ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນກະທົບຈາກ ການຂຸດຄົ້ນບໍ່ແຮ່ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວ ນັບມື້ນັບເພີ້ມຂຶ້ນ


ສະຖານຂຸດຄົ້ນບໍ່ແຮ່ພູເບ້ຍຂອງລາວ
ສະຖານຂຸດຄົ້ນບໍ່ແຮ່ພູເບ້ຍຂອງລາວ

ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ລາວ​ຢືນຢັນ​ວ່າ​ ສໍາ​ປະທານ​ທີ່​ດິນ ​ເພື່ອ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ໄດ້ສົ່ງ​ ຜົນ​ກະທົບ​ຕໍ່​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ຢ່າງ​ກວ້າງຂວາງຫຼາຍ​ຂຶ້ນນັບ​ມື້.

ທ່ານ​ວິ​ເສດ ສະ​ແຫວ​ງສຶກສາ
ຮອງ​ຫົວໜ້າ​ຫ້ອງວ່າການ​ສະພາ
​ແຫ່ງ​ຊາດລາວ ຖະ​ແຫຼ​ງລາຍ​ງານ
​ວ່າ ໃນ​ຊ່ວງ​ຂອງ​ການ​ປະຊຸມ​ສະ
​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງສະພາ
​ແຫ່ງ​ຊາດ​ຊຸດ​ທີ່ 7 ທີ່​ດໍ​າ​ເນີນ​ກອງ​
ປະຊຸມ​ລະຫວ່າງ​ວັນ​ທີ 20 ມິຖຸນາ
ຫາວັນ​ທີ່ 13 ກໍລະກົດ​ທີ່​ຜ່ານ​ມາ
ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດໄດ້
​ຮັບ​ການ​ປະກອບຄວາມ​ຄິດ​ເຫັນ
​ແລະ​ການ​ຮ້ອງ​ຮຽນ​ຈາກ​ປະຊາ
ຊົນ​ລາວ ​ໂດຍ​ຜ່ານ​ທັງ​ທາງ​ໂທລະ
ສັບສາຍ​ດ່ວນ ທາງ​ອີ່​ເມລ ​ແລະ
​ທາງ​ຈົດໝາຍ​ລວມ​ກັນ​ເຖິງ 280
​ເທື່ອ​ຄົນ ​ແລະສາມາດ​ສັງ​ລວມ
​ເປັນ 300 ກວ່າ​ຄວາມ​ເຫັນ​ດ້ວຍ​ກັນ.

ທັງ​ນີ້​ ​ກໍລະນີ​ທີ່​ປະຊາຊົນ​ລາວ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ​ແລະ​ໄດ້ຮຽກຮ້ອງ​ຂໍ​
ຄວາມ​ຊ່ວຍ​ເຫຼືອ​ຈາກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທີ່​ສຸດ​ນັ້ນ​ກໍ​ແມ່ນ ​ກໍລະນີ​ບັນຫາ​ກ່ຽວ​ກັບ​ການ
​ອະນຸຍາດ​ໃຫ້​ສໍາ​ປະທານ​ທີ່​ດິນ ​ແລະ​ການ​ປົກ​ປັກ​ຮັກສາ​ຊັບພະຍາ​ກອນ​ທໍາ​ມະ​ຊາດ ​
ໂດຍ​ສະ​ເພາະ​ແມ່ນ​ປ່າ​ໄມ້ ​ແລະ​ແຮ່​ທາດ​ນັ້ນ ຖື​ເປັນ​ບັນຫາ​ທີ່​ປະຊາ​ຊົນ​ຕ້ອງການໃຫ້​ມີ
​ການ​ຕິດຕາມ​ກວດ​ກາ ​ແລະ​ຄຸ້ມ​ຄອງ​ຢ່າງໃກ້ຊິດ​ຫຼາຍ​ທີ່​ສຸດ ສ່ວນ​ນອກ​ນັ້ນ ກໍ​ເປັນ​ບັນຫາ
​ກ່ຽວ​ກັບ​ຄວາມ​ຍຸດຕິ​ທໍາ​ໃນ​ສັງຄົມ ບັນຫາ​ຈັນ​ຍາ​ບັນ ຂອງ​ພະນັກງານ ບັນຫາ​ການ​ສຶກ
ສາ​ທີ່​ຕິດ​ພັນ​ກັບ​ວຽກ​ເຮັດ​ງານ​ທໍາ ການ​ຄຸ້ມ​ຄອງການ​ເຄຶ່ອນ​ໄຫວ​ຂອງ​ຊາວ​ຕ່າງ​ຊາດ
​ແລະ​ການ​ບໍລິການ​ທາງ​ສັງຄົມ​ຕາມ​ລໍາດັບ.

