ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງຄໍາມ່ວນ ຈະສົ່ງອອກສິນຄ້າ ເພີ່ມຂຶ້ນ ຫລາຍກວ່າ 30% ໃນປີ 2012


ງານຕະຫລາດນັດຫັດຖະກໍາ ທີ່ແຂວງຄໍາມ່ວນ ທີ່ຈັດຂຶ້ນໃນ
ເດືອນພະຈິກ 2011 ຜ່ານມານີ້
ງານຕະຫລາດນັດຫັດຖະກໍາ ທີ່ແຂວງຄໍາມ່ວນ ທີ່ຈັດຂຶ້ນໃນ ເດືອນພະຈິກ 2011 ຜ່ານມານີ້

ເຈົ້າໜ້າທີ່ລາວຄາດໝາຍວ່າ ການສົ່ງອອກສິນຄ້າຂອງແຂວງຄໍາມ່ວນ ຈະຂະຫຍາຍຕົວ ເພີ່ມເກີນກວ່າ 30% ໃນປີ 2012 ໂດຍເປັນຜົນມາຈາກການເປິດໃຊ້ຂົວມິດຕະພາບຂ້າມ ແມ່ນໍ້າຂອງແຫ່ງທີ 3 ລະຫວ່າງ ລາວ-ໄທ.

ທ່ານ ສິງເພັດ ແກ້ວໂສພາ ຫົວໜ້າແຜນການອຸດສາຫະກໍາ ແລະການຄ້າແຂວງຄໍາມ່ວນ ໄດ້ໃຫ້ການຄາດໝາຍວ່າພາຍຫຼັງຈາກທີ່ໄດ້ມີການເປິດນໍາໃຊ້ຂົວມິດຕະພາບແຫ່ງທີ່ 3
ທີ່ເຊື່ອມຕໍ່ ລະຫວ່າງເມືອງທ່າແຂກ ແຂວງຄໍາມ່ວນ ກັບຈັງຫວັດນະຄອນພະນົມຂອງໄທ ຢ່າງເປັນທາງການນັບຈາກວັນທີ່ 12 ພະຈິກ 2011 ເປັນຕົ້ນມານັ້ນ ນອກຈາກຈະມີສ່ວນ ຢ່າງສໍາຄັນຕໍ່ການເສີມຂະຫຍາຍຄວາມຮ່ວມມືທາງເສດຖະກິດລະຫວ່າງລາວກັບໄທ ແລະ ຫວຽດນາມໃຫ້ຫຼາຍຂຶ້ນແລ້ວ ກໍຍັງຈະຊ່ວຍຊຸກຍູ້ການຜະລິດສິນຄ້າໃນແຂວງຄໍາມ່ວນ ເພື່ອ
ສົ່ງອອກໄປຕ່າງປະເທດໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍທີ່ສູງກວ່າ 30% ໃນແຕ່ລະປີອີກດ້ວຍ.

ສໍາລັບໃນຊ່ວງປິ 2011 ນີ້ ການສົ່ງອອກສິນຄ້າໄປຕ່າງປະເທດຂອງແຂວງ ຄໍາມ່ວນ ຈະ
ມີມູນຄ່າລວມເກີນກວ່າ 1,040 ຕຶ້ກີບ ຫຼື ປະມານ 130 ກວ່າລ້ານໂດລາ ເພາະສະນັ້ນ ຖ້າຫາກວ່າການຄາດໝາຍດັ່ງກ່າວນີ້ເປັນຈິງ ກໍຍ່ອມຈະເຮັດໃຫ້ການສົ່ງອອກສີນຄ້າໄປ
ຕ່າງປະເທດຂອງແຂວງ ຄໍາມ່ວນ ໃນຕະຫຼອດປີ 2012 ນັ້ນມີມູນຄ່າລວມເກິນກວ່າ170
ລ້ານໂດລາ ນັ້ນເອງ ດັ່ງທີ່ທ່ານ ສິງເພັດ ໄດ້ສະແດງຄວາມເຊື່ອໝັ້ນວ່າ:

ພິທີການເລີ້ມຕົ້ນບຸກເບີກດິນເພື່ອສ້າງໂຮງງານແຫ່ງທໍາອິດ ໃນເຂດເສຖະກິດພິເສດ ໃນແຂວງຄໍາມ່ວນ ທີ່ໄດ້ຈັດຂຶ້ນໃນເດືອນພະຈິກ 2011 ຜ່ານມານີ້
ພິທີການເລີ້ມຕົ້ນບຸກເບີກດິນເພື່ອສ້າງໂຮງງານແຫ່ງທໍາອິດ ໃນເຂດເສຖະກິດພິເສດ ໃນແຂວງຄໍາມ່ວນ ທີ່ໄດ້ຈັດຂຶ້ນໃນເດືອນພະຈິກ 2011 ຜ່ານມານີ້

