ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ຕິດເຊື້ອ HIV ແລະ ເປັນໂຣກເອດສ໌ ຫຼາຍຂຶ້ນ


ການສະແດງລະຄອນ ເພື່ອປຸກລະດົມຄວາມຕື່ນຕົວ ໃນການປ້ອງກັນໂຣກເອດສ໌ ທີ່ລາວ ໃນວັນໂຣກເອດສ໌ ສາກົນ, ວັນທີ 1 ທັນວາ.
ການສະແດງລະຄອນ ເພື່ອປຸກລະດົມຄວາມຕື່ນຕົວ ໃນການປ້ອງກັນໂຣກເອດສ໌ ທີ່ລາວ ໃນວັນໂຣກເອດສ໌ ສາກົນ, ວັນທີ 1 ທັນວາ.
ປະຊາຊົນລາວຕິດເຊື້ອ HIV ແລະເສຍຊີວິດຍ້ອນໂຣກເອດສ໌
ຫລື AIDS ຫຼາຍຂຶ້ນ ໃນຂະນະດຽວກັນ ກໍຍັງມີຄົນລາວຫຼາຍກຸ່ມ ທີ່ມີສະພາບຊີວິດການເປັນຢູ່ທີ່ສຸ່ມສ່ຽງຢ່າງສູງທີ່ຈະຕິດເຊື້ອ HIV-AIDS ໃນປັດຈຸບັນນີ້

ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫຼງລາຍ ງານວ່າ ການສໍາຫຼວດດ້ວຍການສຸ່ມກວດເລືອດປະຊາຊົນລາວ ທີ່ສະໝັກໃຈຈົນເຖິງກາງ ປີ 2012 ນີ້ພົບວ່າ ມີປະຊາຊົນລາວທີ່ຕິດເຊື້ອ HIV ຈໍານວນທັງ ໝົດ 5,260 ຄົນ
ໂດຍໃນ
ນີ້ກໍມີຢູ່ເຖິງ 3,282 ຄົນທີ່ເປັນໂຣກເອດສ໌ ແລະເສຍຊີວິດໄປແລ້ວ 1,334 ຄົນ ຊຶ່ງກໍຖືວ່າ ເປັນອັດຕາການຕິດເຊື້ອ ແລະເສຍຊີວິດທີ່ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຊຶ່ງຕໍ່ກໍລະນີດຽວກັນນີ້ ທ່ານພອນເທບ ພົນເສນາ ສະມາຊິກສະພາ
ແຫ່ງຊາດລາວ ກໍໄດ້ໃຫ້ການອະທິບາຍກ່ອນໜ້ານີ້ວ່າ ເຖິງແມ່ນ່າອັດຕາການຕິດເຊື້ອ HIV-AIDS ຂອງຄົນລາວ ໃນປັດຈຸບັນຈະຍັງຄົງຢູ່ໃນລະດັບທີ່ຕໍ່າ ເມື່ອທຽບໃສ່ກັບປະ ເທດອື່ນໆ ໃນອາຊ່ຽນດ້ວຍກັນ ໂດຍຈາກການສຸ່ມກວດເລືອດປະຊາຊົນລາວ ທີ່ສະໝັກ ໃຈຫຼາຍກວ່າ 2 ແສນຄົນໃນ 17 ແຂວງໃນທົ່ວປະເທດ ນັບແຕ່ປີ 1990 ເປັນຕົ້ນມາ ຈະພົບວ່າ
ມີຄົນລາວຕິດເຊື້ອດັ່ງກ່າວນີ້ ຄິດເປັນອັດຕາສະເລ່ຍພຽງແຕ່ 1.6% ຂອງຄົນລາວທີ່ກວດ ເລືອດທັງໝົດເທົ່ານັ້ນ.

