ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການພັດທະນາ ຮ່ວມທຶນ ລະຫວ່າງ ຫວຽດນາມ ກັບລາວ ໄດ້ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມ


ນຶ່ງໃນສະຖານທີ່ສ້າງເຂື່ອນຢູ່ລາວ
ນຶ່ງໃນສະຖານທີ່ສ້າງເຂື່ອນຢູ່ລາວ

ເຈົ້າໜ້າທີ່ລາວຊີ້ແຈງວ່າໂຄງການພັທະນາທີ່ເປັນການຮ່ວມທຶນລະວ່າງຫວຽດນາມກັບລາວໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດໃນລາວຢ່າງກວ້າງ ຂວາງ ເພາະວ່າໄດ້ມີການຕັດໄມ້ທຳລາຍປ່າຕັ້ນນ້ຳໄປ ຢ່າງຫລວງຫລາຍໃນຫລາຍໆພື້ນທີ່.

ເຈົ້າໜ້າທີ່ກະຊວງແຜນການແລະການລົງທຶນຂອງລາວໄດ້ໃຫ້ການຍອມຮັບວ່າດ້ວຍການພົວພັນແລະຮ່ວມມືແບບພິເສດລະວ່າງລາວກັບຫວຽດນາມໃນທຸກໆ ດ້ານໃນຕະຫລອດໄລຍະ 33 ປີມານີ້ ນັບເປັນປັດຈັຍ ສຳຄັນທີ່ຊ່ວຍຊຸກຍູ້ໃຫ້ການລົງທຶນຂອງຫວຽດນາມຢູ່ໃນລາວມີມູນຄ່າເພີ່ມຂື້ນຢ່າງຕໍ່ເນຶ່ອງ ແລະຢ່າງວ່ອງໄວ ໂດຍສະເພະ ແມ່ນໃນໄລຍະ 10 ປີມານີ້ກໍປາກົດວ່າການລົງທຶນຂອງຫວຽດນາມຢູ່ໃນລາວມີມູນຄ່າສະ ສົມທີ່ຫລາຍກວ່າ 2,100 ລ້ານໂດລາແລ້ວຈາກການລົງທຶນ ໃນ 186 ໂຄງການຊຶ່ງສ່ວນໃຫຍ່ເປັນການລົງ ທຶນໃນພາກພະລັງໄຟຟ້າ ການຂຸດຄົ້ນບໍ່ແຮ່ ແລະການປູກພືດອຸດສະຫະກຳຕ່າງໆ ເຊັ່ນ ຢາງພາລາ ໄມ້ ວິກ ແລະໄມ້ເກດສະໜາເປັນຕົ້ນ.

ຍິ່ງໄປກວ່ານັ້ນສຳຫລັບໃນໄລຍະໝໍ່ໆມານີ້ ບັນດານັກທຸລະກິດຈາກຫວຽດນາມກໍຍັງໄດ້ວາງແຜນການທີ່ຈະ ຂະຫຍາຍການລົງທຶນຢູ່ໃນລາວໄປສູ່ ພາກທຸລະກິດການເງິນ ການທະນາຄານ ການປະກັນໄພ ແລະໂທລະ ຄົມມະນາຄົນ ພາຍໃຕ້ເປົ້າໝາຍເພື່ອກ້າວຂື້ນເປັນຜູ້ລົງທຶນອັນດັບນຶ່ງ ທີ່ມີ ມູນຄ່າການລົງທຶນສະສົມຢູ່ໃນ ລາວຫລາຍທີ່ສຸດໃຫ້ໄດ້ໄວທີ່ສຸດ ທັງນີ້ກໍເພື່ອເຮັດໃຫ້ມີມູນຄ່າການລົງທຶນສະສົມແຊງໜ້າຈີນແລະໄທໃຫ້ໄດ້ ນັ້ນເອງ. ໂດຍເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍທີ່ວາງເອົາໄວ້ດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງນັ້ນ ບັນດານັກ ທຸລະກິດຫວຽດນາມຢູ່ໃນລາວກໍໄດ້ພາກັນສ້າງຕັ້ງ ສະມາຄົນວິສາຫະກິດຫວຽດນາມເພື່ອການຮ່ວມມືແລະ ລົງທຶນຢູ່ໃນລາວຂື້ນມາຢ່າງເປັນທາງການແລ້ວເມື່ອບໍ່ນາມມານີ້ ເພື່ອໃຫ້ເປັນອົງກອນທີ່ມີ ບົດບາດຢ່າງສຳ ຄັນ ທັງໃນການໃຫ້ຄວາມຊ່ວຍເຫລືອແລະອຳນວຍຄວາມສະດວກໃນທຸກໆດ້ານ ແກ່ນັບທຸລະກິດຫວຽດນາມໃນລາວເປັນການ ສະເພາະ.

