ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປປ ລາວ ແຕ່ງຕັ້ງ ນາຍົກລັດຖະມົນຕີຄົນໃໝ່


ສປປ ລາວ ແຕ່ງຕັ້ງ ນາຍົກລັດຖະມົນຕີຄົນໃໝ່
ສປປ ລາວ ແຕ່ງຕັ້ງ ນາຍົກລັດຖະມົນຕີຄົນໃໝ່

ສື່​ມວນ​ຊົນທາງ​ການ​ຂອງ​ ສປປ ລາວ ລາຍ​ງານຂ່າວ​ໃນ
ວັນພະຫັດ​ມື້​ນີ້ວ່າ ລັດຖະບານ​ລາວ ໄດ້​ປະກາດ​ແຕ່ງ​ຕັ້ງ​
ນາຍົກລັດຖະມົນຕີ​ຄົນ​ໃໝ່ຂຶ້ນ​ແທນ​ທ່ານ​ບົວສອນ ບຸບຜາ
ວັນພຽງບໍ່​ເທົ່າ​ໃດ​ເດືອນ​ກ່ອນທີ່​ສະ​ໄໝ​ການ​ດໍາລົງ​ຕໍາ​ແໜ່​ງ
ຂອງທ່ານ​ບົວ​ສອນຈະ​ໝົດລົງ.

ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີຄົນໃໝ່ ຂອງລາວ
ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີຄົນໃໝ່ ຂອງລາວ

ອົງ​ຂ່າວສານ​ປະ​ເທດ​ລາວ
ລາຍ​ງານ​ວ່າ ກອງ​ປະຊຸມ
ສະ​ໄໝສາມັນ​ ຄັ້ງທີ 10
ຂອງ​ສະພາ​ແຫ່ງ​ຊາດຊຸດ
ທີ 6 ​ໄດ້​ອັດ​ລົງ​ໃນ​ມື້ວານນີ້ດ້ວຍ​ການ​ແຕ່ງ​ຕັ້ງ​ປະທານ​ສະພາ
ແຫ່ງ​ຊາດ ທ່ານ​ທອງ​ສິງ ທໍາ​ມະ​ວົງ ​ໃຫ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ
ນາ​ຍົກລັດຖະມົນຕີ ​ແທນທ່ານ​ບົວ​ສອນ.

ພ້ອມ​ດຽວ​ກັນ​ນີ້ ສະພາ​ແຫ່ງ​ຊາດ ຊຶ່ງ​ປະກອບ​ດ້ວຍ​ສະມາ
ຊິກ 101 ຄົນ​ນັ້ນຍັງ​ໄດ້​ແຕ່ງ​ຕັ້ງທ່າ​ນນາງ​ປານີ ຢາ​ທໍ​ຕູ້ ຮອງ
ປະທານ​ສະພາ​ແຫ່ງ​ຊາດ​ໃຫ້​ຂຶ້ນ​ດໍາລົງຕຳແໜ່ງ ​ປະທານ​ສະພາ​ແຫ່ງ​ຊາດ​ຄົນ​ໃໝ່​ ​ແທນ​ທ່ານ​ທອງ​ສິງນໍາອີກ.

XS
SM
MD
LG