ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ລາວຕ້ອງການ ​ເງິນ​ລົງທຶນ 39,690 ຕື້ກີບ ເພື່ອຮັກສາ ການຂະຫຍາຍຕົວ ຂອງເສດຖະກິດ


ລາວຍັງຈະຕ້ອງເພີ້ມ ວົງເງິນສິນເຊື່ອໃນລະບົບທະນາຄານ ພາຍໃນປະເທດ ໃຫ້ໄດ້ ໃນມູນຄ່າລວມເຖິງ 18,190 ຕື້ກີບ ເພື່ອຮັກສາການຂະຫຍາຍຕົວ ຂອງເສດຖະກິດ.
ລາວຍັງຈະຕ້ອງເພີ້ມ ວົງເງິນສິນເຊື່ອໃນລະບົບທະນາຄານ ພາຍໃນປະເທດ ໃຫ້ໄດ້ ໃນມູນຄ່າລວມເຖິງ 18,190 ຕື້ກີບ ເພື່ອຮັກສາການຂະຫຍາຍຕົວ ຂອງເສດຖະກິດ.

ລາວຕ້ອງການ​ເງິນ​ລົງທຶນ ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 39,690 ຕື້​
ກີບ ​ເພື່ອ​ຊຸກ​ຍູ້​ໃຫ້​ເສດຖະກິດ ​ໃນ​ປະ​ເທດ​ຂະຫຍາຍ​ຕົວ​ເພີ້​ມຂຶ້ນ
​ໃນ​ອັດຕາ​ສ​ະ​ເລ່ຍບໍ່​ຕ່ຳ​ກວ່າ 7.5 ​ເປີ​ເຊັນ ​ໃນ​ຕະຫລອດ​ແຜນ
ການ​ປະຈຳ​ປີ 2014-2015 ນີ້.

ກະຊວງແຜນການ ແລະການລົງທຶນ ລາຍງານວ່າ ໃນແຜນການ
ປະຈຳປີ 2014-2015 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍການພັດທະນາ ເສດຖະກິດ
ໃຫ້ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 7.5 ເປີເຊັນ ເມື່ອທຽບກັບແຜນການ
ປີ 2013-2014 ທີ່ຜ່ານມາ ແຕ່ການທີ່ຈະຮັບປະກັນໄດ້ຢ່າງຄັກແນ່ວ່າ ເສດຖະກິດຂອງ
ລາວຈະຂະຫຍາຍຕົວໃນອັດຕາດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈຳເປັນຈະຕ້ອງລະດົມ ການ
ລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດໃຫ້ໄດ້ ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນ
ຂອງຍອດຜະລິດຕະພັນ ລວມພາຍໃນ ຫຼື ມູນຄ່າ GDP ໃນຕະຫລອດແຜນການປີ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວຄາດວ່າ ຈະສາມາດປະກອບສ່ວນ ດ້ວຍການລົງທຶນ
ໃນພາກລັດຖະບານໄດ້ ໃນມູນຄ່າລວມພຽງ 3,300 ຕື້ກີບ ຫຼື ບໍ່ເຖິງ 10 ເປີເຊັນ ຂອງຄວາມ
ຕ້ອງການເງິນລົງທຶນທັງໝົດ ເທົ່ານັ້ນ ສ່ວນທີ່ເຫຼືອກໍຈະຕ້ອງລະດົມຈາກການລົງທຶນ ຂອງພາກ ເອກະຊົນໃນລາວ ແລະຕ່າງຊາດໃຫ້ໄດ້ບໍ່ນ້ອຍກວ່າ 18,200 ຕື້ກີບ ລວມເຖິງ ການຂໍຄວາມຊ່ວຍເຫຼືອ ແລະການກູ້ຢືມຈາກຕ່າງປະເທດ ຕະຫລອດຈົນ ເພີ້ມວົງເງິນ ສິນເຊື່ອໃນລະບົບທະນາຄານ ພາຍໃນປະເທດ ໃຫ້ໄດ້ໃນມູນຄ່າລວມເຖິງ 18,190 ຕື້ກີບ.

ສຳຫລັບໃນແຜນການປີ 2013-2014 ທີ່ໄດ້ສິ້ນສຸດລົງໃນທ້າຍເດືອນກັນຍາປີນີ້ ລັດຖະ
ບານລາວກໍໄດ້ວາງຄາດໝາຍ ການຂະຫຍາຍຕົວທາງ ເສດຖະກິດໄວ້ ໃນອັດຕາສະເລ່ຍ
8.3 ເປີເຊັນ ໂດຍ GDP ມີມູນຄ່າ ລວມ 90,650 ຕື້ກີບ ແລະ ຄິດສະເລ່ຍເປັນລາຍໄດ້
ຂອງປະຊາກອນລາວ 13 ລ້ານກີບ ຫຼື ປະມານ 1,674 ດອນລາຕໍ່ຄົນຕໍ່ປີ.

ໂຄງການພັດທະນາ ເຂດສະເພາະກິດ ດົງໂພສີ ຢູ່ແຂວງວຽງຈັນ ແມ່ນນຶ່ງໃນໂຄງການແຜນພັດທະນາເສດຖະກິດ ຂອງລັດຖະບານ.
ໂຄງການພັດທະນາ ເຂດສະເພາະກິດ ດົງໂພສີ ຢູ່ແຂວງວຽງຈັນ ແມ່ນນຶ່ງໃນໂຄງການແຜນພັດທະນາເສດຖະກິດ ຂອງລັດຖະບານ.

