ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກະຊວງສຶກສາລາວ ມີຄຳສັ່ງ ໃຫ້ຍົກເລີກ ການສອບເສັງ ຈົບລະດັບ ມັດທະຍົມສຶກສາ


ບັນດານັກຮຽນ ຢູ່ທີ່ ໂຮງຮຽນມັດທະຍົມ ແຫ່ງນຶ່ງໃນລາວ ພວມສອບເສັງເພື່ອຈົບ ການສຶກສາ.
ບັນດານັກຮຽນ ຢູ່ທີ່ ໂຮງຮຽນມັດທະຍົມ ແຫ່ງນຶ່ງໃນລາວ ພວມສອບເສັງເພື່ອຈົບ ການສຶກສາ.

ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະກິລາ ມີຄຳສັ່ງ
ໃຫ້ຍົກເລີກ ການສອບເສັງເພື່ອຈົບລະດັບ ມັດທະຍົມສຶກສາ
ໃນທົ່ວປະເທດ ເພາະກວດພົບການຮົ່ວໄຫລ ຂອງຂໍ້ສອບເກີດຂຶ້ນ
ຢ່າງກວ້າງຂວາງ.

ເວັບໄຊ້ໂທລະໂຄ່ງດອັດຄອມ ໃນລາວໄດ້ເປີດເຜີຍຂໍ້ມູນ ໂດຍອ້າງອີງແຫລ່ງຂ່າວພາຍໃນ
ກະຊວງປ້ອງກັນຄວາມສະຫງົບພາຍໃນ ວ່າ ທາງການກະຊວງສຶກສາທິການ ແລະກິລາ
ໄດ້ມີຄຳສັ່ງໃຫ້ຍົກເລີກການສອບເສັງ ເພື່ອຈົບການສຶກສາ ໃນລະດັບຊັ້ນມັດທະຍົມ ປີທີ
7 ໃນທົ່ວປະເທດເມື່ອວັນທີ 26 ມິຖຸນາ ທີ່ຜ່ານມານີ້ ໂດຍມີສາເຫດມາຈາກການກວດພົບ
ວ່າ ໄດ້ມີການຮົ່ວໄຫລ ຂອງຂໍ້ສອບເກີດຂຶ້ນ ຢ່າງກວ້າງຂວາງ ທັງໃນເຂດນະຄອນຫຼວງ
ວຽງຈັນ ແລະ ເຂດຕ່າງແຂວງໃນທົ່ວປະເທດ.

ບັນດານັກຮຽນ ຢູ່ທີ່ ໂຮງຮຽນມັດທະຍົມ ອີກແຫ່ງນຶ່ງໃນລາວ ພວມສອບເສັງ ເພື່ອຈົບ ການສຶກສາ ເຊັ່ນກັນ.
ບັນດານັກຮຽນ ຢູ່ທີ່ ໂຮງຮຽນມັດທະຍົມ ອີກແຫ່ງນຶ່ງໃນລາວ ພວມສອບເສັງ ເພື່ອຈົບ ການສຶກສາ ເຊັ່ນກັນ.

ໂດຍເວັບໄຊ້ໂທລະໂຄ່ງດອັດຄອມ ລາຍງານດ້ວຍວ່າ ໃນ
ປັດຈຸບັນພາກສ່ວນກ່ຽວຂ້ອງ ກຳລັງດຳເນີນ ການສອບສວນ
ເພື່ອຫາຕົ້ນຕໍ ຂອງການຮົ່ວໄຫລ ຂອງຂໍ້ສອບໃນຄັ້ງນີ້ ສະນັ້ນ
ຈຶ່ງຍັງບໍ່ສາມາດຈະກຳນົດໄດ້ວ່າ ການສອບເສັງຄັ້ງໃໝ່ ຈະຈັດ
ຂຶ້ນໄດ້ເມື່ອໃດ ເພາະຈະຕ້ອງລໍຖ້າຜົນການສອບສວນ ທີ່ຊັດເຈນ
ແລະ ນຳຜູ້ກະທຳຄວາມຜິດມາລົງໂທດ ຕາມກົດໝາຍໃຫ້ໄດ້
ເສຍກ່ອນ ຊຶ່ງລວມເຖິງ ການທີ່ຈະຕ້ອງອອກຂໍ້ສອບໃໝ່ ທັງໝົດ
ອີກດ້ວຍ.

ໂດຍສຳຫລັບ ໃນສົກຮຽນປະຈຳປີ 2014-2015 ນີ້ ກໍມີນັກຮຽນ
ສອບເສັງ ເພື່ອຈົບຊັ້ນມັດທະຍົມປີທີ 7 ຈຳນວນທັງໝົດ 53,749 ຄົນ ແລະ ໃນນີ້ເປັນ
ນັກຮຽນເພດຍິງ ຈຳນວນ 24,709 ຄົນ ທີ່ສອບເສັງຢູ່ສູນສອບ 243 ແຫ່ງ ທົ່ວປະເທດ
ຊຶ່ງບໍ່ພຽງແຕ່ຈະຕ້ອງປະເຊີນກັບການຊັກຊ້າ ໃນການຈົບການສຶກສາເທົ່ານັ້ນ ແຕ່ຍັງຈະ
ມີບັນຫາ ແລະ ຂໍ້ສົງໄສ ກ່ຽວກັບລະດັບຄຸນນະພາບ ຂອງການສຶກສາອີກດ້ວຍ.

