ລັດຖະມົນຕີລາວຢືນຢັນວ່າໂຄງການເຂື່ອນໄຊຍະບູລີ ເປັນຕົວ
ແບບຂອງໂຄງການພັດທະນາຢ່າງຍືນຍົງ ທີ່ບໍ່ສົ່ງຜົນກະທົບຕໍ່ ສະພາບແວດລ້ອມທໍາມະຊາດ ທັງຍັງສ້າງຜົນປະໂຫຍດໄດ້
ຢ່າງຄຸ້ມຄ່າອີກດ້ວຍ.
ທ່ານວີຣະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງ
ງານ ແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ ໂຄງການເຂື່ອນໄຊຍະບູລີ ເທິງແນວແມ່ນໍ້າຂອງໃນເຂດປະເທດລາວ ນັບເປັນໂຄງການນຶ່ງ ທີ່ເປັນຕົວແບບຂອງການພັດທະນາຢ່າງຍືນຍົງ ເພາະໂຄງການ
ດັ່ງກ່າວນີ້ ນອກຈາກຈະສ້າງຜົນປະໂຫຍດທາງເສດຖະກິດຢ່າງ
ຄຸ້ມຄ່າແລ້ວ ຍັງເປັນໂຄງການທີ່ຈະບໍ່ສົ່ງຜົນກະທົບຕໍ່ສະພາບ
ແວດລ້ອມທໍາມະຊາດ ໃນເຂດຕອນລຸ່ມຂອງເຂື່ອນອີກດ້ວຍ
ເນື່ອງຈາກເປັນເຂື່ອນທີ່ມີລັກສະນະເປັນຝາຍນໍ້າລົ້ນ ທີ່ບໍ່ມີອ່າງ
ຂະໜາດໃຫຍ່ ເພື່ອກັກເກັບນໍ້າແຕ່ຢ່າງໃດ.
ພ້ອມກັນນີ້ ການທີ່ໂຄງການໄຊຍະບູລີເປັນເຂື່ອນທີ່ຜະລິດກະແສໄຟຟ້າຈາກພະລັງ ງານນໍ້າດ້ວຍນັ້ນ ຈຶ່ງຖືເປັນພະລັງງານທີ່ສະອາດ ແລະບໍ່ມີວັນໝົດອີກດ້ວຍ ດັ່ງທີ່ທ່ານ ວີຣະພົນ ໄດ້ໃຫ້ການຊີ້ແຈງວ່າ:
“ໂຄງການໄຊຍະບູລີເຮົານີ້ ເປັນໂຄງການຕົວແບບ
ທັງໃນດ້ານທຸລະກິດ ເພາະມັນມີຜົນປະໂຫຍດທາງ
ດ້ານທຸລະກິດກຸ້ມຕົວມັນເອັງໄດ້ ອີກດ້ານນຶ່ງກໍເປັນ
ໂຄງການພັດທະນາໄປພ້ອມໆກັນ ສະນັ້ນ ມັນສໍາຄັນ
ກໍຄືເປັນເຂື່ອນໄຟຟ້າ ທີ່ນອກຈາກວ່າ ມັນຈະເປັນແຫຼ່ງ
ພະລັງງານສະອາດ ແລ້ວມັນກໍຍັງຍືນຍົງອີກ ໝາຍ
ຄວາມວ່າໃຊ້ໝົດບໍ່ເປັນ ຖ້າເຮົາອອກແບບໄດ້ຢ່າງ ຖືກຕ້ອງ ແລະການຄຸ້ມຄອງມັນຢ່າງຖືກຕ້ອງ”
ກ່ອນໜ້ານີ້ ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງ
ພະລັງງານແລະ ບໍ່ແຮ່ ໄດ້ເປີດເຜີຍໃຫ້ຮູ້ວ່າລັດຖະບານລາວຈະໄດ້ຮັບຜົນປະໂຫຍດ ຕອບແທນຈາກໂຄງການເຂື່ອນໄຊຍະບູລີ ຄິດເປັນມູນຄ່າລວມເກີນກວ່າ 3,900 ລ້ານ ໂດລາໃນຕະຫຼອດໄລຍະສໍາປະທານ 29 ປີ ຫຼືຄິດເປັນລາຍໄດ້ສະເລ່ຍບໍ່ຕໍ່າກວ່າ 135 ລ້ານໂດລາຕໍ່ປີ ທີ່ຈະໄດ້ຮັບຈາກຄ່າສໍາປະທານ ຄ່າພາສີອາກອນ ແລະເງິນປັນຜົນຈາກ ການຮ່ວມລົງທຶນໃນສັດສ່ວນ 20% ຂອງມູນຄ່າການລົງທຶນທັງໝົດໃນໂຄງການ.
