ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດນໍ້າເທີນ 2 ຂາຍໄຟຟ້າ ໄດ້ຫຼາຍກ່ວາ 210 ລ້ານ ດອລລາແລ້ວ


ໂຄງການນໍ້າເທີນ 2 ທີ່ສ້າງສໍາເລັດແລ້ວ
ໂຄງການນໍ້າເທີນ 2 ທີ່ສ້າງສໍາເລັດແລ້ວ

ບໍລິສັດໄຟຟ້ານໍ້າເທີນ 2 ມີລາຍໄດ້ຈາກການຂາຍກະແສໄຟຟ້າແລ້ວຫຼາຍກ່ວາ 210 ລ້ານ ດອລລາ ໃນຂະນະທີ່ລັດຖະບານລາວໄດ້ຮັບສ່ວນແບ່ງເປັນຄ່າສໍາປະທານແລ້ວ 9.13 ລ້ານ ດອລລາ ໃນປີ 2009- 2010.

ວິສາຫະກິດຖືຫຸ້ນຂອງລັດຖະ
ບານລາວ ໄດ້ສະເໜີລາຍງານ
ປະຈໍາປີ 2011 ວ່ານັບຕັ້ງແຕ່
ໂຄງການເຂື່ອນນໍ້າເທີນ 2 ໃນ
ແຂວງຄໍາມ່ວນໄດ້ເລີ່ມທໍາການ
ຜະລິດກະແສໄຟຟ້າເພື່ອສົ່ງຂາຍ
ໃຫ້ກັບການໄຟຟ້າຝ່າຍຜະລິດ
ແຫ່ງປະເທດໄທ (EGAT) ນັບ
ຈາກເດືອນມີນາ 2009 ເຖິງ
ເດືອນທັນວາ 2010 ທີ່ຜ່ານມາ
ນັ້ນ ໄດ້ເຮັດໃຫ້ບໍລິສັດໄຟຟ້ານໍ້າ
ເທີນ 2 ມີລາຍໄດ້ຈາກການຂາຍ
ກະແສໄຟຟ້າດັ່ງກ່າວແລ້ວ ຄິດ
ເປັນມູນຄ່າ 203 ລ້ານດອລລາ ແລະພ້ອມກັນນັ້ນບໍລິສັດໄຟຟ້ານໍ້າເທີນ 2 ກໍຍັງມີລາຍໄດ້
ຈາກການຂາຍກະແສໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາວ (EDL) ໃນມູນຄ່າ 10 ລ້ານ
ດອລລາ.

ໂຄງສ້າງຂອງໂຄງການນໍ້າເທີນ 2
ໂຄງສ້າງຂອງໂຄງການນໍ້າເທີນ 2

ຈາກລາຍໄດ້ລວມທັງໝົດ 213
ລ້ານໂດລາດັ່ງກ່າວນັ້ນ ກໍປາກົດ
ວ່າບໍລິສັດໄຟຟ້ານໍ້າເທີນ 2 ໄດ້
ຊໍາລະຄ່າປະທານໃຫ້ແກ່ລັດຖະ
ບານລາວແລ້ວໃນມູນຄ່າ 9.13
ລ້ານດອລລາ ໂດຍຍັງບໍ່ທັນລວມ
ເຖິງສ່ວນແບ່ງທີ່ລັດຖະບານລາວ
ຈະໄດ້ ໃນຖານະຜູ້ຮ່ວມລົງທຶນ
ໃນໂຄງການຄິດເປັນສັດສ່ວນ
25% ຂອງມູນຄ່າການລົງທຶນ
ທັງໝົດດັ່ງກ່າວອີກ ບໍ່ໜ້ອຍກວ່າ 13 ລ້ານໂດລາ.

ແຕ່ຢ່າງໃດກໍຕາມ ນັບຈາກປີ 2011ນີ້ເປັນຕົ້ນໄປ ບໍລິສັດໄຟຟ້ານໍ້າເທີນ 2 ກໍໄດ້ສະແດງ
ຄວາມເຊື່ອໝັ້ນວ່າ ຈະສາມາດຊໍາລະຄ່າສໍາປະທານ ແລະສ່ວນແບ່ງຈາກລາຍໄດ້ທັງໝົດ
ໃຫ້ກັບລັດຖະບານລາວໄດ້ໃນມູນຄ່າບໍ່ໜ້ອຍກວ່າ 80 ລ້ານໂດລາຕໍ່ປີ ໃນຕະຫຼອດໄລຍະ
ສໍາປະທານ 25 ປີ ແລະພ້ອມກັນນັ້ນບໍລິສັດໄຟຟ້ານໍ້າເທີນ 2 ກໍຍັງມີພັນທະຈະຕ້ອງປະ
ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະການອະນຸລັກສະພາບແວດລ້ອມ
ທໍາມະຊາດໃນລາວອີກດ້ວຍ. ດັ່ງທີ່ເຈົ້າໜ້າທີ່ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ໃຫ້ການຊີ້ແຈງໃນ
ຕອນນຶ່ງວ່າ:

