ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ຢືນຢັນວ່າ ສື່ມວນຊົນລາວ ໄດ້ມີການພັດທະນາ ຄຸນນະພາບໃຫ້ດີຂຶ້ນ


ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນາທໍາ ແລະທ່ອງທ່ຽວຂອງລາວ
ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນາທໍາ ແລະທ່ອງທ່ຽວຂອງລາວ

ລັດຖະມົນຕີຊ່ວຍວ່າການລາວ ຢືນຢັນວ່າ ການນໍາສະເໜີຂໍ້ມູນຂ່າວສານຂອງສື່ມວນຊົນລາວ ມີການພັດທະນາ ຄຸນນະພາບໃຫ້ດີຂຶ້ນ ທັງຍັງສາມາດຕອບໂຕ້ຕໍ່ການບິດເບືອນຂໍ້ມູນຂ່າວ ສານຂອງກຸ່ມຄົນບໍ່ດີ ໄດ້ຢ່າງເທົ່າທັນອີກດ້ວຍ.

ທ່ານບົວເງິນ ຊາພູວົງ ລັດຖະ
ມົນຕີຊ່ວຍວ່າການ ກະຊວງ
ຖະແຫລງຂ່າວ ວັດທະນາທໍາ
ແລະທ່ອງທ່ຽວຂອງລາວ
ຖະແຫລງຢືນຢັນວ່າ ການ
ພັດທະນາສື່ມວນຊົນທີ່ເປັນ
ກະບອກສຽງຂອງພັກ ແລະ
ລັດໃນໄລຍະປັດຈຸບັນນີ້ ໄດ້
ມີການຂະຫຍາຍຕົວ ທັງໃນ
ດ້ານປະລິມານ ແລະຄຸນນະ
ພາບຂອງຂໍ້ມູນຂ່າວສານ ທີ່
ໄດ້ນໍາສະເໜີໄປສູ່ການຮັບຮູ້
ຂອງປະຊາຊົນໄດ້ຢ່າງກວ້າງ
ຂວາງຫລາຍຂຶ້ນນັບມື້.

ເນື່ອງຈາກການພັດທະນາສື່ມວນຊົນລາວ ທັງໃນດ້ານປະລິມານ ແລະຄຸນນະພາບດັ່ງກ່າວນີ້ ນອກຈາກຈະເຮັດໃຫ້ປະຊາຊົນລາວໄດ້ຮັບຮູ້ ແລະເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໄດ້ດີ ຢ່າງຖືກຕ້ອງແລ້ວ ກໍຍັງສາມາດຕອບໂຕ້ຕໍ່ການບິດເບືອນຂໍ້ມູນຂ່າວສານຂອງກຸ່ມຄົນບໍ່ດີ ທັງຢູ່ພາຍໃນ ແລະຕ່າງປະເທດ ທີ່ຕ້ອງການຈະບ່ອນທໍາລາຍການນໍາຂອງພັກ-ລັດ ໄດ້ຢ່າງເທົ່າທັນກັບສະຖານະການ ອີກດ້ວຍ ດັ່ງທີ່ທ່ານບົວເງິນ ໄດ້ຖະແຫລງເນັ້ນຢໍ້າວ່າ:

“ເນື້ອໃນຂອງພວກເຮົາກໍໄດ້ຮັບການປັບປຸງ ແລະດີຂຶ້ນ ເຊ່ນ ບົດຄວາມ ບົດເລື້ອງ
ບົດຂ່າວຕ່າງໆ ກໍມີລັກສະນະຕົວຈິງ ແລະທັນສະພາບການຫລາຍຂຶ້ນ ທັງມີຄຸນ
ປະໂຫຍດ ໃນການສຶກສາອົບຮົມ ແນະນໍາ ຫາງສຽງ ກະແສແນວຄິດມີລັກສະນະ
ແຫລມຄົມກວ່າເກົ່າ ທັງເດັດດ່ຽວຕໍ່ສູ້ ຕ້ານການບິດເບືອນ ໃສ່ຮ້າຍປ້າຍສີຂອງພວກ
ຄົນບໍ່ດີທັງຈາກພາຍໃນ ແລະຕ່າງປະເທດ.”

