ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຄາດວ່າ ບໍລິສັດຍີ່ປຸ່ນຈະລົງທຶນ ໃນລາວຫຼາຍຂຶ້ນ


ລາວແລະຍີ່ປຸ່ນ ເຊັນສັນຍາ ພັດທະນາເຂດພິເສດ ສະຫວັນ-ເຊໂນ
ລາວແລະຍີ່ປຸ່ນ ເຊັນສັນຍາ ພັດທະນາເຂດພິເສດ ສະຫວັນ-ເຊໂນ
ທາງການລາວຄາດໝາຍວ່າບັນດາບໍລິສັດເອກກະຊົນຍີ່ປຸ່ນ ຈະ
ເຂົ້າມາລົງທຶນໃນ ລາວ ຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນການ
ເນັ້ນໜັກການລົງທຶນ ໃນເຂດເສດ ຖະກິດພິເສດ ແລະເຂດ
ເສດຖະກິດສະເພາະ.


ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການແລະການລົງທຶນຂອງລາວໄດ້ເປີດເຜີຍໃຫ້ຮູ້ວ່າ
ທາງການລາວ ຈະສົ່ງເສີມບັນດາບໍລິສັດເອກກະຊົນຍີ່ປຸ່ນ ໃຫ້ເຂົ້າມາລົງທຶນໃນລາວຫຼາຍ
ຂຶ້ນຢ່າງບໍ່ຢຸດຢັ້ງ ທັງນີ້ໂດຍເປັນຜົນທີ່ຕໍ່ເນື່ອງຈາກກອງປະຊຸມຄັ້ງທີ 6 ວ່າດ້ວຍການເຈລະ
ຈາລະຫວ່າງພາກລັດແລະເອກກະຊົນລາວກັບຍີ່ປຸ່ນໃນທ້າຍປີ 2012 ທີ່ຜ່ານມາຢູ່ນະ
ຄອນວຽງຈັນທີ່ບັນດາຕົວແທນຂອງບໍລິສັດເອກກະຊົນຍີ່ປຸ່ນ ຕ່າງກໍໄດ້ໃຫ້ການຢືນຢັນ
ວ່າ ສປປ.ລາວຄືຈຸດໝາຍການລົງທຶນທີ່ສໍາຄັນຂອງບັນດາບໍລິສັດເອກກະຊົນຍີ່ປຸ່ນ.

ຂະແໜງການທີ່ບັນດາບໍລິສັດເອກກະຊົນຍີ່ປຸ່ນ ໄດ້ໃຫ້ຄວາມສົນໃຈທີ່ຈະເຂົ້າມາລົງ
ທຶນ
ໃນລາວຫຼາຍທີ່ສຸດນັ້ນ ກໍຄືພາກການກະເສ ດແລະອຸດສາຫະກໍາແປຮູບສິນຄ້າກະເສດ ຕິດຕາມດ້ວຍພະລັງງານ ການສຶກສາ ສາທາລະນະສຸກ ການຂຸດ ຄົ້ນແຮ່ທາດ ແລະພາກ
ບໍລິການຕາມລໍາດັບ ຫາກແຕ່ວ່າບັນດາບໍລິສັດເອກກະຊົນຍີ່ປຸ່ນກໍໄດ້ເນັ້ນຢໍ້າວ່າບໍລິສັດ
ຂອງພວກຕົນ ຈະເຂົ້າມາລົງທຶນໃນລາວຢ່າງແທ້ຈິງ ນັ້ນ ກໍຈະຕ້ອງມີການພັດທະນາລະ
ບົບພື້ນຖານໂຄງຮ່າງຕ່າງໆໃນລາວໃຫ້ພ້ອມເສຍກ່ອນ.

