ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈະໄດ້ລາຍຮັບຈາກ ເຂື່ອນນໍ້າເທີນ 2 ເພີ່ມຂຶ້ນທຸກປີ


ລາວຈະໄດ້ລາຍຮັບຈາກ ເຂື່ອນນໍ້າເທີນ 2 ເພີ່ມຂຶ້ນທຸກປີ
ລາວຈະໄດ້ລາຍຮັບຈາກ ເຂື່ອນນໍ້າເທີນ 2 ເພີ່ມຂຶ້ນທຸກປີ

ຜູ້ອໍານວຍການໃຫຍ່ລັດວິສະຫະກິດຖືຫຸ້ນຂອງລາວຢືນຢັນວ່າ ລັດຖະບານລາວຈະມີລາຍໄດ້ ຈາກໂຄງການເຂື່ອນນໍ້າເທີນ 2 ເພີ່ມຂຶ້ນທຸກປີ ຊຶ່ງກໍ່ເຊັ່ນດຽວກັນກັບໂຄງການອື່ນໆ ທີ່ລັດ ຖະບານລາວຮ່ວມທຶນນໍາ ອີກດ້ວຍ.

ທ່ານ ສົມບູນ ມະໂນລົມ ຜູ້ອໍານວຍການໃຫຍ່ວິສະຫະກິດຖືຫຸ້ນຂອງລັດຖະບານລາວ
ຖະແຫຼງຢືນຢັນວ່າ ກຸ່ມລົງທຶນໃນໂຄງການເຂື່ອນນໍ້າເທີນ 2 ໄດ້ເລີ່ມສົ່ງມອບຄ່າສໍາປະ
ທານ ແລະຜົນຕອບແທນຕ່າງໆໃຫ້ກັບລັດຖະບານລາວ ນັບຕັ້ງແຕ່ເດືອນມິຖຸນາ ປີ
2010 ເປັນຕົ້ນມາແລ້ວ ໂດຍຄ່າສໍາປະທານ ແລະຜົນຕອບແທນຕ່າງໆທີ່ລັດຖະບານ
ລາວໄດ້ຮັບເປັນງວດທໍາອິດນັ້ນ ແມ່ນມີມູນຄ່າລວມ 6 ແສນໂດລາ.

ສ່ວນຄ່າສໍາປະທານ ແລະຜົນຕອບແທນຕ່າງໆທີ່ລັດຖະບານລາວໄດ້ຮັບຈາກໂຄງການເຂື່ອນ
ນໍ້າເທີນ 2 ໃນງວດ ທີ່ 2 ຊຶ່ງໄດ້ມີການສົ່ງມອບໃນຊ່ວງເດືອນກັນຍາທີ່ຜ່ານມານັ້ນ ກໍ່ໄດ້
ເພີ່ມຂຶ້ນເປັນ 6.5 ລ້ານໂດລາ ແລະໃນງວດຕໍ່ໆໄປກໍ່ຈະມີມູນຄ່າເພີ່ມສູງຂຶ້ນເລື້ອຍໆ ເນື່ອງ
ຈາກວ່າ ລາຄາກະແສໄຟຟ້າທີ່ໂຄງການເຂື່ອນນໍ້າເທີນ 2 ສົ່ງໄປຂາຍໃຫ້ກັບການໄຟຟ້າ
ຝ່າຍຜະລິດແຫ່ງປະເທດໄທ (EGAT) ຈະມີການປັບລາຄາສູງຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ທ່ານ
ສົມບູນໄດ້ໃຫ້ການອະທິບາຍວ່າ:

“ຜົນປະໂຫຍດລັດຖະບານນີ້ຈະເປັນຄ່າພາກຫລວງກໍດີ ອາກອນກຳໄລກໍດີ ແລະ
ເງິນປັນຜົນກໍດີ ຈະເພີ່ມຂື້ນທຸກປີ ໂດຍສະເລຍແລ້ວປະມານ 1% ປາຍຫາ 2%
ເພາະວ່າລາຄາໄຟຟ້າທີ່ເຮົາຂາຍຫັ້ນ ແຕ່ລະປີມັນຈະມີການປັບຂື້ນ 1.3%. ຄັນ
ວ່າລາຄາໄຟຟ້າເພີ່ມຂື້ນຈັ່ງຊີ້ ແມ່ນແຕ່ດ້ວຍປະລິມານພະລັງງານຜະລິດເທົ່າ
ເດີມກະຖືວ່າລາຍໄດ້ເຮົາກໍ່ເພີ່ມຂື້ນ”

ລັດຖະບານລາວຖືຫຸ້ນຮ່ວມລົງທຶນໃນໂຄງການເຂື່ອນນໍ້າເທີນ 2 ຄິດເປັນສັດສ່ວນ 25%
ສ່ວນທີ່ເຫຼືອນັ້ນ ກໍ່ເປັນການລົງທຶນໂດຍລັດວິສະຫະກິດໄຟຟ້າຝຣັ່ງເສດ ແລະກຸ່ມບໍລິສັດ
ຜະລິດພະລັງງານໄຟຟ້າຈາກໄທ ດ້ວຍສັດສ່ວນ 40% ແລະ 35% ຕາມລໍາດັບ.

