ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລາວເລັ່ງດໍາເນີນສັກຢາວັກຊີນ ໃຫ້ປະຊາຊົນທີ່ສ່ຽງຕໍ່ການຕິດ ເຊື້ອໄຂ້ຫວັດH1N1


ລາວເລັ່ງດໍາເນີນສັກຢາວັກຊີນ ໃຫ້ປະຊາຊົນທີ່ສ່ຽງຕໍ່ການຕິດ ເຊື້ອໄຂ້ຫວັດH1N1
ລາວເລັ່ງດໍາເນີນສັກຢາວັກຊີນ ໃຫ້ປະຊາຊົນທີ່ສ່ຽງຕໍ່ການຕິດ ເຊື້ອໄຂ້ຫວັດH1N1

ທາງການລາວເລັ່ງດຳເນີນການສັກຢາວັກຊີນໃຫ້ກັບປະຊາຊົນທີ່ມີຄວາມສ່ຽງທີ່ຈະຕິດເຊື້ອໄຂ້ຫວັດໃຫຍ່ສາຍພັນໃໝ່ H1N1 ໃນທົ່ວປະເທດ ສ່ວນການເຝົ້າລະວັງການແຜ່ລະບາດຂອງເຊື້ອໄຊ້ຫວັດ ສັດປີກ H5N1 ກໍຍັງຄົງດຳເນີນການຢ່າງຕໍ່ເນຶ່ອງ

ທາງການກະຊວງສາທາລະນະສຸກຂອງລາວລາຍງານວ່າການດຳເນີນການສັກຢາວັກຊີນເພື່ອປ້ອງກັນການຕິດເຊື້ອໂຣກໄຂ້ຫວັດໃຫຍ່ສາຍພັນໃໝ່ H1N1 ໄດ້ເລີ່ມຂື້ນຕັ້ງແຕ່ຕົ້ນເດືອນພຶດສະພານີ້ ເປັນຕົ້ນມາແລ້ວໂດຍສຳຫລັບໃນໄລຍະສະເພາະໜ້ານີ້ ກໍໄດ້ໃຫ້ຄວາມສຳຄັນກັບກຸ່ມປະຊາກອນທີ່ ມີຄວາມສ່ຽງທີ່ຈະຕິດເຊື້ອໂຣກຊະນິດດັ່ງກ່າວນີ້ຫລາຍກວ່າກຸຸ່ມອື່ນໆ ຊຶ່ງກໍຄືເຈົ້າໜ້າທີ່ທີ່ປະຕິບັດ ງານໃນການຄວບຄຸມການແຜ່ລະບາດຂອງເຊື້ອ ໂຣກກຸ່ມປະຊາກອນເພດຍິງທີ່ຕັ້ງທ້ອງ ແລະກຸ່ມ ປະຊາກອນທີ່ຢູ່ໃນພື້ນທີ່ທີ່ເຄີຍມີການແຜ່ລະບາດຂອງເຊື້ອໂຣກລວມໄປເຖິງປະຊາຊົນລາວທີ່ມີພະ ຍາດປະຈຳຕົວ ດັ່ງທີ່ເຈົ້າໜ້າທີ່ໃນກະຊວງສາທາລະນະສຸກຂອງລາວທ່ານນຶ່ງໄດ້ໃຫ້ການຊີ້ແຈງວ່າ

ທັງນີ້ໂດຍເມື່ອປີຜ່ານມາໄດ້ເກີດການແຜ່ລະບາດຂອງເຊື້ອໂຣກໄຂ້ຫວັດໃຫຍ່ສາຍພັນໃໝ່ຢູ່ໃນພື້ນທີ່ 12 ແຂວງຈາກທັງໝົດ 17 ແຂວງໃນທົ່ວ ປະເທດລາວ ໂດຍມີປະຊາຊົນລາວຕິດເຊື້ອໂຣກດັ່ງ ກ່າວຈຳນວນທັງໝົດເກືອບ 300 ຄົນ ຊຶ່ງໃນຈຳນວນນີ້ໄດ້ເສຍຊີວິດໄປ 2 ຄົນ ແລະເຂດທີ່ມີ ປະຊາກອນລາວຕິດເຊື້ອໂຣກດັ່ງກ່າວຫລາຍທີ່ສຸດນັ້ນ ກໍຄືແຂວງສະຫວັນນະເຂດ ດ້ວຍເຫດນີ້ຈຶ່ງ ເຮັດໃຫ້ທາງການລາວຖືວ່າເຂດທີ່ຈະຕ້ອງ ດຳເນີນການສັກຢາວັກຊີນເພື່ອປ້ອງກັນການແຜ່ລະບາດ ຂອງເຊື້ອໂຣກໄຂ້ຫວັດໃຫຍ່ສາຍພັນໃໝ່ H1N1 ຢ່າງຮີບດ່ວນທີ່ສຸດກໍຄືແຂວງສະຫວັນ ນະເຂດນັ້ັນເອງ. ທາງດ້ານທ່ານພະນົມ ພົງມະນີ ຫົວໜ້າຜະແໜກສາທາລະນະສຸກປະຈຳແຂວງສະຫວັນ ນະເຂດກໍໄດ້ຊີ້ແຈງວ່າການສັກຢາວັກຊີນ ປ້ອງການເຊື້ອໄຂ້ຫວັດໃຫຍ່ສາຍພັນໃໝ່ H1N1 ໃນ ແຂວງສະຫວັນນະເຂດນັ້ນ ຈະຕ້ອງໃຊ້ຢາວັກຊີນບໍ່ໜ້ອຍກວ່າ 9 ໝື່ນຊຸດສຳຫລັບປະຊາກອນ ກຸ່ມທີ່ສ່ຽງທີ່ສຸດ.