ດຣ. ພອນເທບ ພົນເສນາ
ດຣ. ພອນເທບ ພົນເສນາ
ຫາກແຕ່ວ່າສະຖານະການກໍໜ້າເປັນຫ່ວງຫຼາຍຂຶ້ນໄປອີກ
ຍ້ອນວ່າລະບົບໃຫ້ບໍລິການດ້ານການປິ່ນປົວແລະການຮັກສາ
ສຸຂະພາບຂອງລັດຖະບານນັ້ນ ກໍຍັງບໍ່ສາມາທີ່ຈະໃຫ້ການເບິ່ງ
ແຍງ ບັນດາຄົນລາວທີ່ຕິດເຊື້ອໂຣກດັ່ງກ່າວນີ້ໄດ້ຢ່າງທົ່ວເຖິງ ແລະເມື່ອປະກອບກັບການທີ່ລາວເປັນປະເທດນຶ່ງ ທີ່ມີຈຸດທີ່ຕັ້ງ
ຢູ່ເຂດສູນກາງທີ່ສາມາດຈະເຊື່ອມຕໍ່ການຄົມມະນາຄົມ ແລະ
ຂົນສົ່ງກັບທຸກປະເທດທີ່ຢູ່ໃນລຸ່ມແມ່ນໍ້າ ຂອງດ້ວຍກັນໄດ້ໃນ
ທຸກທິດທຸກທາງດ້ວຍແລ້ວ ກໍຍັງນັບເປັນເງື່ອນໄຂທີ່ສໍາຄັນທີ່ ຈະເຮັດໃຫ້ປະຊາຊົນລາວມີຄວາມສ່ຽງຢ່າງສູງທີ່ຈະຕິດເຊື້ອ
ໂຣກດັ່ງກ່າວນີ້ຫຼາຍຂຶ້ນ ນັບມື້ອີກດ້ວຍ. ດັ່ງທີ່ທ່ານພອນເທບ ໄດ້ຊີ້ແຈງໃນຕອນນຶ່ງວ່າ:

ເຖິງແມ່ນວ່າເຊື້ອ HIV-AIDS ຍັງຢູ່ໃນຂອບເຂດບໍ່ສູງໃນປະເທດເຮົາ ເມື່ອ ທຽບໃສ່ກັບປະເທດຂ້າງຄຽງ ແຕ່ປັດໃຈສ່ຽງໃນການແພ່ລະບາດນັ້ນກໍມີຢູ່ ເພາະວ່າ ການຕິດເຊື້ອທາງເພດສໍາພັນຢູ່ບ້ານເຮົາ ເຫັນວ່າມັນເພີ່ມຫຼາຍ ຂຶ້ນໃນແຕ່ລະປີ ແລະ ຢູ່ໃນຂົງເຂດປະເທດອ້ອມຂ້າງຂອງພວກເຮົາ ກໍມີ ການຕິດເຊື້ອຫຼາຍຂຶ້ນ ແລະປະເທດເຮົາກໍເປັນທາງຜ່ານ ຊຶ່ງແນ່ນອນ ການ ເດີນທາງໄປມາຫາສູ່ກັນຂອງບັນດານັກ ທ່ອງທ່ຽວກໍແມ່ນບັນຫາທີ່ສະກັດ ກັ້ນບໍ່ໄດ້.”

ອິງຕາມລາຍງານຂອງກະຊວງສາທາລະນະສຸກຂອງລາວໄດ້ລະບຸວ່າສາເຫດ ສໍາຄັນທີ່ ເຮັດໃຫ້ຄົນລາວຕິດເຊື້ອ HIV-AIDS ຫຼາຍທີ່ສຸດນັ້ນ ກໍຄືການມີເພດສໍາພັນໂດຍບໍ່ມີ ການປ້ອງກັນດ້ວຍການສວມໃສ່ຖົງຢາງອະນາໄມ ໂດຍສະເພາະແມ່ນ ການຕິດເຊື້ອໃນ ກຸ່ມຜູ້ຍິງຂາຍບໍລິການທາງເພດແລະກຸ່ມຮັກຮ່ວມເພດດຽວກັນ ກໍຍັງນັບເປັນພາຫະ ທີ່ເຮັດ
ໃຫ້ມີການແຜ່ລະບາດຂອງເຊຶ້ອໂຣກຢ່າງໄວວາອີກດ້ວຍ.
ກໍາມະກອນລາວໃນໂຮງງານຕັດຫຍິບແຫ່ງນຶ່ງທີ່ນະຄອນວຽງຈັນ
ກໍາມະກອນລາວໃນໂຮງງານຕັດຫຍິບແຫ່ງນຶ່ງທີ່ນະຄອນວຽງຈັນ

