ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໑ ມີນາ ໒໐໒໖

ທີມຊາດລາວ ຫວັງຍາດໄດ້ ຢ່າງໜ້ອຍ 10 ຫຼຽນຄໍາ ທີ່ມຽນມາ

ກິລາ Seagames ຄັ້ງທີ່ 27 ທີ່ ເມືອງຫຼວງ ເນປິດໍ ປະເທດ
ມຽນມາ
ກິລາ Seagames ຄັ້ງທີ່ 27 ທີ່ ເມືອງຫຼວງ ເນປິດໍ ປະເທດ ມຽນມາ
ຄະນະ​ນັກ​ກິລາ​ທີ​ມຊາດ​ລາວ ຄາດ​ຫວັງ​ວ່າ​ ຈະ​ຍາດ​ໃຫ້​ໄດ້​ບໍ່
ໜ້ອຍ​ກວ່າ 10 ຫຼຽນ​ຄໍາ ຈາ​ກການ​ແຂ່ງຂັນ ​ໃນ 24 ປະ​ເພດ​
ກິລາ ​ໃນ​ງານ​ມະຫະກໍາ​ການ​ແຂ່ງຂັນ​ກິລາ ຊີ​ເກ​ມສ໌ ຄັ້ງ​ທີ 27
ຢູ່​ສະຫະພາບ​ມຽນມາ.

please wait

No media source currently available

0:00 0:03:48 0:00
ລິງໂດຍກົງ

ທ່ານ ພັນ​ຄໍາ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິ
ການແລະ​ກິລາ ຖະແຫຼ​ງຢືນຢັນ​ວ່າ ​ໃນ​ງານ​ມະຫະກໍາ​ການ​ແຂ່ງ
ຂັນ​ກິລາ​ຊີເກ​ມສ໌ ຄັ້ງ​ທີ 27 ທີ່​ລັດຖະບານ​ມຽນມາ ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ ​ໃນ​ລະຫວ່າງ​ວັນ​ທີ 11-22 ທັນວາ 2013 ນີ້ ລັດຖະບານ​ລາວ ຈະ​ສົ່ງ​ຄະນະ​ນັກ​ກິລາ​ທີ​ມ ຊາດ​ເຂົ້າຮ່ວມ​ແຂ່ງຂັນ​ໃນ 24 ປະ​ເພດກິລາ ​ໂດຍ​ໃນ​ນີ້ ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ຍາດ​ເອົາ ຫຼຽນ​ຄໍາ​ໃຫ້​ໄດ້ 9 ປະ​ເພດ​ກິລາ ກໍ​ຄື ​ເປ​ຕັງ ​ເຕກວນ​ໂດ ວູຊູ ຢູ​ໂດ ​ແຄມໂປ ​ໂມ​ບິ​ນາມ ມວຍ ມວຍ​ປໍ້າ ​ແລະ​ກະຕໍ້ຊິນ​ໂລ​ນ.

ທ່ານ​ພັນ​ຄໍາ ບອກ​ວ່າ ​ໃນ 9 ປະ​ເພດ​ກິລາ​ດັ່ງກ່າວ​ນີ້ ຄະນະ​ນັກ​ກິລາ​ທີ​ມຊາດ​ລາວ ໄດ້​ ຕັ້ງ​ຄວາມ ຫວັງ ທີ່​ຈະຍາດ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 10 ຫຼຽນ​ຄໍາ ສ່ວນ​ອີກ 15 ປະ​ເພດ​ກິລາ​ ທີ່​ເຫຼືອ​ນັ້ນ ກໍ​ຈະ​ພະຍາ​ຍາມ ​ໃຫ້​ໄດ້​ດີ​ທີ່​ສຸດ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ທ່ານ ພັນ​ຄໍາ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ​ກິລາ
ທ່ານ ພັນ​ຄໍາ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ​ກິລາ

