ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນ ຂ. ເຊກອງ ແລະອັດຕະປື ໄດ້ຮັບ ຜົນກະທົບ ຍ້ອນມົນລະພິດ ຈາກໂຄງການລົງທຶນ ຂອງຫວຽດນາມ


ແມ່ນໍ້າເຊກອງທີ່ຂຸ່ນ ແລະເຕັມໄປດ້ວຍມົນລະພິດ
ແມ່ນໍ້າເຊກອງທີ່ຂຸ່ນ ແລະເຕັມໄປດ້ວຍມົນລະພິດ

ເຈົ້າໜ້າທີ່​ລາວຍອມຮັບວ່າ ປະຊາຊົນ​ໃນ​ແຂວງ​​ເຊ​ກອງ ​ແລະ​ອັດ​ຕະປື ​ໄດ້ຮັບຜົນ​ກະທົບ​ຈາກ ​ການ​ລົງທຶນຂຸດ​ຄົ້ນບໍ່​ແຮ່ ​ແລະ​ໂຄງການ​ກໍ່ສ້າງ​ເຂື່ອນ​ຂອງ​ບັນດາ​ນັກທຸລະກິດ​ຫວຽດນາມ​ຫລາຍ ​ຂຶ້ນນັບມື້.

​ເຈົ້າໜ້າທີ່​ຂັ້ນສູງ​ໃນ​ແຂວງ​ເຊ​
ກອງ ​ໄດ້​ຍອມຮັບ​ວ່າ ​ແມ່​ນໍ້າ
​ເຊ​ກອງ​ໄດ້ຮັບ​ຜົນ​ກະທົບ​ໂດຍ
​ກົງຈາກ​ໂຄງການ​ພັດທະນາ
​ຕ່າງໆຫລາຍ​ຂຶ້ນນັບ​ມື້ ​ເນື່ອງ
​ຈາກ​ວ່າ ​ໂຄງການ​ພັດທະນາ
​ຕ່າງໆ ທີ່​ສ່ວນ​ຫລາຍ​ເປັນ
​ການ​ລົງທຶນຈາກ​ຫວຽດນາມ
​ນັ້ນ ​ໄດ້​ປ່ອຍ​ສິ່ງ​ເສດ​ເຫລືອ
​ຕ່າງໆ ລົງ​ສູ່​ແມ່​ນໍ້າ ​ແລ້ວເຮັດ
​ໃຫ້​ເກີດ​ມົນ​ລະ​ພິດ​ໃນ​ແມ່​ນໍ້າ ​ແລະ​ກໍ​ໄດ້​ສົ່ງ​ຜົນ​ກະທົບຕໍ່ປະຊາຊົນ ທັງ​ໃນ​ແຂວງ​ເຊ​ກອງແລະ​
ອັດ​ຕະປື ຢ່າງ​ກວ້າງຂວາງ​ໃນ​ເວລາ​ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ປະກົດ​ວ່າທາງ​ການ​ລາວ​ໄດ້​ອະນຸຍາດ ສໍາ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ຄໍາ
​ແລະ​ຮ່ອນ​ຄໍາໃນ​ແມ່​ນໍ້າ​ເຊ​ກອງ ​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ ​ໃນ​ຕະຫລອດ​ໄລຍະ​ຫລາຍ​ປີ​ມານີ້ ກໍ​
ຍັງ​ໄດ້​ເປັນ​ຜົນ​ເຮັດ​ໃຫ້ ​ເກີດ​ມີ​ນໍ້າ​ຂຸ່ນ ​ແລະ​ກາຍ​ເປັນບັນຫາ​ມົນ​ລະ​ພິດ ​ໃນ​ຕະຫລອດ​ສາຍ​
ນໍ້າ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າທີ່​ລາວ​ຄົນ​ດັ່ງກ່າວ​ນີ້ ​ໄດ້​ໃຫ້ການ​ຊີ້​ແຈງ​ເຖິງ​ສະພາບ​ການ​ທີ່​ເກີດ
​ຂຶ້ນວ່າ:

ການສຶກສາຄວາມເປັນໄປໄດ້ຂອງການສ້າງເຂື່ອນ ເຊກະໝານ 3 ທີ່ດໍາເນີນໄປ ໃນປີ 2011 ທີ່ຜ່ານມາ
ການສຶກສາຄວາມເປັນໄປໄດ້ຂອງການສ້າງເຂື່ອນ ເຊກະໝານ 3 ທີ່ດໍາເນີນໄປ ໃນປີ 2011 ທີ່ຜ່ານມາ

