ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດລາວວ່າ ການຂາດດຸນ ງົບປະມານ ສູງສຸດ ຕ້ອງບໍ່ໃຫ້ເກີນ 4.76% ຂອງ GDP


ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ຈໍານວນນຶ່ງ
ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ຈໍານວນນຶ່ງ

ສະພາ​ແຫ່ງ​ຊາດ​ລາວ​ອະນຸມັດ ​ໃຫ້​ລັດຖະບານ​ຂາດ​ດຸນ​ງົບປະມານ​ໄດ້​ ບໍ່​ເກີນ 4.76% ຂອງ​ຍອດ ​ຜະລິດ​ຕະພັນ​ລວມພາຍ​ໃນ ຫຼື GDP ​ໃນ​ແຜນການ​ງົບປະມານລາຍ​ຈ່າຍ​ປະ​ຈໍາປີ 2012- 2013.

ທ່ານ​ອຸ່ນແກ້ວ ວຸດ​ທິລາດ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ​ ໄດ້​ຖະແຫຼ​ງຢືນ​ຢັນ
​ວ່າ ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ​ໄດ້​ລົງມະຕິ​ຮັບ​ຮອງ​ແຜນການ​ງົບປະມານ​ປະ​ຈໍາ
ປີ 2012-2013 ຂອງ​ລັດຖະບານ​ລາວ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາ ມັນ​ຄັ້ງ​ທີ່ 3 ທີ່​ໄດ້​ສິ້ນ
​ສຸດ​ລົງ​ເມື່ອ​ວັນ​ທີ່ 13 ​ກໍລະກົດ​ທີ່​ຜ່ານ​ມາ ​ຊຶ່ງໃນ​ມະຕິ​ຕົກລົງ​ດັ່ງກ່າວ​ ສະພາ​ແຫ່ງ​ຊາດ​
ໄດ້​ກໍານົດ​ໃຫ້​ລັດຖະບານ​ຕ້ອງ​ຄວບ​ຄຸມ​ລາຍ​ຈ່າຍ​ຢ່າງ ​ເຂັ້ມ​ງວດ ​ແລະ​ໃນ​ຂະນະ​ດຽວ​ກັນ
ກໍ​ຈະ​ຕ້ອງ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ເປົ້າໝາຍ​ທີ່ວາງ​ໄວ້​ຢ່າງ​ແທ້​ຈິງ.

ທັງ​ນີ້ເພື່ອ​ຈະ​ເຮັດ​ໃຫ້​ສາມາດ​ຈໍາ​ກັດ​ການ​ຂາດດຸນ​ງົບປະມານ​ໃຫ້​ຢູ່​ໃນ​ມູນ​ຄ່າ 3,842 ຕື້​
ກີບ ຫຼື​ປະມານ 480 ລ້ານ​ໂດ​ລາ ຊຶ່ງ​ຄິດ​ເປັນ​ສັດສ່ວນ​ບໍ່​ເກີນ 4.76% ຂອງ​ຍອດຜະລິດ
​ພາຍ​ໃນ (GDP) ຕະຫຼອດ​ແຜນການ​ປີ 2012-2013 ທີ່​ຈະ​ເລີ່​ມລົງມື​ປະຕິບັດ​ຈັດ​ຕັ້ງ​ນັບ
​ຈາກ​ວັນ​ທີ່ 1 ຕຸລາ 2012 ​ເຖິງ​ວັນ​ທີ່ 30 ກັນ​ຍາຕໍ່​ໄປ ດັ່ງ​ທີ່ ທ່ານ​ອຸ່ນ​ແກ້ວ ​ໄດ້​ຖະ​ແຫຼ​ງ
ຢືນຢັນ​ໃນ​ຕອນ​ນຶ່ງ​ວ່າ:

“ກອງ​ປະຊຸມ​ເປັນ​ເອກກະພາບ​ຕໍ່​ການວາງ​ຄາດໝາຍ​ສູ້​ຊົນ ທີ່​ລັດຖະບານ​ວາງ​ອອກ
​ເຫັນ​ວ່າມີລັກສະນະ​ທີ່​ຕັ້ງໜ້າ​ຫຼາຍ ​ແລະ​ລັດຖະບານ​ກໍ​ໄດ້​ເພີ່ມ​ລາຍ​ຮັບ​ພາຍ​ໃນ​ຈາກ
ການສະ​ເໜີ​ເບື້ອງ​ຕົ້ນ 17.19% ມາ​ເປັນ 18.50% ຂອງ​ຈີ​ດີ​ພີ ຕາມ​ການສະ​ເໜີ ຂອງ
​ສະພາ​ແຫ່ງ​ຊາດ ຊຶ່ງ​ໃນ​ນັ້ນ​ເປັນ​ລາຍ​ຮັບ​ພາຍ​ໃນ 14,933 ຕື້​ກີບ ​ເທົ່າ​ກັບ 18.5%
ຂອງ​ຈີ​ດີ​ພີ.”

