ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຍອມຮັບວ່າ ປະຊາຊົນລາວ ຕົກເປັນທາດ ຢາເສບຕິດ ຫຼາຍຂຶ້ນ


ການເຜົາຢາບ້າໃນເດືອນມິຖຸນາ 2012 ໂດຍເຈົ້າໜ້າທີ່ລາວ ທີ່ນະຄອນຫລວງວຽງຈັນ
ການເຜົາຢາບ້າໃນເດືອນມິຖຸນາ 2012 ໂດຍເຈົ້າໜ້າທີ່ລາວ ທີ່ນະຄອນຫລວງວຽງຈັນ
ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າ ມີປະຊາຊົນລາວຫຼາຍ
ກວ່າ 55,000 ຄົນ ທີ່ຕົກເປັນທາດຂອງຢາເສບຕິດແລ້ວ ໃນ
ຂະນະດຽວກັນ ລາວກໍເປັນເຂດຂົນສົ່ງຢາເສບຕິດໄປຕ່າງປະ ເທດຫຼາຍຂຶ້ນນັບມື້.

ທ່ານ ກຸ ຈັນສີນາ ຜູ້ຮັກສາການປະທານຄະນະກໍາມະການ
ຄວບຄຸມແລະກວດກາຢາເສບຕິດແຫ່ງຊາດລາວ ໄດ້ໃຫ້
ການຍອມຮັບວ່າ ໃນປັດຈຸບັນນີ້ ມີປະຊາຊົນລາວທີ່ຕິດຢາ
ເສບຕິດ ຈໍານວນຫຼາຍກວ່າ 55.000 ຄົນ ໃນທົ່ວປະເທດ
ລາວ ໂດຍໃນນີ້ ແບ່ງເປັນ 80% ທີ່ຕິດຢາ ສ່ວນ 20% ທີ່
ເຫຼືອນັ້ນແມ່ນຕິດຢາຝິ່ນ ເຮໂຣອີນ ກັນຊາແລະຢາເສບຕິດ
ຊະນິດຕ່າງໆ.

ທ່ານ ກໍໄດ້ເນັ້ນຢໍ້າດ້ວຍວ່າສໍາລັບຄົນທີ່ຕິດຢາບ້ານັ້ນ ມີຢູ່ໃນທຸກສັງຄົມໃນລາວ ໂດຍບໍ່ ວ່າຈະເປັນຜູ້ອອກແຮງງານ ຜູ້ສູງອາຍຸ ພະນັກງານຂອງລັດຖະບານ ພະສົງ ແລະນາງ ຊີກໍຕາມ ຕ່າງກໍລ້ວນແລ້ວແຕ່ໄດ້ມີການຊົມໃຊ້ຢາບ້າດ້ວຍກັນ ທັງນັ້ນ ໂດຍມີສາເຫດ ສໍາຄັນມາຈາກການທີ່ລາວໄດ້ກາຍເປັນເສັ້ນທາງຂອງການລັກລອບຂົນສົ່ງຢາບ້າໄປ
ຕ່າງປະເທດຫຼາຍຂຶ້ນນັບມື້ ແລະໃນຂະນະດຽວກັນ ການລັກລອບປູກຝິ່ນຢູ່ໃນລາວ ກໍ ຍັງຄົງມີການຂະຫຍາຍພື້ນທີ່ເພີ່ມຂຶ້ນຢູ່ຢ່າງຕໍ່ເນື່ອງອີກດ້ວຍ.


ທັງນີ້ໂດຍອິງຕາມການສໍາຫຼວດຂອງຄະນະກໍາມະການຄວບຄຸມຢາເສບຕິດ ແລະອາດ ຊະຍາກໍາແຫ່ງອົງການສະຫະປະຊາຊາດ ຫຼື UNODC ປະກອບກັບການພິຈາລະນາ
ຈາກພາບຖ່າຍດາວທຽມຂອງລັດຖະບານຈີນ ເມື່ອທ້າຍປີ 2012 ທີ່ຜ່ານມານັ້ນ ກໍເຮັດ ໃຫ້ສາມາດປະເມີນໄດ້ວ່າ ຍັງມີການລັກລອບປູກຝິ່ນຢູ່ໃນເຂດພາກເໜືອຂອງລາວ ຄິດ
ເປັນເນື້ອທີ່ກວ້າງກວ່າ 5,000 ເຮັກຕ້າ ທີ່ມີຜົນຜະລິດຝິ່ນເກີນກວ່າ 41 ໂຕນ ແລະຄິດ ເປັນອັດຕາການເພີ່ມລະຫວ່າງ 20%-30% ຕໍ່ປີ ນັບແຕ່ປີ 2006 ເປັນຕົ້ນມາ.

