ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ​ຍອມຮັບ​ວ່າ ການ​ລັກ​ລອບ​ຂຸດ​ຄົ້ນ​ບໍ່​ແຮ່​ ຍັງ​ເກີດ​ຂື້ນ​ຢູ່ໃນ​ຫລາຍ​ພື້ນ​ທີ່


ເຈົ້າໜ້າທີ່ກຳລັງເອົາຕົວຢ່າງນ້ຳທີ່ເປັນມົນລະພິດຈາກແມ່ນ້ຳເຊໂປນໄປກວດ
ເຈົ້າໜ້າທີ່ກຳລັງເອົາຕົວຢ່າງນ້ຳທີ່ເປັນມົນລະພິດຈາກແມ່ນ້ຳເຊໂປນໄປກວດ

ທາງ​ການ​ລາວ​ຍອມຮັບ​ວ່າການ​ລັກ​ລອບ​ຂຸດ​ຄົ້ນ​ບໍ່​ແຮ່​ຍັງ​ຄົງ​ເກີດ​ຂື້ນ​ຢ່າງ​ຕໍ່​ເນຶ່ອງ​ໃນ​ຫລາຍ​ພື້ນ​ທີ່ ​ແລະ​ກໍ​ເປັນສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ເກີດ​ບັນຫາ​ມົນ​ພິດ​ຕໍ່​ແຫ​ລ່ງນຳ​ແລະ​ສະພາບ​ແວດ​ລ້ອມ​ທຳ​ມະຊາດ​ຢ່າງ​ກວ້າງຂວາງ ​ໂດຍ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ກໍ​ຄື​ປະຊາ​ຊົນ​ລາວ.

ທ່ານ​ຄຳ​ພັນ ພົມ​ມະ​ທັດ ​ເລຂາ​ພັກ​ແຂວງ​ແລະ​ເຈົ້າ​ແຂວງ​ໆ​ອັດ​ຕະປື ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ​ໄດ້ ຮັບ​ການ​ຮ້ອງ​ຮຽນ​ຈາກ​ປະຊາຊົນ​ລາວຈຳນວນ​ບໍ່​ໜ້ອຍ​ທີ່​ພັກ​ອາ​ໃສ​ແລະ​ທຳ​ມາ​ຫາ​ກິນ​ຢູ່​ຕາມ​ແຄມ​ນ້ຳ ​ເຊ​ຂະ​ໝານ​ໃນ​ແຂວງ​ອັດ​ຕະປືວ່າ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ຈາກ​ການ​ຂຸດ​ບໍ່​ແຮ່​ຂອງ​ບັນດາ​ນາຍທຶນ ທັງ​ຈາກ​ລາວ​ເອງ​ແລະ​ຈາກ​ປະ​ເທດ​ຫວຽດນາມ. ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າ​ບັນດາ​ນາຍທຶນ​ລາວ​ແລະ ຫວຽດນາມ​ທີ່​ໄດ້​ດຳ​ເນີນ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ນັ້ນ​ຕ່າງ​ກໍ​ໄດ້​ພາກັນ​ປ່ອຍ​ສານ​ເຄມີ​ຈາກ​ເໝືອງ​ແຮ່​ສູ່​ທຳ​ມະ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ນ້ຳ​ເຊ​ຂະ​ໝານ​ ອັນ​ເປັນ​ທັງ​ແຫ​ລ່ງນ້ຳກິນ​ແລ​ະ​ແຫ​ລ່ງນ້ຳ​ໃຊ້​ຂອງ​ປະ ຊາ​ຊົນ​ລາວ​ສ່ວນ​ໃຫຍ່​ໃນ​ແຂວງ​ອັດ​ຕະປື ຈຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາ​ຊົນ​ລາວ​ໃນ​ພື້ນ​ທີ່​ຢ່າງ​ກວ້າງ ຂວາງ​ນັບ​ເປັນ​ລະຍະ​ເວລາ​ກວ່າ​ 2 ປີມາ​ແລ້ວ. ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ​ຄຳ​ພັນ ຍັງ​ໄດ້​ໃຫ້ການ​ຍອມ ຮັບ​ດ້ວຍ​ວ່າການ​ຂຸດ​ຄົ້ນ​ບໍ່​ແຮ່​ຢູ່​ພາຍ​ໃນ​ແຂວງ​ອັດ​ຕະປືຈຳນວນ​ນຶ່ງ​ຍັງ​ຄົງ​ດຳ​ເນີນ​ໄປ​ໂດຍ​ບໍ່​ປະຕິບັດ ຕາມ​ກົດ​ລະບຽບ​ທີ່ທາງ​ການແຂວງ​ໄດ້​ວາງ​ອອກ​ ກັບ​ທັງ​ຍັງ​ປາກົດ​ມີ​ການ​ລັກລອບ​ຂຸ​ດຄົ້ນ​ບໍ່​ແຮ່​ທາດ ຂື້ນ​ອີກ​ດ້ວຍ ​ໃນ​ຂະນະ​ທີ່​ທາງ​ການ​ແຂວງ​ອັດ​ຕະປື​ເອງ​ກໍຂາດ​ແຄນ​ທັງ​ງົບປະມານ ​ແລະ​ເຈົ້າໜ້າ​ທີ່ ຈຶ່ງ​ເຮັດ​ໃຫ້​ບໍ່​ສາມາດ​ກວດກາ​ໄດ້​ຢ່າງ​ທົ່ວ​ເຖິງ ຊຶ່ງ​ລວມ​ເຖິງ​ການ​ທີ່ບໍ່​ສາມາດ​ຈະ​ຮູ້​ໄດ້​ເລີຍ​ວ່າມີ​ປະ ຊາຊົນ​ລາວ​ຈຳນວນ​ເທົ່າ​ໃດ​ແທ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ດັ່ງກ່າວ.