​“ໃນ​ເຂດຫັ້ນ ມັນ​ມີ​ບັນດາ​ໂຄງການ​ແນວ​ນີ້ ​
ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ເຊ​ກະໝານ 3
ບາດນີ້ ​ເຂື່ອນ​ເຊ​ກະໝານ 1 ອີກ ​ຢູ່​ແຂວງ
​ອັດ​ຕະປື ຂອງ​ວ່າ​ເຮັດ​ໃສ່​ນໍ້າ​ເດ້ ມັນ​ຕ້ອງ
​ໄດ້​ເຈາະທາງລະບາຍນໍ້າ ​ໄດ້ເຈາະໄດ້​ຈົກພູ
​ໄດ້​ລະ​ເບີດ ອີ່​ຫຍັງ​ຕ່າງໆ ​ແລ້ວທັງໝົດນີ້
ມັນ​ກໍ​ໄດ້​ເປັນ​ຜົນ ທີ່​ສະທ້ອນ ທີ່​ຕົກ​ໃສ່​ນໍ້າ
ພ້ອມ​ກັນນັ້ນ ດຽວນີ້ ທາງ​ເບື້ອງລາວກໍ​ໄດ້
​ເຮັດ​ທາງ​ໄປ​ຫາ​ວັງ​ຕັດ ​ເບື້ອງຫວຽດນາມ
​ກໍ​ເຊ່ນ​ກັນ ຕາມ​ຊາຍແດນ​ຫວຽດນາມ ກໍ
​ເຮັດ​ທາງ ​ແລະ​ນອກຈາກ​ນີ້ອີກ ທາງ​ລັດ
ຖະບານ ກໍ​ໄດ້​ອະນຸຍາດ​ໃຫ້​ມີ​ການ​ຂຸດ​ຄົ້ນຄໍາ ກໍ​ຢູ່​ນໍາ​ນໍ້າຫັ້ນ​ແຫລະ.”

ທາງ​ດ້ານ​ເຈົ້າໜ້າທີ່​ຂັ້ນສູງ ​ໃນ​ຫ້ອງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຂອງ​ລາວ ກໍ​ໄດ້​ໃຫ້ການ​ຍອມຮັບ​ວ່າ ການລະ​ເມີດ​ກົດໝາຍ ​ແລະ​ສັນຍາ​ຕ່າງໆ ​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາ ກໍ​ມີ​ທ່າ​ອ່ຽງ​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ ທັງ​ໃນ​ທາງ​ແພ່ງ ​ແລະ​ທາງ​ອາຍາ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ການ​ຟ້ອງ​ຮ້ອງ​ຄະດີ​ຄວາມ​ຕ່າງໆ ຕໍ່ສານ​ປະຊາຊົນ​ລາວນັ້ນ ​ໄດ້​ເພີ້ມຂຶ້ນຈາກ 8,000 ກວ່າ​ຄະດີ ​ໃນ​ປີ 2007 ​ເປັນ​ເກືອ​ບ​ເຖິງ 10,000 ຄະດີ ​ໃນ​ປີ 2011 ​ແລະ​ໃນ​ໄລຍະ 5 ​ເດືອນຕົ້ນ​ປີ 2012 ນີ້ ຈໍານວນ​ຄະດີ​ຄວາມ ກໍ​ໄດ້​ເພີ້ມຂຶ້ນຈາກ​ໄລຍະ​ດຽວກັນ ຂອງ​ປີ​ກາຍ ກວ່າ 20% ​ແລ້ວ.

ຍິ່ງ​ໄປ​ກວ່າ​ນັ້ນ ຜົນ​ທີ່​ໄດ້​ຮັບ​ຈາກ​ການ​ສືບສວນ​ໃນ​ທາງ​ລັບ ຕາມ​ການ​ຮຽກຮ້ອງ​ຂອງ​ປະຊາຊົນ​ລາວ ​ໃນ​ທ້ອງ​ຖິ່ນ​ຕ່າງໆ ກໍ​ຍັງ​ເຮັດ​ໃຫ້​ຮູ້​ອີກ​ດ້ວຍ​ວ່າ ​ໄດ້​ມີ​ການລະ​ເມີດ​ກົດໝາຍ ​ແລະ​ຂໍ້​ຕົກລົງ​ໃນ​ສັນຍາ​ຕ່າງໆ ​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ໂດຍ​ສະ​ເພາະ​ແມ່ນ ການລະ​ເມີດສັນຍາ​ລົງທຶນ​ໃນ​ການ​ຂຸດ​ຄົ້ນບໍ່​ແຮ່​ນັ້ນ ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະທົບຕໍ່ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ ຢ່າງໜັກໜ່ວງຫລາຍ​ຂຶ້ນນັບ​ມື້ອີກ​ດ້ວຍ.

