ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາໆຊາດ​​ຈະໃຫ້ການ​ຊ່ວຍ​ເຫລືອ ​ລາວໃນ​ການ​ເກັບ​ກູ້ລະເບີດບໍ່ທັນແຕກ


​ກອງ​ປະຊຸມ​ຄັ້ງ​ທໍາ​ອິດ​ຂອງ​ລັດ​ພາຄີ​ ສົນທິສັນຍາ​ການ​ເກືອດ​ຫ້າມລະ​ເບີດລູກ​ຫວ່ານ ​ຫລື​ສົນທິ​ສັນຍາ OSLO ທີ່ວຽງຈັນ ທີ່ໄດ້ຈັດຂຶ້ນ​ໃນວັນ​ທີ່ 9-12 ​ເດືອນ​ພະຈິກ​ທີ່​ຜ່ານ​ມາ
​ກອງ​ປະຊຸມ​ຄັ້ງ​ທໍາ​ອິດ​ຂອງ​ລັດ​ພາຄີ​ ສົນທິສັນຍາ​ການ​ເກືອດ​ຫ້າມລະ​ເບີດລູກ​ຫວ່ານ ​ຫລື​ສົນທິ​ສັນຍາ OSLO ທີ່ວຽງຈັນ ທີ່ໄດ້ຈັດຂຶ້ນ​ໃນວັນ​ທີ່ 9-12 ​ເດືອນ​ພະຈິກ​ທີ່​ຜ່ານ​ມາ

ເອກ​ອັກ​ຄະ​ລັດຖະທູດ​ລາວ​ຢືນ
ຢັນ​ວ່າ ນາໆ​ຊາດ​ໄດ້​ຕົກລົງ​ແລະ
ຮັບປາກ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ
ໃນ​ການ​ເກັບ​ກູ້ລະ​ເບີດ UXO ​ໃນ​ລາວຫລາຍ​ຂື້ນ​ພາຍຫລັງ​ຈາກ​ການ​ເປັນ​ເຈົ້າພາບ​ຈັດ​ກອງ
ປະຊຸມ OSLO ຄັ້ງ​ທໍາ​ອິດ​.

ທ່ານ​ຢົງ ຈັນທະ​ລັງ​ສີ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະ​ຈໍາ​ປະ​ເທດ​ສວີສ​ເຊີ​ແລນ​ດ໌​ໄດ້​ໃຫ້ການ​ຢືນຢັນ​ກັບ VOA ວ່າການ​ທີ່​ລັດຖະບານ​ລາວ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄັ້ງ​ທໍາ​ອິດ​ຂອງ​ລັດ​ພາຄີ​ສົນທິສັນຍາ​ການ​ເກືອດ​ຫ້າມ ລະ​ເບີດລູກ​ຫວ່ານ​ຫລື​ສົນທິ​ສັນຍາ OSLO ນັ້ນ ນອກຈາກ​ຈະ​ເຮັດ​ໃຫ້​ນານາ​ຊາດ​ໄດ້​ເຂົ້າ​ໃຈ​ແລະ​ຮັບ​ຮູ້​ເຖິງ​ບັນຫາ​ລະ​ເບີ​ດບໍ່​ທັນ​ແຕກ​ຫລື UXO ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ​ແລ້ວ ກໍ​ຍັງ​ປາກົດ​ວ່າ​ມີ​ຫລາຍ​ປະ​ເທດ​ທີ່​ໄດ້​ຕົກລົງ​ຫລື ຮັບປາກ​ແລ​ະປະກາດ​ທ່າ​ທີ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ລັດຖະບານ​ລາວໃນ​ການ​ເກັບ​ກູ້​ລະ​ເບີດ UXO ​ໃນ​ລາວຫລາຍຂຶ້ນ.