ທາງ​ດ້ານ​ທ່ານ​ໄຊ​ສົມ​ພອນ ພົມ​ວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ​ກໍ​ໄດ້​ຖະ​ແຫລ​ງຢືນຢັນ ກ່ອນ​ໜ້າ​ນີ້​ວ່າການ​ລັກ​ລອບ​ຂຸດ​ຄົ້ນ​ແຮ່​ທາດ​ໄດ້​ເກີດ​ຂື້ນ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ​ລາວ ​ແລະ ປະຊາຊົນ​ລາວ​ກໍ​ໄດ້​ແຈ້ງ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ນີ້​ຕໍ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ລາວມາ ຢ່າງ​ຕໍ່​ເນຶ່ອງ ​ແລະ​ສະພາ​ແຫ່ງ​ຊາດ​ກໍ​ໄດ້​ສ​ະ​ເໜີ​ໃຫ້​ລັດຖະບານ​ລາວ​ດຳ​ເນີນ​ມາດ​ຕະການ​ແກ້​ໄຂ​ບັນ ຫາ​ດັ່ງກ່າວ​ມາ​ໂດຍ​ຕະຫລອດ ຫາກ​ແຕ່​ກໍ​ຍັງ​ຄົງ​ປາກົດ​ມີ​ການ​ລັກລອບ​ຂຸດ​ຄົ້ນ​ແຮ່​ທາດ​ເກີດຂື້ນ​ຢູ່ ​ເລື້ອຍ​ມາ ດັ່ງ​ທີ່​ທ່ານ​ໄຊ​ສົມ​ພອນ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ແຕ່​ຢ່າງ​ໃດ​ກໍ​ຕາມ​ລັດຖະບານ​ກໍ​ໃຫ້​ບຸລິມະສິດ​ກັບການ​ສົ່ງ​ເສີມ​ການ​ລົງ​ທືນຈາກ​ຕ່າງ​ປະ​ເທດ​ໃຫ້​ເຂົ້າ ມາ​ໃນ​ພາກ​ອຸດສາຫະກຳ​ຂຸດ​ຄົ້ນ​ບໍ່​ແຮ່​ໃນ​ລາວ​ຫລາຍ​ເປັນ​ພິ​ເສດ ​ໂດຍ​ໃນ​ປັດຈຸບັນ​ນີ້ ລັດຖະບານ ລາວ​ໄດ້​ອະນຸຍາດ​ໃຫ້​ສຳ​ປະທານ​ການ​ຂຸ​ດຄົ້ນແຮ່​ທາດ​ແກ່​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ໄປ​ແລ້ວ​ຫລາຍ ກວ່າ 100 ​ໂຄງການ ​ໂດຍ​ສ່ວນ​ໃຫຍ່​ກໍ​ເປັນ​ການ​ຮ່ວມ​ທຶນ​ລະ​ວ່າງ​ເອກ​ກະ​ຊົນ​ລາວ​ກັບ​ຕ່າງ​ຊາດ. ສຳ​ຫລັບ​ການ​ລົງທຶນ​ຂອງ​ຕ່າງ​ຊາດ​ເພື່ອ​ການ​ຂຸດ​ຄົ້ນ​ແຮ່​ທາດ​ທີ່​ຖື​ວ່າ​ເປັນ​ໂຄງການ​ຂະໜາດ​ໃຫຍ່​ທີ່ ສຸດ​ທີ່​ໄດ້​ສົ່ງ​ອອກ​ແຮ່​ທາດ​ຈາກ​ລາວ​ໄປ​ຕ່າງ​ປະ​ເທດ​ແລ້ວ​ນັ້ນ ກໍ​ຄື​ການ​ຂຸດ​ຄົ້ນ​ແຮ່​ທາດ​ຢູ່​ເມືອງ​ເຊ ​ໂປ​ນ ​ແລະ​ວີລະ​ບຸລີ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ໂດຍ​ນັບ​ຈາກ​ປີ 2003 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດຈຸ ບັນ​ນີ້ ກໍ​ປາກົດ​ວ່າ​ກຸ່ມ​ຜູ້​ລົງທຶນ​ໃນ​ໂຄງການ​ດັ່ງກ່າວ​ນີ້​ໄດ້​ຊຳລະ​ພັນທະ​ແລະ​ພາສີ​ອາກອນ​ຕ່າງໆ ​ໃຫ້​ກັບ​ລັດຖະບານ​ໄປ​ແລ້ວ​ຄິດ​ເປັນ​ມູນ​ຄ່າ​ລວມຫລາຍ​ກວ່າ 280 ລ້ານ​ໂດ​ລາ.