ຫາກແຕ່ວ່າບັນຫາທີ່ເປັນອຸບປະສັກຕໍ່ການດຳເນີນການສັກຢາວັກຊີນປ້ອງກັນເຊື້ອໂຣກໄຂ້ຫວັດ ໃຫຍ່ສາຍພັນໃໝ່ H1N1 ຫລາຍທີ່ສຸດໃນເວລານີ້ ກໍຄືປະຊາກອນໃນກຸ່ມສ່ຽງຈຳນວນບໍ່ໜ້ອຍຍັງ ຄົງບໍ່ໝັ້ນໃຈວ່າຈະມີຜົນຂ້າງຄຽງຫລັງຈາກທີ່ໄດ້ຮັບການສັກຢາວັກຊີນດັ່ງກ່າວແລ້ວ ຊຶ່ງຕໍ່ກໍລະນີ ບັນຫາດັ່ງກ່າວນີ້ ກໍໄດ້ຮັບການຢືນຢັນຈາກເຈົ້າໜ້າທີ່ສາທາລະນະສຸກຂອງລາວວ່າຈະບໍ່ຜົນຂ້າງ ຄຽງເກີດຂື້ນຢ່າງແນ່ນອນ. ນອກຈາກການ ປະສົບກັບບັນຫາການແຜ່ລະບາດຂອງເຊື້ອໂຣກໄຂ້ ຫວັດໃຫຍ່ສາຍພັນໃໝ່ H1N1 ແລ້ວ ລາວກໍຍັງນັບເປັນປະເທດນຶ່ງທີ່ຕ້ອງປະເຊີນກັນບັນຫາ ການແຜ່ລະບາດຂອງເຊື້ອໂຣກໄຂ້ຫວັດສັດປີກ H5N1 ຢ່າງໜັກໃນໄລຍະ 4ປີມານີ້ ໂດຍສະ ເພາະແມ່ນນະຄອນວຽງຈັນນັ້ນຖືເປັນເຂດທີ່ໄດ້ຜົນ ກະທົບຈາກການແຜ່ລະບາດຂອງເຊື້ອໄຂ້ຫວັດ ສັດປີກ H5N1 ໂດຍໄລຍະທີ່ຜ່ານມານັ້ນ ໄດ້ເປັນຜົນເຮັດໃຫ້ຟາມລ້ຽງສັດປີດໃນເຂດນະຄອນ ວຽງຈັນຫລາຍກວ່າ 70 ແຫ່ງຕ້ອງຢຸດເຊົາກິດຈະການໄປຢ່າງຊິ້ນເຊີງ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ ເນຶ່ອງເຮັດໃຫ້ບັນດາເຈົ້າຂອງກິດຈະການຟາມ ລ້ຽງສັດປີກເຫລົ່ານີ້ຕ້ອງປະສົບກັບບັນຫາການຂາດ ທຶນຢ່າງໜັກແລະຍັງຄົງບໍ່ສາມາດຟື້ນຟູກິດຈະການໄດ້ເລີຍຈົນເຖິງທຸກມື້ນີ້ ຍິ່ງໄປກວ່ານັ້ນ ການທີ່ ລາວເປັນປະເທດທີ່ມີທີ່ຕັ້ງຢູ່ໃນເຂດສູນກາງຫລືມີຊາຍແດນຕິດຕໍ່ກັບອີກ 5 ປະເທດໃນເຂດລຸ່ມແມ່ ນ້ຳຂອງດ້ວຍແລ້ວ ກໍຍັງເຮັດໃຫ້ລາວ ຈຳເປັນຕ້ອງດຳເນີນມາດຕະການເຝົ້າລະວັງການນຳເຂົ້າ ຫລື ການຂົນສົ່ງສັດປີກຈາກປະເທດເພື່ອນບ້ານເຂົ້າມາໃນລາວຢ່າງເຂັ້ມງວດອີກດ້ວຍ ເພາະວ່າທຸກປະ ເທດທີ່ລ້ອມລອບປະເທດລາວ ຄື ຈີນ ພະມ້າ ໄທ ແລະກຳປູເຈຍ ແລະຫວຽດນາມນັ້ນຕ່າງກໍ ລ້ວນແລ້ວແຕ່ມີບັນຫາການແຜ່ ລະບາດຂອງເຊື້ອໂຣກໄຂ້ຫວັດສັດປີກ H5N1 ແລະເຊື້ອໂຣກໄຂ້ ຫວັດໃຫຍ່ສາຍພັນໃໝ່ H1N1 ດ້ວຍກັນທັງໝົດນັ້ນເອງ.

ແຕ່ຢ່າງໃດກໍຕາມ ດ້ວຍການຊ່ວຍເຫລືອຈາກອົງການອະນາມັຍໂລກແລະນານາຊາດ ຊຶ່ງລວມ ເຖິງການຊ່ວຍເຫລືອຈາກລັດຖະບານສະຫະລັດ ອາເມລິກາດ້ວຍນັ້ນ ກໍເຮັດໃຫ້ການເຝົ້າລະວັງ ແລະຄວບຄຸມການແຜ່ລະບາດຂອງເຊື້ອໂຣກທັງສອງຊະນິດດັ່ງກ່າວໃນລາວສາມາດດຳເນີນການ ໄດ້ຢ່າງມີປະສິດທິພາບຫລາຍຂື້ນໃນທຸກມື້ນີ້.

XS
SM
MD
LG