ພວກເຮົານີ້ໄດ້ຄາດຄະເນວ່າ
ໃນສົກປີ 2011-2015 ນີ້ຖື
ວ່າໃນສະເພາະຂະແໜງ
ການຈາລະຈອນສິນຄ້າ
ການຊື້ຂາຍ, ການເຂົ້າ
ອອກຄິດວ່າຈະໄດ້ຕາມ
ແຜນ ແລະຢູ່ໃນເຂດການ
ນໍາໃຊ້ຂົວມິດຕະພາບນີ້
ພວກເຮົາກໍມີເຂດສະເພາະ
ທີ່ເອີ້ນວ່າ ເຂດເສດຖະກິດ
ພີເສດປັດຈຸບັນນີ້ ບັນດາ
ບໍລິສັດທີ່ລົງທຶນພາຍໃນ
ແລະຕ່າງປະເທດກໍກໍາລັງລິເລີ່ມບຸກເບີກໜ້າດິນ ແລ້ວກະປຸກສ້າງຮອງຮັບໃນ
ການຜະລິດປຸງແຕ່ງ ໃນອຸດສາຫະກໍາແບບສະອາດເພື່ອສົ່ງອອກໃນອະນາຄົດ
.

ກ່ອນໜ້ານີ້ທ່ານ ພູເມືອງ ແກ້ວຈັນທາລາ, ຫົວໜ້າດ່ານພາສີຂົວມິດຕະພາບແຫ່ງທີ 3 ລະ
ຫວ່າງລາວກັບໄທ​ ກໍໄດ້ສະ​ແດງຄວາມເຊື່ອໝັ້ນວ່າ ການນໍາ​ໃຊ້ຂົວມິດຕະພາບ​ແຫ່ງທີ່ 3 ນີ້ ບໍ່ພຽງແຕ່ດ້ານການຄ້າ ແລະການຂົນສົ່ງສິນຄ້າລະຫວ່າງລາວ-ໄທ ແລະຫວຽດນາມເທົ່າ
ນັ້ນຈະຂະຫຍາຍໂຕ ແຕ່ຍັງຈະເຮັດໃຫ້ການຄ້າ ແລະການຂົນສົ່ງສິນຄ້າ ຂະຫຍາຍໄປເຖິງ ຊາຍແດນຈີນໂດຍຜ່ານຫວຽດນາມໄດ້ອີກດ້ວຍ.

ທາດສີໂຄດຕະບອງ, ເມືອງທ່າແຂກ, ຊຶ່ງເປັນແຫລ່ງດຶງດູດ ນັກທ່ອງທ່ຽວແຫ່ງນຶ່ງໃນແຂວງຄໍາມ່ວນ
ທາດສີໂຄດຕະບອງ, ເມືອງທ່າແຂກ, ຊຶ່ງເປັນແຫລ່ງດຶງດູດ ນັກທ່ອງທ່ຽວແຫ່ງນຶ່ງໃນແຂວງຄໍາມ່ວນ

ພ້ອມກັນນີ້ ການທີ່ແຂວງຄໍາ
ມ່ວນ ກໍມີສະຖານະເປັນເຂດ
ສູນກາງຂອງການເຊື່ອມຕໍ່ດ້ານ
ຄົມມະນາຄົມຂົນສົ່ງລະຫວ່າງ
ລາວ-ໄທ-ຫວຽດນາມ ໂດຍມີ
ຖະໜົນເລກ 12 ເປັນເສັ້ນທາງ
ໃນການເຊື່ອມຕໍ່ນັ້ນ ກໍຍັງຈະ
ສົ່ງຜົນດີຕໍ່ການທ່ອງທ່ຽວໃນ
ແຂວງຄໍາມ່ວນອີກດ້ວຍເຊັ່ນກັນ
ໂດຍແຜນທ່ອງທ່ຽວແຂວງຄໍາ
ມ່ວນຄາດໝາຍວ່າ ໃນປີ 2012
ຈະມີນັກທ່ອງທ່ຽວຕ່າງຊາດ
ເດີນທາງເຂົ້າໄປໃນແຂວງເພີ່ມ
ຂຶ້ນເຖິງ 3 ເທົ່າເມື່ອທຽບກັບປີ
2011 ຊຶ່ງຖ້າຫາກວ່າຄາດໝາຍ
ດັ່ງກ່າວເປັນຈິງ ກໍໝາຍຄວາມ
ວ່າ ຈະມີນັກທ່ອງທ່ຽວຊາວ
ຕ່າງຊາດເຖິງ 9 ແສນກ່ວາຄົນ
ທີ່ຈະເດີນທາງເຂົ້າໄປແຂວງ
ຄໍາມ່ວນໃນຕະຫຼອດປີ 2012.