ສ່ວນການດໍາເນີນມາດຕະການເພື່ອແກ້ໄຂບັນຫາໃນໄລຍະທີ່ຜ່ານມານັ້ນ ທ່ານກຸ ກໍ ໄດ້ໃຫ້ການຊີ້ແຈງວ່າ:

ຕົ້ນຕໍທີ່ໄທເຮົາໄດ້ຜ່ານການຈັດຕັ້ງປະຕິບັດ ບັນຫານຶ່ງຫຼ່ະແມ່ນກ່ຽວກັບເລຶ່ອງ
ການປ້ອງກັນບໍ່ໃຫ້ຄົນໃນສັງຄົມນີ້ ໄດ້ຕົກເປັນທາດຂອງຢາເສບຕິດ ປະເພດ
ຕ່າງໆ ແລະສອງມາ ກະພວກເຮົາໄດ້ເອົາໃຈໃສ່ ການແກ້ໄຂການລັກລອບ
ປູກຝິ່ນ ຊຶ່ງແຕ່ລະປີແມ່ນໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ ແລະບັນຫາທີ່ສາມຫຼ່ະ ແມ່ນໄທເຮົາໄດ້ເອົາໃຈໃສ່ໃນການບໍາບັດປິ່ນປົວ ແລະການເຝິກວິຊາຊີບໃຫ້
ແກ່ຜູ້ຕົກເປັນທາດຂອງຢາເສບຕິດ.”


ທາງດ້ານ Mr. David Lewis ຜູ້ຊ່ຽວຊານຂອງ UNODC ກໍຢືນຢັນວ່າບັນຫາຢາເສບ
ຕິດຢູ່ເຂດສາມຫຼ່ຽມຄໍາ ທີ່ເປັນເຂດຊາຍແດນໃນແມ່ນໍ້າຂອງລະຫວ່າງມຽນມາ ລາວ ແລະໄທນັ້ນ ໄດ້ເພີ່ມລະດັບຄວາມຮຸນແຮງຫຼາຍຂຶ້ນ ໃນດ້ານການຜະລິດ ການຄ້າ ແລະ ການຊົມໃຊ້ຢາເສບຕິດ ໂດຍສະເພາະແມ່ນສະຖານະການກ່ຽວກັບຢາບ້າໃນປັດຈຸບັນນີ້ ສາມາດເວົ້າໄດ້ວ່າ ເຂດສາມຫຼ່ຽມຄໍາໄດ້ກາຍເປັນແຫຼ່ງຜະລິດຢາບ້າໃຫຍ່ທີ່ສຸດໃນໂລກ
ໄປແລ້ວ.

UNODC ເຊື່ອວ່າ ການຜະລິດຢາບ້າຢູ່ເຂດສາມຫຼ່ຽມຄໍາມີປະລິມານລວມ ຫຼາຍກວ່າ
2,000 ລ້ານເມັດໃນແຕ່ລະປີ ຊຶ່ງສ່ວນໃຫຍ່ກໍເປັນການລັກລອບຜະລິດ ໂດຍກອງກໍາ ລັງຊົນກຸ່ມນ້ອຍ ໃນເຂດມຽນມາ ແລ້ວຈຶ່ງລັກລອບຂົນສົ່ງຕໍ່ໄປຍັງຕ່າງປະເທດ ໂດຍສະ ເພາະແມ່ນລາວ ກໍນັບເປັນເຂດທາງຜ່ານທີ່ສໍາຄັນທີ່ສຸດ ເນື່ອງຈາກວ່າລາວເປັນປະເທດ
ດຽວ ທີ່ສາມາດເຊື່ອມຕໍ່ກັບປະເທດໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນໄດ້ໃນທຸກທິດທຸກ
ທາງ ແລະໃນຂະນະດຽວກັນ ທາງການລາວກໍຍັງມີຄວາມອາດສາມາດໃນການປາບ
ປາມຢ່າງຈໍາກັດ ທັງໃນດ້ານບຸກຄະລາກອນ ແລະງົບປະມານດ້ວຍນັ້ນ ນັກຄ້າຢາເສບ
ຕິດຂ້າມຊາດຈຶ່ງສວຍໃຊ້ລາວເປັນທາງຜ່ານ ຫຼາຍຂຶ້ນນັບມື້ນັ້ນເອງ.

ກ່ອນໜ້ານີ້ ຄະນະກໍາມະການຄວບຄຸມແລະກວດກາຢາເສບຕິດແຫ່ງຊາດລາວ ກໍໄດ້ ທໍາການເຜົາທໍາລາຍຢາເສບຕິດ ນໍ້າໜັກລວມຫຼາຍກວ່າ 2,240 ກິໂລ ຊຶ່ງເປັນຢາເສບ ຕິດທີ່ຍຶດໄດ້ ຈາກນັກຄ້າຢາເສບຕິດຈໍານວນ 53 ຄົນໃນປະຕິບັດການປາບປາມການ ລັກລອບຂົນສົ່ງ ແລະຄ້າຢາເສບຕິດ 20 ຄັ້ງ ທີ່ສາມາດຍຶດເຮໂຣອີນ ໄດ້ 12.5 ກິໂລ
ຢາບ້າ 470 ກິໂລ ກັນຊາແຫ້ງ 1.535 ກິໂລ ແລະສານເຄມີ ທີ່ໃຊ້ໃນການຜະລິດຢາ
ເສບຕິດ 226 ກິໂລ ຕາມລໍາດັບ.
XS
SM
MD
LG