ໂດຍ​ໃນ​ຖານະ​ທີ່​ລັດຖະບານ​ລາວ​ກໍ​ຄື​ປະທານ​ຂອງ​ລັດ​ພາຄີ​ສົນທິສັນຍາ OSLO ​ໃນ​ໄລຍະ 1 ປີ​ຕໍ່​ໄປ​ນີ້ ນອກ ຈາກ​ຈະ​ຕ້ອງ​ສະ​ແດງ​ບົດບາດ​ເປັນ​ຜູ້​ປະສານ​ງານ​ກັບ​ລັດ​ພາຄີເພື່ອ​ດໍາ​ເນີນ​ການ​ປະຕິບັດ​ຕາມ​ແຜນ​ປະຕິບັດ​ການ​ວຽງ​ຈັນ​ໃຫ້​ເກີດ​ໝາກຜົນຢ່າງ​ເປັນ​ຮູບ​ທໍາ​ແລ້ວ​ກໍ​ຍັງ​ຖືເປັນ​ໂອກາດ​ທີ່​ທາງ​ການ​ລາວ​ຈະ​ປະສານ​ງານ​ດ້ວຍການ​ຈັດ​ກອງ​ປະຊຸມ​ຮ່ວມ​ກັບປະ​ເທດ​ເພື່ອນ​ມິດ​ເພື່ອ​ຂໍ​ໃຫ້​ຊ່ວຍ​ເຫລືອ​ລາວ​ໃນ​ການ​ເກັບ​ກູ້​ລະ​ເບີດ UXO ​ໃນ​ລາວ ​ໃຫ້​ຫລາຍ​ຂຶ້ນດ້ວຍ ດັ່ງ​ທີ່ທ່ານ​ຢົງ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:
“ອັນ​ນີ້​ເປັນ​ສິ່ງ​ສໍາຄັນ ​ເພາະວ່າ​ຂ້າພະ​ເຈົ້າກັບ​ຄືນ​ເມືອ​ເຈ​ນີວາ​ເທື່ອ​ນີ້​ນີ້ ກໍ​ແມ່ນ​ຈະ​ໄດ້​ໄປ​ຮຽກ​ປະຊຸມ​ບັນດາ​ເພື່ອນ ມິດ​ເພື່ອ​ຈະ​ໄດ້​ປຶກສາ​ຫາລື​ກັນ​ວ່າ​ຈະ​ດໍາ​ເນີນ​ການ​ລະດົມ​ຂົນຂວາຍຕໍ່​ໄປ”

ກອງ​ປະຊຸມຄັ້ງ​ທໍ​າອິດ​ຂອງ​ລັດ​ພາຄີ​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີດ​ລູກ​ຫວ່ານ​ໄດ້​ມີ​ຂຶ້ນ​ເມື່ອ​ວັນ​ທີ່ 9-12 ​ເດືອນ​ພະຈິກ​ທີ່​ຜ່ານ​ມາ​ຢູ່​ນະຄອນ​ວຽງ​ຈັນ ​ໂດຍ​ມີ​ບັນດາ​ຜູ້ຕາງໜ້າ​ຂອງ​ລັດຖະບານ​ຈາກ 120 ກວ່າ​ປະ ​ເທດ​ແລະ​ຜູ້ຕາງໜ້າ​ຂອງ 150 ກວ່າ​ອົງການ​ສາກົນ​ຈໍານວນ​ລວມກັນ 1,000 ກວ່າ​ຄົນ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມດັ່ງກ່າວ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ
ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ

ໂດຍ​ໃຫ້​ກຽດ​ເປັນ​ປະທານ​ໃນ​ພິທີ​ກອງ​ປະຊຸມ​ກໍ​ແມ່ນ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະ​ທານ​ປະ​ເທດ​ລາວ ຊຶ່ງ​ທ່ານ​ໄດ້​ກ່າວ​ເນັ້ນ​ຍໍ້າຕໍ່​ບັນດາ​ຜູ້​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ວ່າ​ກອງ​ປະຊຸມ​ຄັ້ງ​ທໍາ​ອິດ​ຂອງ​ບັນດາ​ລັດ​ພາຄີ​ສົນທິສັນຍາ OSLO ​ແມ່ນ​ມີ​ຄວາມ​ໝາຍ​ສໍາຄັນ​ທາງ​ປະວັດ​ສາດ​ຂອງ​ໂລກ ​ເພາະ​ໄດ້​ມີ​ກາ​ນກໍານົດ​ທິດ​ທາງ​ໃນ​ການຈັດ​ຕັ້ງ ປະຕິບັດ​ພ້ອມ​ທັງ​ການ​ສ້າງ​ກົນ​ໄກ​ການ​ຕິດຕາມ​ເພື່ອ​ຮັບປະກັນ​ໃຫ້​ສົນທິ​ສັນຍາ​ດັ່ງກ່າວ​ຖືກ​ຈັດ​ຕັ້ງ​ປະຕິບັດ​ຢ່າງ ​ເຕັມ​ສ່ວນ​ແລະ​ມີ​ປະສິດທິ​ຜົນ​ແນ​ໃສ່​ເຮັດ​ໃຫ້​ໂລກ​ກ້າວ​ໄປ​ເຖິງ​ການ​ກໍາຈັດ​ລະ​ເບີດ​ບໍ່​ໃຫ້​ທໍາລາຍ​ຊີວິດ​ຂອງ​ພົນລະ​ເມືອງ​ໂລກ​ອີກ​ຕໍ່​ໄປ.