ຍິ່ງໄປກວ່ານັ້ນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງສື່ມວນຊົນລາວ ໃນຖານະທີ່ເປັນກະ
ບອກສຽງຂອງພັກ ແລະລັດຖະບານໃຫ້ໄດ້ຢ່າງມີປະສິດທິພາບຫລາຍຂຶ້ນນັບມື້ອີກດ້ວຍ
ນັ້ນ ທາງການລາວກໍໄດ້ວາງເປົ້າໝາຍທີ່ຈະດໍາເນີນການພັດທະນາລະບົບວິທະຍຸ ແລະໂທ
ລະພາບແຫ່ງຊາດ ໃຫ້ເປັນລະບົບ Digital ໃຫ້ໄດ້ໃນທົ່ວປະເທດພາຍໃນປີ 2015. ການທີ່
ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ ໄດ້ຢ່າງເປັນຮູບປະທໍານັ້ນ ກໍຈະຕ້ອງໃຊ້ງົບປະມານ ຄິດເປັນມູນຄ່າລວມບໍ່ໜ້ອຍກວ່າ 960 ຕື້ກີບ ຫລືປະມານ 120 ລ້ານໂດລາ.

ພິທີເຊັນສັນຍາການຊ່ວຍເຫລືອຂອງຈີນແກ່ລາວໃນການພັດທະນາ ວິທະຍຸແລະໂທລະພາບໃຫ້ເປັນລະບົບ Digital ໃນທົ່ວປະເທດ ພາຍໃນປີ 2015
ພິທີເຊັນສັນຍາການຊ່ວຍເຫລືອຂອງຈີນແກ່ລາວໃນການພັດທະນາ ວິທະຍຸແລະໂທລະພາບໃຫ້ເປັນລະບົບ Digital ໃນທົ່ວປະເທດ ພາຍໃນປີ 2015

ທັງນີ້ ທາງການລາວໝັ້ນໃຈວ່າ
ຈະສາມາດບັນລຸເປົ້າໝາຍດັ່ງ
ກ່າວໄດ້ຢ່າງແນ່ນອນ ເນື່ອງຈາກ
ວ່າ ທາງການຈີນໄດ້ຕົກລົງໃຫ້
ການຊ່ວຍເຫລືອແກ່ທາງການ
ລາວໃນດ້ານດັ່ງກ່າວນີ້ແລ້ວ ແລະ
ທີ່ສໍາຄັນທີ່ສຸດກໍຄື ທາງການຈີນ
ໄດ້ເລີ້ມດໍາເນີນການພັດທະນາ
ວິທະຍຸ ແລະໂທລະພາບຂອງ
ລາວໃຫ້ເປັນລະບົບ Digital
ນັບແຕ່ທ້າຍປີ 2011 ເປັນຕົ້ນ
ມາ ແລະກໍຄືບໜ້າໄປຫລາຍ
ແລ້ວໃນປັດຈຸບັນນີ້.

ໃນປັດຈຸບັນ ໃນລາວມີສະຖານີໂທລະພາບທັງໝົດ 32 ແຫ່ງແລະສະຖານີວິທະຍຸ 43 ແຫ່ງ
ໃນທົ່ວປະເທດ ສ່ວນໜັງສືພິມແລະວາລະສານຕ່າງໆນັ້ນ ກໍມີຫລາຍກວ່າ 100 ສະບັບ
ໃນນີ້ມີ 9 ສະບັບ ທີ່ເປັນໜັງສືພິມລາຍວັນ ໃນຂະນະທີ່ກະຊວງຖະແຫລງຂ່າວ ວັດທະ
ນາທໍາ ແລະທ່ອງທ່ຽວ ກໍໄດ້ວາງເປົ້າໝາຍ ທີ່ຈະຂະຫຍາຍເຄືອຂ່າຍສື່ມວນຊົນ ກໍຄືເຮັດ
ໃຫ້ສື່ສິ່ງພິມ ແລະວິທະຍຸກວາມໃຫ້ໄດ້ 95% ຂອງປະຊາກອນ ແລະ 85% ຂອງປະຊາ ກອນສໍາລັບສື່ທາງໂທລະພາບໃນປີ 2015 ຕາມລໍາດັບ.

