ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຮ້ອງຂໍໃຫ້ຄົນລາວໃນ ຕ່າງປະເທດ ຊ່ວຍພັດທະນາ ສ້າງສາປະເທດຊາດ


ທ່ານຈູມມະລີ ໄຊຍະສອນ ປະທານ ສປປ ລາວ
ທ່ານຈູມມະລີ ໄຊຍະສອນ ປະທານ ສປປ ລາວ

ປະທານປະເທດລາວໄດ້ໃຊ້ໂອກາດ ການສະເຫລີມສະຫລອງບຸນປີໃໝ່ລາວປີນີ້ ຮຽກຮ້ອງ ຂໍໃຫ້ຄົນລາວໃນຕ່າງປະເທດ ໃຫ້ຄວາມສຳຄັນກັບການເສີມສ້າງສາຍພົວພັນ ແລະຮ່ວມມື ເຂົ້າໃນການພັທະນາປະເທດລາວໃຫ້ຫລາຍຂື້ນ.

ທ່ານ ຈູມມູລີ ໄຊຍະສອນ ເລຂາທິການໃຫຍ່ພັກປະຊາຊົນລາວ ໃນຖານະປະທານປະເທດລາວ ໄດ້ຖະແຫລງໃນໂອກາດສະເຫລີມສະຫລອງ ບຸນສົງການປີໃໝ່ລາວປະຈຳປີ ພ.ສ. 2553 ທີ່ໄດ້ດຳເນີນການສະເຫລີມສະຫລອງຢ່າງເປັນທາງການໃນລະວ່າງວັນທີ່ 14-16 ເດືອນເມສານີ້ ວ່າການພັທະນາລາວໃນ ໄລຍະທີ່ຜ່ານມາໄດ້ປະສົບຜົນສຳເລັດຢ່າງດີ ໃນຫລາຍໆດ້ານ. ໂດຍສະເພາະແມ່ນການພັທະນາທາງເສດ ຖະກິດນັ້ນ ກໍໄດ້ສະແດງອອກດ້ວຍການທີ່ປາກົດ ວ່າຍອດຜະລິດຕະພັນລວມພາຍໃນ ຫລືມູນຄ່າ GDP ສາມາດຕົກຢູ່ໃນສະເລັ່ຍເປັນລາຍໄດ້ຂອງ ປະຊາ ຊົນໄດ້ເຖິງ 906 ໂດລາ ຕໍ່ຄົນ ໃນໄລຍະແຜນ ການປີ 2008-2009 ທີ່ ຜ່ານມາ ແລະກໍຍັງເຊື່ອວ່າມູນຄ່າ GDP ໃນແຜນການປີ 2009-2010 ນີ້ ຈະສາມາດ ຕົກ ເປັນໂດຍສະເລັ່ຍເປັນລາຍໄດ້ຂອງປະຊາກອນລາວໄດ້ເພີ່ມຂື້ນຈາກປີຜ່ານມາ ຢ່າງແນ່ນອນອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານຈູມມູລີກໍຍອມຮັບວ່າການທີ່ລາວຈະສາມາດຜ່ານຜ່າສິ່ງທີ່ເອີ້ນວ່າ ບັນຫາວິກິດການ ທາງເສດຖະກິດການເງິນໂລກໄດ້ ໃນໄລຍະຕໍ່ໄປນັ້ນ ກໍບໍ່ແມ່ນເລື່ອງງ່າຍເພາະວ່າມັນຈະຕ້ອງໄດ້ຮັບການ ຮ່ວມມືຈາກທຸກພາກສ່ວນ ທັງພາຍໃນລາວແລະຈາກຕ່າງປະເທດຢ່າງແທ້ຈິງ ທັ້ງນີ້ໂດຍສ​ະ​ເພາະ ແມ່ນ​ ການ​ເສີມ​ສ້າງສາ​ຍພົວພັນ​ແລະ​ການ​ຮ່ວມ​ມື​ລະ​ວ່າງ​ຄົນ​ລາວ​ໃນ​ປະ​ເທດ ​ກັບ​ຄົນ​ລາວ​ໃນ​ຕ່າງປະ​ເທດນັ້ນ ​ຖື​ເປັນ​ປັດ​ໃຈ ສຳຄັນ​ຢ່າງ​ຍິ່ງ​ ທີ່​ຈະ​ເຮັດ​ໃຫ້ການ​ພັທະນາ​ລາວ​ໄປ​ສູ່​ຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ໄດ້​ໃນອະນາຄົດ ຊຶ່ງ​ດ້ວຍ​ການ​ເຫັນ​ຄວາມ​ສຳຄັນ​ຂອງ​ປັດ​ໃຈດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ທ່ານຈູມ​ມະ​ລີ​ ໄດ້​ຖືໂອກາດ​ບຸນ​ສົງການ​ປີ​ໃໝ່​ລາວ​ໃນ​ປີ​ນີ້ ຮຽກຮ້ອງ​ຂໍ​ໃຫ້​ຄົນ​ລາວ​ໃນ​ປະ​ເທດ ​ແລະ ຄົນ​ລາວ​ໃນ​ຕ່າງປະ​ເທດຈົ່ງ​ໄດ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ເສີມ​ສ້າງສາ​ຍພົວພັນ ​ແລະຮ່ວມ​ມື​ກັນ​ເຂົ້າ​ໃນ​ການພັດທະ​ນາ​ປະ​ເທດ​ລາວ​ໃຫ້​ຫລາຍ​ຂື້ນ ກັບ​ທັງ​ຍັງ​ໄດ້​ຖື​ໂອກາດ​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ໄປ​ເຖິງ​ຄົນ​ລາວ​ທັງ​ຊາດ ​ແລະ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ດ້ວຍ​ວ່າ

