ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ​ ສາທາລະນະ​ສຸກ ສປປ​​​ ​ລາວ ຢ້ຽມຢາມ ສະຫະລັດ


ລັດຖະມົນຕີວ່າການກະຊວງສາທາ ແຫ່ງ ສປປ ລາວ ທ່ານ ດຣ ເອກສະຫວ່າງ ວົງວິຈິດ ແລະ ລັດຖະມົນຕີສາທາລະນະສຸກ ແລະບໍລິການປະຊາຊົນ ຂອງສະຫະລັດ ທ່ານ ນາງ Sylvia Burwell ແລກປ່ຽນສິ່ງທີ່ລະລຶກ, ວັນທີ 10 ກັນຍາ 2014. (Photo courtesy of US Embassy in Vientiane.)
ລັດຖະມົນຕີວ່າການກະຊວງສາທາ ແຫ່ງ ສປປ ລາວ ທ່ານ ດຣ ເອກສະຫວ່າງ ວົງວິຈິດ ແລະ ລັດຖະມົນຕີສາທາລະນະສຸກ ແລະບໍລິການປະຊາຊົນ ຂອງສະຫະລັດ ທ່ານ ນາງ Sylvia Burwell ແລກປ່ຽນສິ່ງທີ່ລະລຶກ, ວັນທີ 10 ກັນຍາ 2014. (Photo courtesy of US Embassy in Vientiane.)

ລາຍ​ງານ​ຂ່າວ​ຈາກ​ສະຖານທູດ​ສະຫະລັດອາ​ເມຣິກາ ປະຈຳ​
ນະຄອນຫລວງ​ວຽງ​ຈັນ ​ແຈ້ງວ່າ ​ເມື່ອວັນທີ 10 ເດືອນກັນຍານີ້,
ທ່ານ ດຣ ເອກສະຫວ່າງ ວົງວິຈິດ, ລັດຖະມົນຕີວ່າການກະຊວງ
ສາທາ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້
ພົບປະກັບ ທ່ານ ນາງ Sylvia Burwell ລັດຖະມົນຕີສາທາລະ
ນະສຸກ ແລະບໍລິການ ປະຊາຊົນ ຂອງສະຫະລັດ ຢູ່ນະຄອນຫຼວງ
ວໍຊິງຕັນ ດີຊີ. ທ່ານນາງ ເບີແວລ ແລະ ທ່ານ ດຣ ເອກສະຫວ່າງ ວົງວິຈິດ ໄດ້ໃຫ້ການຢືນ ຍັນຮ່ວມກັນ ເຖິງຄວາມສຳຄັນ ຂອງການຮ່ວມມືສອງຝ່າຍ ໃນພາກສ່ວນສາທາລະນະສຸກ.

ກອງປະຊຸມລະຫວ່າງລັດຖະມົນຕີສາທາລະນະສຸກສະຫະລັດ ກັບ ລັດຖະມົນຕີສາທາລະນະສຸກ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ ດີຊີ, ວັນທີ 10 ກັນຍາ 2014.(ພາບຈາກສະຖານທູດສະຫະລັດ)
ກອງປະຊຸມລະຫວ່າງລັດຖະມົນຕີສາທາລະນະສຸກສະຫະລັດ ກັບ ລັດຖະມົນຕີສາທາລະນະສຸກ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ ດີຊີ, ວັນທີ 10 ກັນຍາ 2014.(ພາບຈາກສະຖານທູດສະຫະລັດ)

ທ່ານ ດຣ ເອກສະຫວ່າງ ໄດ້ສະຫຼຸບໂດຍຫຍໍ້ໃຫ້ທ່ານນາງ ເບີແວລ
ຊາບກ່ຽວກັບວຽກງານບູລິມະສິດຕ່າງໆທາງດ້ານສາທາລະນະສຸກ
ຂອງ ສປປ ລາວ. ສ່ວນທ່ານນາງ ເບີແວລ ໄດ້ກ່າວເນັ້ນຍ້ຳເຖີງ ຄວາມປາດຖະໜາຂອງສະຫະລັດ ໃນການສືບຕໍ່ໃຫ້ການຊ່ວຍ
ເຫຼືອສະໜັບສະໜຸນຄວາມພະຍາຍາມຂອງ ສປປ ລາວ ເພື່ອໃຫ້
ບັນລຸເປົ້າໝາຍສະຫະສະວັດ ໃນປີ 2015.

ທ່ານ ດຣ ເອກສະຫວ່າງ ແລະທ່ານນາງ ເບີແວລ ຍັງປຶກສາ
ຫາຫລື ກັນ ກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືກັນ ໃຫ້
ໃກ້ຊິດກັນກວ່າເກົ່າ ໃນທຸກຂະແໜງຂອງວຽກງານສາທາລະ
ນະສຸກ ເຊັ່ນ ການສິ້ງຊອມຕິດຕາມເບິ່ງພະຍາດ, ວຽກງານໃຫ້
ອາຫານເສີມ ແກ່ແມ່ ແລະ ເດັກ, ການສັກຍາກັນພະຍາດ, ການຄົ້ນຄ້ວາ ແລະການ
ພັດທະນາ ຊັບພະຍາກອນມະນຸດຂອງລາວເພີ້ມຕຶ່ມ ໃນພາກສ່ວນສາທາ. ທ່ານ ເບີແວລ
ຍັງໄດ້ເນັ້ນຍ້ຳອີກວ່າ ການຊ່ວຍເຫຼືອ ຂອງສະຫະລັດອາເມຣິກາ ແກ່ລາວນັ້ນ ຍັງຄົງຈະ
ເປັນວຽກງານບູລິມະສິດອັນຮີບດ່ວນຢູ່ຕໍ່ໄປ ແລະຈະເພີ້ມທະວີຮັດແໜ້ນ ໂຄງການຊ່ວຍ
ເຫຼືອ ທີ່ດຳເນີນຢູ່ ແລະຈະສືບຕໍ່ຊອກຫາຂົງເຂດໃໝ່ໆອີກ ທີ່ສາມາດເປັນຄູ່ຮ່ວມງານ
ກັນໄດ້.