ໂດຍພາຍໃຕ້ແຜນການດຽວກັນນີ້ ກໍປາກົດວ່າຜົນຜະລິດໃນພາກ
ກະສິກຳ ໄດ້ເພີ້ມຂຶ້ນໃນອັດຕາສະເລ່ຍ 3.3 ເປີເຊັນ ຊຶ່ງເຮັດໃຫ້
ຜົນຜະລິດ ໃນພາກກະສິກຳຄິດເປັນ 24 ເປີເຊັນ ຂອງ GDP
ສ່ວນໃນພາກ ອຸດສາຫະກຳນັ້ນ ກໍຂະຫຍາຍຕົວເພີ້ມຂຶ້ນ ໃນ
ອັດຕາສະເລ່ຍເຖິງ 12 ເປີເຊັນ ຫຼືຄິດເປັນ 37 ເປີເຊັນ ຂອງ
GDP ແລະພາກບໍລິການ ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະ
ເລ່ຍເຖິງ 9 ເປີເຊັນ ຫຼືມີມູນຄ່າຄິດ ເປັນ 39 ເປີເຊັນ ຂອງ GDP
ຕາມລຳດັບ.

ການວາງຄາດໝາຍດັ່ງກ່າວຂອງລັດຖະບານລາວ ບໍ່ຖືວ່າເປັນ
ລະດັບ ຄາດໝາຍທີ່ສູງເກີນໄປ ເພາະວ່າການຈັດຕັ້ງ ປະຕິບັດ
ແຜນການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ລະຍະ 5 ປີຄັ້ງທີ 7 ໃນເຄິ່ງແຜນການ
ທີ່ຜ່ານມາ ກໍປາກົດວ່າ ເສດຖະກິດໃນລາວ ໄດ້ຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ແລະ
ໝັ້ນທ່ຽງທີ່ອັດຕາສະເລ່ຍເຖິງ 8.2 ເປີເຊັນ ຕໍ່ປີ ແລະຖົວສະເລ່ຍເປັນລາຍຮັບ ຂອງປະຊາ
ກອນລາວໄດ້ເຖິງ 1,500 ດອນລາຕໍ່ຄົນໃນປີ 2013 ສ່ວນໃນແຜນການປີ 2014-2015 ນີ້
ກໍຄາດວ່າ ມູນຄ່າ GDP ຈະເພີ້ມຂຶ້ນເປັນ 102,500 ຕື້ກີບ ຊຶ່ງສາມາດຖົວສະເລ່ຍເປັນ
ລາຍໄດ້ ຂອງປະຊາກອນລາວບໍ່ຫລຸດ 1,700 ດອນລາຕໍ່ຄົນໃນປີ 2015.

ທາງດ້ານທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ ຈາກເຂດແຂວງຈຳປາສັກ ໄດ້ໃຫ້ ທັດສະນະວ່າ ການພັດທະນາເສດຖະກິດ ທີ່ຂະຫຍາຍຕົວເພີ້ມຂຶ້ນ ໃນລະຍະທີ່
ຜ່ານມາ ໄດ້ເຮັດໃຫ້ລະດັບລາຍຮັບ ແລະສະພາບຊີວິດການເປັນຢູ່ ຂອງປະຊາຊົນລາວ
ຢູ່ໃນເຂດຕົວເມືອງ ກັບເຂດຊົນນະບົດ ມີຄວາມແຕກໂຕນກັນຫຼາຍຂຶ້ນ ນັບມື້ດ້ວຍເຊັ່ນກັນ
ດັ່ງທີ່ທ່ານໄດ້ໃຫ້ ການອະທິບາຍວ່າ:

“ຄວາມທຸກຍາກຂອງປະຊາຊົນ ຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກ ຖ້າທຽບ
ໃສ່ຢູ່ຕົວເມືອງ ເຫັນວ່າຍັງມີຄວາມຜິດໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ
ພວກເຮົາເຫັນວ່າ ລູກຫລານຂອງປະຊາຊົນ ທີ່ທຸກຍາກ ແມ່ນຂາດການສຶກສາ
ຮ່ຳຮຽນ ໝາຍຄວາມວ່າ ລູກຫລານທີ່ຢູ່ໃນໄວອາຍຸ ໄດ້ຮ່ຳຮຽນ ກໍໄດ້ອອກຈາກ
ໂຮງຮຽນ.”

ທັງນີ້ໂດຍຈະເຫັນໄດ້ຢ່າງຊັດເຈນ ຈາກກໍລະນີ ຂອງເຂດນະຄອນຫລວງວຽງຈັນ ທີ່ປະຊາ
ຊົນມີລາຍໄດ້ສະເລ່ຍເຖິງ 27 ລ້ານກີບ ຫຼື ປະມານ 3,346 ດອນລາຕໍ່ຄົນ ໃນປັດຈຸບັນນີ້
ຫາກແຕ່ວ່າ ສຳຫລັບປະຊາຊົນ ໃນແຂວງຜົ້ງສາລີ ກັບຍັງຄົງ ມີລາຍໄດ້ສະເລ່ຍພຽງ 6 ລ້ານກີບ ຫຼື 745 ດອນລາຕໍ່ຄົນເທົ່ານັ້ນ.

XS
SM
MD
LG