​ຍິ່ງໄປກວ່ານັ້ນ ກຸ່ມແຮງງານລາວທີ່ໄດ້ພາກັນລັກລອບໄປທໍາ
ງານໂດຍຜິດກົດ ໝາຍຢູ່ໃນປະເທດເພື່ອນບ້ານ ກໍນັບເປັນອີກ ກຸ່ມນຶ່ງທີ່ມີຄວາມສ່ຽງຢ່າງສູງໃນຖານະທີ່ເປັນຜູ້ຮັບເຊື້ອແລະຜູ້
ນໍາເອົາເຊື້ອໂຣກໄປຕິດຕໍ່ເຖິງຄົນຮັກ ໂດຍສະເພາະກໍແມ່ນ ກຸ່ມແຮງງານລາວເພດຍິງທີ່ລັກລອບທໍາງານຢູ່ໃນໄທໂດຍຜິດ
ກົດໝາຍນັ້ນ ຍັງມີໂອກາດທີ່ຈະຖືກບັງຄັບໃຫ້ຕ້ອງຂາຍບໍລິ ການທາງເພດໂດຍຂາດການປ້ອງ ກັນຕົນເອັງອີກດ້ວຍ.

ທັງນີ້ໂດຍອິງຕາມຂໍ້ມູນຂອງກຸ່ມອົງການຄຸ້ມຄອງແຮງງານຕ່າງ
ດ້າວຈາກລາວ ມຽນມາ ແລະກໍາປູເຈຍໃນໄທ ກໍໄດ້ລະບຸວ່າ ໃນປັດຈຸບັນມີແຮງງານລາວ ຢູ່ໃນໄທ ຫຼາຍກວ່າ 4 ແສນຄົນ ໂດຍຫຼາຍກວ່າ 3 ແສນຄົນເປັນແຮງງານຜິດກົດໝາຍ ແລະ ເກີນກວ່າ 56% ກໍຄືແຮງງານລາວເພດຍິງດ້ວຍແລ້ວ ຈຶ່ງຖືເປັນກຸ່ມທີ່ສຸ່ມສ່ຽງຢ່າງ ຍິ່ງ ທີ່ຈະຖືກບັງຄັບໃຫ້ຕ້ອງຂາຍບໍລິການທາງເພດໂດຍຂາດການປ້ອງກັນ.

ດ້ວຍເຫດນີ້ ຈຶ່ງເຮັດວຽກງານສໍາຄັນທີ່ສຸດຢ່າງນຶ່ງທີ່ສູນຕ້ານໂຣກເອດສ໌ແຫ່ງຊາດ ລາວຈະຕ້ອງມີການປະຕິບັດຢ່າງຮີບດ່ວນໃນໄລຍະນີ້ ກໍຄືການປຸກລະດົມແລະ ໂຄສະນາປະຊາສໍາພັນເພື່ອໃຫ້ຂໍ້ມູນກັບປະຊາຊົນລາວກ່ຽວກັບການປ້ອງກັນຕົນ ເອັງຈາກຄວາມສ່ຽງທີ່ຈະໄດ້ຮັບເຊື້ອ HIV-AIDS ໃຫ້ໄດ້ຢ່າງມີປະສິດທິຜົນນັ້ນ ເອັງ.
XS
SM
MD
LG