ບັນດານັກສຶກສາລາວ ທີ່ຮຽນຈົບລະດັບ ມັດທະຍົມສຶກສາ ກຳລັງຮັບເອົາ ໃບປະກາດສະນີຍະບັດ.
ບັນດານັກສຶກສາລາວ ທີ່ຮຽນຈົບລະດັບ ມັດທະຍົມສຶກສາ ກຳລັງຮັບເອົາ ໃບປະກາດສະນີຍະບັດ.

ກ່ອນໜ້ານີ້ ເຈົ້າໜ້າທີ່ຂັ້ນສູງ ໃນກົມພັດທະນາຝີມືແຮງງານ
ແລະຈັດຫາງານ ຍອມຮັບວ່າ ນັກຮຽນທີ່ຈົບການສຶກສາ ແຕ່
ລະດັບວິຊາຊີບຊັ້ນສູງ ເຖິງປະລິນຍາຕີ ໃນປີ 2014 ຈຳນວນ
ທັງໝົດ 115,523 ຄົນ ມີໂອກາດຕ່ຳຫຼາຍ ທີ່ຈະໄດ້ຮັບການ
ວ່າຈ້າງ ຈາກບັນດາບໍລິສັດຕ່າງຊາດທີ່ມີຕໍ່ຄຸນນະພາບ ຂອງ
ນັກສຶກສາລາວ ພົບວ່າ ມີພຽງແຕ່ 17,300 ກວ່າຄົນ ຫຼືຄິດເປັນ
15 ເປີເຊັນ ເທົ່ານັ້ນຈາກຈຳນວນທັງໝົດ ທີ່ມີລະດັບຄວາມຮູ້
ຄວາມສາມາດ ໄດ້ມາດຕະຖານຕາມ ຄວາມຕ້ອງການຂອງ
ບໍລິສັດຕ່າງຊາດ.

ທັງນີ້ໂດຍມີສາເຫດມາຈາກ ຄ່ານິຍົມດ້ານການສຶກສາໃນລາວ ທີ່ບໍ່ສອດຄ້ອງກັບສະພາບ
ຕົວຈິງ ກໍຄືໃນຂະນະທີ່ ບັນດາບໍລິສັດຕ່າງຊາດ ຕ້ອງການວ່າຈ້າງ ແຮງງານ ທີ່ມີຄວາມຮູ້
ຄວາມສາມາດດ້ານວິຊາຊີບ ແລະຊ່າງເທັກນິກ ຫາກແຕ່ນັກສຶກສາ ສ່ວນໃຫຍ່ໃນລາວ
ກັບນິຍົມສຶກສາ ແລະ ຈົບດ້ານບໍລິຫານທຸລະກິດ ສ່ວນທີ່ຈົບວິຊາຊີບຊັ້ນສູງ ສ່ວນໃຫຍ່
ກໍບໍ່ມີຄຸນນະພາບ ດັ່ງທີ່ເຈົ້າໜ້າທີ່ ຂັ້ນສູງ ໄດ້ໃຫ້ການຢືນຢັນວ່າ:

“ໃນສາຍອາຊີວະສຶກສາ ແລະການສຶກສາຊັ້ນສູງ ຫຼືມະຫາວິທະຍາໄລນັ້ນ ນັກຮຽນ
ແລະ ນັກສຶກສາ ມາຮຽນບໍ່ໄດ້ຕາມຄາດໝາຍ ການສ້າງຝີມືແຮງງານ ກະຍັງ
ບໍ່
ສາມາດ ຕອບສະໜອງໄດ້ ຕາມຄວາມຕ້ອງການ ຂອງຕະຫຼາດແຮງງານ ແລະ
ຜູ້ທີ່ຮຽນຈົບອາຊີວະສຶກສາ ລະດັບຊັ້ນສູງ ຈຳນວນບໍ່ນ້ອຍ ຊອກວຽກເຮັດງານທຳ
ບໍ່ໄດ້.”

ພາຍໃຕ້ສະພາບການດັ່ງກ່າວນີ້ ບໍ່ພຽງແຕ່ຈະເຮັດໃຫ້ອັດຕາ ການວ່າງງານ ໃນລາວເພີ້ມ
ຂຶ້ນເຖິງ 7 ເປີເຊັນ ແລ້ວໃນເວລານີ້ ຫາກແຕ່ຍັງເຮັດໃຫ້ກະຊວງແຮງງນ ແລະ ສະຫວັດດີ
ການສັງຄົມ ຕ້ອງຍອມໃຫ້ບັນດາ ບລິສັດຕ່າງຊາດສາມາດນຳແຮງງານ ຈາກຕ່າງປະເທດ
ເຂົ້າມາໃນລາວ ໄດ້ເພີ້ມຂຶ້ນນັບມື້ອີກດ້ວຍ.

ທັງນີ້ໂດຍທາງການລາວຄາດໝາຍວ່າ ໃນຊ່ວງປີ 2011-2015 ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ຕ້ອງການແຮງງານມີຝີມື ຈຳນວນຫຼາຍກວ່າ 9 ໝື່ນຄົນ ຊຶ່ງໃນໄລຍະ 4 ປີ ທີ່ຜ່ານມາ ກໍໄດ້ມີການນຳເຂົ້າແຮງງານມີຝີມື ຈາກຕ່າງປະເທດແລ້ວ 4 ໝື່ນກວ່າຄົນ ຈຶ່ງຍັງເຫຼືອອີກ 7 ໝື່ນກວ່າຄົນ ທີ່ຈະຕ້ອງນຳເຂົ້າມາເພີ້ມຂຶ້ນອີກ ໃນຕະຫຼອດປີ 2015 ນີ້.

XS
SM
MD
LG