ລັດ​ຖະບານ​ລາວ​ໄດ້ວາງ​ຄາດໝາຍ​ໄວ້​ວ່າ​ ໃນ​ຕະຫຼອດ​ໄລຍະ​ແຜນການ ປີ 2012-2013
ດັ່ງກ່າວ​ ຈະ​ພະຍາຍາມ​ສ້າງ​ລາຍ​ຮັບ​ໃຫ້​ໄດ້​ມູນ​ຄ່າ​ລວມ 19,543 ຕື້​ກີບ ຫາກ​ແຕ່​ເນື່ອງ
ຈາກ​ໃນ​ໄລຍະ​ແຜນການ​ປີ 2012-2013 ລັດຖະບານ​ລາວ​ ກໍ​ໄດ້​ຕັ້ງງົບປະມານ​ລາຍ​ຈ່າຍ
​ໄວ້​ໃນ​ມູນ​ຄ່າ​ລວມ​ເຖິງ 23,385 ຕື້​ກີບ.

ພິທີເຊັນສັນຍາມອບການຊ່ວຍເຫລືອຂອງເຢຍລະມັນແກ່ລາວໃນປີ 2012
ພິທີເຊັນສັນຍາມອບການຊ່ວຍເຫລືອຂອງເຢຍລະມັນແກ່ລາວໃນປີ 2012

ທັງ​ນີ້​ ​ຖ້າ​ຫາກ​ຄິດ​ໄລ່​ສະ​ເພາະ​
ໃນ​ແຜນການ​ປີ 2011-2012
ນີ້ ກໍ​ພົບ​ວ່າ​ລັດ​ຖະບານ​ລາວ
​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ
ປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ​
ເກີນກວ່າ 630 ລ້ານ​ໂດ​ລາ ຊຶ່ງ
​ໃນ​ນັ້ນ​ກໍ​ເປັນ​ການ​ຊ່ວຍ​ເຫຼືອ​ລ້າ​
ໃນ​ມູນ​ຄ່າ 529 ລ້ານ​ໂດ​ລາ ກູ້
​ຢືມ​ອີກ 100 ກວ່າລ້ານ​ໂດ​ລາ
​ແລະ​ລັດຖະບານ​ລາວ​ກໍ​ໄດ້​ນໍາ
​ໃຊ້​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວນີ້
​ເຂົ້າ​ໃນ​ໂຄງການ​ພັດທະນາ​ຕ່າງໆ ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນລາວ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຖິງ​ແມ່ນ​ວ່າການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ຈະ​ເພີ່ມ​ຂຶ້ນທຸກໆ​ປີ ກໍ​ຕາມ
ຫາກ​ແຕ່​ກໍ​ຍັງ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງ​ການ​ທີ່​ເປັນຈິງ​ຂອງ​ລັດຖະບານ​ລາວ ​ໂດຍ​ສະ​ເພາະ​
ແມ່ນ​ການ​ທີ່​ຈະ​ເຮັດ​ໃຫ້​ເສດຖະກິດ​ຂອງ​ລາວ​ຂະຫຍາຍຕົວ​ ໃນ​ອັດຕາສະ​ເລ່ຍບໍ່​ຫລຸດ 8.5%
​ໃນ​ແຜນການ​ປີ 2012-2013 ກໍ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ຮັບການ​ຊ່ວ​ຍ​ເຫຼືອ​ຈາກ​ຕ່າງປະ​ເທດ
​ບໍ່​ໜ້ອຍ​ກວ່າ 4,610 ຕື້​ກີບ ຫຼື​ປະມານ 576 ລ້ານໂດ​ລາ ຫຼື​ເພີ່ມ​ຂຶ້ນ 8.8% ​ເມື່ອ​ທຽບ​ໃສ່
​ແຜນການ​ປີ 2011-2012 ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ ຈະ​ຕ້ອງ​ກູ້​ຢືມ​ຈາກ​ຕ່າງປະ​ເທດ​ເປັນ​ຫຼັກ.

ທັງ​ນີ້​ ກໍ​ເນື່ອງ​ຈາກ​ວ່າ​ລັດຖະບານ​ລາວ ​ໄດ້​ວາງ​ແຜນການ​ທີ່​ຈະ​ສ້າງ​ລາຍ​ຮັບ​ໃຫ້​ໄດ້​ໃນມູນ​ຄ່າ
19,543 ຕື້​ກີບ​ນັ້ນ ກໍ​ໄດ້​ມີ​ການ​ຄາດໝາຍ​ວ່າ​ຈະ​ເປັນ​ລາຍ​ຮັບ​ຈາ​ກພາຍ​ໃນປະ​ເທດ​ພຽງ
14,933 ຕື້​ກີບ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ເພິ່ງ​ພາ​ການ​ຊ່ວຍ​ເຫຼືອ​ ແລະ​ກູ້​ຢືມ​ຈາກຕ່າງປະ​ເທດ​ໃນ​ມູນ​ຄ່າ​
ລວມ​ເຖິງ 8,452 ຕື້​ກີບ ຫຼືຫຼາຍກວ່າ 1 ພັນ​ລ້ານ​ໂດ​ລາ ຕາມ​ອັດຕາ​ແລ​ກປ່ຽນ​ໃນ​ບັດ​ຈຸ​ບັນ
​ນັ້ນ​ເອງ.

XS
SM
MD
LG