ຄະນະລັດຖະມົນຕີສາທາລະນະສຸກສະຫະລັດ ແລະ ຄະນະ ລັດຖະມົນຕີສາທາລະນະສຸກ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນ ດີຊີ, ວັນທີ 10 ກັນຍາ 2014.(ພາບຈາກສະຖານທູດສະຫະລັດ)
ຄະນະລັດຖະມົນຕີສາທາລະນະສຸກສະຫະລັດ ແລະ ຄະນະ ລັດຖະມົນຕີສາທາລະນະສຸກ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນ ດີຊີ, ວັນທີ 10 ກັນຍາ 2014.(ພາບຈາກສະຖານທູດສະຫະລັດ)

ທາງທ່ານ ດຣ ເອກສະຫວ່າງ ໄດ້ກ່າວສະແດງຄວາມຂອບໃຈ
ຕໍ່ການ ຊ່ວຍເຫຼືອຂອງສະຫະລັດ ໃນຂະແໜງວຽກງານສາທາ
ລະນະສຸກ ແລະ ກ່າວວ່າ ກະຊວງສາທາລະນະສຸກຂອງລາວ
ຈະສືບຕໍ່ທຳງານຢ່າງໃກ້ຊິດ ກັບຄູ່ຮ່ວມງານຈາກສະຫະລັດ
ອາເມຣິກາ ກ່ຽວກັບບັນຫາສາທາ ລະນະສຸກຕ່າງໆ ແລະ ຈະ
ສືບຕໍ່ຮັດແໜ້ນສາຍພົວພັນສອງຝ່າຍ ສະຫະລັດ - ລາວ ໃຫ້
ໃກ້ຊິດສະນິດແໜ້ນຍິ່ງຂຶ້ນ ໃນອະນາຄົດ.

ຂະນະທີ່ເຄື່ອນໄຫວຢ້ຽມຍາມຢູ່ນະຄອນຫຼວງວໍຊິງຕັນນັ້ນ,
ທ່ານ ດຣ ເອກສະຫວ່າງ ຍັງໄດ້ໄປພົບປະໂອ້ລົມກັບເຈົ້າໜ້າທີ່
ຂັ້ນສູງຂອງ ກະຊວງການຕ່າງປະເທດ, ສະຖາບັນສຸຂະພາບ
ແຫ່ງຊາດ, ກະຊວງປ້ອງກັນປະເທດ ອົງການຢູເສດ ແລະ ອົງການຈັດຕັ້ງອື່ນໆຂອງ
ລັດຖະບານ. ກ່ອນໜ້ານີ້ ໃນຕອນເລີ້ມຕົ້ນການເຄື່ອນໄຫວ ຢ້ຽມຍາມສະຫະລັດ ຢ່າງ
ເປັນທາງການ ເປັນເວລາໜຶ່ງອາທິດນັ້ນ, ທ່ານ ດຣ ເອກສະຫວ່າງ ໄດ້ເດີນທາງໄປ
ພົບປະກັບຫົວໜ້າສູນຄວບຄຸມພະຍາດ ຕິດຕໍ່ຂອງສະຫະລັດອາເມຣິກາ ທີ່ເມື່ອງ
ແອັດແລນຕ້າ ລັດຈໍເຈຍ.

On September 10, Lao People’s Democratic Republic Minister of Health
Dr. Eksavang Vongvichit met with United States Secretary of Health and
Human Services Sylvia Burwell in Washington D.C. Secretary Burwell, a
Cabinet-level official in the Obama administration, and Minister Eksavang reaffirmed the importance of bilateral cooperation between the two nations
in the public health sector. Minister Eksavang briefed Secretary Burwell
on Laos’ public health priorities. Secretary Burwell reiterated the United
States’ desire to continue to support Laos’ efforts to meet Millennium Development Goals by 2015.

Minister Eksavang and Secretary Burwell also discussed the possibility
of closer collaboration in a wide range of public health areas including
disease surveillance, maternal and child nutrition, vaccinations,
research, and further developing Laos’ human resources in the sector.
Secretary Burwell stressed that U.S. assistance to Laos will remain a
priority, and vowed to strengthen existing programs and continue to
search for new areas of partnership.

The Minister expressed his appreciation for U.S. support in the health
sector, and said that the Ministry of Health would continue to work closely
with its partners from the United States on public health issues and to further strengthen the U.S. – Lao bilateral relationship.

While in Washington, Minister Eksavang also visited high-level officials
from the Department of State, National Institutes of Health, the Department
of Defense, USAID and other U.S. government agencies. Earlier in his
week-long official visit to the U.S., Minister Eksavang also met with the
Director of the U.S. Centers for Disease Control.

XS
SM
MD
LG