ຍິ່ງ​ໄປ​ກວ່າ​ນັ້ນ​ການ​ທີ່​ມີ​ບັນດາ​ບໍລິສັດ​ຕ່າງ​ຊາດ​ຈຳນວນ​ບໍ່​ໜ້ອຍ​ທີ່​ກຳລັງ​ດຳ​ເນີນ​ການ​ສຳ​ຫລວດ​ແລະ ຂຸດ​ຄົ້ນ​ຫາ​ແຫ​ລ່ງ​ແຮ່​ທາດ​ຢູ່​ໃນ​ລາວ​ຢ່າງ​ກວ້າງຂວາງ​ໃນ​ເວລາ​ນີ້ ​ໂດຍສະ​ເພາະ​ແມ່ນ​ໂຄງການ​ຂຸດ​ແຮ່​ບ໊ອກ​ໄຊ​ດ໌​ແລະ​ການ​ກໍ່ສ້າງ​ໂຮງງານ​ຜະລິດ​ອະລູມິນຽມ​ຢູ່​ໃນ​ເຂດ​ແຂວງ​ຈຳປາ​ສັກ​ແລະ​ເຊ​ກອງ ຊຶ່ງ​ກຳໜົດ​ທີ່​ຈະ​ເລີ່​ມການ​ຂຸດ​ຄົ້ນ​ແລະ​ຜະລິດ​ແຮ່​ທາດ​ດັ່ງກ່າວ​ພາຍ​ໃນ​ປີ 2012 ​ແລະ​ພາຍ​ໃນ​ປີ 2015 ຕາມ​ລຳດັບ​ນັ້ນ ກໍ​ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ລາຍ​ຮັບ​ເພີ່ມ​ຂື້ນ​ຢ່າງ​ຫລວງຫລາຍ​ອີກ​ດ້ວຍ ​ເນຶ່ອງຈາກ​ວ່າ​ທັງ​ສອງ​ໂຄງການ​ດັ່ງກ່າວ​ຈະ​ຕ້ອງ​ໃຊ້​ເງິນ​ລົງທຶນ​ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 4 ພັນ​ລ້ານ​ໂດ​ລາ​ນັ້ນ​ເອງ.

XS
SM
MD
LG