ໂດຍ​ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ເອກ​ະສານ​ສໍາຄັນ 4 ສະບັບ ກໍ​ຄື​ຖະ​ແຫລ​ງການ​ວຽງ​ຈັນ ​ແຜນ​ປະຕິບັດ​ການ ວຽງ​ຈັນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ສົນ​ທິສັນຍາ​ຮູບ​ແບບ​ລາຍ​ງານ​ການ​ປະຕິບັດ​ສົນ​ທິສັນຍາ ​ແລະ​ແຜນການ​ປະ ຊຸມ​ສໍາລັບ​ລັດ​ພາຄີ​ໃນ​ປີ 2011.

ພື້ນທີສີແດງໃນແຜນທີ່ ລາວໝາຍເຖິງຈຸດທີ່ມີລະ ເບີດບໍ່ທັນແຕກຕົກຄ້າງຢູ່
ພື້ນທີສີແດງໃນແຜນທີ່ ລາວໝາຍເຖິງຈຸດທີ່ມີລະ ເບີດບໍ່ທັນແຕກຕົກຄ້າງຢູ່

ທັງ​ນີ້​ໂດຍນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ ອົງການ​ການ​ເກັບ​ກູ້​
ລະ​ເບີດ​ແຫ່ງ​ຊາດ​ລາວ (Lao UXO) ສາມາດເກັບກູ້ລະ
ເບີດແລະທໍາລາຍ UXO ໄປຫລາຍກວ່າ 1 ລ້ານໜ່ວຍ.
ໂດຍເປັນການເກັບກູ້ UXO ອອກໄປຈາກພື້ນທີ່ກວ້າງ
ກວ່າ 25,000 ເຮັກຕ້າ ຫລືບໍ່ເຖິງ 1% ຂອງພື້ນທີ່ມີ​ລະ​
ເບີດUXO ຕົກຄ້າງຢູ່ໃນລາວເທົ່ານັ້ນ ຊຶ່ງ​ໝາຍ​ຄວາມ​ວ່າ
ຖ້າ​ຫາກ​ສະພາບ​ການ​ເກັບ​ກູ້​ຍັງ​ຄົງ​ເປັນ​ຄື​ກັບ​ໃນ​ໄລຍະ 15
ປີ ທີ່​ຜ່ານ​ມານີ້ ກໍ​ຈະ​ເຮັດ​ໃຫ້ການ​ເກັບ​ກູ້​ UXO ​ໃນ​ລາວ
ຈະ​ຕ້ອງ​ໃຊ້​ເວລາ​ອີກ​ຍາວ​ນານກວ່າ 100 ປີ. ດ້ວຍ​ເຫດ​ນີ້
ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ໄດ້​ຕັ້ງຄວາມຫວັງໄວ້ວ່າຈະຕ້ອງ
ໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ ລະປີ ເພື່ອທີ່ວ່າຈະເຮັດໃຫ້ສາມາດເກັບກູ້ UXO ອອກຈາກພື້ນທີ່ເພື່ອການກະເສດໄດ້ເພ່ີມຂຶ້ນອີກ 183,000 ເຮັກຕ້າ ພາຍໃນປີ 2020 ໃນຂະນະທີ່ໃນໄລຍະ 5 ປີທີ່ຜ່ານມານັ້ນ ລາວກໍໄດ້ຮັບການຊ່ວຍເຫລືອຈາກຕ່າງ ປະເທດໂດຍສະເລ່ຍ 19 ລ້ານໂດລາໃນແຕ່ລະປີ.

XS
SM
MD
LG