ການເຊັນສັນຍາລົງທຶນລະຫວ່າງລາວ ແລະບໍລິສັດລົງທຶນຂອງຫວຽດນາມ
ການເຊັນສັນຍາລົງທຶນລະຫວ່າງລາວ ແລະບໍລິສັດລົງທຶນຂອງຫວຽດນາມ

ທັງ​ນີ້ນອກຈາກກໍລະນີ​ທີ່​ເກີດ​ຂຶ້ນ​ໃນ​ແຂວງ​ເຊ​ກອງ ​ແລະ​ອັດ​ຕະປື​ແລ້ວ ກໍ​ຍັງ​ມີ​ບນຫາເກີດ​ຂຶ້ນຈາກ​ການ​ຂຸດ​ຄົ້ນ​ແຮ່​ຄໍາ ​ໃນ​ແຂວງ​ຊຽງຂວາງ ການກໍ່ສ້າງ​ໂຮງງານ​ຫລອມ​ແຮ່​ເຫລັກ, ທອງ​ແດງ, ດີບຸກ, ສັງກະສີ ​ແລະ ​ໂປ​ຕາຊຽມ ຢູ່​ໃນ​ແຂວງ​ວຽງຈັນ ທີ່​ກໍາລັງ​ເປັນ​ບັນຫາ ທີ່​ສ້າງ​ຄວາມ​ກັງວົນ​ໃຈ ​ໃຫ້​ປະຊາຊົນ​ລາວ ​ໃນ​ທ້ອງ​ຖິ່ນ​ນີ້ ຢ່າງ​ກວ້າງ​ຂວາງ.

ຍິ່ງ​ໄປ​ກວ່າ​ນັ້ນ ບັນຫາ​ທີ່​ປະຊາຊົນ​ລາວ ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະພາ​ແຫ່ງ​ຊາດ​ລາວ​ຫລາຍ ທີ່​ສຸດ ​ໃນ​ທຸກ​ມື້ນີ້ ກໍ​ຄື​ບັນຫາ​ຂັດ​ແຍ້​ງກ່ຽວກັບ​ທີ່​ດິນ​ທໍາ​ກິນ ຊຶ່ງ​ສ່ວນ​ໃຫຍ່ ​ເປັນ​ບັນຫາ​ຂັດ​ແຍ້​ງ ກັບ​ລັດຖະບານ ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ ​ໃນ​ທົ່ວ​ປະ​ເທດ​ລາວ ທີ່​ມີ​ສາ​ເຫດສໍາຄັນ​ມາ​ຈາກ​ການ​ໃຫ້​ສໍາ​ປະທານ ທີ່​ດິນ​ໃຫ້​ແກ່​ບໍລິສັດ​ຕ່າງ​ຊາດ​ແລ້ວ ​ໄປ​ກວາ​ມ​ເອົາ​ດິນ​ຂອງ​ປະຊາຊົນ​ລາວ​ນັ້ນ​ເອງ.

ສ່ວນ​ກ່ຽວກັບ​ກໍລະນີ​ທີ່​ມີ​ກະ​ແສ​ຂ່າວ​ວ່າ ​ທາງ​ການ​ລາວ ​ໄດ້​ຈັບ​ກຸມ​ຄຸມ​ຂັງປະຊາຊົນ 8 ຄົນ
ທີ່​ໄດ້​ພາກັນ​ສະ​ແດງ​ການ​ຮຽກຮ້ອງ ຂໍ​ຄ່າ​ຊົດ​ເຊີຍ​ທີ່​ດິນ​ຢ່າງ​ຍຸດ​ຕິທໍາ ຈາກ​ການ​ຖືກ​ເວນ​ຄືນ ​
ໄປ​ໃຫ້​ບໍລິສັດ​ຫວຽດນາມ ​ໃນ​ເຂດ​ເມືອງ​ທ່າ​ແຕງ ເມື່ອ​ບໍ່ນານ​ມານີ້ ກໍ​ຖືກ​ປະຕິ​ເສດຈາກ​ທາງ​
ການ​ລາວ​ວ່າ ບໍ່ມີ​ມູນ​ຄວາມ​ຈິງ ຫາກ​ແຕ່​ເຈົ້າໜ້າທີ່​ປະ​ຈໍາ​ເມືອງ​ທ່າ​ແຕງກໍ​ຍອມຮັບ​ວ່າ ​ໄດ້​ມີ
​ການ​ເຊີນ​ປະຊາຊົນ​ທັງ 8 ຄົນ​ດັ່ງກ່າວ​ ມາ​ໃຫ້​ຂໍ້​ມູນລາຍ​ລະອຽດ ກ່ຽວກັບ​ການ​ຮຽກຮ້ອງ
​ພວກ​ເຂົາ​ເຈົ້ານັ້ນ.

XS
SM
MD
LG