ຊາວບ້ານຢູ່ໃກ້ເຂດໂຄງການນໍ້າເທີນ 2
ຊາວບ້ານຢູ່ໃກ້ເຂດໂຄງການນໍ້າເທີນ 2

“ໂຄງການນໍ້າເທີນ 2 ພວກ
ເຮົາເປັນທັງໂຄງການຜະລິດ
ໄຟຟ້າ
ແລ້ວກະເຮັດໃຫ້ວຽກ
ງານພັດທະນາສັງຄົມ ແລະ
ພວກເຮົາຍັງໄດ້ເຮັດໃຫ້ວຽກ
ງານປົກປັກຮັກສາສິ່ງແວດ
ລ້ອມຄວບຄູ່ກັນໄປນໍາ
ພວກ
ເຮົາຈະປົກປັກຮັກສາຊີວະ
ນາໆພັນ, ອານຸລັກສັດປ່າທີ່
ຢູ່ໃນເຂດປ່າສະຫງວນແຫ່ງ
ຊາດນາກາຍ ແລະນອກ
ຈາກນັ້ນ ພວກເຮົາກະຍັງມີການສຶກສາອົບຮົມສ້າງຈິດສຳນຶກໃຫ້ກັບປະຊາຊົນພວກ
ເຮົາກໍຍັງມີການຕິດຕາມຄຸນນະພາບນໍ້າ.”

ໃນປັດຈຸບັນນີ້ ຢູ່​ໃນ​ປະ​ເທດ​ລາວມີ​ເຂື່ອນທີ່ສ້າງ​ສຳ​ເລັດ ​ແລະ​ກໍໄດ້ທໍາການຜະລິດກະແສ
ໄຟຟ້າແລ້ວຈຳນວນ​ທັງໝົດ 14 ​ໂຄງການ ຊຶ່ງມີ​ກຳລັງ​ຕິດຕັ້ງລວມກັນ 2,540 ເມ​ກາ​ວັດ
ແລະ​ກໍ​ສາມາດ​ຜະລິດ​ກະແສໄຟຟ້າ​ໄດ້​ລວມກັນ​ຫລາຍ​ກວ່າ 11 ພັນລ້ານກິ​ໂລ​ວັດ​ໂມງ​ຕໍ່ປີ
ຫລື​ເພີ້ມຂຶນ​ຈາກ​ປີ 2005 ຄິດ​ເປັນ​ເຖິງ 3 ​ເທົ່າ​ຕົວ.

ແຕ່ຢ່າງໃດກໍຕາມໃນຈຳນວນ 14 ໂຄງການເຂື່ອນດັ່ງກວ່າກໍ່ເປັນເຂື່ອນທີ່ຢູ່ພາຍໃຕ້ການດູ
ແລແລະຄູ້ມຄອງຂອງ EDL ຈໍານວນ 9 ໂຄງການຊຶ່ງມີກໍາລັງຕິດຕັ້ງຮວມກັນພຽງແຕ່ 385
ເມກາວັດ ແລະກໍສາມາດຜະລິດກະແສໄຟຟ້າໄດ້ຮວມກັນໃນປະລິມານບໍ່ເກີນ 1,800 ລ້ານ
ກິໂລວັດໂມງຕໍ່ປີ ແລະໃນນີ້ກໍເປັນກະແສໄຟຟ້າທີ່ຕອບສະໜອງການຊົມໃຊ້ພາຍໃນປະເທດ
ໃນປະລິມານລວມ 1,400 ລ້ານກິໂລວັດໂມງຕໍ່ປີຊຶ່ງກໍໝາຍຄວາມວ່າ EDL ມີພະລັງງານ ໄຟຟ້າອອກໄປຕ່າງປະເທດພຽງແຕ່ບໍ່ເກີນ 400 ລ້ານກິໂລວັດໂມງຕໍ່ປີເທົ່ານັ້ນ.

ສ່ວນອີກ 5 ໂຄງການທີ່ບໍ່ໄດ້ຢູ່ໃນການຄຸ້ມຄອງຂອງ EDL ນັ້ນ ເປັນການລົງທຶນຂອງຕ່າງ ປະເທດຊຶ່ງມີກໍາລັງຕິດຕັ້ງລວມກັນເຖິງ 2,157 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າ
ໄດ້ໃນປະລິມານລວມກັນຫຼາຍກວ່າ 9,200 ລ້ານກິໂລວັດໂມງ ຕໍ່ປີແຕ່ເນື່ອງຈາກວ່າເຂື່ອນ ທີ່ເປັນການລົງທຶນຂອງຕ່າງປະເທດໃນລາວນັ້ນ ມີເປົ້າໝາຍເພື່ອການສົ່ງອອກພະລັງງານ
ໄຟຟ້າໄປຕ່າງປະເທດເປັນດ້ານຫຼັກ.

ປັດຈຸບັນນີ້ ລັດຖະບານລາວໄດ້ອະນຸຍາດໃຫ້ບໍລິສັດຕ່າງຊາດທໍາການສຶກສາຄວາມເປັນ
ໄປໄດ້ຂອງໂຄງການກໍ່ສ້າງເຂື່ອນໃນລາວໄປແລ້ວ ເກືອບ 80 ໂຄງການ.

XS
SM
MD
LG