄົນບໍ່ດີ ຊວນເຊື່ອວ່າ ແມ່ນພັກ-ລັດນີ້ໄດ້ຈັດສັນ
ເພື່ອໃຫ້ຜູ້ບໍ່ມີທີ່ດິນຫັ້ນ. ດັ່ງນັ້ນ ພໍ່ແມ່ ພີ່ນ້ອງ ກໍຄື
ພະນັກງານ ນັກລົບ ຕະຫລອດເຖິງພະນັກງານບໍາ
ນານຈຳນວນນຶ່ງ ກໍໄດ້ພາກັນບຸກລຸກເຂົ້າໄປແລະ
ແບ່ງປັນທີ່ດິນ ທີ່ອໍານາດການປົກຄອງ ນະຄອນ
ຫລວງວຽງຈັນໄດ້ບຸກເບີກດັ່ງກ່າວ”
ເຂດຈັດສັນໃໝ່ ຫລັກ 21 ດັ່ງກ່າວນີ້ ໄດ້ຖືກສ້າງຕັ້ງຂຶ້ນມາເພື່ອຮອງຮັບປະຊາຊົນລາວ
ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆຂອງລັດຖະບານລາວໃນເຂດນະຄອນ
ຫລວງວຽງຈັນເປັນການສະເພາະ ເຊັ່ນການກໍ່ສ້າງສະໜາມກີລາແຫ່ງໃໝ່ ແລະສະໜາມ
ກ໊ອຟເພື່ອຮອງຮັບກີລາຊີເກມສ໌ ເມື່ອທ້າຍປີ 2009 ການຂະຫຍາຍສະໜາມຫລວງແລະ
ກົມມະລຽນຢູ່ທາດຫລວງ ແລະການສ້າງທາງ 4 ເລນ ເພື່ອເຊຶ່ອມຕໍ່ຈາກພະທາດຫລວງ
ໄປຍັງຖະໜົນກໍາແພງເມືອງ ຊຶ່ງຖືເປັນໂຄງການນຶ່ງທີ່ສໍາຄັນ ທີ່ຈະຕ້ອງດໍາເນີນການໃຫ້
ສໍາເລັດ ທັນການສະເຫລີມສະຫລອງນະຄອນຫລວງວຽງຈັນຄົບຮອບ 450 ປີ ໃນທ້າຍ
ເດືອນພະຈິກປີນີ້.
ອໍານາດການປົກຄອງເຂດນະຄອນຫລວງວຽງຈັນ ໄດ້ຈັດ
ແບ່ງເຂດຈັດສັນໃໝ່ດັ່ງກ່າວນີ້ ອອກເປັນສອງສ່ວນທີ່ມີພື້ນ
ທີ່ລວມກັນ 90 ກວ່າເຮັກຕ້າສໍາລັບຮອງຮັບປະຊາຊົນລາວ
ທີ່ຖືກກະທົບຈາກໂຄງການພັດທະນາຕ່າງໆຂອງລັດຖະບານ
ດັ່ງກ່າວ ຈໍານວນທັງໝົດ 251 ຄອບຄົວ ຊຶ່ືງໃນໄລຍະທີ່
ຜ່ານມາ ປະຊາຊົນລາວເຫລົ່ານີ້ ກໍໄດ້ຮັບການຊົດເຊີຍຈາກ
ທາງການລາວແລ້ວ ຄິດເປັນມູນຄ່າລວມກັນຫລາຍກວ່າ 77
ຕື້ກີບ ຫລືເກືອບ 10 ລ້ານໂດລາ ຕາມອັດຕາແລກປ່ຽນໃນ
ປັດຈຸບັນ. ຫາກແຕ່ວ່າ ສໍາລັບປະຊາຊົນລາວທີ່ຖືກກະທົບ
ຈາກໂຄງການພັດທະນາຕ່າງໆຂອງລັດຖະບານລາວນັ້ນ
ຄ່າຊົດເຊີຍດັ່ງກ່າວ ຖືວ່າຕໍ່າເກີນໄປ. ດ້ວຍເຫດນີ້ ຈຶ່ງເຮັດ
ໃຫ້ທາງການລາວຕ້ອງໃຫ້ການຊ່ວຍເຫລືອພວກເຂົາເຈົ້າ ດ້ວຍການພັດທະນາເຂດຈັດສັນໃໝ່ ເພື່ອຮອງຮັບພວກເຂົາເຈົ້າ ດັ່ງກ່າວນັ້ນເອງ.