ທາງດ້ານທ່ານ ຄໍາໃບ ດໍາລັດ, ເຈົ້າແຂວງ ແລະ ເລຂາພັກແຂວງຄໍາມ່ວນ ໄດ້ສະແດງ
ຄວາມເຊື່ອໝັ້ນວ່າ ການນຳໃຊ້ຂົວມິດຕະພາບແຫ່ງທີ່ ​3 ຈະເຮັດໃຫ້ເສດຖະກິດຂອງ
ແຂວງຄໍາມ່ວນຂະຫຍາຍຕົວຂຶ້ນເຖິງ 15% ໃນແຕ່ລະປີ ແລະການທີ່ຄະນະລັດຖະບານ
ລາວ ອະນຸຍາດໃຫ້ແຂວງຄໍາມ່ວນສ້າງຕັ້ງເສດຖະກິດພິເສດ ທ່າແຂກແດນຄໍາ ຢ່າງ
ເປັນທາງການເມື່ອບໍ່ດົນມານີ້ ກໍຍັງຈະເຮັດໃຫ້ມີການລົງທຶນທັງພາຍໃນລາວ ແລະ
ຈາກຕ່າງປະເທດເຂົ້າມາໃນເສດຖະກິດພິເສດດັ່ງກ່າວນີ້ເພີ່ມຂຶ້ນນັບມື້ອີກດ້ວຍ.

ການເຊັນສັນຍາສໍາປະທານດິນ ຢູ່ໃກ້ຂົວຂ້າມແມ່ນໍ້າຂອງ ລະຫວ່າງລາວ-ໄທ ໃຫ້ແກ່ນັກລົງທຶນຕ່າງປະເທດ ທີ່ແຂວງຄໍາມ່ວນ
ການເຊັນສັນຍາສໍາປະທານດິນ ຢູ່ໃກ້ຂົວຂ້າມແມ່ນໍ້າຂອງ ລະຫວ່າງລາວ-ໄທ ໃຫ້ແກ່ນັກລົງທຶນຕ່າງປະເທດ ທີ່ແຂວງຄໍາມ່ວນ

ການກໍ່ສ້າງຂົວ​ຂ້າມ​ແມ່​ນໍ້າຂອງ
ແຫ່ງ​ທີ່ 3 ລະຫວ່າງ​ລາວ-​ໄທ ​
ໄດ້​ ເລີ່​ມລົງ​ມື​ດໍາ​ເນີນ​ການ​ເມື່ອເດືອນພຶດສະພາ 2009 ​ໂດຍມີ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ບ້ານ ​ເວີນ​ໃຕ້ ຊຶ່ງ​ຕັ້ງ​ຢູ່ຫ່າງ​ຈາກ​ເມືອງ​ທ່າ​ແຂກ​
ປະມານ 13 ກິ​ໂລ​ ​ຢູ່​ກົງ​ຂ້າມ​ກັບ
ບ້ານ​ຫົ່ມ​ ໃນ​ແຂວງ​ນະຄອນ​ພະ
ນົມຂອງ​ໄທ ​ຊຶ່ງຕົວຂົວ​ມີ​ຄວາມ
ຍາວ 780 ​ແມັດແລະ​ກວ້າງ 13 ​
ແມັດ ​ແບ່ງ​ເປັນ 2 ຊ່ອງ​ທາງສໍາລັບ​ຍວດຍານພາຫະນະ ທີ່​ກວ້າງເບື້ອງລະ 3 ​ແມັດ​ເຄິ່ງ.
ສ່ວນ​ທາງ​ຍ່າງທັງ 2 ​ເບື້ອງນັ້ນ ກໍມີ​ຄວາມ​ກ້ວາງ​ເບື້ອງລະ 1 ​ແມັດ ​ແລະ​ບໍ່ມີ ​ທາງ​ລົດ​ໄຟ​
ແຕ່​ຢ່າງ​ໃດ ໂດຍ​ໃຊ້​ງົບປະມານ​ກໍ່ສ້າງ​ໄປ​ຫຼາຍ​ກວ່າ 1,700 ລ້ານ​ບາດ ດ້ວຍ​ທຶນ​ສະໜັບ ສະໜູນທັງໝົດຈາກລັດຖະບານ​ໄທ.

XS
SM
MD
LG