ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປັນ​ຍາ​ຊົນ​​ທ່ານ​ນຶ່ງ​ເວົ້າ​ວ່າ ການເອົາ​ທ່າ​ທີ ຂອງ​ລາວຕໍ່​ການ​ຢ້ຽ​ມ​ຢາມ ​ໄຕ້​ຫວັນ​ຂອງ ປະ​ທາ​ນ​ສະ​ພາ​ຕ່ຳ​ ​ສ​ຫ​ລ ຄວນ​ຈະ​ເປັນ​ກາງ ​ຫລາຍກວ່ານີ້


ທ່ານ​ນາງ Pelosi ພົບ​ກັບ​ສະ​ມາ​ຊິກ​ສະ​ພາ​ຂອງ​ໄຕ້​ຫວັນ ທີ່​ນະ​ຄອນ​ຫລວງ​ໄທ​ເປ ຂອງ​ໄຕ້​ຫວັນ​ໃນ​ວັນ​ທີ 3 ສິງ​ຫາ 2022

ໃນ​ວັນ​ທີ 3 ສິງ​ຫາ ​ວານນີ້ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ສະ​ແດງ​ທ່າ​ທີຕໍ່​ການໄປ​ຢ້ຽ​ມ​ຢາມເກາະ​ໄຕ້​ຫວັນ​ຂອງ​ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ, ປະ​ທາ​ນ​ສະ​ພາ​ຕ່ຳ​ຂອງ​ສະ​ຫະ​ລັດເມື່ອ​ຄືນ​ວັນ​ທີ 2 ຜ່ານ​ມາ ໂດຍມີ​ສ່ວນ​ນຶ່ງຖ​ະ​ແຫລງ​ຜ່ານ​ເວັບ​ໄຊ​ທ໌​ຂອງ​ກະ​ຊວງວ່າ “ຄັດຄ້ານທຸກເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ ‘ສອງປະເທດຈີນ’ ຫຼື ‘ໜຶ່ງຈີນ, ‘ໜຶ່ງໄຕ້ຫວັນ’. ສປປ ລາວ ຢ້ຳຄືນການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ.”

ຕາມ​ທັດ​ສະ​ນະ​ສ່ວນ​ຕົວ​ຂອງ​ນັກ​ປັນ​ຍາ​ຊົນ​ລາວຜູ້​ນຶ່ງ​ທີ່​ຕິດ​ຕາມ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ລາວເຫັນ​ວ່າ ລັດ​ຖະ​ບານຄວນ​ຈະ​ສະ​ແດງ​ທ່າ​ທີ​ແບບ​ເປັນ​ກາງ​ຫລາຍກ​ວ່ານີ້ຊຶ່ງ​ທ່ານ​ບອກວ່າ:

ທ່ານ​ກ່າວ​ອີກວ່າ ການ​ສະ​ແດງ​ທ່າ​ທີ​ທີ່​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ນຳ​ສຳ​ຄັນ​ຜູ້​ນຶ່ງ​ຂອງ​ສະ​ຫະ​ລັດ​ເຊັ່ນ​ນີ້ ​ອາດ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ສະ​ຫະ​ລັດ ແລະ​ພັນ​ທະ​ມິດ​ເບິ່ງ​ລາວ​ວ່າ ບໍ່​ໄດ້​ສະ​ແດງ​ຄວາມ​ເປັນ​ມິດ​ຕໍ່​ເຂົາ​ເຈົ້າ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

XS
SM
MD
LG