ຊຶ່ງດ້ວຍການເນັ້ນຢໍ້າດັ່ງກ່າວຂອງບັນດາບໍລິສັດເອກກະຊົນຍີ່ປຸ່ນ ຈຶ່ງເຮັດໃຫ້ທາງ
ການລາວມີຄວາມເຊື່ອໝັ້ນວ່າຈະສາມາດຕອບສະໜອງໄດ້ຢ່າງແນ່ນອນ ທັງນີ້ກໍ
ດ້ວຍການເລັ່ງພັດທະນາເຂດເສຖະກິດພິເສດ ແລະເຂດເສດຖະກິດສະເພາະເພື່ອ
ຮອງຮັບການລົງທຶນຂອງບັນດາບໍລິສັດເອກກະຊົນຍີ່ປຸ່ນເປັນສໍາຄັນ ໂດຍຫລ້າສຸດ
ກໍໄດ້ມີການຮ່ວມລົງທຶນພັດທະນາເຂດເສດຖະກິດພິເສດສະຫວັນ-ເຊໂນຢູ່ແຂວງ
ສະຫວັນນະເຂດ ຊື່ງເປັນການຕົກລົງ 3 ຝ່າຍ ລະຫວ່າງບໍລິສັດເຂດເສດ ຖະກິດພິ
ເສດພະນົມເປັນຈໍາກັດຂອງເອກກະຊົນຍີ່ປຸ່ນ ກັບບໍລິສັດນໍ້າທາກໍ່ສ້າງ ຂົວທາງຈໍາ
ກັດ ແລະອົງການຄຸ້ມຄອງເຂດເສດຖະກິດພິເສດສະຫວັນ-ເຊໂນ ໂດຍສ້າງຕັ້ງ
ເປັນບໍລິສັດຮ່ວມທືນທີ່ໃຊ້ຊື່ວ່າບໍລິສັດສະຫວັນ-ຍີ່ປຸ່ນຮ່ວມພັດທະນາຈໍາກັດ.

ບໍລິສັດຮ່ວມທຶນທີ່ສ້າງຕັ້ງຂຶ້ນໃໝ່ດັ່ງກ່າວນີ້ຈະດໍາເນີນການພັດທະນາພື້ນທີ່ກວ້າງ 220 ເຮັກຕ້າຢູ່ໃນເຂດ B ຂອງເຂດເສດຖະກິດພິເສດສະຫວັນ-ເຊໂນ ເພື່ອຮອງຮັບ
ການລົງທຶນດ້ານເທກໂນໂລຈີ່ທີ່ທັນສະໄໝຈາກຕ່າງປະເທດ ໂດຍສະເພາະແມ່ນການ
ລົງທຶນຈາກຍີ່ປຸ່ນໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຊຶ່ງທີ່ຜ່ານມາກໍມີບໍ ລິສັດຍີ່ປຸ່ນ 2 ລາຍແລ້ວ ທີ່ໄດ້ເຂົ້າໄປລົງທຶນຢູ່ໃນເຂດດັ່ງກ່າວນີ້ ກໍຄືບໍລິສັດ Nikon ຊຶ່ງເປັນບໍລິສັດຍັກໃຫຍ່
ຂອງໂລກດ້ານການຜະລິດກ້ອງຖ່າຍຮູບ ແລະ ບໍລິສັດ Log-Item ຈໍາກັດ ຊຶ່ງດໍາເນີນ
ທຸລະກິດໃນດ້ານອຸດສາຫະກໍາແປຮູບ ໄມ້ ຫຼືເຈ້ຍກະດາດ ແລະຍັງຈະມີບັນດາບໍລິສັດ
ເອກກະຊົນຍີ່ປຸ່ນອີກຫຼາຍລາຍ ທີ່ຈະຫຼັ່ງໄຫຼເຂົ້າມາລົງທຶນເພີ່ມຂຶ້ນອີກ ດັ່ງທີ່ເຈົ້າໜ້າທີ່
ຂັ້ນສູງຂອງລາວໄດ້ກ່າວວ່າ:

