ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ່າໄມ້ສ່ວນໃຫຍ່ ໃນລາວ ປູກໂດຍ ບໍລິສັດ ເອກກະຊົນ ສ່ວນພາກລັດ ສາມາດຈັດຕັ້ງ ປະຕິບັດໄດ້ ພຽງສ່ວນນ້ອຍ


ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ປູກຕົ້ນໄມ້ ເພື່ອເປັນຂີດໝາຍ ວັນເດັກແຫ່ງຊາດ ເມື່ອປີ 2017.
ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ປູກຕົ້ນໄມ້ ເພື່ອເປັນຂີດໝາຍ ວັນເດັກແຫ່ງຊາດ ເມື່ອປີ 2017.

ປ່າໄມ້ສ່ວນໃຫຍ່ໃນລາວ ປູກໂດຍບໍລິສັດເອກກະຊົນ ທີ່ໄດ້ຮັບອະນຸຍາດສຳປະທານ
ຈາກລັດຖະບານລາວ ແຕ່ໃນຂະນະດຽວກັນ ປ່າໄມ້ທີ່ປູກໂດຍພາກລັດ ກັບສາມາດ
ຈັດຕັ້ງປະຕິບັດໄດ້ພຽງສ່ວນນ້ອຍເທົ່ານັ້ນ.

ທ່ານບຸນປັນ ດວງລາຕີ ສະມາຊິກສະພາແຫ່ງຊາດຈາກແຂວງຄຳມ່ວນ ຖະແຫລງວ່າ
ການປູກປ່າໄມ້ ຢູ່ພາຍໃນແຂວງຄຳມ່ວນໃນປັດຈຸບັນ ສາມາດຈັດຕັ້ງປະຕິບັດໄດ້ ໃນ
ພື້ນທີ່ທັງໝົດ 27,290 ເຮັກຕາ ໂດຍສ່ວນໃຫຍ່ເປັນປ່າໄມ້ ທີ່ປູກໂດຍບໍລິສັດເອກກະຊົນ
ທີ່ໄດ້ຮັບສຳປະທານ ຈາກລັດຖະບານ ແຕ່ໃນຂະນະດຽວກັນ ປ່າໄມ້ທີ່ປູກໂດຍພາກລັດ
ກັບສາມາດຈັດຕັ້ງປະຕິບັດໄດ້ພຽງສ່ວນນ້ອຍ ຊຶ່ງຈະເຫັນໄດ້ ຈາກການຈັດຕັ້ງປະຕິບັດ
ໃນປີ 2018 ທີ່ສາມາດປູກປ່າໄມ້ໄດ້ເກີນຄາດໝາຍ ຫາກແຕ່ກໍປາກົດວ່າ ເປັນປ່າໄມ້
ທີ່ປູກໂດຍພາກລັດພຽງ 30 ເຮັກຕາເທົ່ານັ້ນ ໂດຍມີສາເຫດມາຈາກການຂາດແຄນ
ທາງດ້ານງົບປະມານເປັນສຳຄັນ ດັ່ງທີ່ ທ່ານບຸນປັນ ໄດ້ໃຫ້ການຢືນຢັນວ່າ:

“ສຳລັບການປູກປ່າຢູ່ທ້ອງຖິ່ນນີ້ ຕາມໂຕເລກເຂົາເຈົ້າແຈ້ງມາ ກະແມ່ນປະຕິບັດໄດ້
ທັງໝົດ ຫລະແມ່ນ 27,290 ກວ່າເຮັກຕາ ແລະສະເພາະໃນປີ 2018 ນີ້ ຫລະແມ່ນ
750 ແຕ່ວ່າ ການຈັດຕັ້ງປະຕິບັດຫັ້ນ ໄດ້ 1,800 ຄັນເວົ້າແທ້ ກະແມ່ນລື່ນຄາດໝາຍ
ແຕ່ວ່າໂຕເລກລື່ນຄາດໝາຍໂຕນີ້ ຫລະແມ່ນສ່ວນຫຼາຍ ຫລະແມ່ນຍ້ອນບໍລິສັດ
ເອກກະຊົນ ສຳປະທານ ຫຼືວ່າ ປະຊາຊົນເຂົາປູກ ກະໂຕລັດແທ້ໆ ກະປູກໄດ້ແຕ່ 30
ເຮັກຕາ ສາເຫດຫລັກໆ ກະແມ່ນຍ້ອນງົບປະມານ ຍ້ອນທຶນນີ້ຫລະ ມັນບໍ່ມີຫັ້ນຫນະ.”

ພື້ນທີ່ດິນສ່ວນນຶ່ງຂອງປະຊາຊົນ ຢູ່ໃນເຂດຊົນນະບົດ ທີ່ໄດ້ຖືກບຸກເບີກ ເພື່ອການປູກຝັງ
ພື້ນທີ່ດິນສ່ວນນຶ່ງຂອງປະຊາຊົນ ຢູ່ໃນເຂດຊົນນະບົດ ທີ່ໄດ້ຖືກບຸກເບີກ ເພື່ອການປູກຝັງ