ນອກຈາກນັ້ນ ລັດຖະບານລາວກໍ່ຍັງຈະມີລາຍຮັບເພີ່ມຂຶ້ນອີກຫຼາຍເທົ່າພາຍໃນ 5 ປີຕໍ່ໜ້າ
ເນື່ອງຈາກວ່າລັດວິສະຫະກິດຖືຫຸ້ນຂອງລາວໄດ້ເຂົ້າໄປຮ່ວມລົງທຶນກັບບໍລິສັດຕ່າງຊາດເພີ່ມ
ຂຶ້ນອີກເຖິງ 9 ໂຄງການໃນເວລານີ້ ກໍ່ຄືໂຄງການຫົງສາລິກໄນ ເຂື່ອນນໍ້າເທີນ 1 ເຂື່ອນນໍ້າ
ງື່ມ 2 ແລະ 3 ເຂື່ອນນໍ້າງຽບ 1 ເຂື່ອນນໍ້າກົງ ເຂື່ອນເຊກອງ 4 ແລະ 5 ແລະໂຄງການ
ເຂື່ອນເຊປຽນ-ເຊນໍ້ານ້ອຍ.

ທ່ານ ຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ
ທ່ານ ຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ

ສໍາລັບໂຄງການເຂື່ອນນໍ້າເທີນ
2 ແມ່ນໄດ້ເລີ່ມຜະລິດກະແສ
ໄຟຟ້າສົ່ງຂາຍໃຫ້ການໄຟຟ້າ
ຝ່າຍຜະລິດແຫ່ງປະເທດໄທ
(EGAT) ນັບຕັ້ງແຕ່ເດືອນມິຖຸ
ປີ 2010 ເປັນຕົ້ນມາໂດຍມີສັນ
ຍາ 25 ປີ ຊຶ່ງກໍ່ຈະເຮັດໃຫ້ລັດ
ຖະບານລາວມີລາຍຮັບຈາກຄ່າ
ສໍາປະທານ ແລະພາສີອາກອນ
ຕ່າງໆ ລວມກັນເຖິງ 2,000
ລ້ານໂດລາ ຊຶ່ງທາງການລາວ
ໄດ້ປະກາດວ່າຈະນໍາໄປໃຊ້ເປັນ
ງົບປະມານສໍາລັບດໍາເນີນໂຄງ
ການພັດທະນາຕ່າງໆ ເພື່ອການແກ້ໄຂບັນຫາທຸກຈົນຂອງປະຊາຊົນລາວ ເປັນສໍາຄັນ.

ທາງດ້ານທ່ານ ຄໍາໃບ ດໍາລັດ ເຈົ້າແຂວງຄໍາມ່ວນ ກໍ່ໄດ້ຖະແຫຼງຢືນຢັນວ່າໂຄງການເຂື່ອນ
ນໍ້າເທີນ 2 ໄດ້ສ້າງຜົນປະໂຫຍດໃຫ້ກັບປະຊາຊົນໃນແຂວງຄໍາມ່ວນ ແລະແຂວງໃກ້ຄຽງ
ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນປະຊາຊົນ 6,300 ກວ່າຄົນ ທີ່ຖືກຍົກຍ້າຍຈາກ 16
ບ້ານໃນເຂດເມືອງນາກາຍ ແລະເມືອງຍົມມະລາດ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງ
ເຂື່ອນນໍ້າເທີນ 2 ນັ້ນ ມາຮອດປັດຈຸບັນນີ້ ກໍ່ປາກົດວ່າມີຊີວິດຄວາມເປັນຢູ່ທີ່ດີຂຶ້ນກວ່າ
ເມື່ອກ່ອນໃນທຸກໆດ້ານ ບໍ່ວ່າຈະເປັນການມີເຮືອນຢູ່ຢ່າງຖາວອນໃນເຂດຈັດສັນໃໝ່ ການ
ມີນໍ້າສະອາດ ແລະມີໄຟຟ້າໃຊ້ ຢ່າງທົ່ວເຖິງ.

ເດັກນ້ອຍເຂົ້າໂຮງຮຽນ ຢູ່ເຂດໃກ້ເຂື່ອນນໍ້າເທີນ 2
ເດັກນ້ອຍເຂົ້າໂຮງຮຽນ ຢູ່ເຂດໃກ້ເຂື່ອນນໍ້າເທີນ 2

ສ່ວນເດັກນ້ອຍໃນໄວຮຽນກໍ່ໄດ້
ເຂົ້າຮຽນຢ່າງຄົບຖ້ວນແລະຍາມ
ເຈັບປ່ວຍ ກໍ່ມີໂຮງໝໍທີ່ພ້ອມຈະ
ໃຫ້ການຮັກສາປີ່ນປົວຕະຫຼອດ
ເວລາ. ສ່ວນປະຊາຊົນທີ່ຢູ່ເຂດ
ອ້ອມຮອບອ່າງນໍ້າຂອງເຂື່ອນກໍ່
ຍັງໄດ້ຮັບຜົນປະໂຫຍດຈາກການ
ປະມົງ ແລະປະຊາຊົນທີ່ຢູ່ເຂດ
ຕອນລຸ່ມຂອງຕົວເຂື່ອນກໍ່ໄດ້ໃຊ້
ນໍ້າເພື່ອປະໂຫຍດໃນດ້ານກະສິ ກໍາອີກດ້ວຍ.

XS
SM
MD
LG