“ຢູ່​ໃນ​ຕໍາ​ແໜ່​ງຫຼຽນ​ຄໍາ​ນີ້ 9 ປະ​ເພດ 9 ປະ​ເພດ​ນີ້​ແມ່ນ​ບໍ່​
ຢ່າ​ໃຫ້​ຫຼຸດ​ຫຼະຫຼຽນ​ຄໍາ​ ຢ່າງ​ໜ້ອຍ​ກໍ​ໄດ້​ຫຼຽນ​ນຶ່ງ ​ໄດ້​ສອງ​
ໄດ້​ສາມ​ແຮ່ງ​ດີແຫຼະ ບັດ​ນີ້​ກິລາ​ ຄວາມ​ຫວັງຫຼຽນ​ອື່ນໆ
ນອກຈາກ​ຫຼຽນ​ຄໍາ​ແລ້ວ ມີ 15 ປະ​ເພດ ສິບ​ຫ້າບ​ວກ​ເກົ້າ
ກະ​ແປ​ວ່າ​ເທົ່າໃດ ຊາວ​ສີ່​ວ່າ​ຈັ່ງ​ຊີ້​ບໍ່ ໝາຍ​ຄວາມ​ວ່າກິລາ
15 ປະ​ເພດ​ນັ້ນ ​ບໍ່ໃຫ້​ໄດ້​ຫຼຽນ​ຄໍາບໍ່​ແມ່ນ ​ໄດ້​ແຮ່ງ​ດີ ອັນ​ນີ້​
ແມ່ນ​ຕາມ​
ທີ່ຄະນະເຮົາ​ກະກຽມ.”

ງານ​ມ​ະຫະກໍາ​ການ​ແຂ່ງຂັນ​ກິລາ​ຊີ​ເກ​ມສ໌ ຄັ້ງ​ທີ 27 ຢູ່​ສາທາລະ
ນະ​ລັດ​ແຫ່ງ ສະຫະພາບ​ມຽນມາ ຈະ​ມີ​ການ​ແຂ່ງຂັນ​ໃນ 33 ປະ​
ເພດ​ກິລາ ​ເພື່ອ​ຍາດ​ເອົາ 1,557 ຫຼຽນ​ລາງວັນ ຊຶ່ງ ​ແບ່ງ​ເປັນ 460 ຫຼຽນ​ຄໍາ ກັບ 460 ຫຼຽນ​ເງິນ ​ແລະ 637 ຫຼຽນ​ທອງ​ແດງ ​ໂດຍ​ການ​ແຂ່ງ ຂັນ ຈະ​ຈັດ​ຢູ່​ໃນ 3​ ​ເມືອງ​ດ້ວຍ​ກັນ ຄື​ເມືອງ​ຢ່າງ​ກຸ້ງ ​ເມືອງ​ມັນທະ​ເລ ​ແລະ​ນະຄອນ​ເນ​ປິ​ດໍ ​ເມືອງ​ຫຼວງ​ແຫ່ງ​ໃໝ່​ຂອງ​ມຽນມາ ​ໂດຍ​ພິທີ​ເປີດ​ການ​ແຂ່ງຂັນຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 11 ທັນວາ ຢູ່​ທີ່ ເມືອງ ຫຼວງ​ແຫ່ງ​ໃໝ່​ດັ່ງກ່າວ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ງານ​ມະຫະກໍາ ການ​ແຂ່ງຂັນ​ກິລາ​ຊີ​ເກ​ມສ໌ ຄັ້ງ​ທີ 27 ນີ້ ກໍ​ໄດ້​ມີ​ການ​ລົດປະ​ເພດ​ກິລາ​ລົງຈາກຄັ້ງ​ທີ 26 ຢູ່​ປະ​ເທດ​ອິນ​ໂດ​ນີ​ເຊຍ ​ເມື່ອ​ປີ 2011 ຈໍານວນ​ເຖິງ 11 ປະ​ເພດ​ກິລາ​ດ້ວຍ​ກັນ ​ເນື່ອງ​ຈາກ​ປະ​ເທດ​ເຈົ້າພາບ​ບໍ່​ມີ​ຄວາມ​ພ້ອມ​ທີ່​ຈະ​ຈັດການ​ແຂ່ງຂັນ ​ເຊັ່ນ ຍີ​ມ ນາສຕິກ ​ເທ​ນນີສ ​ເຕັ້ນ​ລໍາ ​ແລະ​ວອລ​ເລ​ບອລຊາຍຫາດ ​ເປັນ​ຕົ້ນ ຫາກ​ແຕ່​ວ່າ​ ໃນ​ຂະນະ​ດຽວ​ກັນ ປະ​ເທດ​ເຈົ້າພາບ​ ກໍ​ໄດ້​ເພີ່ມ​ກິລາ​ປະ​ຈໍາ​ຊາດ​ ທີ່​ຕົນ​ມີ ຄວາມ​ເປັນ​ພິ​ເສດ​ເຂົ້າ​ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້​ດ້ວຍ​ກັນ 3 ປະ​ເພດກິລາ ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ເຈົ້າພາບ​ມີ​ໂອກາດ​ທີ່​ຈະ​ຍາດ​ເອົາ​ຫຼຽນ​ຄໍາ​ໃຫ້​ໄດ້​ຫຼາຍ​ຂຶ້ນນັ້ນ​ເອງ.