ໂຄງການເຂື່ອນໄຊຍະບູລີ ມີກໍານົດການກໍ່ສ້າງໃຫ້ສໍາເລັດ
ແລະເລີ່ມສົ່ງພະລັງງານໄຟຟ້າຂາຍໃຫ້ການໄຟຟ້າຝ່າຍ
ຜະລິດແຫ່ງປະເທດໄທ (EGAT) ນັບແຕ່ປີ 2019 ເປັນຕົ້ນ
ໄປ ຊຶ່ງກໍຈະເຮັດໃຫ້ກຸ່ມການລົງທຶນໃນໂຄງການມີລາຍຮັບ
ຈາກການຂາຍພະລັງງານໄຟຟ້າສ່ວນໃຫຍ່ ທີ່ຜະລິດໄດ້ເຖິງ
1,285 ເມກາວັດນັ້ນ ຄິດເປັນມູນຄ່າສະເລ່ຍ 450 ລ້ານໂດລາ
ຕໍ່ປີ ຫຼືຫຼາຍກວ່າ 13,000 ລ້ານໂດລາ ໃນຕະຫຼອດໄລຍະສໍາ
ປະທານ 29 ປີ.
ທັງນີ້ ທາງການລາວແລະກຸ່ມລົງທຶນໃນໂຄງການໄດ້ທໍາພິທີ
ວາງສິລາເລີກ ເພື່ອລົງມືກໍ່ສ້າງເຂື່ອນຢ່າງເປັນທາງການເມື່ອວັນທີ 7 ພະຈິກທີ່ຜ່ານມາ
ໂດຍ
ການເປັນປະທານຂອງທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາ ວຽກງານດ້ານເສດຖະກິດຂອງລັດຖະບານລາວ ພ້ອມກັບບັນດາລັດຖະມົນຕີ ເຈົ້າແຂວງ
ເຈົ້າໜ້າທີ່ຂັ້ນສູງຂອງລາວ ຜູ້ຕາງໜ້າຂອງບໍລິສັດຜູ້ລົງທຶນໃນໂຄງການ ແລະທີ່ໜ້າສັງ ເກດກໍຄື ມີເອກອັກຄະລັດຖະທູດຫວຽດນາມ ແລະກໍາປູເຈຍ ເຂົ້າຮ່ວມໃນພິທີອີກດ້ວຍ ທັງໆ ທີ່ວ່າສອງປະເທດດັ່ງກ່າວນີ້ໄດ້ສະແດງການຄັດຄ້ານໂຄງການເຂື່ອນໄຊຍະບູລີໃນ ລາວມາໂດຍຕະຫຼອດ.
ແຕ່ຢ່າງໃດກໍຕາມ ໂດຍອິງຕາມການເດີນທາງໄປກວດຢ້ຽມ
ສະຖານທີ່ກໍ່ສ້າງເຂື່ອນ ໄຊຍະບູລີ ໂດຍຄະນະຜູ້ແທນຂອງລັດ
ຖະບານກໍາປູເຈຍໃນຕົ້ນເດືອນພະຈິກ ແລະ ການຖະແຫຼງ
ຂອງທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະ
ເທດຂອງຫວຽດນາມ ທີ່ໄດ້ລະບຸວ່າ ທາງການຫວຽດນາມມີ
ຄວາມພຶງພໍໃຈຕໍ່ມາດຕະການປ້ອງກັນພັນປາ ແລະຜົນກະທົບ ຕໍ່ສະພາບແວດລ້ອມທໍາມະຊາດ ຈາກການກໍ່ສ້າງເຂື່ອນໄຊຍະ
ບູລີແລ້ວນັ້ນ ຈຶ່ງຖືວ່າເປັນການສະແດງອອກເຖິງການຢຸດເຊົາ ການຄັດຄ້ານຕໍ່ໂຄງການເຂື່ອນໄຊຍະບູລີໃນລາວຢ່າງຊັດເຈນ
ແລ້ວນັ້ນເອງ.
ທາງດ້ານ ທ່ານ ເຣວັດ ສຸວັນນະກິດຕິ ຮອງຜູ້ອໍານວຍການບໍລິສັດໄຟຟ້າໄຊຍະບູລີຈໍາກັດ ກໍຖະແຫຼງຢືນຢັນວ່າ ການອອກແບບກໍ່ສ້າງເຂື່ອນໄຊຍະບູລີໃນຄັ້ງໃໝ່ນີ້ ໄດ້ດໍາເນີນໄປຢ່າງມີຄວາມໂປ່ງໃສ ແລະບໍ່ສ້າງຜົນກະທົບດ້ານລົບຕໍ່ສະພາບແວດລ້ອມທໍາມະຊາດໃຫ້ກັບພື້ນທີ່ ທີ່ຢູ່ເຂດຕອນລຸ່ມຂອງຕົວເຂື່ອນ.
ທັງນີ້ ດ້ວຍການກໍ່ສ້າງລະບົບທາງປາຜ່ານທີ່ໃຊ້ວິດທະຍາການສະໄໝໃໝ່ ພ້ອມດ້ວຍ
ການສ້າງອູ່ຂອງປາ ການສ້າງປ່ອງປາຂຶ້ນ-ລົງ ຢູ່ໃນລະບົບປະຕູເດີນເຮືອ ການສ້າງສະຖາ
ນີປາທີ່ຕິດຕັ້ງດ້ວຍລະບົບກັງຫັນນໍ້າທີ່ເປັນມິດກັບສັດນໍ້າທຸກຊະນິດ ແລະການກໍ່ສ້າງປະ ຕູລະບາຍດິນຕົກຕະກອນທີ່ເປັນແຫຼ່ງອາຫານຂອງສັດນໍ້າ ແລະປຸ໋ຍຂອງພືດພັນຕ່າງໆ ຢ່າງ ຄົບຊຸດອີກດ້ວຍ.