ແຕ່ຢ່າງໃດກໍຕາມ ການລົງທຶນຂອງຫວຽດນາມຢູ່ໃນລາວຈຳນວນບໍ່ໜ້ອຍກໍໄດ້ສົ່ງຜົນກະທົບຕໍ່ສະພາບ ແວດລ້ອມທຳມະຊາດໃນລາວບໍ່ໜ້ອຍຄືກັນ ໂດຍສະເພາະແມ່ນການລົງທຶນທີ່ເປັນໂຄງການຮ່ວມທຶນລະ ຫວ່າງລາວກັບຫວຽດນາມນັ້ນ ນັບເປັນໂຄງການທີ່ສົ່ງຜົນກະທົບຕໍ່ສະພາບແວດ ລ້ອມທຳມະຊາດໃນລາວ ຫລາຍທີ່ສຸດ ທັງນີ້ກໍເນຶ່ອງຈາກວ່າໂຄງການລົງທຶນທີ່ເປັນການຮ່ວມທຶນລະວ່າງລາວກັບຫວຽດນາມນັ້ນ ຝ່າຍລາວຈະບໍ່ມີ ເງິນທຶນທີ່ເປັນຕົວເງິນ ຫາກແຕ່ຈະເປັນການຮ່ວມທຶນດ້ວຍການຕີລາຄາຈາກຊັບພະຍາ ກອນທຳມະຊາດ ເຊັ່ນການໃຫ້ສຳປະທານປ່າໄມ້ ໃນເຂດ ໂຄງການພັທະນາຕ່າງໆແກ່ຝ່າຍຫວຽດນາມ ສຳຫລັບເປັນສ່ວນຂອງການຮ່ວມລົງທຶນຂອງຝ່າຍລາວ ຊຶ່ງສ່ວນໃຫຍ່ກໍຈະເປັນການຮ່ວມທຶນລະຫວ່າງ ລາວກັບຫວຽດນາມໃນສັດສ່ວນ 40 ຕໍ່ 60 ເພາະສະນັ້ນໃນເມື່ອວ່າການຮ່ວມລົງທຶນລະຫວ່າງລາວກັບ ຫວຽດນາມມີລັກສະນະຄືດັ່ງກ່າວແລະ ເກີດຂື້ນໂດຍທົ່ວໄປໃນທົ່ວປະເທດລາວດ້ວຍແລ້ວ ຈຶ່ງໄດ້ສົ່ງຜົນກະ ທົບຕໍ່ສະພາບແວດລ້ອມທຳມະຊາດຢ່າງກວ້າງຂວາງໃນທົ່ວປະເທດລາວ ໂດຍ ພື້ນທີ່ນຶ່ງທີ່ຖືກກະທົບຢ່າງ ໜັກໜ່ວງໃນເວລານີ້ກໍຄືແຂວງຊຽງຂວາງດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງແຂວງຊຽງຂວາງໄດ້ໃຫ້ການຢືນຢັນວ່າ

ຍິ່ງໄປກວ່ານັ້ນ ໃນປັດຈຸບັນນີ້ປະຊາຊົນລາວໃນແຂວງຊຽງຂວາງກໍຍັງຕ້ອງປະເຊີນກັບມົນພາວະຈາກ ການຂຸດຄົ້ນແຮ່ທາດຕ່າງໆຢ່າງກວ້າງ ຂວາງອີກດ້ວຍ ເພາະຜົນຈາກການກວດກາໃນໄລຍະກວ່ານຶ່ງປີທີ່ ຜ່ານມານີ້ພົບວ່າໄດ້ມີການລັກລອບຂຸດຄົ້ນແຮ່ທາດຢ່າງຊະຊາຍແລະ ມີການປ່ອຍສານເຄມີລົງສູ່ແຫລ່ງນ້ຳທຳມະຊາດຢ່າງກວ້າງຂວາງອີກດ້ວຍ.

XS
SM
MD
LG