ນັກກິລາ ຫຼຽນຄໍາ ທີມຊາດລາວ ຄັ້ງຜ່ານມາ
ນັກກິລາ ຫຼຽນຄໍາ ທີມຊາດລາວ ຄັ້ງຜ່ານມາ

ສໍາລັບ​ຄະນະ​ນັກກິລາ​ທີ​ມຊາດ​ລາວ​ນັ້ນ ຖ້າ​ຫາກ​ວ່າ​ສາມາດ​
ຍາດ​ເອົາຫຼຽນ​ລາງວັນ​ໄດ້​ຕາມ ຄວາມ​ຄາດ​ຫວັງ​ດັ່ງກ່າວ​ກໍ​ມີ​
ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ຈະ​ສາມາດ​ຮັກສາ​ຕໍາ​ແໜ່​ງທີ 8 ຂອງ
ຕາລາງ​ໄດ້​ຄື​ກັບ​ການ​ແຂ່ງຂັນ​ໃນ​ປີ 2011 ຢູ່​ປະ​ເທດ​ອິນ​ໂດ​
ນີ​ເຊຍ ຊຶ່ງຄະນະ​ນັກ​ກິລາ​ທີ​ມ ຊາດ​ລາວ​ຍາດ​ໄດ້ 9​ ຫຼຽນຄໍາ
12 ຫຼຽນ​ເງິນ36 ຫຼຽນ​ທອງ​ແດງ ​ໂດຍ​ມີ​ກໍາປູ​ເຈຍ ຕິ​ມໍຕາ​ເວັນ​
ອອກ ​ແລະບຣູ​ໄນ ຢູ່ 3 ອັນ​ດັບ​ສຸດ​ທ້າຍ​ຈາກທັງ​ໝົດ 11 ປະ​
ເທດ ທີ່​ລວມການ​ແຂ່ງຂັນ ​ໃນ​ຂະນະ​ທີ່​ອິນ​ໂດ​ນີ​ເຊຍ ທີ່​ເປັນ​
ເຈົ້າພາບ​ນັ້ນ ຍາດ​ໄດ້​ເຖິງ 182 ຫຼຽນ​ຄໍາ 151 ຫຼຽນເງິນ ​ແລະ
143 ຫຼຽນ​ທອງ​ແດງ. ​

ແຕ່​ຢ່າງ​ໃດ​ກຕາມ ຄະນະ​ນັກ​ກິລາ​ທີ​ມຊາດ​ລາວ ​ກໍ​ເຄີຍໄດ້​ອັນ​ດັບ​ທີ່ 7 ​ເມື່ອ​ປີ 2009 ຊຶ່ງ ລາວ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ມະຫະກໍາ​ກິລາ​ຊີ​ເກ​ມສ໌ ຄັ້ງ​ທີ 25 ຢູ່​ນະຄອນ​ວຽງ​ຈັນ ​ໂດຍ​ຄະນະ​ນັກ​ກິລາ​ທີ​ຊາດ​ລາວ​ສາມາດ​ຍາດ​ມາ​ໄດ້​ເຖິງ 33 ຫຼຽນ​ຄໍາ, 25 ຫຼຽນ​ເງິນ, 52 ຫຼຽນ​ທອງ​ແດງ​ຈາກ​ການ​ແຂ່ງຂັນ​ໃນ 25 ປະ​ເພດ​ກິລາ ຊຶ່ງ ຫຼຽນ​ລາງວັນ​ສ່ວນ​ໃຫຍ່​ນັ້ນ​ ກໍ​ໄດ້​ມາ​ຈາກ​ກິລາເປ​ຕັງ ​ແລະ​ສິນລະປະການ​ປ້ອງ​ກັນ​ຕົວ ​ເຊັ່ນ ​ເຕກວນ​ໂດ ວູຊູ ​ແລະ​ມວຍ ​ເປັນ​ຕົ້ນ.
XS
SM
MD
LG