ການເຊັນສັນຍາຮ່ວມມືກັນ ໃນດ້ານສື່ມວນຊົນ ລະຫວ່າງລາວ ແລະຫວຽດນາມ ທີ່ຈັດຂຶ້ນໃນເດືອນທັນວາ 2011 ທີ່ຜ່ານມານີ້ ທີ່ນະຄອນຫລວງວຽງຈັນ
ການເຊັນສັນຍາຮ່ວມມືກັນ ໃນດ້ານສື່ມວນຊົນ ລະຫວ່າງລາວ ແລະຫວຽດນາມ ທີ່ຈັດຂຶ້ນໃນເດືອນທັນວາ 2011 ທີ່ຜ່ານມານີ້ ທີ່ນະຄອນຫລວງວຽງຈັນ

ນອກຈາກນີ້ ກໍມີລາຍງານວ່າ
ທາງການຫວຽດນາມ ໄດ້ຕົກ
ລົງໃຫ້ການຊ່ວຍເຫລືອລາວ
ໃນການພັດທະນາດ້ານບຸກຄະ
ລາກອນ ແລະນັກຂ່າວ ໂດຍມີ
ເປົ້າໝາຍ ທີ່ຈະຍົກລະດັບປະ
ສິດທິພາບ ແລະຄຸນນະພາບ
ໃນການສະເໜີຂ່າວສານຂອງ
ທາງການລາວ ໃຫ້ເທົ່າທັນກັບ
ສະຖານະການ ທີ່ເກີດຂຶ້ນທັງ
ພາຍໃນແລະຕ່າງປະເທດ ຊຶ່ງ
ລວມເຖິງການສະເໜີຂ່າວສານ
ກ່ຽວກັບຜົນງານ ແລະການ
ເຄື່ອນໄຫວຕ່າງໆຂອງຜູ້ນໍາພັກ-ລັດ ໄປສູ່ການຮັບຮູ້ຂອງປະຊາຊົນລາວໃຫ້ໄດ້ ຢ່າງກວ້າງ
ຂວາງ ອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ໃນອົງການພັນທະມິດ ເພື່ອເສລີພາບຂອງສື່ມວນຊົນໃນອາຊຽນ (South
East Asian Press Alliance—SEAPA) ກໍໄດ້ໃຫ້ທັດສະນະວ່າ ປະຊາຊົນລາວ ຈະບໍ່ໄດ້
ຮັບຜົນປະໂຫຍດຫຍັງເລີຍ ຈາກການພັດທະນາລະບົບສື່ສານມວນຊົນໃນລາວດັ່ງກ່າວ ເພາະ
ຖືເປັນພຽງການພັດທະນາທາງດ້ານເຕັກນິກເທົ່ານັ້ນ.

ໃນຂະນະທີ່ສື່ມວນຊົນ ແລະຂໍ້ມູນ-ຂ່າວສານຕ່າງໆ ກໍຍັງຄົງຢູ່ພາຍໃຕ້ການຄວບຄຸມຂອງພັກ
ແລະລັດຖະບານໃນລາວຢ່າງເຂັ້ມງວດ ຈຶ່ງຖືເປັນການຈໍາກັດສິດທິເສລີພາບຂອງປະຊາຊົນ
ລາວ ໃນການປາກເວົ້າ ແລະການຮັບຮູ້ຂໍ້ມູນ-ຂ່າວສານໂດຍກົງນັ້ນເອງ.

XS
SM
MD
LG