“ຂ້​າພະ​ເຈົ້າຂໍ​ຮຽກຮ້ອງ​ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ ກໍ​ຄື​ຄົນ​ລາວ​ໃນ​ຕ່າງ ປະ​ເທດ ຈົ່ງ​ເພີ່ມ​ທະວີ​ຄວາມ​ສາ​ມະ​ຄີ​ເປັນ​ປື​ກ​ແຜ່ນ​ແໜ້ນ​ໜາ ​ເຊີດ​ຊູ​ຈິດ​ໃຈ​ຮັກ​ຊາດ ຢ່າງ​ສຸດ​ຂີດ ສົມທົບ​ກັບ​ການ​ຍາດ​ແຍ່ງ​ເອົາ​ຄວາມ​ຮ່ວມ​ມື ​ແລະ​ການ​ຊ່ວຍ​ເຫລືອ​ຈາກ ຕ່າງ​ປະ​ເທດ​ຢ່າງ​ຕັ້ງໜ້າ.

ກ່ອນ​ໜ້າ​ນີ້ ທ່ານ​ຈູມ​ມະ​ລີ ​ໄດ້​ອອກຄຳ​ສັ່ງ​ເພື່ອ​ບັງຄັບ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງ​ທືນສະບັບແກ້​ໄຂ​ໃໝ່​ຢ່າງ​ເປັນ​ທາງ​ການ ຫລັງ​ຈາກ​ກົດໝາຍ​ດັ່ງກ່າວ ​ໄດ້​ຜ່ານ​ການ​ເຫັນ​ຊອບ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແລ້ວ ​ເມື່ອ​ເດືອນ ກໍ​ລະ​ກົດ​ປີຜ່ານມາ ໂດຍ​ເປົ້າໝາຍ​ສຳຄັນ​ຂອງ​ການ​ປະກາດ​ບັງຄັບ​ໃຊ້​ກົດໝາຍ​ດັ່ງກ່າວ ກໍ​ຄື​ການ​ດຶງ​ດູດ ​ເອົາ​ການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ​ໃຫ້​ໄດ້​ຫລາຍ​ຂື້ນ ​ໂດຍ​ສະ​ເພາະ​ແມ່ນ​ຄົນ​ລາວ​ຢູ່​ ຕ່າງປະ​ເທດ​ທີ່​ຈະ​ເຂົ້າມາລົງ​ທືນ​ໃນ​ລາວຕັ້ງ​ແຕ່ 5​ແສນ​ໂດ​ລາ​ຂື້ນ​ໄປ​ນັ້ນ ກໍ​ຍັງ​ມີ​ສິດທີ່ຈະ​ຊື້​ແລະ​ເປັນ​ເຈົ້າຂອງ​ທີ່​ດິນ ​ແລະ​ອະສັງຫາລິມະ​ຊັບ​ໃນ​ລາວ ລວມທັງ​ຍັງ​ມີ​ສິດທີ່​ຈະ​ພັກ​ອາໃສ​ຢູ່​ໃນ​ລາວ​ເປັນ​ການ​ຖາວອນ​ໄດ້​ອີກ​ດ້ວຍ.

XS
SM
MD
LG