ສປປ ລາວ ແລະເກົາຫຼີເໜືອ ໄດ້ລົງນາມໃນຂໍ້ຕົກລົງ 4 ສະບັບເພື່ອເສີມຂະຫຍາຍການແລກ
ປ່ຽນ ທີ່ຮວມທັງດ້ານເສດຖະກິດ ການສຶກສາ ແລະເທັກໂນໂລຈີ.
ລາຍງານຂ່າວແຈ້ງວ່າ ຂໍ້ຕົກລົງທັງ 4 ສະບັບລະຫວ່າງ ສປປ ລາວແລະເກົາຫຼີເໜືອໄດ້ມີການ
ລົງນາມກັນ ໃນພິທີທີ່ຈັດຂຶ້ນຢູ່ສຳນັກງານປະທານປະເທດຫຼືຫໍຄຳ ໃນນະຄອນວຽງຈັນ ພາຍ
ໃຕ້ການເປັນສັກຂີພິຍານ ຂອງທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວ ແລະ
ທ່ານກິມ ຢົງນາມ ປະທານສະພາປະຊາຊົນສູງສຸດຂອງເກົາເຫຼົາເໜືອ ທີ່ໄດ້ເດີນທາງໄປຢ້ຽມ
ຢາມລາວ ແຕ່ວັນທີ 7 ຫາ 10 ສິງຫານີ້.
ຂໍ້ຕົກລົງທັງ 4 ແມ່ນປະກອບດ້ວຍການແລກປ່ຽນທາງດ້ານວັດທະນະນຳ ສັນຍາການຮ່ວມ
ມືດ້ານຂ່າວສານເທັກໂນໂລຈີ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການສຶກສາ
ແລະສັນຍາການຮ່ວມມືລະຫວ່າງສະພາການຄ້າແລະອຸດສາຫະກຳຂອງປະເທດທັງສອງ.
ອົງການຂ່າວຂອງທາງການເກົາຫຼີເໜືອອ້າງຄຳເວົ້າທີ່ທ່ານກິມກ່າວ ໃນລະຫວ່າງການພົບປະ
ກັບປະທານເທດລາວວ່າ ການພັດທະນາສາຍພົວພັນແບບເພື່ອນມິດກັບລາວ ແມ່ນທ່າທີອັນ
ໜັກແໜ້ນຂອງລັດຖະບານເກົາຫຼີເໜືອຢູ່ແລ້ວ. ຜູ້ນຳທັງສອງ ຕ່າງກໍໃຫ້ຄຳໝັ້ນສັນຍາວ່າ ຈະ
ສືບຕໍ່ເສີມຂະຫຍາຍການຮ່ວມມືຂອງພວກທ່ານຢູ່ໃນເວທີສາກົນ.
ຄະນະຜູ້ແທນເກົາຫຼີເໜືອ ເດີນທາງໄປເຖິງລາວໃນວັນອັງຄານແລ້ວນີ້ ລຸນຫຼັງການຢ້ຽມຢາມ
ຫວຽດນາມເປັນເວລາ 3 ມື້.