ລາວແລະຍີ່ປຸ່ນຈັດກອງປະຊຸມສົນທະນາກັນ ເລື້ອງການລົງທຶນຢູ່ລາວ
ລາວແລະຍີ່ປຸ່ນຈັດກອງປະຊຸມສົນທະນາກັນ ເລື້ອງການລົງທຶນຢູ່ລາວ

“ບົນພື້ນຖານການຮ່ວມມື 3 ຝ່າຍລະຫວ່າງລັດວິສາຫະ
ກິດເຂດເສດຖະກິດ ພິເສດສະຫວັນ-ເຊໂນ ຮ່ວມກັບ
ບໍລິສັດນໍ້າທາ ແລະບໍລິສັດພະນົມເປັນໃນການພັດທະ
ນາຄັ້ງນີ້ ຈະເປັນການສ້າງພື້ນຖານໂຄງລ່າງເພື່ອຮອງຮັບ
ໃຫ້ແກ່ການລົງທຶນຂອງພາຍໃນ ແລະຕ່າງປະເທດ ໂດຍ
ສະເພາະເປົ້າໝາຍຫຼ່ະແມ່ນເພື່ອຮອງຮັບການລົງທຶນ
ຈາກປະເທດຍີ່ປຸ່ນ.”


ນອກຈາກການພັດທະນາພື້ນທີ່ເຂດ B ໃນເຂດເສດຖະກິດ
ພິເສດສະຫວັນ-ເຊໂນໃຫ້ສາມາດຮອງຮັບການລົງທຶນຈາກຕ່າງປະເທດໃຫ້ໄດ້ດ້ວຍການ
ພັດທະນາພື້ນ ຖານໂຄງລ່າງ ລະບົບສາທາລະນູປະໂພກ ແລະລະບົບອໍານວຍຄວາມ
ສະດວກ ຕ່າງໆຢ່າງຄົບຊຸດແລ້ວ ບໍລິສັດສະຫວັນ-ຍີ່ປຸ່ນຮ່ວມພັດທະນາຈໍາກັດ ກໍຍັງໄດ້
ວາງເປົ້າໝາຍທີ່ຈະຂໍຈົດທະບຽນໃນຕະຫຼາດຫຼັກຊັບແຫ່ງຊາດລາວໃຫ້ໄດ້ພາຍໃນ 3 ປີ
ຕໍ່ໜ້າອີກດ້ວຍ.

ອິງຕາມລາຍງານຂອງກະຊວງແຜນການແລະການລົງທຶນຂອງລາວ ໄດ້ລະບຸວ່າໃນຊ່ວງ
ປີ 1989 ເຖິງທ້າຍປີ 2012 ບັນດາບໍລິສັດຍີ່ປຸ່ນໄດ້ເຂົ້າມາລົງທຶນໃນລາວ ຄິດເປັນມູນຄ່າ
ລວມ 428 ລ້ານໂດລ່າ ໂດຍເປັນການລົງທຶນໃນ 104 ໂຄງ ການແລະຖືເປັນອັນດັບທີ
7 ທີ່ມີມູນຄ່າການລົງທຶນໃນລາວ ຫຼາຍທີ່ສຸດ.

ກ່ອນໜ້ານີ້ ຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະ
ເພາະແຫ່ງຊາດລາວ ໄດ້ລາຍງານວ່າການດໍາເນີນງານນັບແຕ່ປີ 2003 ເປັນຕົ້ນມາຈົນ
ເຖິງປັດຈຸບັນ ໄດ້ມີຜົນຄືບໜ້າພໍສົມຄວນ ໂດຍສາມາດສ້າງຕັ້ງເຂດເສດຖະກິດພິເສດ
ແລະເຂດເສດຖະກິດສະເພາະໄດ້ແລ້ວ 10 ແຫ່ງ ຈາກເປົ້າ ໝາຍແຜນການທີ່ວາງໄວ້ວ່າ
ຈະສ້າງຕັ້ງໃຫ້ໄດ້ບໍ່ໜ້ອຍກວ່າ 20 ແຫ່ງ ພາຍໃນປີ 2015.
XS
SM
MD
LG