ລົດຂົນສົ່ງແກ່ເຮ່ທາດຈາກບໍ່ແຮ່ຢູ່ເມືອງເຊໂປນ
ລົດຂົນສົ່ງແກ່ເຮ່ທາດຈາກບໍ່ແຮ່ຢູ່ເມືອງເຊໂປນ

ທາງ​ດ້ານ​ສະມາຊິກ​ສະພາ​ແຫ່ງ​
ຊາດ​ລາວທ່ານ​ນຶ່ງ ກໍ​ໄດ້​ປະກອບ
​ຄວາມ​ເຫັນ​ວ່າ ສາ​ເຫດ​ທີ່​ສໍາຄັນ
​ທີ່​ເຮັດ​ໃຫ້​ປະຊາຊົນ​ລາວ​ໄດ້​ສະ​
ແດງ​ຄວາມ​ກັງ​ວົນ​ໃຈ​ກ່ຽວ​ກັບ​
ການອະນຸຍາດ​ໃຫ້​ສໍາ​ປະທານ
​ທີ່​ດິນ ​ເພື່ອ​ຂຸດ​ຄົ້ນແຮ່​ທາດ​ຫຼາຍ
​ເປັນ​ພິ​ເສດ​ນັ້ນ ກໍ​ຍ້ອນ​ວ່າການ
​ອະນຸຍາດ​ໃຫ້​ສໍາ​ປະທານ​ດັ່ງກ່າວ
​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ຄວາມ
​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ຢ່າງ
​ກວ້າງຂວາງ​ຫຼາຍ​ຂຶ້ນນັບ​ມື້ ​ໃນ​ຂະນະ​ທີ່​ມາດ​ຕະການ​ຄຸ້ມ​ຄອງ​ໃນ​ດ້ານ​ກົດໝາຍ​ນັ້ນ
ກັບ​ຍັງ​ຄົງ​ຂາດ​ປະສິດທິພາບ ​ແລະ​ບໍ່​ສາມາດ​ໃຫ້ການ​ຢ່ຽວຢາ​ປະຊາຊົນ​ໄດ້​ຢ່າງ​ແທ້
​ຈິງ ດັ່ງ​ທີ່​ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ທ່ານ​ດັ່ງກ່າວ​ນີ້​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ສໍາ​ປະທານ​ຄື​ຈັ່ງ​ເວົ້າ​ມາ​ຫັ້ນ​ກ້າວ​ກ່າຍໄປ​ໝົດ ​ແລ້ວ​ກົດໝາຍເຮົາ​ສິປົກ​ປ້ອງ​ສິ​ເອົາ
ຄືນ​ມາ​ແນວ​ໃດ​ໄດ້ ສິຊົດ​ເຊີຍ​ໃຫ້​ປະຊາຊົນ​ທີ່​ສະ​ເໜີ​ມາ​ວ່າ​ຜົນ​ເສຍ​ຫາຍ​ເນາະ ​ເປັນ
ຕົ້ນ​ຄື​ເກືອ​ກາລີ​ເນາະ ສຸ​ມື້​ນີ້ ຂຸດ​ຄົ້ນ​ຢູ່​ບ່ອນ​ໃດ ​ກະ​ແມ່ນມິ​ຜົນ​ສະທ້ອນ​ສະພາບ​ແວດ
ລ້ອມ ​ແຕະຕ້ອງເຖິງ​ຊີວິດ​ຂອງ​ປະຊາຊົນຢູ່ບ່ອນ​ນັ້ນ ບໍ່​ຈັກ​ແມ່ນ​ເຮືອນ​ຊານ ບໍ່​ຈັກ​
ແມ່ນ​ບ່ອນ​ທໍາ​ມາ​ຫາ​ກິນ ການ​ຊົດ​ເຊີຍກໍ​ຍັງ​ບ່ໍທັນ​ໄດ້​ສະໜອງ​ໃຫ້​ປະຊາຊົນ ​ແລ້ວ
ກົດໝາຍ​ເຮົາ​ຈະ​ປົກ​ປ້ອງ​ໄດ້​ແນວ​ໃດ?”