ກ່ອນໜ້ານີ້ ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້
ຖະແຫລງ ຢືນຢັນວ່າ ສະພາບປ່າໄມ້ໃນລາວມີການປົກຫຸ້ມຄິດເປັນ 67.2 ເປີເຊັນ
ຂອງພື້ນທີ່ທັງໝົດໃນທົ່ວປະເທດ ຫຼືປະມານ 15.91 ລ້ານເຮັກຕາ ໃນນີ້ແບ່ງເປັນ
ປ່າປ້ອງກັນ 7.98 ລ້ານເຮັກຕາ ປ່າສະຫງວນ 4.93 ລ້ານເຮັກຕາ ປ່າຜະລິດ 3.1
ລ້ານເຮັກຕາ ແລະປ່າໄມ້ທີ່ປູກໂດຍບັນດາບໍລິສັດຕ່າງຊາດ ທີ່ສຳປະທານທີ່ດິນ
ຈາກລັດຖະບານລາວໃນພື້ນທີ່ລວມ 486,600 ເຮັກຕາ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນ
ມາດຕະການ ເພີ້ມເນື້ອທີ່ປ່າໄມ້ ໃຫ້ໄດ້ອີກ 584,000 ເຮັກຕາ ຫຼືຄິດເປັນ 2.8 ເປີເຊັນ
ຂອງພື້ນທີ່ທັງໝົດໃນລາວ ເພື່ອທີ່ວ່າ ຈະເຮັດໃຫ້ບັນລຸເປົ້າໝາຍ ການເພີ້ມການປົກຫຸ້ມ
ຂອງປ່າໄມ້ໃຫ້ເຖິງ 16.5 ລ້ານເຮັກຕາ ຫຼືຄິດເປັນ 70 ເປີເຊັນ ຂອງພື້ນທີ່ທັງໝົດຂອງ
ລາວ ໃນປີ 2020 ກໍຄືພາຍໃນ 1 ປີ 6 ເດືອນຕໍ່ໜ້ານີ້.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍບໍ່
ແມ່ນເລື້ອງງ່າຍ ເພາະວ່າ ປ່າໄມ້ທີ່ປູກໃນເຂດສຳປະທານຂອງບໍລິສັດຕ່າງຊາດນັ້ນ
ເປັນສິດ ຂອງບໍລິສັດຕ່າງຊາດ ທີ່ຈະຕັດເພື່ອນຳມາແປຮູບ ເປັນຜະລິດຕະພັນສຳເລັດ
ຮູບ ເພື່ອຕອບສະໜອງຕະຫຼາດພາຍໃນລາວ ແລະສົ່ງອອກໄປຕ່າງປະເທດ ໄດ້ຕາມ
ສັນຍາສຳປະທານ ພ້ອມກັນນັ້ນ ລັດຖະບານລາວ ຍັງຈະຕ້ອງປາບປາມການລັກລອບ
ຕັດໄມ້ຢ່າງເດັດຂາດອີກດ້ວຍ.

ທັງນີ້ ໂດຍໜ່າຍສະເພາະກິດຂອງລັດຖະບານລາວ ໄດ້ຈັດຕັ້ງປະຕິບັດຄຳສັ່ງ ນາຍົກ
ລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດ
ຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ແລະໄດ້ມີຄຳສັ່ງປິດໂຮງງານປຸງ
ແຕ່ງໄມ້ ທີ່ລະເມີດຄຳສັ່ງດັ່ງກ່າວນີ້ແລ້ວ 1,545 ແຫ່ງ ຈາກການກວດກາທັງໝົດ
2,857 ແຫ່ງ ໃນນີ້ເປັນໂຮງງານປຸງແຕ່ງໄມ້ຂະໜາດໃຫຍ່ ແລະຂະໜາດກາງ 355
ແຫ່ງ ແລະໂຮງງານຂະໜາດນ້ອຍ 1,190 ແຫ່ງ ພ້ອມກັນນັ້ນ ຍັງກວດພົບການລະ
ເມີດຄຳສັ່ງເລກທີ 15/ນຍ ເຖິງ 630 ກໍລະນີ ຈັບຜູ້ກະທຳຜິດໄດ້ 700 ຄົນ ຮວມເຖິງ
ພະນັກງານລັດດ້ວຍ 421 ຄົນ ແລະສັ່ງປິດໂຮງເລື່ອຍ 1,206 ແຫ່ງ.

ໂດຍໃນປີ 2018 ລັດຖະບານລາວ ນຳໄມ້ທີ່ຢຶດໄດ້ອອກປະມູນຂາຍໄດ້ໃນມູນຄ່າ
ລວມ 51 ກວ່າຕື້ກີບ ແຕ່ກໍຍັງມີການລັກລອບຕັດໄມ້ເກີດຂຶ້ນຢູ່ເລື້ອຍມາ ໂດຍນັກ
ທຸລະກິດ ໄດ້ວ່າຈ້າງປະຊາຊົນລາວໃນທ້ອງຖິ່ນ ໃຫ້ລັກລອບຕັດໄມ້ໃຫ້ກັບພວກຕົນ
ທັງນີ້ ອົງການອະນຸລັກສິ່ງແວດລ້ອມ Global Witness ໄດ້ລາຍງານວ່າ ເຂດທີ່ມີການ
ລັກລອບຕັດໄມ້ຫລາຍທີ່ສຸດ ຄືເຂດຊາຍແດນລາວ ທີ່ຕິດຕໍ່ກັບຊາຍແດນຫວຽດນາມ
ແລະຈີນ ໂດຍສະເພາະແຂວງຜົ້ງສາລີ ແລະຫລວງນ້ຳທາ ທີ່ມີການລັກລອບຕັດ ແລະ
ຂົນສົ່ງໄມ້ ໄປຈີນ ສ່ວນແຂວງບໍລິຄຳໄຊ ຄຳມ່ວນ ສະຫຫວັນນະເຂດ ສາລະວັນ
ເຊກອງ ແລະອັດຕະປືນັ້ນ ກໍເປັນເຂດທີ່ມີການລັກລອບຕັດ ແລະຂົນສົ່ງໄມ້ຈາກລາວ
ໄປຍັງຫວຽດນາມນັ້ນ ກໍຍັງຄົງເກີດຂຶ້ນຢູ່ເລື້ອຍມາ.

XS
SM
MD
LG