ກ່ອນ​ໜ້າ​ທີ່ ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກ​ລັດຖະມົນຕີ​ລາວ ກໍ​ໄດ້​ຖະ​ແຫຼງຢືນຢັນຕໍ່​
ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ວ່າ​ລັດຖະບານ​ລາວ
​ບໍ່​ອະນຸ​ຍາດ ​ແລະ​ບໍ່​ພິ​ຈາລະ​ນາ​ໃຫ້​ກຸ່ມ​ບຸກຄົນ ຫຼື​ສ່ວນ​ບຸກຄົນ ​ໄດ້​ຍື່ນ​ຫຼື​ຂໍ​ລົງທຶນ​ໃໝ່​ໃນ
​ໂຄງການ​ຂຸດ​ຄົ້ນ​ບໍ່​ແຮ່ ​ແລະ​ປູກ​ຢາງ​ພາລາ ຫຼື​ໄມ້​ວິກ ​ໃນທົ່ວ​ປະ​ເທດ​ຈົນ​ເຖິງ​ສິ້ນ​ປີ 2015 ​
ແລະ​ໃນ​ໄລຍະ​ດັ່ງກ່າວ​ນີ້ ລັດຖະບານ​ລາວ​ ກໍ​ຍັງຈະ​ດໍາ​ເນີນການ​ທົບ​ທວນ​ນະ​ໂຍບາຍ
​ແລະ​ກວດກາ​ບັນດາ​ໂຄງການ​ທີ່​ໄດ້​ອະນຸຍາດ​ໄປ​ແລ້ວ​ນັ້ນ ​ວ່າ​ໄດ້​ປະຕິບັດ​ຕາມ​ສັນຍາ
​ຢ່າງ​ຖືກຕ້ອງ​ ຫຼື​ບໍ່​ອີກ​ດ້ວຍ.

ສານເຄມີທີ່ເປັນເສດເຫລືອມາຈາກບໍ່ແຮ່ແຫ່ງນຶ່ງໃນແຂວງບໍລິຄໍາໄຊ
ສານເຄມີທີ່ເປັນເສດເຫລືອມາຈາກບໍ່ແຮ່ແຫ່ງນຶ່ງໃນແຂວງບໍລິຄໍາໄຊ

ສໍາລັບການກວດ​ກາ​ບັນດາ​ໂຄງ
ການ​ຕ່າງໆ​ທີ່​ໄດ້​ຮັບ​ອະນຸຍາດ
​ໄປ​ແລ້​ວນັ້ນ ທ່ານ​ທອງ​ສິງ ທໍ​າ
ມະ​ວົງ​ກໍ​ໄດ້​ເນັ້ນ​ຢໍ້າວ່າ ​ຈະ​ມີ​ຄໍາ
​ສັ່ງ​ໃຫ້​ໂຈະ​ໂຄງການ​ໃນ​ທັນທີ
ຫາກ​ກວດກາ​ພົບ​ວ່າ ​ໄດ້​ມີ​ການ
​ປະຕິບັດ​ທີ່​ບໍ່​ໄປ​ບໍ່​ມາ ຫຼື​ຂາດ​ປະ
ສິດທິ​ຜົນ ​ໃນ​ການດໍາ​ເນີນ​ໂຄງ
ການ ຫາກ​ແຕ່​ວ່າ​ ສໍາລັບ​ໂຄງ
ການ​ທີ່​ໄດ້​ມີ​ການ​ປະຕິບັດ​ຕາມ​
ຂໍ້​ຕົກລົງ ຫຼື​ເປັນ​ໄປ​ຕາມ​ສັນຍາ
​ຢ່າງ​ມີ​ປະສິດທິ​ຜົນ​ນັ້ນ ກໍ​ສາມາດ​ທີ່​ຈະ​ດໍາ​ເນີ​ນ​ໂຄງການ​ໄດ້​ຕໍ່ໄປ.

ທັງ​ນີ້​ໂດຍ​ອິງ​ຕາມ​ລາຍ​ງານ​ຂອງ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ກໍ​ໄດ້​ລະບຸ​ວ່າ ນັບ​ແຕ່
​ປີ 1998 ມາ​ເຖິງ​ປັດຈຸບັນ​ນີ້ ລັດຖະບານ​ລາວ​ໄດ້​ອະນຸມັດ​ສໍາ​ປະທານ​ການຂຸດ​ຄົ້ນ​ບໍ່​ແຮ່
​ໄປ​ແລ້ວ 171 ​ໂຄງການ ​ແລະ​ອະນຸມັດ​ສໍາ​ປະທານ​ທີ່​ດິນ​ເພື່ອ​ປູກ​ຢາງພາລາ ​ແລະ​ໄມ້​ວິກ
57 ​ໂຄງການ ​ໂດຍ​ຄິດ​ເປັນ​ມູນ​ຄ່າ​ການ​ລົງທຶນ​ລວມ​ເກີນ​ກວ່າ 8,100 ລ້ານ​ໂດ​ລາ ຫຼື​ຄິດ
​ເປັນ​ຫຼາຍ​ກວ່າ 30% ຂອງ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ​ ໃນລາວ​ໃນ​ປັດຈຸບັນ.

XS
SM
MD
LG